Go Back Go Back
Go Back Go Back

ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ຈັດກອງປະຊຸມປະຈຳປີ ທົບທວນຜົນສຳເລັດວຽກງານປີ 2024 ແລະ ນຳສະເໜີແຜນວຽກບູລິມະສິດສຳລັບປີ 2025.

ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ຈັດກອງປະຊຸມປະຈຳປີ ທົບທວນຜົນສຳເລັດວຽກງານປີ 2024 ແລະ ນຳສະເໜີແຜນວຽກບູລິມະສິດສຳລັບປີ 2025.

ຂ່າວ

ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ຈັດກອງປະຊຸມປະຈຳປີ ທົບທວນຜົນສຳເລັດວຽກງານປີ 2024 ແລະ ນຳສະເໜີແຜນວຽກບູລິມະສິດສຳລັບປີ 2025.

calendar_today 29 January 2025

ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ຈັດກອງປະຊຸມປະຈຳປີ ທົບທວນຜົນສຳເລັດວຽກງານປີ 2024 ແລະ ນຳສະເໜີແຜນວຽກບູລິມະສິດສຳລັບປີ 2025.
ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ຈັດກອງປະຊຸມປະຈຳປີ ທົບທວນຜົນສຳເລັດວຽກງານປີ 2024 ແລະ ນຳສະເໜີແຜນວຽກບູລິມະສິດສຳລັບປີ 2025.

ວັນທີ 28 ມັງກອນ 2025, ນະຄອນຫຼວງວຽງຈັນ, ສປປ ລາວ – ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນໄດ້ຈັດກອງປະຊຸມປະຈຳປີ ເພື່ອທົບທວນວຽກງານ ແລະ ກຳນົດແຜນວຽກຕໍ່ໜ້າ. ກອງປະຊຸມດັ່ງກ່າວໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດແຜນງານຄັ້ງ
ທີ 7 ຂອງອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນໃນໄລຍະ 3 ປີທີ່ຜ່ານມາ.

ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ໃນນາມລັດຖະບານ ສປປ ລາວ, ໄດ້ກ່າວເປີດກອງປະຊຸມຄັ້ງນີ້. ທ່ານ ໄດ້ຊີ້ໃຫ້ເຫັນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານ ຂອງ ອົງການສະຫະປະຊາຊາດກອງ ທຶນສຳລັບປະຊາກອນ ໃນປີ 2024, ພ້ອມຍົກໃຫ້ເຫັນວຽກບູລິມະສິດ ແລະ ມາດຕະການຕ່າງໆທີ່ຈະຖືກຈັດຕັ້ງປະຕິບັດໃນປີ 2025. ວຽກງານດັ່ງກ່າວລ້ວນແຕ່ແມ່ນນອນຢູ່ໃນຂອບ ແຜນງານຄັ້ງທີ 7 ຂອງ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ (2022 ຫາ 2026).

ຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກະຊວງສຶກສາທິການ ແລະ ກິລາ, ພ້ອມທັງຄູ່ຮ່ວມພັດທະນາ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານ ແລະ ວາງແຜນປະຈໍາປີຄັ້ງນີ້ ແມ່ນເວທີສໍາຄັນສໍາລັບ ລັດຖະບານ, ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ, ພ້ອມທັງຄູ່ຮ່ວມງານ ແລະ ຜູ້ມີສ່ວນຮ່ວມ ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນງານ ຄັ້ງທີ 7 ຂອງອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ. ໃນກອງປະຊຸມຄັ້ງນີ້ ພວກເຮົາຈະຮ່ວມກັນ ທົບທວນຜົນສໍາເລັດທີ່ຜ່ານມາ, ຊອກໃຫ້ເຫັນບົດຮຽນ ແລະ ວິທີການແກ້ໄຂສິ່ງທ້າທາຍຕ່າງໆເພື່ອຮັບປະກັນການຈັດຕັ້ງປະຕິ ບັດວຽກບູລິມະສິດທີ່ກຳນົດໄວ້” ທ່ານ ນາງ ພອນວັນ ກ່າວ.

ARM

ທ່ານ ດຣ. ບັກຕິຢໍ ຄາດີໂຣຟ, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ໄດ້ກ່າວວ່າ: “ໃນໄລຍະປີທີ່ຜ່ານມາ, ແຜນງານຂອງອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ໄດ້ປະກອບສ່ວນ ເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ວຽກງານສຸຂະພາບຈະເລີນພັນແຫ່ງຊາດ ແລະ ການບໍລິການວາງແຜນ ຄອບຄົວ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ແລະ ຂະຫຍາຍໂອກາດໃຫ້ແກ່ຊາວໜຸ່ມ. ໃນນັ້ນລວມ ມີຫຼາຍວຽກງານ ລວມທັງການໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງບົນພື້ນຖານທາງເພດ, ການ ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ໂດຍຜ່ານການໃຫ້ຄວາມຮູ້ກ່ຽວກັບສິດທິ ຂອງເຂົາເຈົ້າ, ການປົກປ້ອງສຸຂະພາບແມ່ ແລະ ການຮັບປະກັນບໍ່ປະໃຜໄວ້ຂ້າງຫຼັງ ພາຍໃຕ້ຂໍ້ລິເລີ່ມທີ່ເກີດ ຂຶ້ນຄັ້ງດຽວໃນຮອບສິບປີ ເຊັ່ນ: ການສຳຫຼວດພົນລະເມືອງ, ລັດຖະບານ ແລະ ຄູ່ຮ່ວມພັດທະນາທີ່ເປັນ ຜູ້ສະໜັບສະໜູນ ແລະ ຊຸກຍູ້ໃຫ້ມີຄວາມກ້າວໜ້າ.”

ໃນກອງປະຊຸມ, ຜູ້ຕາງໜ້າຈາກກະຊວງຕ່າງໆໄດ້ນຳສະເໜີຜົນສຳເລັດຂອງການຈັດຕັ້ງຜະຕິບັດແຜນໃນປີ 2024, ແລະ ຍົກໃຫ້ເຫັນເຖິງສິ່ງທ້າທາຍ ແລະ ໂອກາດຕ່າງໆ. ພ້ອມກັນນັ້ນ, ຄະນະຜູ້ແທນໃນກອງປະຊຸມ ຍັງໄດ້ນຳສະເໜີວຽກບູລິມະສິດທີ່ຈະໄດ້ຈັດຕັ້ງປະຕິບັດໃນປີ 2025.

ຕະຫຼອດປີ 2024, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ແລະ ລັດຖະບານ ມີຂໍ້ລິເລີ່ມ ຈຳນວນຫຼວງຫຼາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ການບໍລິການສຸຂະພາບຈະເລີນພັນ ແລະ ການວາງແຜນຄອບຄົວ. ວຽກງານດັ່ງກ່າວມີບົດບາດສຳຄັນໃນການຊຸກຍູ້ຄວາມພະຍາຍາມຂອງ ສປປ ລາວ ເພື່ອບັນລຸ 3 ເປົ້າໝາຍຫຼັກຄື: ການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນສູນ,  ຄວາມຕ້ອງການນຳໃຊ້ການວາງ ແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງໃຫ້ເປັນສູນ ແລະ  ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ລວມທັງພຶດຕິກຳທີ່ເປັນອັນຕະລາຍເຊັ່ນ: ການແຕ່ງງານຂອງເດັກ ໃຫ້ເປັນສູນ.

ພາຍໃຕ້ການຮ່ວມມືລະຫວ່າງ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ແລະ ລັດຖະບານ, ຊາວໜຸ່ມຈຳນວນຫຼວງຫຼາຍໃນທົ່ວປະເທດ, ໂດຍສະເພາະໃນເຂດຊົນນະບົດ, ໄດ້ຮັບການສ້າງຄວາມເຂັ້ມ ແຂງຜ່ານການໃຫ້ຄວາມຮູ້ກ່ຽວກັບສິດທິຂອງເຂົາເຈົ້າ ແລະ ການພັດທະນາທັກສະຊີວິດທີ່ຈຳເປັນ. ສິ່ງເຫຼົ່ານີ້ ໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ຊາວໜຸ່ມນຳໃຊ້ທ່າແຮງບົ່ມຊ້ອນຂອງຕົນເອງ.

ARM

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ຍັງໄດ້ຊ່ວຍເຫຼືອດ້ານວິຊາການແກ່ລັດຖະບານ ສປປ ລາວ ເພື່ອປ້ອງກັນ ແລະ ແກ້ໄຂບັນຫາຄວາມຮຸນແຮງບົນພື້ນຖານທາງເພດ. ນອກຈາກນັ້ນ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ໂດຍໄດ້ຮັບການຮ່ວມມືຈາກພາກສ່ວນກ່ຽວຂ້ອງ, ໄດ້ໃຫ້ການຊ່ວຍ ເຫຼືອທີ່ສຳຄັນແກ່ຜູ້ລອດຊີວິດຈາກຄວາມຮຸນແຮງບົນພື້ນຖານທາງເພດ. ພາຍໃຕ້ແຜນງານການຊ່ວຍເຫລືອດ້ານ ມະນຸດສະທຳ, ແມ່ຍິງ ແລະ ເດັກຍິງຈຳນວນ 4,000 ຄົນ ໃນພື້ນທີ່ ໄດ້ຮັບການບໍລິການດ້ານສຸຂະພາບໃນເຂດທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ເຊິ່ງໃນນັ້ນ  ຊຸດເຄື່ອງໃຊ້ຈຳເປັນ ກວ່າ 1,700 ຊຸດ ໄດ້ຖືກແຈກຢາຍໃຫ້ແກ່ແມ່ຍິງ ແລະ ເດັກຍິງ.

ການທົດລອງສຳຫຼວດພົນລະເມືອງທົ່ວປະເທດໃນປີ 2024 ໄດ້ສະເໜີຂໍ້ແນະນຳທີ່ສຳຄັນຫຼາຍຢ່າງໃຫ້ ລັດຖະບານ  ເພື່ອສະໜັບສະໜູນການກະກຽມ ແລະ ກຳນົດມາດຕະການຕ່າງໆ ແນ່ໃສ່ໃຫ້ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ທີ່ຈະຈັດຂຶ້ນໃນປີ 2025 ນີ້ໃຫ້ມີຄຸນນະພາບສູງ. ການສຳຫຼວດພົນລະເມືອງຄັ້ງນີ້ ຄາດວ່າຈະສະໜອງຂໍ້ມູນທີ່ຫຼາກຫຼາຍ ເພື່ອປະກອບເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ແລະ ກຳນົດນະໂຍບາຍ ແລະ ແຜນງານຂອງພາກສ່ວນຕ່າງໆ ເພື່ອແນ່ໃສ່ຊ່ວຍເຫຼືອກຸ່ມຄົນທີ່ດ້ອຍໂອກາດ.

ARM

ຂ້າພະເຈົ້າຂໍເນັ້ນໃຫ້ເຫັນຄວາມສຳຄັນຂອງການຮ່ວມມື ແລະ ການປະສານງານ ເພື່ອບັນລຸຜົນໄດ້ຮັບ ທີ່ມີຄຸນນະພາບສູງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ; ການສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ; ການແກ້ໄຂບັນຫາຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການແຕ່ງງານໃນໄວເດັກ; ພ້ອມທັງຮັບປະກັນການກຳນົດນະໂຍບາຍໂດຍອີງໃສ່ຂໍ້ມູນຫຼັກຖານເປັນສຳຄັນ. ຂ້າພະເຈົ້າຂໍສະແດງ ຄວາມຂອບໃຈຢ່າງຈິງໃຈມາຍັງທຸກພາກສ່ວນລັດຖະບານ ແລະ ຄູ່ຮ່ວມງານ, ໂດຍສະເພາະກະຊວງແຜນການ ແລະ ການລົງທຶນ, ທີ່ໃຫ້ການຮ່ວມມື ແລະ ປະສານງານທີ່ດີເລີດ ເຊິ່ງມັນໄດ້ປະກອບສ່ວນສຳຄັນ ໃນການບັນລຸ ຄວາມຄືບໜ້າທີ່ເປັນຮູບປະທຳ ແລະ ເປັນກຸນແຈສຳຄັນ ໃນການພັດທະນາຈາກລະດັບ ນະໂຍບາຍ ເຖິງລະດັບຊຸມຊົນ ໃນໄລຍະປີທີ 3 ຂອງການດຳເນີນແຜນງານຄັ້ງທີ 7 ຂອງອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ,” ທ່ານ ດຣ. ບັກຕີຢໍ ກ່າວ.