You are here

ໃນວັນທີ 15 ເດືອນ ຕຸລາ ປີ 2021 ທີ່ນະຄອນຫວງວຽງຈັນບັນດານັກຄົ້ນຄວ້າວິທະຍາສາດຜູ້ຊ່ຽວຊານ ແລະ ຜູ້ປະຕິບັດງານຈາກພາກລັດສະຖາບັນການສຶກສາ ແລະ ບັນດາຂະແໜງການພັດທະນາຢູ່ ສ.ປ.ປ ລາວ ແລະ ປະເທດອື່ນໆໄດ້ນໍາສະເໜີບົດຄົ້ນຄວ້າວິທະຍາສາດລ່າສຸດກ່ຽວກັບສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມໃນກອງປະຊຸມຄົ້ນຄວ້າວິທະຍາສາດກ່ຽວກັບໄວໜຸ່ມ ປີ 2021 ພາຍໃຕ້ຫົວຂໍ້ ປົກປ້ອງສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມໃນໄລຍະການລະບາດຂອງພະຍາດໂຄວິດ-19ຊຶ່ງກອງປະຊຸມຄັ້ງນີ້ແມ່ນໄດ້ຈັດຂຶ້ນໂດຍ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ (LAO TPHI), ກະຊວງສາທາລະນະສຸກ ຮ່ວມກັບ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ຢູ່ ສປປ ລາວ ພາຍໃຕ້ການສະໜັບສະໜຸນທາງດ້ານການເງິນ ຈາກລັດຖະບານແຫ່ງປະເທດລຸກຊໍາເບີກ.

ພະນະທ່ານ ປຣິນຍາເອກ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ເນັ້ນໃຫ້ເຫັນວ່າ ຜົນຂອງການຄົ້ນຄວ້າວິທະຍາສາດແມ່ນເປັນຂໍ້ມູນທີ່ເປັນຫຼັກຖານພິສູດທີ່ໜັກແໜ້ນໃຫ້ແກ່ການພັດທະນານະໂຍບາຍ ຫຼື ການປັບນະໂຍບາຍໃຫ້ແທດເໝາະກັບສະພາບສຸຂະພາບ ແລະ ສະພາບແວດລ້ອມຂອງທ້ອງຖິ່ນໃນປັດຈຸບັນ ເຊິ່ງເຫັນວ່າ ມັນເປັນປະໂຫຍດຕໍ່ປະຊາຊົນລາວໃນວົງກວ້າງ. ຜົນຂອງການຄົ້ນຄວ້າວິທະຍາສາດຍັງໃຊ້ປະເມີນຜົນສໍາເລັດຂອງການດໍເນີນວຽກງານດ້ານນະໂຍບາຍສຸຂະພາບໃນຂອບເຂດທົ່ວປະເທດ

ກອງປະຊຸມຄົ້ນຄວ້າວິທະຍາສາດກ່ຽວກັບ ຄັ້ງທີ VI ນີ້ ແມ່ນໄດ້ສຸມໃສ່ບັນດາຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ກັບສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມ ແລະ ຍຸດທະສາດໃນການປ້ອງກັນໃນ ຂົງເຂດຄື: 1) ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ ແລະ ສິດທິຂອງພວກເຂົາລວມໄປເຖິງການຖືພາຂອງໄວໜຸ່ມ ແລະ ການວາງແຜນຄອບຄົວ, 2) ສຸຂະພາບຈິດ ແລະ ການເປັນຢູ່ທີ່ດີດ້ານຈິດຕະສັງຄົມຂອງໄວໜຸ່ມ, 3) ຄວາມເທົ່າທຽມກັນທາງດ້ານບົດບາດຍິງ-ຊາຍ ແລະ ການປົກປ້ອງບັນດາພຶດຕິກຳທີ່ເປັນອັນຕະລາຍໃນກຸ່ມໄວໜຸ່ມ ເຊັ່ນ ການແຕ່ງງານກ່ອນໄວອັນຄວນການນໍໃຊ້ຄວາມຮຸນແຮງທາງເພດ, 4) ການສຶກສາທັກສະວິຊາຊີບການສ້າງແຮງບັນດານໃຈ ແລະ ອື່ນໆ.

ທ່ານ ນາງ ມາຣຽມ ເອ. ຄານຜູ້ຕາງໜ້າຂອງອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ຢູ່ ສປປ ລາວ ໄດ້ເນັ້ນໃຫ້ເຫັນວ່າ ຂໍ້ມູນລ່າສຸດ ແລະ ຫຼັກຖານຈາກການຄົ້ນຄວ້າທີ່ເຂັ້ມແຂງແມ່ນສາມາດນໍາໄປສູ່ການລົງທຶນການວາງແຜນ ແລະ ການດໍາເນີນການຊ່ວຍເຫຼືອເພື່ອສະໜັບສະໜຸນການເປັນຢູ່ຂອງໄວໜຸ່ມຍິງ ແລະ ໄວໜຸ່ມຊາຍທ່ານໄດ້ກ່າວຕື່ມອີກວ່າ ກອງປະຊຸມຄັ້ງນີ້ສາມາດປັບປຸງຄວາມເຂົ້າໃຈກ່ຽວກັບການປະຕິບັດໃນແນວທາງທີ່ດີເພື່ອແກ້ໄຂບັນຫາການຖືພາຂອງໄວໜຸ່ມຄວາມຕ້ອງການວາງແຜນຄອບ ຄົວແຕ່ບໍ່ໄດ້ຮັບການສະໜອງການນໍໃຊ້ຄວາມຮຸນແຮງທາງເພດບັນຫາສຸຂະພາບຈິດ ແລະ ຈິດຕະສັງຄົມການອອກໂຮງຮຽນໃນໄລຍະຂອງການແຜ່ລະບາດ ແລະ ທັງການແຜ່ລະບາດ ຂອງ ພະຍາດໂຄວິດ-19

ກອງປະຊຸມໄດ້ເຊື່ອມໂຍງກັບບູລິມະສິດຂອງແຜນພັດທະນາເສດຖະກິດສັງຄົມຄັ້ງທີ 9, ກອບແຜນງານນາງນ້ອຍ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງມີຈຸດປະສົງເພື່ອປຸກລະດົມໃຫ້ໄວໜຸ່ມ ແລະ ຄົນໜຸ່ມສາວທັງຫຼາຍໃນ ສປປ ລາວ ເປັນສ່ວນໜຶ່ງໃນກໍາລັງແຮງຫຼັກເພື່ອທີ່ຈະຊຸກຍູ້ໃຫ້ປະເທດລາວກ້າວໄປສູ່ການພັດທະນາເສດຖະກິດສັງຄົມແບບຍືນຍົງ.

ການລະບາດຂອງພະຍາດໂຄວິດ-19 ແມ່ນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງໄວໜຸ່ມ ພ້ອມດຽວກັນນັ້ນກໍຍັງໄດ້ສົ່ງຜົນໂດຍກົງຕໍ່ສຸຂະພາບການເປັນຢູ່ທີ່ດີ ແລະ ການພັດທະນາແບບຮອບດ້ານຂອງພວກເຂົາ ໂດຍສະເພາະ ແມ່ນອັດຕາການເພີ່ມຂຶ້ນຂອງຄວາມສ່ຽງຕໍ່ໄວໜຸ່ມຍິງໃນການຕົກເປັນເຫຍື່ອຂອງການຄ້າປະເວນີການໃຊ້ຄວາມຮຸນແຮງທາງເພດການອອກໂຮງຮຽນ ແລະ ການແຕ່ງງານກ່ອນໄວອັນຄວນ.

ການຖືພາໂດຍບໍ່ໄດ້ຕັ້ງໃຈໃນ ສປປ ລາວ ແມ່ນມີແນວໂນ້ມເພີ່ມຂຶ້ນເຖິງ 15.5% (44,322) ຕາມທີ່ໄດ້ຄາດການໄວ້ ແລະ ອາດຈະເພີ່ມຂຶ້ນເຖິງ  23.9% (68,541) ໃນປີ 2020-2021 ,ໂດຍອີງຕາມການວິເຄາະຂອງອົງການສະຫະປະຊາຊາດກອງທຶນປະຊາກອນ ຄາດວ່າ 35% ຂອງການຖືພາແບບບໍ່ຕັ້ງໃຈແມ່ນຈະພົບໄດ້ຫຼາຍທີ່ສຸດໃນກຸ່ມເດັກ ແລະ ໄວໜຸ່ມຍິງໃນຊ່ວງອາຍຸ 15-24ປີ.

ດຣ. ນ ລັດສະໝີ ສຽງສຸທອນວ່າການຫົວໜ້າສະຖາບັນສາທາລະນະສຸກ ແລະ ການແພດເຂດຮ້ອນ ໄດ້ກ່າວວ່າ  ໃນນາມຕາງໜ້າຈາກສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ຂອງ ສ.ປ.ປ ລາວຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ຂໍຂອບໃຈມາຍັງກະຊວງສາທາລະນະສຸກຢ່າງຈິງໃຈໃນການປະຕິບັດຕາມຄໍາໝັ້ນສັນຍາຢ່າງມຸ່ງໝັ້ນ ພ້ອມດຽວກັນນັ້ນ ຂ້າພະເຈົ້າກໍຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຮັບການສະໜັບສະໜຸນ ແລະ ເຮັດວຽກຮ່ວມກັນ ຈາກອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ແລະ ລັດຖະບານ ຂອງ ປະເທດລຸກຊໍາເບີກຢ່າງຕໍ່ເນື່ອງຕະຫຼອດໄລຍະ ປີທີ່ຜ່ານມາ

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ສົນທະນາຫາລືກ່ຽວກັບແຜນງານ ແລະ ສອດແຊກວຽກງານເພື່ອທີ່ຈະກ້າວໄປຂ້າງໜ້າ ໂດຍມຸ່ງເນັ້ນໄປທີ່ການປັບຕົວໃຫ້ເຂົ້າກັບສະພາບການລະບາດຂອງພະຍາດໂຄວິດ-19 ແລະ ການຊຸກຍູ້ສົ່ງເສີມຄວາມຄິດລິເລີ່ໃນຂົງເຂດວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນສຸຂະພາບຈິດການສຶກສາການນໍໃຊ້ຄວາມຮຸນແຮງທາງເພດ ພາຍໃຕ້ວິໄສທັດທີ່ວ່າຈະບໍ່ປະຖິ້ມໃຜໄວ້ຂ້າງຫຼັງໃນເຂດຫ່າງໄກສອກຫຼີກ ລວມໄປເຖິງໄວໜຸ່ມທີ່ມີຄວາມພິການກຸ່ມຊົນເຜົ່າ ແລະ ກຸ່ມທີ່ທຸກຍາກຂາດເຂີນ. 

 

ສໍາລັບຂໍ້ມູນເພີ່ມເຕີມສາມາດຕິດຕໍ່ປະສານງານໄດ້ທີ່:

Dr. Khampheng Phongluxa 

Deputy Director General, 

Lao Tropical and Public Health Institute, MOH 

Khampheng.phongluxa@gmail.com

Tel: 021 250 670 / 020 55 94 90 82 

 

 

Ms. Vanly Lorkuangming, 

Communications and Partnership Analyst

UNFPA Laos

lorkuangming@unfpa.org