You are here

ລະຫວ່າງວັນທີ 24-25 ກຸມພາ 2022, ທີ່ ແຂວງ ອຸດົມໄຊກະຊວງສາທາລະນະສຸກ ແລະ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ (UNFPA) ໄດ້ຮ່ວມກັນລົງເຄື່ອນໄຫວຢ້ຽມຢາມ ແຂວງ ອຸດົມໄຊ ແລະ ຮັບຮູ້ເຖິງຜົນສໍາເລັດຂອງບັນດາກິດຈະກໍາທີ່ສຳຄັນທີ່ສຸມໃສ່ຊາວໜຸ່ມຂອງອົງການ UNFPA. ການໄປຢ້ຽມຢາມຄັ້ງນີ້ໃຊ້ເວລາ​ສອງ​ມື້ຢູ່​ແຂວງດັ່ງກ່າວ ເຊິ່ງ​ເປັນແຂວງ​ທີ່​ມີ​ຫຼາຍ​ຊົນ​ເຜົ່າ​ອາ​ໄສ​ຢູ່ນຳ​ພາຄະນະຢ້ຽມຢາມໂດຍ​ທ່ານ ປອ. ບຸນແຝງ ພູມມະໄລສິດລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ມາຣຽມ ເອຄານຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວນີ້ເປັນຄັ້ງທໍາອິດທີ່ໄດ້ມີການໄປຢ້ຽມຢາມການຈັດຕັ້ງປະຕິບັດຕົວຈິງ ຂອງແຜນງານການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວຫນຸ່ມ (AYFS) ແລະ ການລິເລີ່ມຂອງກຸ່ມເດັກຍິງ ນາງ ນ້ອຍ ທີ່ໄດ້ຮັບການສະຫນັບສະຫນູນຈາກ UNFPA, ທີ່ໄດ້ສະໜອງຂໍ້ມູນສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງເຍົາວະຊົນ ແລະ ປົດລັອກການເຂົ້າເຖິງການບໍລິການສໍາລັບໄວຫນຸ່ມຄະນະຜູ້ແທນດັ່ງກ່າວ ໄດ້ຮັບການຕ້ອນຮັບໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ, ​ເຈົ້າ​ແຂວງ​ ແຂວງອຸດົມ​ໄຊ ແລະ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການ​ເລັ່ງລັດ​ການ​ຈັດຕັ້ງປະຕິບັດ ​ແລະ ເພີ່ມກິດຈະກໍາ​ທີ່​ສຸມ​ໃສ່​ຊາວ​ໜຸ່ມ.

ຮູບທີ 1: ພະນັກງານສາທາລະນະສຸກໃຫ້ຂໍ້ມູນກ່ຽວກັບການປ່ຽນແປງຂອງຮ່າງກາຍໃນກອງປະຊຸມທີ່ ເມືອງນາໝໍ້, ແຂວງອຸດົມໄຊຮູບຖ່າຍໂດຍວັນລີ ລໍກວງມິງ/UNFPA.

ການຈັດຕັ້ງປະຕິບັດແຜນງານການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວຫນຸ່ມ (AYFS)

ຄະນະຜູ້ແທນ ໄດ້ໄປຢ້ຽມຢາມຫ້ອງການ AYFS ທີ່ ​ໂຮງໝໍແຂວງອຸດົມໄຊ ເຊິ່ງເປັນບ່ອນທີ່ຜູ້ໃຫ້ບໍລິການດ້ານສຸຂະພາບທີ່ໄດ້ຮັບການຝຶກອົບຮົມຈາກUNFPA ສະໜອງຂໍ້ມູນທີ່ຈຳເປັນທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນການສຶກສາ ແລະ ການໃຫ້ຄໍາປຶກສາສໍາລັບໄວຫນຸ່ມໃນການປົກປ້ອງຕົນເອງຈາກພະຍາດຕິດຕໍ່ທາງເພດສໍາພັນ (ພຕພ), HIV ແລະ ການຖືພາແບບບໍ່ຕັ້ງໃຈຄຸນນະສົມບັດທີ່ສໍາຄັນຂອງການບໍລິການເຫຼົ່ານີ້ ແມ່ນການຝຶກທັກສະຊີວິດໃຫ້ໄວຫນຸ່ມໃນການຕັດສິນໃຈເມື່ອມີຂໍ້ມູນ ເພື່ອການໃຊ້ຊີວິດທີ່ດີຕໍ່ສຸຂະພາບ.

ຮູບທີ 2: ປອ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ (ຂວາໂອ້ລົມກັບພະນັກງານທີ່ໃຫ້ບໍລິການທີ່ເປັນມິດກັບໄວໜຸ່ມ ທີ່ ໂຮງໝໍແຂວງ ອຸດົມໄຊ . ຮູບຖ່າຍໂດຍວັນລີ ລໍກວງມິງ/UNFPA.

 

ທ່ານ ປອ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ການບໍລິການທີ່ເປັນມິດກັບໄວໜຸ່ມແມ່ນມີຄວາມສຳຄັນຫຼາຍສຳລັບເຍົາວະຊົນ ແລະ ໄວໜຸ່ມແລະ ການລົງທຶນໃສ່ວຽກງານດັ່ງກ່າວຕື່ມອີກແມ່ນມີຄວາມຈຳເປັນຫຼາຍເພື່ອເຮັດໃຫ້ໄວໜຸ່ມທຸກໆຄົນ ໃນທົ່ວປະເທດເຂົ້າເຖິງການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວຫນຸ່ມໄດ້ຢ່າງທົ່ວເຖິງ, ທ່ານຍັງ ໄດ້ເນັ້ນໜັກເຖິງ ຄວາມຈຳເປັນໃນການຂະຫຍາຍ ໂຄງການ AYFS ໃຫ້ກວມເອົາເຍົາວະຊົນ ແລະ ໄວໜຸ່ມຈາກທຸກຊົນເຜົ່າ.

ກະຊວງສາທາລະນະສຸກ ແລະ ອົງການ UNFPA ໄດ້ໃຫ້ການສະໜັບສະໜູນແກ່ ແຂວງອຸດົມໄຊ ໃນການເສີມຂະຫຍາຍການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວຫນຸ່ມ ຢູ່ເມືອງໄຊ ໃນໄລຍະ 2 ປີຜ່ານມາ ແລະ ນັບແຕ່ນັ້ນມາ ໄດ້ຂະຫຍາຍໄປເຖິງ ເມືອງນາໝໍ້ ໃນປີ 2020, ໂຄງການ AYFS ໄດ້ນຳໃຊ້ຊຸດບໍລິການທີ່ພັດທະນາໂດຍອົງການ UNFPA ແລະ ກະຊວງສາທາລະນະສຸກ ລວມທັງຝຶກອົບຮົມໃຫ້ແກ່ຜູ້ໃຫ້ບໍລິການດ້ານສາທາລະນະສຸກ ແລະ ການສະໜອງການບໍລິການແບບເຄື່ອນທີ່ໄປເຖິງໂຮງຮຽນໂຮງງານ ແລະ ຊຸມຊົນ ໂດຍມີຄູສອນເພື່ອນຊ່ວຍເພື່ອນເຜີຍແຜ່ຂໍ້ຄວາມກ່ຽວກັບ ສຸຂະພາບຈະເລີນພັນ, ສົມທົບດ້ວຍການເຜີຍແຜ່ຂໍ້ມູນຜ່ານແອັບມືຖື ນ້ອຍຢາກຮູ້ Noi Yakhoo. ອົງການ Good Neighbors ແລະ ອົງການຮ່ວມມືສາກົນຂອງ.ເກົາຫຼີ (KOICA) ໄດ້ປະກອບສ່ວນທາງດ້ານງົບປະມານໃນການລິເລີ່ມກິດຈະກໍາດັ່ງກ່າວ.

ແຂວງອຸດົມໄຊ ມີປະຊາກອນໄວໜຸ່ມຫຼາຍທີ່ສຸດໃນປະເທດອາຍຸແຕ່ 10-19 ປີ ມີ 74,900 ຄົນເປົ້າໝາຍຂອງແຜນງານການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວຫນຸ່ມ (AYFS) ແມ່ນເພື່ອລວມເອົາການບໍລິການທີ່ເປັນມິດກັບໄວໜຸ່ມ ແລະ ການບໍລິການດ້ານສາທາລະນະສຸກຈາກສະຖານທີ່ສາທາລະນະສຸກຂອງລັດເຂົ້າກັນ ເພື່ອຮັບປະກັນໃຫ້ໄວໜຸ່ມເລືອກເອົາການໃຊ້ຊີວິດທີ່ດີຕໍ່ສຸຂະພາບ ແລະ ຮັບປະກັນໃຫ້ເຂົາເຈົ້າໄດ້ຮັບການສຶກສາມີບົດບາດ ແລະ ມີວຽກເຮັດງານທໍາ ເພື່ອຈະໄດ້ກາຍເປັນກໍາລັງຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ​. ວຽກງານດັ່ງກ່າວນີ້ມີຄວາມກ່ຽວຂ້ອງສະເພາະກັບ ແຂວງອຸດົມໄຊ ເຊິ່ງເປັນແຂວງທີ່ມີອັດຕາການແຕ່ງງານໃນເດັກສູງກວ່າອັດຕາສະເລ່ຍລະດັບຊາດ (32.3 ເປີເຊັນແລະ ອັດຕາການຖືພາໃນເຍົາວະຊົນອາຍຸ 15-19 ປີ ສູງ (105/1000). ເພື່ອບັນລຸເປົ້າໝາຍແຫ່ງຊາດທີ່ກໍານົດໄວ້ສູງຫຼາຍ ແລະ ຕອບສະໜອງຄວາມຕ້ອງການຂອງເຍົາວະຊົນແລະ ໄວໜຸ່ມໃນປີ 2021 ແຜນງານການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວຫນຸ່ມ ໄດ້ຂະຫຍາຍອອກໄປອີກເຖິງ 3 ເມືອງ [ເມືອງຫຼາເມືອງງາແລະ ເມືອງແບ່ງ]. ຮອດປີ 2021, 82% ຂອງພະນັກງານສາທາລະນະສຸກຢູ່ໃນ ແຂວງອຸດົມໄຊ ໄດ້ຮັບການຝຶກອົບຮົມກ່ຽວກັບການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວຫນຸ່ມສາມາດໃຫ້ການບໍລິການທີ່ກວມເອົາເຍົາວະຊົນ ແລະ ໄວໜຸ່ມຫຼາຍກວ່າ 92,500 ຄົນ. ຫ້ອງໃຫ້ບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວຫນຸ່ມ ໄດ້ຖືກສ້າງຕັ້ງຂຶ້ນຢູ່ໂຮງໝໍແຂວງ ແລະ ໂຮງໝໍເມືອງ ນາໝໍ້  ທ່ານ ນາງ ມາຣຽມ ເອ.ຄານ ກ່າວ.

ຮູບທີ 3: ປອ ບຸນແຝງ ພູມມໄລສິດ , ລັດຖະມົນຕີກະຊວງສາທາລະນະສຸກ (ຊ້າຍ), ທ່ານ ປອ ຫົວພັນ ອິນທະມຸງຄຸນ, ຫົວໜ້າພະແນກສາທາລະນະສຸກ ແຂວງອຸດົມໄຊ (ກາງແລະ ທ່ານນາງ ມາຣຽມ ເອ.ຄານ (ຂວາປຶກສາຫາລືກ່ຽວກັບການຂະຫຍາຍ ໂຄງການ AYFS ພາຍຫຼັງທີ່ຢ້ຽມຢາມຫ້ອງການບໍລິການທີ່ເປັນມິດກັບຊາວໜຸ່ມຮູບຖ່າຍໂດຍ:  ວັນລີ ລໍກວງມິງ/UNFPA.

ກຸ່ມເດັກຍິງ ນາງ ນ້ອຍ (NNGG) ສ້າງຄວາມເຂັ້ມແຂງໃຫ້ໝູ່ເພື່ອນ ເລືອກການໃຊ້ຊີວິດທີ່ດີຕໍ່ສຸຂະພາບ

ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມການຈັດຕັ້ງປະຕິບັດກິດຈະກໍາລິເລີ່ມຂອງກຸ່ມເດັກຍິງ ນາງ ນ້ອຍ (NNGGs) ຢູ່ເມືອງນາໝໍ້ ໂດຍເຂົ້າຮ່ວມການຝຶກອົບຮົມກ່ຽວກັບໄວຈະເລີນພັນ ໂດຍຄູຝຶກ ນາງ ນ້ອຍ ໂດຍໄດ້ຮັບການສະໜັບສະໜູນທາງດ້ານວິຊາການຈາກຜູ້ສະໜອງການບໍລິການດ້ານສຸຂະພາບຈາກໂຮງໝໍເມືອງທ່ານ ປອ ບຸນແຝງ ພູມມະໄລສິດ ໄດ້ກ່າວຕໍ່ຜູ້ເຂົ້າຮ່ວມວ່າ: “ຂໍ້ມູນທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແມ່ນຈຳເປັນສຳລັບພວກທ່ານທີ່ເປັນເຍົາວະຊົນ ແລະ ໄວໜຸ່ມໃນການຮຽນຮູ້ກ່ຽວກັບການປ່ຽນແປງຂອງຮ່າງກາຍ ລວມທັງວິທີປ້ອງກັນຕົນເອງສະນັ້ນຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນດາທ່ານເຂົ້າຮ່ວມການຝຶກອົບຮົມເຫຼົ່ານີ້​​ກັບ​​ບັນດາສະຫາຍຂອງທ່ານຢ່າງຕັ້ງໜ້າ ​ແລະ ນຳເອົາບັນດາຄວາມຮູ້ ​ແລະ ບົດຮຽນດັ່ງກ່າວເຂົ້າສູ່ພາກປະຕິບັດສຸຂະພາບຈະເລີນພັນທາງເພດແມ່ນຄວາມຮູ້ພື້ນຖານທີ່ຈະຢູ່ກັບທ່ານຕັ້ງແຕ່ມື້ນີ້ ແລະ ໃນຕໍ່ໜ້າທ່ານຈະຮູ້ວິທີປ້ອງກັນຕົນເອງ ແລະວາງແຜນວ່າຈະມີລູກຈັກຄົນເມື່ອມີຄອບຄົວພ້ອມນັ້ນ, ທ່ານຍັງສາມາດແບ່ງປັນຄວາມຮູ້ນີ້ກັບໝູ່ເພື່ອນ ແລະ ສອນລູກຂອງທ່ານໄດ້ເມື່ອຮອດເວລາອັນຄວນ .

ຮູບທີ 4ເດັກຍິງໄວໜຸ່ມເຂົ້າຮ່ວມກອງປະຊຸມ NNGG ເມືອງນາໝໍ້ ຮູບຖ່າຍໂດຍວັນລີ ລໍກວງມິງ/UNFPA.

 

ໂຄງການ NNGGs ປະກອບມີເດັກຍິງໄວໜຸ່ມ 1.200 ຄົນ ອາຍຸ 10-14 ປີ ແລະ ຄູຝຶກ 126 ຄົນ (ເປັນເດັກຍິງ 15-24 ປີເຂົ້າຮ່ວມຈາກ 63 ບ້ານ ໃນເມືອງນາໝໍ້ຈາກນັ້ນ, ຄູຝຶກເຫຼົ່ານີ້ຈະຖ່າຍທອດຄວາມຮູ້ໃຫ້ແກ່ເດັກຍິງໄວໜຸ່ມໂດຍຜ່ານກອງປະຊຸມປະຈໍາອາທິດຢູ່ໃນບ້ານຂອງເຂົາເຈົ້າກິດຈະກໍາດັ່ງກ່າວແມ່ນປະກອບດ້ວຍ ຜູ້ໃຫ້ບໍລິການດ້ານສຸຂະພາບ 20 ຄົນຈາກໂຮງໝໍນ້ອຍ 9 ແຫ່ງ ແລະ ໂຮງໝໍເມືອງນາໝໍ້ ທີ່ໄດ້ຜ່ານການຝຶກອົບຮົມກ່ຽວກັບການບໍລິການທີ່ເປັນມິດກັບໄວໜຸ່ມມາແລ້ວ.

 

ໂຄງການກຸ່ມເດັກຍິງ ນາງນ້ອຍ ແມ່ນໜຶ່ງໃນອົງປະກອບຫຼັກຂອງ ວິທີການ “ນາງນ້ອຍ ທີ່ຫ້ອງການ UNFPA ປະຈໍາ ສປປ ລາວ ໄດ້ນຳສະເໜີເພື່ອເພີ່ມການລົງທຶນຊ່ວຍເຫຼືອໄວໜຸ່ມ ແລະ ຮັບປະກັນໃຫ້ເດັກຍິງໄວໜຸ່ມເປັນສ່ວນໜຶ່ງຂອງການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງກິດຈະກໍາຂອງກຸ່ມເດັກຍິງດັ່ງກ່າວ ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ເດັກຍິງໄວໜຸ່ມ ໂດຍການສ້າງພື້ນທີ່ທີ່ປອດໄພ ແລະ ສ້າງໂອກາດໃນການເພີ່ມທັກສະທາງດ້ານສັງຄົມສຸຂະພາບສະຕິປັນຍາແລະ ເສດຖະກິດໄປໂຮງຮຽນ ຫຼື ເຂົ້າໂຮງຮຽນຄືນ ແລະ ເຮັດໃຫ້ເຂົາເຈົ້າມີການຖືພາ ແລະ ການແຕ່ງງານຊ້າລົງເພື່ອເພີ່ມ ທ່າແຮງຂອງພວກເຂົາໃຫ້ໄດ້ຢ່າງເຕັມສ່ວນວິທີການສໍາລັບກຸ່ມເດັກຍິງນີ້ແມ່ນວິທີການທີ່ມີຄວາມຮອບດ້ານອີງໃສ່ຫຼັກຖານຜ່ານການທົດລອງທົ່ວໂລກ ແລະ ມີຕົວແບບທີ່ມີການຢັ້ງຢືນ” ນາງ ມາຣຽມ ເອຄານ ກ່າວ.

 

ພິທີມອບ-ຮັບອຸປະກອນການແພດໃຫ້ແກ່ ໂຮງໝໍຊຸມຊົນ ເມືອງນາໝໍ້

ນອກຈາກການລົງຢ້ຽມຢາມບັນດາກິດຈະກໍາການເຄື່ອນໄຫວທີ່ສຸມໃສ່ຊາວໜຸ່ມແລ້ວຍັງມີພິທີມອບຄອມພິວເຕີຈັກພິມເອກະສານຕຽງປະສູດ ແລະດອກໄຟສໍາລັບກວດຄົນເຈັບ ໃຫ້ແກ່ໂຮງໝໍຊຸມຊົນເມືອງນາໝໍ້ອຸປະກອນນີ້ແມ່ນສະໜອງໃຫ້ໂດຍ ອົງການ UNFPA ຮ່ວມມືກັບ KOICA. ຢູ່ໂຮງໝໍຊຸມຊົນທີ່ສ້າງຂຶ້ນໃໝ່ນີ້ກຳລັງສ້າງຫ້ອງໃໝ່ເພື່ອສະໜອງການບໍລິການທີ່ເປັນມິດກັບໄວໜຸ່ມໃຫ້ທັນພາຍໃນປີນີ້.

ຮູບທີ 5: ພິທີມອບ-ຮັບອຸປະກອນການແພດ ທີ່ ໂຮງໝໍຊຸມຊົນ ເມືອງນາໝໍ້ ຮູບຖ່າຍໂດຍວັນລີ ລໍກວງມິງ/UNFPA.

ຂໍ້ມູນ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ຢູ່ສະຖານີລົດໄຟ

ເພື່ອເຮັດໃຫ້ການໄປຢ້ຽມຢາມພາກສະໜາມຄັ້ງນີ້ສໍາເລັດສົມບູນ, ​ເນື່ອງຈາກເປັນການເດີນທາງດ້ວຍລົດໄຟ, UNFPA ​ແລະ ກະ ຊວງສາທາລະນະສຸກ ໄດ້ຖືໂອກາດນີ້ສຳຫຼວດ ໂອກາດໃນການສະໜອງຂໍ້ມູນຂ່າວສານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຢູ່ສະຖານີລົດໄຟລາວ-ຈີນຂໍ້ມູນດັ່ງກ່າວນີ້ ປະກອບມີການຖືພາທີ່ໂດຍທີ່ບໍ່ໄດ້ຕັ້ງໃຈການແຕ່ງງານໃນເດັກໂລກ HIV/AIDs, ພຕພການຄຸມກຳເນີດ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ ເຊິ່ງຈະຖືກສະໜອງໃຫ້ເປັນພາສາລາວພາສາອັງກິດ ແລະ ພາສາຈີນ ຂຶ້ນກັບການປຶກສາຫາລືຕື່ມອີກລະຫວ່າງສອງຝ່າຍ.

 

ຮູບທີ 6: ທ່ານ ປອ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ (ຊ້າຍແລະ ທ່ານ ນາງ ມາຣີອາມ ເອ.ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ (ຂວາທີ່ຫ້ອງVIP ສະຖານີລົດໄຟລາວ-ຈີນປຶກສາຫາລືກ່ຽວກັບໂຄງການສະໜອງຂໍ້ມູນກ່ຽວກັບສຸຂະພາບຈະເລີນພັນ ໃຫ້ແກ່ຜູ້ໂດຍສານຢູ່ສະຖານີຮູບຖ່າຍໂດຍວັນລີ ລໍກວງມິງ/UNFPA.

ສາຍດ່ວນເພື່ອຊ່ວຍເຫຼືອທີ່ມີໃນປັດຈຸບັນ

  • ສໍາລັບຂໍ້ມູນສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ1361 (ສຳລັບເພດຍິງ137 (ສຳລັບເພດຊາຍ)
  • ຄວາມຮຸນແຮງບົນພື້ນຖານທາງເພດການລ່ວງລະເມີດທາງເພດ ແລະ ການຂູດຮີດທາງເພດການຄ້າມະນຸດ1362
  • ສຸຂະພາບຈິດ ແລະ ການຊ່ວຍເຫຼືອສະພາບຈິດໃຈສັງຄົມ1554
  • ເພດສຶກສາ: ແອັບມືຖື Noi Yakhoo (ດາວໂຫຼດແອັບໂດຍການສະແກນລະຫັດ QR ຂ້າງລຸ່ມນີ້)

ສໍາລັບ ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ສິລິພອນ ແຊນລີ ສະກຸນຄູ,

ຜູ້ປະສານງານ ແຜນງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ssakulku@unfpa.org

 

ທ່ານ ນາງ ວັນລີ ລໍກວງມິງ

ຜູ້ຮັບຜິດຊອບດ້ານການສື່ສານ ແລະ ການຮ່ວມມື

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: lorkuangming@unfpa.org