You are here

 

ວັນທີ 16 ພະຈິກ 2021, ນະຄອນຫຼວງວຽງຈັນ - ອົງການສະຫະປະຊາຊາດກອງທຶນປະຊາກອນ (UNFPA) ຮ່ວມກັບມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຝຶກອົບຮົມເປັນເວລາ 2 ວັນ ໃຫ້ແກ່ອາສາສະໝັກໄວໜຸ່ມ ຈໍານວນ 20 ຄົນ ພາຍໃຕ້ແຄມເປນ “Me, My Body, My Planet, My Future.” ຈຸດປະສົງຂອງການຝຶກອົບຮົມນີ້ ແມ່ນແນໃສ່ເພື່ອສ້າງຂີດຄວາມສາມາດ ແລະ ເພີ່ມຄວາມເຂົ້າໃຈກ່ຽວກັບກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ, ກອບແຜນງານນາງນ້ອຍ 2030, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເປົ້າໝາຍການພັດທະນາແບບຍືນຍົງ, ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ຫົວຂໍ້ອື່ນໆທີ່ກ່ຽວຂ້ອງເຊັ່ນ ທັກສະການສື່ສານ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມກິດຈະກຳການພັດທະນາໄວໜຸ່ມ.

 

ທ່ານ ນາງ ກົງສີ ຈຸນລະມະນີ, ຮອງຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການໃຫ້ການຊ່ວຍເຫຼືອດ້ານສຸຂະພາບຈິດ ແລະ ສະພາບຈິດໃຈສັງຄົມຂອງຊາວໜຸ່ມ. "ພວກເຮົາກໍາລັງພະຍາຍາມເຊື່ອມສານ ການຊ່ວຍເຫຼືອດ້ານ ສຸຂະພາບຈິດ ແລະ ສະພາບຈິດໃຈສັງຄົມ ເຂົ້າໃນຫຼັກສູດຂອງມະຫາວິທະຍາໄລ. ດັ່ງທີ່ພວກເຮົາເຫັນເມື່ອບໍ່ດົນມານີ້, ໂດຍສະເພາະໃນສະພາບການແຜ່ລະບາດຂອງພະຍາດໃນປັດຈຸບັນ, ມີນັກຮຽນຫຼາຍຄົນຮູ້ສຶກຊຶມເສົ້າ. ພວກເຮົາກໍາລັງຂົນຂວາຍຫາວິທີສະຫນັບສະຫນູນພວກເຂົາໃນບັນຫານີ້. ນອກຈາກໃນໂຮງຮຽນ, ກໍ່ຄວນໃຫ້ມີການໃຫ້ຄໍາປຶກສາດ້ານສຸຂະພາບຈິດ ແລະ ສະພາບຈິດໃຈສັງຄົມ ໃຫ້ກັບໄວໜຸ່ມໃນເຂດຊົນນະບົດ ເພື່ອສະໜັບສະໜູນ ແລະ ນໍາພາເຂົາເຈົ້າໄປສູ່ຊີວິດທີ່ມີສຸຂະພາບດີ.

 

ທ່ານ ນາງ ກົງສີ ກ່າວຕື່ມວ່າ "ການຝຶກອົບຮົມໃນມື້ນີ້ ຊ່ວຍໃຫ້ພະນັກງານ, ຄູອາຈານ, ແລະ ອາສາສະຫມັກໄວຫນຸ່ມ ໄດ້ປັບປຸງທັກສະການສື່ສານ, ການເຮັດວຽກເປັນທີມ, ການແກ້ໄຂຂໍ້ຂັດແຍ່ງ ແລະ ທັກສະທີ່ຈໍາເປັນອື່ນໆ."

 

ອີງໃສ່ຄໍາໝາຍໝັ້ນຂອງລັດຖະບານລາວ ​ຕໍ່ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ຄົບຮອບ 25 ປີ ທີ່ກອງປະຊຸມສຸດຍອດນະຄອນຫຼວງໄນໂຣບີ ໃນປີ 2019, ອົງການ UNFPA ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ໂດຍການຍົກລະດັບຄວາມຮູ້ກ່ຽວກັບ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການ​ສຶກ​ສາ​, ການ​ປົກ​ປ້ອງ ແລະ ການມີສ່ວນຮ່ວມທາງ​ສັງ​ຄົມ ຜ່ານ​ການຈັດຕັ້ງ​ປະ​ຕິ​ບັດ​ "ລະ​ບົບ​ນິ​ເວດນາງນ້ອຍ​."

 

ພາຍຫຼັງການຝຶກອົບຮົມ ອາສາສະໝັກໄວໜຸ່ມເຫຼົ່ານີ້ ຈະໄດ້ຊ່ວຍສົ່ງເສີມການເຄື່ອນໄຫວຂອງຊາວໜຸ່ມ, ສະໜັບສະໜູນວຽກງານການສື່ສານ ແລະ ປຸກລະດົມໂຄສະນາ ທັງໃນແບບອອນລາຍ ແລະ ແບບເຊິ່ງໜ້າ.

ທ່ານ ນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າ​ອົງການ​ UNFPA   ປະຈໍາ ສປປ ລາວ ກ່າວວ່າ "ພວກເຮົາດີໃຈທີ່ຈະໄດ້ຮ່ວມມືກັບບັນດາທ່ານ ໃນກິດຈະກໍາປູກຈິດສໍານຶກ ແລະ ປຸກລະດົມໂຄສະນາ ເພື່ອເສີມສ້າງກິດຈະກໍາຂອງໄວຫນຸ່ມ ເຮັດໃຫ້ພວກເຂົາສາມາດຊ່ວຍເຫຼືອໝູ່ເພື່ອນໄວໜຸ່ມ ໃຫ້ສາມາດຕັດສິນໃຈໄດ້ດີ ກ່ຽວກັບສຸຂະພາບ, ຮ່າງກາຍ ແລະ ສາຍສໍາພັນຂອງເຂົາເຈົ້າຕໍ່ໄວໜຸ່ມນໍາກັນ, ຕໍ່ຄົນອື່ນໆ ແລະ ຕໍ່ໂລກພາຍນອກ. ການ​ມີ​ສ່ວນ​ຮ່ວມ ​ແລະ ການປະກອບສ່ວນຂອງ​ທ່ານ​ ມີຄວາມໝາຍຄວາມສໍາຄັນ ກໍ່ຄືສາມາດ​ສະໜັບສະໜູນ​ການ​ປະຕິບັດ​ຄຳໝາຍ​ໝັ້ນ​​ຂອງ​ລັດຖະບານ​ລາວ​ໃນ​ກອງ​ປະຊຸມ​ສຸດ​ຍອດທີ່​ນະຄອນຫຼວງ​ໄນ​ໂຣບີ ​ໃນ​ປີ 2019 ​ແລະ ຄວາມຄືບໜ້າໃນການບັນລຸເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ.

ທ່ານ ນາງ ມາຣຽມ ກ່າວຕື່ມວ່າ ອົງການ UNFPA ຈະສ້າງຕັ້ງ ຄະນະທີ່ປຶກສາໄວຫນຸ່ມ ເພື່ອສ້າງການຮ່ວມມືລະຫວ່າງອາສາສະຫມັກໄວຫນຸ່ມ ແລະ ຄູ່ຮ່ວມງານອື່ນໆ ໃນວຽກງານການມີສ່ວນຮ່ວມຂອງໄວຫນຸ່ມ ແລະ ແຜນງານອື່ນໆສໍາລັບໄວຫນຸ່ມ.

ທ້າວ ສຸກສາຄອນ ໄຊຍະລາດ, ໜຶ່ງໃນອາສາສະໝັກໄວໜຸ່ມ, ນັກສຶກສາ ປີ 3 ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສະແດງຄວາມຮູ້ສຶກຕື່ນເຕັ້ນ ແລະ ດີໃຈທີ່ໄດ້ເຂົ້າຮ່ວມການຝຶກອົບຮົມດັ່ງກ່າວ. ສຸກສາຄອນ​ກ່າວ​ວ່າ, ນ້ອງໄດ້​ຮຽນ​ຮູ້​ກ່ຽວ​ກັບ​ ລະ​ບົບ​ນິ​ເວດນາງນ້ອຍ  ແລະ ແຜນງານນາງນ້ອຍ ທີ່ນ້ອງ​ບໍ່​ເຄີຍ​ຮູ້​ມາ​ກ່ອນ. ນອກນັ້ນ, ນ້ອງຍັງໄດ້ເປີດ​ກວ້າງ​ຄວາມ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສິດທິ​ຂອງ​ຊາວ​ໜຸ່ມ. ໃນ​ຖາ​ນະ​ທີ່ເປັນ​ໄວ​ຫນຸ່ມຜູ້ໜຶ່ງ, ແນ່​ນອນ​ວ່ານ້ອງ​ຈະ​ລິເລີ່ມການ​ປະ​ກອບ​ສ່ວນ ​ເພື່ອ​ສ້າງ​ຜົນ​ກະ​ທົບ​ທາງ​ບວກ​ໃຫ້ແກ່​ສັງ​ຄົມ​ຂອງ​ພວກ​ເຮົາ.

ອາສາສະໝັກໄວໜຸ່ມອີກຜູ້ໜຶ່ງ, ນາງ ເມລິສາ ທຳມະວົງສາ, ນັກສຶກສາປີ 3 ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ ລາວມີຄວາມເຂົ້າໃຈດີຂຶ້ນ ກ່ຽວກັບແຜນງານນາງນ້ອຍ. ນ້ອງຮູ້ສຶກດີໃຈຫຼາຍທີ່ໄດ້ເຂົ້າຮ່ວມໃນການຝຶກອົບຮົມຄັ້ງນີ້, ມັນເຮັດໃຫ້ນ້ອງໄດ້ຮຽນຮູ້ຫຼາຍຢ່າງເກີນຄາດໝາຍ. ຜ່ານມານ້ອງເຄີຍຮູ້ຈັກກ່ຽວກັບ ແຜນງານນາງນ້ອຍ  ຈາກໜ້າເພຈເຟສບຸກຂອງອົງການ UNFPA ປະຈໍາລາວ, ແລະ ​ການ​ຝຶກ​ອົບ​ຮົມ​ນີ້​ໄດ້ເຮັດໃຫ້​ນ້ອງ​​ເຂົ້າ​ໃຈກ່ຽວກັບນາງນ້ອຍ​ຢ່າງ​ເລິກ​ເຊິ່ງຂຶ້ນຕື່ມອີກ.​ເມລິສາ ​ກ່າວ​ຕື່ມ​ວ່າ, ແຜນງານນາງນ້ອຍ ​ໄດ້​ສ້າງ​ແຮງ​ບັນດານ​ໃຈ​ໃຫ້​ລາວ​ເຄື່ອນ​ໄຫວ​ເພື່ອ​ປະກອບສ່ວນ​ໃຫ້ແຜນງານດັ່ງກ່າວບັນລຸ​ໄດ້ ໃນ​ປີ 2030.

ແຄມເປນ “Me, My Body, My Planet, My Future” ເປີດຕົວຄັ້ງທຳອິດໃນປີ 2019 ໂດຍອົງການ UNFPA ຮ່ວມມືກັບສູນກາງຊາວໜຸ່ມລາວ ​ເພື່ອ​ແນ​ໃສ່​ຊຸກຍູ້ສົ່ງເສີມໃຫ້​ຊາວໜຸ່ມ​ເຄື່ອນ​ໄຫວ ແລະ ມີສ່ວນຮ່ວມ​ໃນການບັນລຸ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ.

ນອກນັ້ນ ກໍ່ຍັງມີການຮ່ວມມືອື່ນໆ ເພື່ອສົ່ງເສີມສຸຂະພາບຂອງໄວໜຸ່ມ ເປັນຕົ້ນ ແມ່ນການຮັບຮອງຍຸດທະສາດການພັດທະນາຊາວໜຸ່ມ ແລະ ເຍົາວະຊົນແຫ່ງຊາດ 2021-2030, ການເຊື່ອມສານເພດສຶກສາແບບຮອບດ້ານເຂົ້າໃນຫຼັກສູດການຮຽນ-ການສອນ ລວມທັງຄູ່ມືການມີສ່ວນຮ່ວມຂອງເດັກຊາຍເມື່ອບໍ່ດົນມານີ້, ແລະ ໂຄງການກຸ່ມເດັກຍິງ ນາງນ້ອຍ ແລະ ຊາວໜຸ່ມເປັນຈຸດໃຈກາງໃນການຕອບໂຕ້ພະຍາດໂຄວິດ 19. ການລິເລີ່ມທັງໝົດນີ້ ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ, ສະໜອງຄວາມຮູ້ ແລະ ທັກສະຊີວິດອັນຈຳເປັນເພື່ອໃຫ້ເຂົາເຈົ້າສາມາດຕັດສິນໃຈໂດຍມີຂໍ້ມູນອີງ ທັງນີ້ກໍ່ເພື່ອໃຫ້ເຂົາເຈົ້າມີຊີວິດທີ່ດີ ແລະ ມີອິດທິພົນທາງບວກຕໍ່ກັບໝູ່ເພື່ອນອ້ອມຂ້າງເຂົາເຈົ້າ.

************

ອົງການ UNFPA ແມ່ນ ໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

ທ່ານ ສີວົງໄຊ ຈັງປິຕິຄູນ

ຜູ້ຮັບຜິດຊອບແຜນງານ -  ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ

chanpitikoun@unfpa.org

 

ນາງ ວັນລີ ລໍກ່ວາງມິງ

ຜູ້ຮັບຜິດຊອບດ້ານການສື່ສານ ແລະ ການຮ່ວມມື

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ

lorkuangming@unfpa.org