ລັດຖະບານ ແຫ່ງ ສປປ ລາວ ມື້ນີ້ ໄດ້ຈັດພິທີເປີດບັ້ນຂະບວນການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V, ເຊິ່ງເປັນບາດກ້າວສຳຄັນໃນການສ້າງອະນາຄົດທີ່ສົດໃສຂອງ ສປປ ລາວ.
ທີ່ສູນປະຊຸມແຫ່ງຊາດ, ທ່ານ ສາດສະດາຈານ, ດຣ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ພ້ອມ ດ້ວຍບັນດາການນຳຂັ້ນສູງ ແລະ ຜູ້ຕາງໜ້າອົງການສະຫະປະຊາດກອງທຶນສຳລັບປະຊາກອນ, ໄດ້ຮ່ວມກັນ ຕັດແຖບຜ້າເປີດປ້າຍສັນຍາລັກການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V, ເຊິ່ງເປັນຂີດໝາຍຂອງເປີດຂະບວນການຈັດຕັ້ງປະຕິບັດວຽກງານນີ້ຢ່າງເປັນທາງການ.
ການເປີດຂະບວນການຄັ້ງນີ້ມີຈຸດປະສົງເພື່ອເນັ້ນໜັກເຖິງຄວາມຮີບດ່ວນໃນການເລັ່ງລັດການກະກຽມສຳ
ຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ, ຮັບປະກັນໃຫ້ສຳເລັດທຸກຂະບວນການ ແລະ ກິດຈະກຳທີ່ວາງແຜນ ໄວ້ທັງໝົດໃຫ້ທັນເວລາ ກ່ອນການລົງ ພາກສະໜາມ ແລະ ການນັບຈຳນວນປະຊາກອນໃນເດືອນ ຕຸລາ.
ເຂົ້າຮ່ວມພິທີດັ່ງກ່າວມີຕາງໜ້າຈາກກະຊວງຕ່າງໆ, ອົງການສະຫະປະຊາດກອງທຶນສຳລັບປະຊາກອນ, ຄູ່ຮ່ວມ ພັດທະນາ, ນັກວິຊາການ, ພາກລັດ ແລະ ເອກະຊົນເຂົ້າຮ່ວມ, ໃນຂະນະທີ່ເຈົ້າແຂວງ ແລະ ເຈົ້າເມືອງ, ພ້ອມດ້ວຍເຈົ້າໜ້າທີ່ຫຼາຍຮ້ອຍຄົນຈາກທົ່ວປະເທດ ໄດ້ເຂົ້າຮ່ວມພິທີຜ່ານລະບົບກອງປະຊຸມທາງໄກ.
ທ່ານ ສາດສະດາຈານ ດຣ. ກິແກ້ວ, ເຊິ່ງເປັນປະທານຄະນະກຳມະການຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5, ໄດ້ກ່າວປາໄສໃນພິທີຄັ້ງນີ້ ແລະ ຊີ້ໃຫ້ເຫັນຄວາມສຳຄັນຂອງການ ສຳຫຼວດພົນລະເມືອງຄັ້ງທີ V ປີ 2025, ໂດຍກ່າວວ່າ “ການນັບຈຳນວນປະຊາກອນ ມີບົດບາດສຳຄັນ ໃນການພັດທະນາປະເທດຊາດ ໂດຍການສະໜອງຂໍ້ມູນທີ່ຈຳເປັນ ເພື່ອປະເມີນຄວາມຄືບໜ້າໃນການບັນລຸ ເປົ້າໝາຍການພັດທະນາແຫ່ງຊາດ.” ທ່ານກ່າວຕື່ມວ່າ “ການສຳຫຼວດຄັ້ງນີ້ຈະສະໜອງຂໍ້ມູນທີ່ມີ ຄຸນຄ່າກ່ຽວກັບ ແນວໂນ້ມປະຊາກອນ, ປະຊາກອນເຄື່ອນຍ້າຍ, ການເຂົ້າເຖິງການສຶກສາ, ອັດຕາການມີວຽກເຮັດງານທຳ, ສະພາບທີ່ຢູ່ອາໄສ, ແລະ ອື່ນໆ, ໂດຍຂໍ້ມູນເຫຼົ່ານີ້ຈະເປັນຂໍ້ມູນທີ່ສຳຄັນໃນ ການແກ້ໄຂ ຄວາມ ບໍ່ດຸ່ນດ່ຽງຂອງຕະຫຼາດແຮງງານ, ສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ, ແລະ ການຄຸ້ມຄອງ ຕົວເມືອງ, ເຊິ່ງຈະຊ່ວຍໃຫ້ການວາງແຜນພື້ນຖານໂຄງລ່າງ ແລະ ການບໍລິການຂອງລັດມີປະສິດທິພາບ.”
ທ່ານ ດຣ. ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ກ່າວວ່າ: ການສຳຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ໃນປີ 2025 ຈະສ້າງຂໍ້ມູນທີ່ ຖືກຕ້ອງ ແລະ ຄົບຖ້ວນ ເພື່ອຕິດຕາມຄວາມຄືບໜ້າ ຕາມແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ພ້ອມທັງເປັນຂໍ້ມູນອ້າງອີງໃນການກະກຽມ ແລະ ສ້າງກອບການຕິດຕາມແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
ທ່ານ ພູວົງ ວົງຄຳຊາວ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ໄດ້ກ່າວວ່າ: ການສ້າງນະຄອນຫຼວງວຽງຈັນໃຫ້ ກາຍ ເປັນເມືອງເອກ ຂອງ ສປປ ລາວ ຕາມທິດຊີ້ນຳລັດຖະບານ, ອຳນາດການປົກຄອງ ນະຄອນຫຼວງໄດ້ເຫັນຄວາມສໍາຄັນຂອງວຽກງານ ສະຖິຕິ ແລະ ຂໍ້ມູນເຊິ່ງເປັນບ່ອນອີງສຳລັບວາງ ແຜນພັດທະນາຕົວເມືອງເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນຊາວນະຄອນຫລວງວຽງຈັນດີຂຶ້ນ
ເທື່ອລະກ້າວ.
ຕາງໜ້າໃຫ້ຄູ່ຮ່ວມພັດທະນາ ແລະ ໃນຖານະຄູ່ຮ່ວມງານຫຼັກທີ່ຊ່ວຍເຫຼືອ ສປປ ລາວ ຈັດຕັ້ງປະຕິບັດການ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025, ທ່ານ ດຣ. ດຣ. ບັກຕີຢໍ ກາດີໂຣບ, ຜູ້ຕ່າງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ, ໄດ້ກ່າວວ່າ: ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ຍຶດໝັ້ນໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການກະກຽມ ແລະ ຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ, ພ້ອມທັງຮັບປະກັນໃຫ້ວຽກງານ ນີ້ດຳເນີນໄປດ້ວຍຄຸນນະພາບ ແລະ ໄດ້ມາດຕະຖານສາກົນ. ການສະໜອງຂໍ້ມູນທີ່ມີຄຸນນະພາບ ສູງເຊິ່ງຈະເປັນພື້ນຖານສຳລັບການວາງແຜນພັດທະນາ ສປປ ລາວ ໃນອະນາຄົດ.
ພວກເຮົາເຊື່ອວ່າຂໍ້ມູນເປັນຫຼາຍກວ່າແຕ່ຕົວເລກ, ເບື້ອງຫຼັງທຸກໆຕົວເລກ ແມ່ນບຸກຄົນ, ເລື່ອງລາວ, ແລະ ຄວາມຝັນ. ຂ້າພະເຈົ້າຂໍເນັ້ນໜັກອີກເທື່ອວ່າ: ພວກເຮົາບໍ່ພຽງແຕ່ນັບຈໍານວນຄົນເທົ່ານັ້ນ; ພວກເຮົາ ພວມສຸມໃສ່ປັບປຸງຊີວິດຂອງເຂົາເຈົ້າ ແລະ ມີເປົ້າໝາຍທີ່ຈະສ້າງອະນາຄົດທີ່ດີກວ່າສຳລັບພວກເຮົາທຸກຄົນ.”
ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຈາກ ລັດຖະບານ ແລະ ການສະໜັບສະໜູນດ້ານວິຊາການຈາກ ອົງການ ສະຫະປະຊາຊາດກອງທຶນສຳລັບປະຊາກອນ ແລະ ຄູ່ຮ່ວມພັດທະນາ, ສູນສະຖິຕິແຫ່ງຊາດ ໄດ້ກະກຽມ ສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ຕັ້ງແຕ່ປີ 2021. ໃນໄລຍະສາມປີຜ່ານມາ, ມີຄວາມຄືບໜ້າທີ່ສຳຄັນໃນການກະກຽມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ແບບດິຈິຕອລຄັ້ງທຳອິດຂອງປະເທດ, ລວມທັງການພັດທະນາເຄື່ອງມື, ອຸປະກອນ ແລະ ແບບສອບ ຖາມການສຳຫຼວດ, ພ້ອມທັງສຳເລັດການທົດລອງການສຳຫຼວດໃນປີ 2024.
ໃນໄລຍະຕໍ່ໜ້ານີ້, ລັດຖະບານຈະສຸມໃສ່ການປະຕິບັດງານພາກສະໜາມວຽກງານ GIS ເພື່ອພັດທະນາ ຂໍ້ມູນແຜນທີ່ ເຂດສຳຫຼວດໂດຍນຳໃຊ້ແຜນທີ່ GIS. ນອກຈາກນັ້ນ, ຍັງຈະສຸມໃສ່ການຝຶກອົບຮົມ ພະນັກງານພາກສະໜາມ GIS, ການເກັບກຳຂໍ້ມູນພາກສະໜາມໃນຕົວເມືອງໃຫຍ່ ເພື່ອລະບຸອາຄານ ແລະ ທີ່ຢູ່ອາໄສທັງໝົດ, ແລະ ການກຳນົດຂອບເຂດສຳລັບເຂດການສຳຫູວດ. ຄວາມພະຍາຍາມ ເຫຼົ່ານີ້ຈະບໍ່ພຽງແຕ່ເປັນການວາງຮາກຖານຂອງວຽກງານນີ້ເທົ່ານນັ້ນ, ແຕ່ຍັງຈະຮັບປະກັນຄຸນ ນະພາບຂອງການລົງເກັບກຳຂໍ້ມູນຕົວຈິງ ເຊິ່ງມີກຳນົດຈະຈັດຂຶ້ນ ໃນເດືອນຕຸລາ 2025.
ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025 ຖືເປັນບາດກ້າວສຳຄັນຂອງ ສປປ ລາວ. ນີ້ເປັນຄັ້ງທຳອິດທີ່ ສປປ ລາວ ຈະດຳເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດແບບດິຈິຕອລ, ໂດຍນຳໃຊ້ແທັບເລັດ, ວິທີການສຳພາດສ່ວນບຸກຄົນ ດ້ວຍຄອມພິວເຕີທີ່ນຳໃຊ້ ໂປຣແກຣມ (CAPI), ຮູບພາບດາວທຽມທີ່ຊັດເຈນ, ແລະ ເຕັກໂນໂລຊີການສ້າງແຜນທີ່ GIS ເພື່ອເປັນບ່ອນອິງໃນການເກັບກຳຂໍ້ມູນຮັບປະກັນການເກັບກຳຂໍ້ມູນຄົບຖ້ວນ, ຖືກຕ້ອງ ແລະ ຊັດເຈນ.
ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດເປັນແຫຼ່ງຂໍ້ມູນພື້ນຖານທີ່ຈະຊີ້ໃຫ້ເຫັນການປ່ຽນແປງ ຂອງປະຊາກອນ, ລວມທັງການເກີດ, ການເສຍຊີວິດ, ການຍົກຍ້າຍຖິ່ນຖານ, ການມີສ່ວນຮ່ວມໃນກຳລັງແຮງງານ, ການຄາດຄະເນປະຊາກອນ, ແລະ ຂໍ້ມູນປະຊາກອນອື່ນໆ. ນອກຈາກນີ້, ມັນຍັງເປັນຖານຂໍ້ມູນ GIS ແຫ່ງຊາດສຳລັບການຈັດສັນທີ່ດິນ ແລະ ການຄຸ້ມຄອງປ່າໄມ້ແບບຍືນຍົງ. ທີ່ສຳຄັນ, ມັນຍັງໃຫ້ຂໍ້ມູນ ສຳລັບການວາງແຜນ ແລະ ການສະໜອງບໍລິການຂອງລັດ.
ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຈະຊີ້ໃຫ້ເຫັນພາບລວມທີ່ສົມບູນແບບຂອງກຸ່ມປະຊາ ກອນທີອ່ອນແອ ແລະ ກຸ່ມທີ່ມີຄວາມສ່ຽງ, ລວມທັງກຸ່ມຄົນທີ່ມີຄວາມຫຍຸ້ງຍາກດ້ານການເຮັດວຽກ ຫຼື ຜູ້ພິການ, ແຮງງານເຄື່ອນຍ້າຍ, ບຸກຄົນທີ່ບໍ່ມີສັນຊາດ ແລະ ຄວາມແຕກຕ່າງ ລະຫວ່າງຍິງ-ຊາຍ. ຂໍ້ມູນທີ່ສໍາຄັນນີ້ ຈະຊ່ວຍໃຫ້ລັດຖະບານສາມາດອອກນະໂຍບາຍທີ່ມີຫຼັກຖານຊັດເຈນເຊິ່ງສອດຄ່ອງກັບສະພາບຄວາມ ເປັນຈິງໃນປະຈຸບັນ ແລະ ຄວາມຕ້ອງການທີ່ປ່ຽນແປງຂອງປະຊາກອນລຸ້ນປັດຈຸບັນ ແລະ ໃນອະນາຄົດ. ນອກຈາກນີ້, ຂໍ້ມູນຈາກການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຍັງຈະຊ່ວຍຕິດຕາມຄວາມຄືບໜ້າຂອງ ການພັດທະນາຂອງ ສປປ ລາວ, ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ, ເປົ້າໝາຍການ ພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ.