You are here

-ນະຄອນຫຼວງວຽງຈັນ, ວັນທີ 18 ເດືອນມິຖຸນາ ປີ2021 - ທ່ານນາງມາຣຽມ ຄານ​, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ, ໄດ້ເຂົ້າ​ຢ້ຽມຄຳນັບພະນະທ່ານນາງ​ທຸມມາລີ ວົງພະຈັນ​ ເພື່ອສະແດງຄວາມຍິນດີກັບການຮັບຕຳແໜ່ງໃໝ່ ໃນການເປັນປະທານຄະນະກຳມາທິການວັດທະນະ ທຳ - ສັງຄົມຂອງສະພາແຫ່ງຊາດ, ແລະ ໄດ້ປຶກສາຫາລືກ່ຽວກັບການຮ່ວມມືກັນລະ ຫວ່າງອົງການ ສະຫະປະຊາຊາດເພື່ອປະຊາກອນ (UNFPA) ແລະ ສະພາແຫ່ງຊາດໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດຄັ້ງທີ 9 (the 9 NSEDP), ກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD), ແລະ ຄວາມມຸ່ງໝັ້ນ​ຮອດປີ 2030 ກ່ຽວກັບການພັດທະນາທີ່ຍືນຍົງ.

 

ພະນະທ່ານນາງ​ທຸມມາລີ ວົງພະຈັນໄດ້ໃຫ້ການຕ້ອນຮັບທ່ານນາງ ມາຣຽມ ຄານຢ່າງອົບອຸ່ນ, ສະແດງຄວາມຮູ້ບຸນຄຸນຕໍ່ການສືບຕໍ່ສາຍພົວພັນແບບ​ຮ່ວມມືກັນລະຫວ່າງອົງການສະຫະປະຊາຊາດເພື່ອປະຊາກອນ UNFPA ແລະ ສະພາແຫ່ງຊາດ, ພ້ອມທັງ​ຮັບຮູ້ ແລະ ຊົມເຊີຍ ການສະໜັບສະ ໜູນຂອງອົງການ ສະຫະປະຊາຊາດເພື່ອປະຊາກອນ (UNFPA) ຕໍ່ສະພາແຫ່ງຊາດ ແລະ ລັດຖະບານແຫ່ງ ສປປ ລາວ. ທ່ານນາງທຸມມາລີ ​ກ່າວວ່າ: “ອົງການ​ສະຫະປະຊາຊາດເພື່ອປະຊາກອນ UNFPA ໄດ້ສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການພັດທະນາໂດຍລວມ ຕໍ່ສປປ ລາວ ແລະ ໂດຍສະເພາະ ວຽກແມ່ນບັນດາບຸລິມະສິດຂອງສະພາແຫ່ງຊາດ

 

ບັນດາບຸລິມະສິດຂອງຄະນະກຳມະທິການວັດທະນະ ທຳ - ສັງຄົມ (CSAC) ໃນໄລຍະ 5 ປີຕໍ່ໜ້າ ປະກອບມີ: ການທົບທວນ​, ປັບປຸງ ແລະ ສ້າງກົດໝາຍ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບວຽກງານວັດທະນະ ທຳ - ສັງຄົມ​; ຄວາມເປັນເອກະພາບ​ກັນ​ຕໍ່ບັນຫາສຳຄັນຂອງ ສປປ ລາວ; ຕິດຕາມການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ແລະ ກອບນະໂຍ ບາຍກ່ຽວກັບວຽກງານວັດທະນະທຳ - ສັງຄົມ; ເພີ່ມທະວີຄວາມສາມາດຂອງສະມາຊິກ ຄະນະກຳມະທິການວັດທະນະ ທຳ - ສັງຄົມ ແລະ ປັບປຸງການຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ເພີ່ມທະວີການພົວພັນກັບບັນດາສະມາຊິກສະພາແຫ່ງຊາດໃນພາກພື້ນ ແລະ ໃນທົ່ວໂລກ.

 

ທ່ານນາງມາຣຽມ ຄານ ກ່າວ​ຊົມເຊີຍຕໍ່ພະນະທ່ານນາງ​ທຸມມາລີ ວົງພະຈັນ ກ່ຽວກັບການໄດ້ຮັບແຕ່ງຕັ້ງຕໍາແໜ່ງໃໝ່ຂອງທ່ານນາງ ແລະ ໄດ້ກຳນົດບາງຂົງເຂດທີ່​ສອດຄ່ອງກັນລະຫວ່າງວຽກຂອງ ສະຫະປະຊາຊາດເພື່ອປະຊາກອນ (UNFPA) ແລະ ວຽກທີ່ເປັນບຸລິມະສິດຂອງຄະນະກຳ ມາທິການວັດ ທະນະທຳ - ສັງຄົມ. ໃນນັ້ນລວມມີ: i) ການເກັບກຳຂໍ້ມູນ ແລະ ການວິເຄາະ ຂໍ້ມູນດ້ານປະຊາກອນ, ໂດຍສະເພາະການສຳຫຼວດພົນລະເມືອງ 2025; ii) ການພັດທະນາ ແລະ ການລົງທືນແບບຍືນຍົງໂດຍສຸ່ມໃສ່ການພັນທະນາປະຊາກອນ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກຍິງ, ແລະ iii) ການຕິດຕາມກວດກາຄວາມຄືບໜ້າໃນການສ້າງ​ແຜນການຂອງຂະແໜງການ ແລະ ແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດຄັ້ງທີ 9 (the 9 NSEDP) ໂດຍຜ່ານບັນດາຕົວຊີ້ວັດຂອງສະພາແຫ່ງຊາດ​.

 

ທ່ານນາງມາຣຽມ ຄານຍັງກ່າວວ່າ: ອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA) ລົງທຶນໃສ່ດ້ານການເກັບກຳຂໍ້ມູນ ເພື່ອວັດແທກຄວາມຄືບໜ້າ, ລວມທັງການນຳໃຊ້ບັນດາຕົວຊີ້ວັດອັນດຽວກັນທີ່ສະພາແຫ່ງຊາດກໍນໍາໃຊ້ເພື່ອຕິດຕາມກວດກາ​. ຕົວເລກຂໍ້ມູນ ແລະ ການວິເຄາະດ້ານປະຊາກອນເປັນຂໍ້ມູນໃຫ້ແແກ່​ການວາງແຜນການ ແລະ ການສ້າງ​ຍຸດທະສາດໃນດ້ານສາທາລະນະສຸກ​, ການສຶກສາ ແລະ ຄວາມສະເໝີພາບຍິງ-ຊາຍ ແລະ ການປ້ອງກັນການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ​, ການເອົາໃຈໃສ່ຜູ້ທີ່ຖືກປ່ອຍ​ປະໄວ້ເບື້ອງຫຼັງ. ຊຶ່ງສ່ວນຫຼາຍແລ້ວ, ແມ່ນໄວໜຸ່ມ​ ແລະ ຊາວ​ໜຸ່ມ, ແມ່ຍິງ ແລະ ເດັກຍິງເປັນຜູ້ທີ່​ຕ້ອງການເພີ່ມການເອົາໃຈໃສ່ການລົງທືນໃສ່ພວກເຂົາ ໃນດ້ານ​​ການປົກປ້ອງ ແລະ ການສ້າງຄວາມເຂັ້ມແຂງ.

 

ທ່ານນາງມາຣຽມ ຄານ​ ໄດ້ກ່າວເຖິງຄວາມຈຳ ເປັນໃນການລົງທືນໃສ່​ການພັດທະນາໄວໜຸ່ມ ແລະ ຊາວ​ໜຸ່ມ​. ທ່ານກ່າວວ່າ: ເກືອບເຄິ່ງໜຶ່ງຂອງປະຊາກອນທັງໝົດຂອງສປປລາວ ແມ່ນຊາວໜຸ່ມທີ່ມີອາຍຸ ຕໍ່າກວ່າ 25 ປີ. ດັ່ງນັ້ນ, “ກອບວຽກນາງນ້ອຍ ທີ່ໄດ້ສ້າງຂຶ້ນແມ່ນ​ອີງໃສ່ຕົວເລກຂໍ້ມູນ, ແລະ ບັນດາເຈົ້າແຂວງກໍໄດ້ເຊື່ອມສານ ກອບວຽກນາງນ້ອຍ ​ເຂົ້າໃນແຜນການຂອງແຂວງ​ຕົນ. ຄຽງຄູ່ກັນນັ້ນ, ປະຕິບັດຄຳໝາຍໜັ້ນຂອງຊາດຕໍ່ກອງປະຊຸມສາກົນເພື່ອການພັດທະນາປະຊາກອນ (ICPD25)​ ເພື່ອຮັບປະກັນ​ການພັດທະນາ​ໄວໜຸ່ມ ແລະ ຊາວ​ໜຸ່ມ​ໃນດ້ານສຸຂະພາບ, ສະຫວັດດີພາບ, ການສຶກສາ ແລະ ການຈ້າງງານແຕ່ນີ້ເຖິງ​ປີ 2030

 

ການປະຊຸມ ​ໄດ້ສະຫຼຸບ ການຕົກລົງ​​ເຫັນດີເປັນເອກະພາບໃນການຮ່ວມມືທັງສອງຝ່າຍ ກ່ຽວກັບບົດບາດຂອງສະພາແຫ່ງຊາດໃນການຕິດ ຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາຕົວຊີ້ວັດຂອງ ແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດຄັ້ງທີ 9 (the 9 NSEDP), ໂດຍສະເພາະ ບັນດາຕົວຊີວັດດ້ານການສຶກສາ, ສາທາລະນະສຸກ, ແຮງງານ ແລະ ສັງຄົມ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ​. ການຮ່ວມມືດັ່ງກ່າວແມ່ນສ່ວນໜຶ່ງຂອງແຜນງານລະ​ດັບປະເທດ ຄັ້ງທີ່​ 7 (CP7) ຂອງອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA) ສຳລັບ (2022-2026) ຊຶ່ງ​ຈະສະໜັບສະໜູນລັດຖະບານແຫ່ງ ສປປລາວ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ICPD25 ແລະ ບັນລຸ SDGs ໃນປີ 2030.

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

ສຳລັບຂໍ້ມູນເພີ່ມເຕີມ ​ຕິດຕໍ່:

ທ່ານນາງສີສຸວັນ ວໍຣະບຸດ​,

ໂຄງການນຳພາດ້ານບົດບາດຍິງ - ຊາຍ,

ອົງການ UNFPA ປະຈຳສປປ​ລາວ

vorabouth@unfpa.org

 

ທ່ານນາງວັນລີ ລໍກວາງມິງ​.

ນັກວິເຄາະດ້ານການສື່ສານ ແລະ ການເປັນຄູ່ຮ່ວມ​

ອົງການ UNFPA ປະຈຳ ສປລາວ,

lorkuangming@unfpa.org