You are here

ວັນທີ 25 ພະຈິກ 2022, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ - ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແລະ ແມ່-ເດັກ (ຄຊກມດ) ແລະ ສະຫະພັນແມ່ຍິງລາວ (ສຍລ), ຮ່ວມກັບ ອົງການ UNFPA, UNDP, Plan International ແລະ ສະມາຄົມນ້ຳໃຈ ໄດ້ຮ່ວມກັນຈຸດປະກາຍປະຕູໄຊ ໃຫ້ເປັນສີສົ້ມ​ເພື່ອ​ລະ​ນຶກເຖິງ​ ວັນ​ສາ​ກົນ​ເພື່ອ​ລຶບ​ລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ.

ງານດັ່ງກ່າວໄດ້ຈັດຂຶ້ນເພື່ອລະດົມເອົາທຸກເຄືອຂ່າຍທີ່ມີທັງລັດຖະບານ, ອົງການສະຫະປະຊາຊາດ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງເພື່ອສິດທິແມ່ຍິງ, ອົງການຈັດຕັ້ງທີ່ເຮັດວຽກກັບຜູ້ຊາຍ ແລະ ເດັກຊາຍ, ໂຮງຮຽນ, ມະຫາວິທະຍາໄລ, ພາກເອກະຊົນ, ສະມາຄົມ ແລະ ບຸກຄົນ ມາຮ່ວມເຄື່ອນໄຫວ ໃນວຽກງານສະກັດກັ້ນ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິ, ​ເພື່ອ​ຕ້ານ​ການ​ຖົດຖອຍ​ກັບຂອງ​ສິດທິຂອງ​ແມ່​ຍິງ ແລະ ​ຮຽກ​ຮ້ອງຕໍ່ສູ້​ໃຫ້​ໂລກ ຂອງເຮົາປາສະຈາກ​​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ​ເດັກ​ຍິງ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ພັນ​ຄຳ ວິພາ​ວັນ ຮຽກຮ້ອງ​ໃຫ້​ທຸກ​ຄົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ສະກັດກັ້ນ ແລະ ຕອບໂຕ້ກັບການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ​ຍິງ ​ຜ່ານ​ຂໍ້ຄວາມທາງ​ວິ​ດີ​ໂອວ່າ: “ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການຈັດຕັ້ງສາກົນ, ອົງການ ຈັດຕັ້ງທາງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານ ຢູ່ ສປປ ລາວ ຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການຮ່ວມກັນ ໃນການຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ນັບມື້ຫຼຸດລົງ ແລະ ໝົດໄປ ເຮັດໃຫ້ສັງຄົມລາວກາຍເປັນສັງຄົມ ທີ່ໂອບເອື້ອອາລີ ສາມັກຄີເປັນປຶກແຜ່ນ, ເປັນສັງຄົມປະຕິບັດສິດສະເໝີພາບຍິງ-ຊາຍ ທີ່ແທ້ຈິງ.”

ທ່ານ ​ນາງ ທິບ​ພະ​ກອນ ຈັນທະ​ວົງສາ, ຮອງ​ລັດຖະມົນຕີ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ນາຍົກລັດຖະມົນຕີ, ຮອງ​ປະທານ​ຄະນະ​ປະຈຳ​ ຄຊກມດ ໄດ້ກ່າວ​ຕື່ມ​ວ່າ: ດັ່ງ​ທີ່​ພວກ​ເຮົາ​ຮູ້​ນຳກັນວ່າ, ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ ມີ​ມາ​ແຕ່​ດົນ​ນານ​ແລ້ວ​ຢູ່​ໃນ​ໂລກ, ​ເຖິງ​ແມ່ນ​ວ່າ​ ທຸກປະ​ເທດ​ໄດ້​ພະຍາຍາມ​ແກ້​ໄຂ​ບັນຫານີ້, ​ແຕ່​ຂໍ້​ມູນ​ສະຖິຕິ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ໃຊ້​ຄວາມ​ຮຸນ​ແຮງ​ຍັງ​ຄົງ​ສືບ​ຕໍ່, ດັ່ງ​ນັ້ນ, ພວກ​ເຮົາ​ຕ້ອງ​ສຸມ​ທຸກ​ຄວາມ​ພະຍາຍາມ​ເພື່ອ​ປ້ອງ​ກັນ ​ແລະ ກ້າວໄປເຖິງ​ການ​ລຶບ​ລ້າງ​ຄວາມ​ຮຸນ​ແຮງ.”

ທ່ານ ນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ປະຈໍາ ສປປ ລາວ ໄດ້ກ່າວວ່າ "ພວກເຮົາມາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອບອກວ່າພວກເຮົາບໍ່ຍອມຮັບຄວາມຮຸນແຮງຕໍ່ແມ່ຍິງທຸກຮູບການ - ຄວາມຮຸນແຮງໃນຄອບຄົວ, ຄວາມຮຸນແຮງທາງອອນລາຍ, ຫຼື ການຂົ່ມຂືນ. ແຕ່ພວກເຮົາຮຽກຮ້ອງໃຫ້ມີການປ່ຽນແປງໃນທາງບວກ ເພື່ອສ້າງສັງຄົມໃຫ້ເປັນສັງຄົມທີ່ປາສະຈາກຄວາມຮຸນແຮງ: ຄວາມສະເຫມີພາບຍິງ-ຊາຍ, ໂອກາດເທົ່າທຽມກັນສໍາລັບແມ່ຍິງ, ເພດສຶກສາທີ່ສົມບູນແບບ, ແລະ ແມ່ຍິງມີຄວາມຮູ້ສຶກປອດໄພໃນສະຖານທີ່ສາທາລະນະ, ຢູ່ເຮືອນ, ແລະ ທາງອອນລາຍ. ​ ​ເພື່ອ​ເປັນຂີດໝາຍອັນສຳຄັນໃນວັນສຳຄັນນີ້, ພວກ​ເຮົາ​ຈະ​ຈຸດປະກາຍ​ປະ​ຕູ​ໄຊ​ທີ່​ສວຍ​ງາມໃຫ້​ເປັນ​ສີ​ສົ້ມ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ບໍ່​ຍອມຮັບ​ຄວາມ​ຮຸນ​ແຮງ​ຢູ່ ສປປ ລາວ.”

ຜູ້ເຂົ້າຮ່ວມຫລາຍຮ້ອຍຄົນໄດ້ຮ່ວມໃຈກັນນຸ່ງເສື້ອສີສົ້ມອັນເປັນສັນຍາລັກຂອງຂະບວນການສາກົນເພື່ອສະແດງຈຸດຢືນຕໍ່ສາທາລະນະ ຜ່ານການເຂົ້າຮ່ວມກິດຈະກໍາການໂຄສະນາປຸກລະດົມ, ການແຂ່ງຂັນປະກວດເພງ/ຮູບເງົາ ແລະ ສູນກາງສະຫະພັນແມ່ຍິງລາວ ກໍ່ໄດ້ເປີດຕົວເວັບໄຊ້ ແລະ ເຟສບຸກໃຫມ່. ນອກນີ້ ງານດັ່ງກ່າວຍັງໄດ້ເປີດຂະບວນການເຄື່ອນໄຫວ 16 ວັນຂອງປີນີ້ ພາຍໃຕ້ຫົວຂໍ້ “ຮ່ວມກັນ! ເຄື່ອນໄຫວເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.”

***************

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org