You are here

ນະຄອນຫຼວງວຽງຈັນ, ວັນທີ 29 ທັນວາ 2020. ກະຊວງແຜນການແລະການລົງທຶນ ແລະ ອົງການສະຫະປະຊາຂາດກອງທຶນສຳລັບປະຊາກອນສະຫະປະຊາຊາດ (UNFPA) ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ຂອງ ສປປ ລາວ ແລະ ກຳນົດບຸລິມະສິດທີ່ຈະຮັບມືກັບສິ່ງທ້າທາຍທີ່ຍັງຄົງຄ້າງໃຫ້ສອດຄ່ອງກັບ ຄຳ​ໝາຍ​ໝັ້ນ​ຕໍ່​ກັບກອງ​ປະ​ຊຸມ​ສາ​ກົນ ວ່າ​ດ້ວຍ ປະ​ຊາ​ກອນ ແລະ ການ​ພັດ​ທະ​ນາ (ICPD 25) ທີ່ນະຄອນ ໄນໂຣບີ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 9.

ຄູ່ຮ່ວມງານຜູ້ຈັດຕັ້ງປະຕິບັດແຜນງານ ແລະ ຄູ່ຮ່ວມງານລະດັບຊາດທີ່ກ່ຽວຂ້ອງ ລວມທັງກະຊວງສາທາລະນະສຸກ, ກະຊວງສຶກສາທິການແລະກິລາ, ກະຊວງແຜນການແລະການລົງທຶນ, ສູນສະຖິຕິແຫ່ງຊາດ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມທີ່ສຳຄັນໃນຄັ້ງນີ້. ພາຍໃນກອງປະຊຸມ ໄດ້ມີການນຳສະເໜີຜົນສຳເລັດ ແລະ ສິ່ງທ້າທາຍທີ່ໃນການຈັດຕັ້ງປະຕິບັດແຜນງານ ໂດຍສະເພາະທ່າມກາງການລະບາດຂອງພະຍາດ ໂຄວິດ-19 ທີ່ສ້າງຄວາມຫຍຸ້ງຍາກໃນທົ່ວໂລກ.

 

ປີ 2021 ຈະເປັນປີແຫ່ງການຫັນປ່ຽນ ຍ້ອນວ່າມັນແມ່ນປີສຸດທ້າຍຂອງແຜນງານແຫ່ງຊາດຄັ້ງທີ 6 (2017-2021) ຂອງອົງການ UNFPA ປະຈຳ ສປປ ລາວ ແລະ ເປັນປີກະກຽມການວາງແຜນງານແຫ່ງຊາດຄັ້ງທີ 7 ໃນປີຕໍ່ໜ້າ (2022-2026). ລັດຖະບານ ສປປ ລາວ ຈະສືບຕໍ່ເລັ່ງລັດການດຳເນີນວຽກງານທີ່ຍັງຄົງຄ້າງທີ່ໄດ້ໃຫ້ຄຳໝາຍໝັ້ນຕໍ່ກອງ​ປະ​ຊຸມ​ສາ​ກົນ ວ່າ​ດ້ວຍ ປະ​ຊາ​ກອນ ແລະ ການ​ພັດ​ທະ​ນາ (ICPD 25) ທີ່ນະຄອນ ໄນໂຣບີ; ເນັ້ນຢ້ຳເຖິງຄຳໝັ້ນ ສັນຍາ ທີ່ບົ່ງຊີ້ພັນທະກິດເພື່ອຕອບສະໜອງຕໍ່ການເສີມສ້າງສະຫວັດດີການຂອງປະຊາຊົນລາວ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 9.

ບັນດາການເຄື່ອນໄຫວໃນປີ 2020 ໄດ້ສຸມໃສ່ໃຫ້ບັນລຸ 3 ເປົ້າໝາຍແຫ່ງການຫັນປ່ຽນພາຍໃນປີ 2030 ກໍຄື:ລຶບລ້າງອັດຕາການຕາຍຂອງແມ່, ລຶບລ້າງອັດຕາຄວາມຕ້ອງການ ການວາງແຜນຄອບຄົວແຕ່ຍັງບໍ່ໄດ້ເຂົ້າເຖິງ, ແລະ ການໃຊ້ຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍອື່ນໆ ເຊັ່ນ: ການແຕ່ງງານກ່ອນໄວອັນຄວນ; ຮັບປະກັນໃຫ້ໄວໜຸ່ມ ແລະ ເຍົາວະຊົນ ໄດ້ເຂົ້າເຖິງເພດສຶກສາທີ່ເໝາະສົມຕາມໄວອາຍຸຜ່ານຫຼັກສູດການສຶກສາໃນທົ່ວປະເທດແລະການບໍລິການທີ່ເປັນມິດກັບໄວໜຸ່ມ; ປະຕິບັດນະໂຍບາຍແລະກົດໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ; ສ້າງເສັ້ນທາງສົ່ງຕໍ່ແລະເຮັດເຄື່ອງມືທີ່ມີຄຸນຄ່າໃນເຫດສຸກເສີນດ້ານມະນຸດສະທຳ, ເພີ່ມການລົງທຶນສຳລັບໄວໜຸ່ມ, ໂດຍສະເພາະແມ່ນໄວໜຸ່ມຍິງ ໂດຍຜ່ານ “ແຜນງານນາງນ້ອຍແລະ “ລະບົບນິເວດນາງນ້ອຍ”.

ອົງການ UNFPA ແລະ ລັດຖະບານລາວ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ເຫັນໄດ້ວ່າໃນປີຜ່ານມາມີຄວາມກ້າວໜ້າທາງດ້ານນະໂຍບາຍແລະແຜນງານ, ລວມທັງການກຽມພ້ອມຕໍ່ການຮັບມືຕໍ່ ພະຍາດໂຄວິດ-19 ທາງດ້ານຈິດຕະສັງຄົມ, ຂະຫຍາຍວຽກງານການວາງແຜນຄອບຄົວແຫ່ງຊາດ ທີ່ໄດ້ຮັບການສະໜອງທຶນຮອນຈາກລັດຖະບານສົມທົບກັບ ການສະໜັບສະໜູນຂອງ ອົງການ UNFPA ໃນການສ້າງຂີດຄວາມສາມາດດ້ານສາທາລະນະສຸກ, ການດັດແກ້ຍຸດທະສາດດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນລະດັບຊາດ, ການເຊື່ອມສານເພດສຶກສາແບບຄົບຖ້ວນເຂົ້າໃນລະບົບການສຶກສາຊັ້ນມັດທະຍົມສຶກສາແລະວິຊາຊີບ. ນະໂຍບາຍປະຊາກອນແລະການພັດທະນາແຫ່ງຊາດ (2019 - 2030) ແລະ ຍຸດທະສາດຂອງໄວໜຸ່ມ ແລະ ເຍົາວະຊົນແຫ່ງຊາດໄດ້ຮັບການຮັບຮອງຈາກນາຍົກລັດຖະມົນຕີ ແລະ ການນຳໃຊ້ຂໍ້ມູນໄດ້ເພີ່ມຂື້ນເພື່ອຜັນຂະຫຍາຍນະໂຍບາຍ ແລະ ແຜນການໃນຕໍ່ໜ້າ.

 

ທ່ານ ນາງ ສີສົມບູນ ອຸນນະວົງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ໄດ້ສະແດງສະແດງຄວາມຊົມເຊີຍ ຕໍ່ການສະໜັບສະໜູນທີ່ສຳຄັນທີ່ທາງUNFPA ໃຫ້ການສະນັບສະໜູນ ການສຶກສາລາວ 2030, ເຊິ່ງໄດ້ສະໜອງຂໍ້ມູນຫຼັກຖານ ເພື່ອເຊື່ອມໂຍງບັນຫາປະຊາກອນເຂົ້າໃນ NSEDP ຄັ້ງທີ 9, ພ້ອມທັງການກຳນົດບັນດາໂອກາດຂອງການໄດ້ຜົນປະໂຫຍດຈາກປະຊາກອນ, ແລະ ລວມທັງການລົງທຶນໃສ່ຕົ້ນທຶນມະນຸດ. ທ່ານ ນາງ ສີສົມບູນ ກ່າວວ່າ “ ປີນີ້ມີຈຸດພິເສດໃນການກະກຽມແຜນພັດທະນາ 5 ປີຕໍ່ ໜ້າ, NSEDP ຄັ້ງທີ 9, ແລະ ໃນນີ້, ສິ່ງສຳຄັນທີ່ຈະຕ້ອງໄດ້ຍົກໃຫ້ເຫັນບຸລິມະສິດທີ່ຖຶເອົາປະຊາກອນເປັນຈຸດໃຈກາງຂອງການວາງແຜນໃນຊຸມປີຕໍ່ໜ້າ. ບັນຫາປະຊາກອນແມ່ນສິ່ງທີ່ສຳຄັນສຳລັບລັດຖະບານແຫ່ງ ສປປ ລາວ, ແລະຄວາມຕ້ອງການສຸມໃສ່ການຂ້າມຜ່ານດ້ານປະຊາກອນ, ການປ່ຽນແປງດ້ານປະຊາກອນ ແລະ ການຄາດຄະເນປະຊາກອນ ແລະ ຜົນສະທ້ອນຂອງປະຊາກອນຕໍ່ການບັນລຸເປົ້າໝາຍການພັດທະນາ, ລວມທັງດ້ານທັງການສຶກສາ, ສາທາລະນະສຸກ, ການຈ້າງງານ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ການຫຼຸດຜ່ອນຄວາມທຸກຍາກແມ່ນມີຄວາມສຳຄັນຫລາຍ.

 

ທ່ານ ນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກະຊວງແຜນການ ແລະ ການລົງທຶນ ແລະ ຄູ່ຮ່ວມງານອື່ນໆ ສຳລັບການຮ່ວມມືທີ່ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຕະຫຼອດມາ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນ ເພື່ອບັນລຸເປົ້າໝາຍຂອງ ICPD ໃນ ສປປ ລາວ. ທ່ານໄດ້ກ່າວວ່າ: “ຄວາມພະຍາຍາມຮ່ວມກັນຂອງພວກເຮົາໃນການເລັ່ງລັດ ຄຳໝາຍໝັ້ນ ICPD ສຳລັບ ສປປ ລາວ ທີ່ຍັງຄົງຄ້າງ ໄດ້ກະຕຸກຊຸກຍູ້ໃຫ້ບັນດາຄູ່ຮ່ວມງານ ໄດ້ປົກປ້ອງສິດຂອງແມ່ຍິງ ແລະ ໄວໜຸ່ມລາວ ຍິ່ງຂຶ້ນ. ປາກົດການດັ່ງກ່າວນີ້ ເປັນຂີດໝາຍໃນການຮັກສາມາດຕະຖານການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ແລະ ເປັນປົກກະຕິ. ຜ່ານມາ ມີສອງປາກົດການທີ່ພົ້ນເດັ່ນທີ່ສຸດກໍຄື ບັນດາຮອງເຈົ້າແຂວງໄດ້ຮ່ວມກັນສຸມໃສ່ລົງທຶນງົບປະມານໃສ່ວຽກງານທີ່ກ່ຽວຂ້ອງກັບ ແຜນງານນາງນ້ອຍ ແລະ ການມີສ່ວນຮ່ວມຂອງໄວໜຸ່ມຕໍ່ກັບການປູກຈິດສຳນຶກກ່ຽວກັບ ໂຄງການ ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ ແລະ ອະນາຄົດຂອງຂ້ອຍ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ໃນປີ 2021 ເພື່ອເສີມສ້າງໂອກາດ ໃຫ້ແກ່ແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃຫ້ມີສິດ, ທາງເລືອກ ແລະ ກຽດສັກສີຂອງພວກເຂົາ”.

 

ໃນແຜນງານແຫ່ງຊາດຊຸດປະຈຸບັນນີ້, ອົງການ UNFPA ແລະ ລັດຖະບານລາວ ໄດ້ຮ່ວມເປັນເຂົ້າການໃນການຈັດຕັ້ງປະຕິບັດ ແລະ ຂະຫຍາຍການຮ່ວມມືກັບບັນດາຄູ່ຮ່ວມມືຈາກຂະແໜງການສາກົນ ແລະ ພາກເອກະຊົນ ເຫັນໄດ້ວ່າທຶນສະໜັບສະໜູນເພີ່ມຂຶ້ນສູງເຖິງ 2,2 ລ້ານໂດລາສະຫະລັດ ໃນປີ 2020. ເຊິ່ງຄູ່ຮ່ວມພັດທະນາດັ່ງກ່າວນີ້ໄດ້ແກ່: ອົງການ KOICA, Good Neighbors, Care International, Plan International, KOFIH, ບໍລິສັດ Burapha Agroforestry, ທຶນຊ່ວຍເຫຼືອຈາກລັດຖະບານລາຊະອານະຈັກ, ອົດສະຕາລີ, ລຸກຊຳບວກ ທີ່ໄດ້ຊ່ວຍເຫຼືອທາງດ້ານທຶນຮອນ, ຍົກລະດັບ, ຂະຫຍາຍ, ປະດິດສ້າງ ແລະ ສະໜັບສະໜູນວຽກງານທີ່ເປັນບູລິມະສິດຕໍ່ກັບຄຸນນະພາບຊີວິດຂອງປະຊາກອນ ໂດຍສະເພາະແມ່ນກຸ່ມທີ່ມີຄວາມສ່ຽງຕ່າງໆ.

 

ບັນດາກະຊວງ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ ເຫັນດີຕໍ່ກັບແຜນງານທີ່ເປັນບຸລິມະສິດສຳລັບປີໜ້າ. ຂອບຂອງແຜນງານນາງນ້ອຍ 2030 ຈະສືບຕໍ່ສ້າງເວທີເພື່ອຂະຫຍາຍຄວາມພະຍາຍາມຮ່ວມກັນເພື່ອສົ່ງເສີມການລົງທຶນ ໃສ່ໄວໜຸ່ມຍິງ. ຄວາມສະເໝີພາບລະຫວ່າງຍິງ-ຊາຍ ຈະເປັນປັດໃຈໃນການແກ້ໄຂບັນດາສາເຫດທີ່ກໍ່ໃຫ້ເກີດມີຄວາມຮຸນແຮງທາງເພດ, ການແຕ່ງງານກ່ອນໄວອັນຄວນ ແລະ ການຖືພາທີ່ບໍ່ຕ້ອງການ. ອົງການ UNFPA ແລະ ຄູ່ຮ່ວມງານຈະສືບຕໍ່ມີສ່ວນຮ່ວມກັບໄວໜຸ່ມ ເພື່ອດຳເນີນການກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ບັນຫາການພັດທະນາທີ່ກວມລວມອື່ນໆ.

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

 

ທ່ານ ພອນໄຊ ສິດທິຣາຊວົງສາ

ຜູ້ຮັບຜິດຊອບຕິດຕາມ ແລະ ປະເມີນຜົນ ແຜນງານພັດທະນາປະຊາກອນອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ

ອີເມລ: sithirajvongsa@unfpa.org