You are here

ຂໍໃຫ້ທ່ານຫຼັບຕາ ແລະ ລອງຈິນຕະນາການໂລກຂອງພວກເຮົາ, ໂລກທີ່ປະຊາກອນທັງຫມົດ 8 ຕື້ຄົນ ມີອະນາຄົດທີ່ເຕັມໄປດ້ວຍຄວາມຫວັງ ແລະ ທ່າແຮງ. ຈາກນັ້ນ​ ຂໍໃຫ້ທ່ານມືນ​ຕາຂຶ້ນ ແລະ ​ເບິ່ງ​ຄວາມ​ເປັນ​ຈິງ​ໃນ​ປັດ​ຈຸ​ບັນ,​ ທ່ານຈະເຫັນແມ່​ຍິງ ​ແລະ ​ເດັກ​ຍິງ ຈໍານວນ 4 ຕື້​ຄົນ​, ກໍຄື​ເຄິ່ງ​ໜຶ່ງ​ຂອງ​ປະຊາກອນໂລກ  ພວມປະ​ສົບ​​ກັບ​ການຖືກ​ຈໍາ​ແນກບົນພື້ນຖານທາງເພດຂອງເຂົາເຈົ້າ​​.

ເມື່ອ 30 ປີກ່ອນ, ທີ່ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD), ພວກເຮົາໄດ້ມີເປົ້າໝາຍຮ່ວມກັນ ເພື່ອສ້າງໂລກທີ່ປະຊາຊົນມີຊີວິດຍືນຍາວ, ມີສຸຂະພາບແຂງແຮງ ພ້ອມທັງສາມາດໃຊ້ສິດທິ ແລະ ເລືອກທາງເລືອກຂອງຕົນເອງໄດ້ດີກວ່າທີ່ເຄີຍມີມາກ່ອນ. ເປົ້າໝາຍດັ່ງກ່າວ ກາຍເປັນຄວາມເປັນຈິງສໍາລັບຄົນຈໍານວນໜຶ່ງ, ກໍຄືວ່າ ຈໍານວນປະຊາກອນມະນຸດໃນໂລກໃນຕອນນີ້ແມ່ນສູງສຸດເທົ່າທີ່ເຄີຍມີມາ, ເຊິ່ງເປັນຜົນມາຈາກການປັບປຸງດ້ານການດູແລສຸຂະພາບ ແລະ ອາຍຸຍືນສະເລ່ຍທີ່ສູງຂຶ້ນ. ໃນຂະນະທີ່ພວກເຮົາພວມສະເຫຼີມສະຫຼອງຄວາມຄືບໜ້າດັ່ງກ່າວນີ້, ພວກເຮົາຕ້ອງຮັບຮູ້ວ່າ ມີປະຊາກອນອີກຫຼາຍລ້ານຄົນ ຫຼື ຫຼາຍພັນລ້ານຄົນ ທີ່ຊີວິດຂອງເຂົາເຈົ້າຍັງຢູ່ຫ່າງໄກຈາກຄວາມຫວັງ ແລະ ທ່າແຮງດັ່ງກ່າວ.

ວັນປະຊາກອນໂລກ ເປັນສິ່ງຢໍ້າເຕືອນແກ່ພວກເຮົາວ່າ ພວກເຮົາຈະສາມາດບັນລຸອະນາຄົດທີ່ຈະເລີນຮຸ່ງເຮືອງ, ມີຄວາມສະຫງົບສຸກ ແລະ ຍືນຍົງ ຄືດັ່ງເປົ້າໝາຍຂອງ ICPD ແລະ ວາລະການພັດທະນາແບບຍືນຍົງຮອດປີ 2030 ຖ້າພວກເຮົານໍາໃຊ້ທ່າແຮງຂອງມະນຸດທຸກຄົນໂລກໃຫ້ເກີດປະໂຫຍດ. ເມື່ອພວກເຮົາປົດລັອກທ່າແຮງສູງສຸດຂອງແມ່ຍິງ ແລະ ເດັກຍິງ ໂດຍຜ່ານການຊຸກຍູ້ ແລະ ສົ່ງເສີມຄວາມຕ້ອງການຂອງເຂົາເຈົ້າໃນດ້ານຊີວິດສ່ວນຕົວ, ຄອບຄົວ ແລະ ອາຊີບ – ພວກເຮົາເພີ່ມຄວາມເປັນຜູ້ນໍາ, ແນວຄວາມຄິດ, ນະວັດຕະກໍາ ແລະ ຄວາມຄິດສ້າງສັນຈາກເຄິ່ງໜຶ່ງຂອງປະຊາກອນໂລກ.

ການບັນລຸສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ສິດທິຂອງທຸກຄົນ ແມ່ນພື້ນຖານສໍາຄັນສໍາລັບຄວາມສະເໝີພາບ, ກຽດສັກສີ ແລະ ໂອກາດບົນພື້ນຖານທາງເພດ. ​ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີຫຼາຍກວ່າ 40 ສ່ວນຮ້ອຍ​ ຂອງແມ່ຍິງ​ໃນ​ທົ່ວ​ໂລກ ຍັງ​ບໍ່​ສາມາດ​ໃຊ້​ສິດຂອງເຂົາເຈົ້າ​ໃນ​ການ​ຕັດສິນ​ໃຈ ​ພຽງແຕ່ບັນຫາພື້ນຖານໃນຊີວິດເຊັ່ນ​ຈະ​ມີ​ລູກ ​ຫຼື ​ບໍ່ມີ. ສະນັ້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ ໂດຍຜ່ານການສຶກສາ, ການເຂົ້າເຖິງ ແລະ ນຳໃຊ້ການຄຸມກຳເນີດທີ່ທັນສະໄໝ ຈະຊ່ວຍສະໜັບສະໜູນເຂົາເຈົ້າໃຫ້ບັນລຸຄວາມປາຖະໜາພ້ອມທັງວາງແຜນເສັ້ນທາງຂອງຊີວິດຂອງເຂົາເຈົ້າເອງໄດ້.

ການປັບປຸງຄວາມສະເໝີພາບທາງເພດ ເປັນທາງແກ້ໄຂບັນຫາ ທີ່ພົວພັນກັບບັນຫາດ້ານປະຊາກອນໃນຫຼາຍໆດ້ານ. ​ຕົວຢ່າງ: ໃນ​ສັງຄົມ​ຜູ້​ສູງ​ອາຍຸ​ທີ່​ມີບັນຫາດ້ານຜະລິດຕະພາບ​ແຮງ​ງານ, ການ​ບັນລຸ​ຄວາມ​ສະເໝີ​ພາບທາງເພດ​ໃນ​ກຳລັງ​ແຮງ​ງານ​ແມ່ນ​ວິທີ​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ​ໃນ​ການ​ປັບປຸງ​ຜົນໄດ້ຮັບຂອງວຽກງານ ​ແລະ ​ການ​ເຕີບ​ໂຕ​ດ້ານ​ລາຍ​ຮັບ. ເຊັ່ນດຽວກັນ,​​ໃນ​ບັນດາ​ປະ​ເທດ​ທີ່ປະຊາກອນ​​ເຕີບ​ໂຕ​​ຢ່າງ​ວ່ອງ​ໄວ, ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ແມ່ຍິງ​ ໂດຍ​ຜ່ານ​ການ​ສຶກສາ ​ແລະ ການ​ວາງ​ແຜນ​ຄອບຄົວ ​ສາມາດ​ສ້າງຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ ເຊັ່ນ ປັບປຸງຊັບສິນທາງດ້ານ​ມະນຸດ ​ແລະ ​ເສດຖະກິດເຕີບໂຕແບບມີສ່ວນຮ່ວມ.

ເມື່ອ 30 ປີ ກ່ອນ, ໂລກໄດ້ເຕົ້າໂຮມກັນ ພາຍໃຕ້ວິໄສທັດເພື່ອສ້າງອະນາຄົດທີ່ຖືເອົາສິດທິຂອງແມ່ຍິງ ແລະ ເດັກຍິງເປັນໃຈກາງຂອງການພັດທະນາໃນທົ່ວໂລກ. ທາງ​ແກ້​ໄຂ​ເພື່ອບັນລຸວິໄສທັດດັ່ງກ່າວແມ່ນ​ຈະ​ແຈ້ງ​ກໍຄື ການ​ເລັ່ງ​ສ້າງ​ຄວາມກ້າວໜ້າ​ດ້ານຄວາມ​ສະ​ເໝີ​ພາບທາງເພດ ໂດຍຜ່ານ​ການ​ເຂົ້າ​ເຖິງ​ສຸຂະພາບ​ທາງ​ເພດ ​ແລະ ສຸຂະພາບ​ຈະເລີນ​ພັນທີ່ມີຄຸນະພາບ, ການ​ສຶກສາ​ທີ່​ດີ​ຂຶ້ນ, ​ການມີນະ​ໂຍບາຍ​ແຮງ​ງານ​ທີ່​ເໝາະ​ສົມ ​ແລະ ການຍຶດຖືບັນທັດຖານ​​ຄວາມ​ສະ​ເໝີ​ພາບ​ໃນ​ສະຖານທີ່ເຮັດ​ວຽກ ​ແລະ ໃນ​ເຮືອນ. ການປະຕິບັດເຫຼົ່ານີ້ ຈະ​ສົ່ງ​ຜົນ​ໃຫ້​ຄອບຄົວ​ມີ​ສຸຂະພາບດີ, ​ເສດຖະກິດ​ມີຄວາມ​ເຂັ້ມ​ແຂງ ​ແລະ ສັງຄົມ​​ມີ​ຄວາມທົນທານ.

ເປົ້າໝາຍກ່ຽວກັບຄວາມສະເໝີພາບທາງເພດໃນມື້ນີ້ ຍັງຄົງມີຄວາມສໍາຄັນຄືດັ່ງ 30 ປີກ່ອນ, ສະນັ້ນ ຄວາມໝາຍໝັ້ນຂອງພວກເຮົາກໍຄວນເປັນເຊັ່ນກັນ. ຂໍໃຫ້ພວກເຮົາສາມັກຄີກັນອີກຄັ້ງໜຶ່ງ ເພື່ອຈິນຕະນາການໂລກທີ່ທຸກຄົນມີໂອກາດເທົ່າທຽມກັນທີ່ຈະກ້າວໜ້າ ແລະ ຂໍໃຫ້ພວກເຮົາຮ່ວມແຮງຮ່ວມໃຈກັນເພື່ອຮັບປະກັນຄວາມຈິງທີ່ວ່າ ຄວາມຮັ່ງມີອັນແທ້ຈິງຂອງທຸກໆປະເທດ  ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່ ຫຼື ພວມຢູ່ໄລຍະໃດຂອງການພັດທະນາກໍ່ຕາມ  ແມ່ນຄົນຂອງປະເທດນັ້ນໆ, ເຊິ່ງໝາຍເຖິງໝົດທຸກຄົນ, ບໍ່ແມ່ນພຽງເຄິ່ງດຽວ.

ອົງການ UNFPA ຈະຢືນຢູ່ຄຽງຂ້າງ ປະຊາກອນທັງໝົດ 8 ຕື້ຄົນ ເພື່ອໃຫ້ເຂົາເຈົ້າສາມາດຮຽກຮ້ອງສິດຂອງເຂົາເຈົ້າ ແລະ ມີທາງເລືອກຂອງເຂົາເຈົ້າເອງ​ເພື່ອນໍາ​ໄປ​ສູ່​ອະ​ນາ​ຄົດ​ທີ່​ມີຄວາມ​ສະ​ເໝີ​ພາບ​ ແລະ ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ສໍາລັບ​ທຸກ​ຄົນ.