You are here

ວັນທີ 26 ກໍລະກົດ, ນະຄອນຫຼວງວຽງຈັນ, ສປປ ລາວ - ທ່ານ ດຣ. ບາກທິຢໍ ຄາດິເຣິບ ໄດ້ຍື່ນສານຕາຕັ້ງ ຕໍ່ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເພື່ອຮັບຕຳແໜ່ງ ຜູ້ຕາງໜ້າຂອງ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ ຄົນໃໝ່ຢ່າງເປັນທາງການ.

ທ່ານ ດຣ. ຄາດິເຣິບ, ສັນຊາດ ຕັດຈິກິດສະຖານ (ປະເທດ ຕັດຈິກິດສະຖານ), ໄດ້ນຳເອົາປະສົບການຫຼາຍກວ່າ 20 ປີ ໃນວຽກງານດ້ານມະນຸດສະທຳ ແລະ ການພັດທະນາສາກົນ, ລວມທັງບົດບາດການນຳພາໃນການສານສຳພັນກັບຄູ່ຮ່ວມມືຍຸດທະສາດ ແລະ ການຫັນປ່ຽນສິ່ງທ້າທາຍໃຫ້ເປັນກາລະໂອກາດເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ຂອງ ສປປ ລາວ.

ກ່ອນເຂົ້າຮັບການດໍາລົງຕໍາແໜ່ງ, ດຣ. ຄາດິເຣິບ ເຄີຍດໍາລົງຕໍາແໜ່ງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳປະເທດ ປາກິດສະຖານ, ຊີຣີ ແລະ ພ້ອມທັງເຄີຍເປັນຫົວໜ້າຫ້ອງການພາກສະໜາມໃນປະເທດ ໂຊມາລີ. ຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງທ່ານ ຈະສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງແມ່ຍິງ, ເດັກຍິງ ແລະ ຊາວໜຸ່ມໄດ້.

ໃນລະຫວ່າງ​ການ​ພົບ​ປະກັນ, ທ່ານ ດຣ. ບາກທິຢໍ ຄາດິເຣິບ, ຜູ້ຕາງໜ້າ ອົງການ UNFPA ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາທີ່ຈະສືບ​ຕໍ່​ສະໜັບສະໜູນ​ການ​ຜັນ​ຂະຫຍາຍ​ການຈັດຕັ້ງ​ປະຕິບັດ​ແຜນ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ ICPD ​ເພື່ອ​​ຊຸກຍູ້ລັດຖະບານ ​ແລະ ປະ​ຊາ​ຊົນ ສປປ ລາວ ໃນການ​ເດີນ​ຕາມ​ເສັ້ນທາງ​ແຫ່ງການບັນລຸເປົ້າໝ​າຍການພັດທະນາແບບ​ຍືນ​ຍົງ, ການຫຼຸດພົ້ນອອກຈາກສະຖານະພາບ “ປະ​ເທດ​ດ້ອຍ​ພັດ​ທະ​ນາ” ໃນ​ປີ 2026 ແລະ ບັນ​ລຸ​ສະ​ຖາ​ນະ​ພາບ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ​​ໃນ​ປີ 2055.

ທ່ານ ດຣ. ບາກທິຢໍ ຄາດິເຣິບ ໄດ້ສະແດງຄວາມຊົມເຊີຍມາຍັງລັດຖະບານແຫ່ງ ສປປ ລາວ ທີ່ໄດ້ຮັບປະກັນການຈັດຕັ້ງປະຕິບັດ ນະໂຍບາຍປະຊາກອນ ແລະ ການພັດທະນາແຫ່ງຊາດ, ຍຸດທະສາດຊາວໜຸ່ມແຫ່ງຊາດ ແລະ ນະໂຍບາຍອື່ນໆທີ່ກ່ຽວຂ້ອງຂອງກັບວາລະຂອງກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD)  ອັນເປັນສ່ວນໜຶ່ງ ແລະ ເອກະສານຂອງຄຳໝັ້ນສັນຍາຂອງ ສປປ ລາວ ຕໍ່ກອງປະຊຸມສຸດຍອດ ICPD25 ທີ່ນະຄອນຫຼວງ Nairobi ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ທ່ານ ດຣ. ບາກທິຢໍ ຄາດິເຣິບ ໃຫ້​ຂໍ້​ສັງ​ເກດ​ວ່າ, ປີ 2024 ຈະ​ແມ່ນ​ປີ​ທີ່​ສຳຄັນ, ພິ​ຈາ​ລະ​ນາວ່າເປັນ​ຂີດ​ໝາຍຄົບຮອບ 30 ປີ​ແຫ່ງ​ການ​ບັນລຸ​ຜົນສຳ​ເລັດ​ຂອງ ICPD ​ແລະ ກໍານົດ​ທິດ​ທາງວາລະຂອງ ICPD ​ພາຍໃນປີ 2030.

ທ່ານ ດຣ. ບາກທິຢໍ ຄາດິເຣິບ ​ໄດ້ສະແດງຄວາມຮູ້ບຸນຄຸນມາຍັງລັດຖະບານລາວແຫ່ງ ສປປ ລາວ ທີ່​ໄດ້​ໃຫ້​ຄວາມ​ສຳຄັນ ແລະ ໃຫ້ບຸລິມະສິດ​ແກ່​ການ​ລົງທຶນ​ໃນ​ໄວ​ໜຸ່ມ​ຍິງ ​ແລະ ​ຊາວໜຸ່ມ​ໂດຍ​ຜ່ານ “ແຜນງານນາງ​ນ້ອຍ” ​ແລະ “ລະບົບ​ນິ​ເວດ​ນາງນ້ອຍ”.

ທ່ານ ດຣ. ບາກທິຢໍ ຄາດິເຣິບ ໄດ້ກ່າວວ່າ: “ອົງການ UNFPA ຈະສືບຕໍ່ລົງທຶນໃສ່ອະນາຄົດທີ່ສົດໃສໃຫ້ແກ່ໄວໜຸ່ມລາວ, ແມ່ຍິງ, ຜູ້ຊາຍ ແລະ ບັນດາໂຄງການທີ່ມີນະວັດຕະກໍາເພື່ອບັນລຸການເສຍຊີວິດຂອງແມ່ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ ແລະ ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ. ຕໍ່ກັບບັນຫາດັ່ງກ່າວ, ພວກເຮົາຈະສືບຕໍ່ຂະຫຍາຍການສະໜັບສະໜູນຂອງພວກເຮົາຕໍ່ກັບວາລະສໍາຄັນແຫ່ງຊາດ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ, ການເຂົ້າເຖິງຊຸມຊົນ, ການປ້ອງກັນ ແລະ ການຕອບໂຕ້ຄວາມຮຸນແຮງທາງເພດ, ເຊັ່ນດຽວກັນກັບການຈັດຕັ້ງປະຕິບັດ ແລະ ການສ້າງນະໂຍບາຍ, ອັນເປັນການສະໜັບສະໜູນໂດຍຫຼັກຖານ ແລະ ຂໍ້ມູນທີ່ຈະຖືກສ້າງຂຶ້ນໂດຍ ການຈົດນັບພົນລະເມືອງແຫ່ງຊາດ ແລະ ການສຳຫຼວດພົນລະເມືອງ ໃນປີ 2025 ໂດຍການສະໜັບສະໜູນຈາກ ອົງການ UNFPA.”

ທ່ານ ດຣ. ບາກທິຢໍ ຄາດິເຣິບ ສໍາເລັດການສຶກສາການແພດໂດຍລົງເລິກດ້ານການເແພດທົ່ວໄປ ແລະ ສໍາເລັດການສຶກສາໃນລະດັບປະລິນຍາເອກດ້ານການແພດສະເພາະທາງ ຈາກ ກະຊວງສຶກສາທິການ ແລະ ວິທະຍາສາດ ແຫ່ງ ສະຫະພັນຣັດເຊຍ ແລະ ສະພາຄົ້ນຄວ້າຂອງມະຫາວິທະຍາໄລແພດສາດແຫ່ງປະເທດ ຕັດຈິກິດສະຖານ ຕາມລໍາດັບ.

***

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ຂໍ້ມູນເພີ່ມເຕີມຕິດຕໍ່:

laos.office@unfpa.org