ມື້ນີ້, ສະຖານທູດຝຣັ່ງ, ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ຫຼື “UNFPA” ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ຫຼື “UNDP” ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ (IWD) ຢ່າງຄຶກຄື້ນທີ່ສະຖາບັນຝຣັ່ງປະຈຳລາວ ພາຍໃຕ້ຫົວຂໍ້: ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ: ສິດທິ. ຄວາມສະເໝີພາບ. ການສ້າງຄວາມເຂັ້ມແຂງ. ໃນໂອກາດດັ່ງກ່າວ ໄດ້ມີການເຕົ້າໂຮມບັນດາພະນັກງານຈາກພາກລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ຊາວໜຸ່ມ ແລະ ແມ່ຍິງ ຈາກຂະແໜງການຕ່າງໆ ເພື່ອໃຫ້ຍົກຍ້ອງຕໍ່ບັນດາຜົນສໍາເລັດຂອງແມ່ຍິງ, ປຶກສາຫາລືກ່ຽວກັບສິ່ງທ້າທາຍ, ແລະ ຢືນຢັນຄືນຕໍ່ຄຳໝັ້ນສັນຍາໃນການສົ່ງເສີມຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍ ຢູ່ ສປປ ລາວ.
ງານດັ່ງກ່າວໄດ້ຈັດຂຶ້ນໂດຍມີກິດຈະກໍາທີ່ເນັ້ນການມີສ່ວນຮ່ວມ, ແລະ ມີການສົນທະນາ ກ່ຽວກັບວິທີການຕອບໂຕ້ຕໍ່ຄວາມຮຸນແຮງບົນພື້ນຖານທາງເພດຢ່າງມີປະສິດທິພາບ ເຊິ່ງນໍາພາການສົນທະນາໂດຍ ຜູ້ໃຫ້ບໍລິການດ້ານສຸຂະພາບ, ດ້ານສັງຄົມ ແລະ ດ້ານຍຸຕິທໍາ, ມີການວາງສະແດງສິລະປະ, ແລະ ພື້ນທີ່ໃຫ້ຜູ້ເຂົ້າຮ່ວມງານໄດ້ເປີດປະສົບການ ໂດຍການລອງ "ໃສ່ໝວກຂອງນາງ", ເຊິ່ງເປັນການສະແດງໃຫ້ເຫັນເຖິງບົດບາດ, ພື້ນຖານ, ແລະ ຄວາມຫວັງທີ່ຫຼາກຫຼາຍ ຂອງແມ່ຍິງລາວ.
ພິທີສະເຫຼີມສະຫຼອງດັ່ງກ່າວ ໄດ້ມີການເຊື້ອເຊີນບັນດາຜູ້ບັນຍາຍ ຈາກສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຈາກສະຫະພັນແມ່ຍິງລາວ, ໜ່ວຍບໍລິການປະຕູດຽວຈາກໂຮງໝໍມະໂຫສົດ, ແລະ ຂະແໜງຍຸຕິທຳ ເພື່ອມາໂອ້ລົມສົນທະນາແບ່ງປັນປະສົບການ ກ່ຽວກັບການຕອບໂຕ້ຕໍ່ຄວາມຮຸນແຮງບົນພື້ນຖານທາງເພດ. ພ້ອມກັນນັ້ນ, ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ອົງການສະຫະປະຊາຊາດ, ແລະ ຄູ່ຮ່ວມພັດທະນາຕ່າງໆ ກໍໄດ້ຈັດບູດຕ່າງ ເຊິ່ງຜູ້ເຂົ້າຮ່ວມກໍໄດ້ຢ້ຽມຊົມ ເພື່ອຮຽນຮູ້ກ່ຽວກັບຂໍ້ມູນດ້ານສິດທິຂອງແມ່ຍິງ, ແຜນງານເພື່ອການສ້າງຄວາມເຂັ້ມແຂງ ແລະ ການບໍລິການກວດສຸຂະພາບບໍ່ເສຍຄ່າ.
ພະນະທ່ານ ດຣ ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເນັ້ນໜັກເຖິງການເຊື່ອມໂຍງທີ່ສຳຄັນລະຫວ່າງຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ວາລະການພັດທະນາ ດ້ານສາທາລະນະສຸກ, ສັງຄົມ ແລະ ກົດໝາຍ ຄື:
ການພັດທະນາປະເທດຊາດ ແມ່ນມາຈາກການປູພື້ນຖານທີ່ເຂັ້ມແຂງ ໃນການຮັບປະກັນການເປັນຢູ່ທີ່ດີ ແລະ ສິດທິຂອງແມ່ຍິງ ແລະ ເດັກຍິງ. ການຮັບປະກັນການເຂົ້າເຖິງການບໍລິການ ແລະ ການດູແລທີ່ມີຄຸນນະພາບ ແລະ ການຕອບສະໜອງຕໍ່ຄວາມຕ້ອງການ ຂອງຜູ້ລອດຊີວິດຈາກຄວາມຮຸນແຮງບົນພື້ນຖານທາງເພດ ລວມທັງ ການບໍລິການສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ການດູແລແມ່ ແລະ ເດັກຢ່າງຮອບດ້ານ, ແມ່ນອົງປະກອບທີ່ຈຳເປັນທີ່ສຸດຕໍ່ການພັດທະນາເສດຖະກິດ. ລັດຖະບານແຫ່ງ ສປປ ລາວ ມຸ່ງໝັ້ນທີ່ຈະຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອຮັບປະກັນໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການ ແລະ ການດູແລສຸຂະພາບ ເພື່ອໃຫ້ທຸກຄົນ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ມີອະນາຄົດທີ່ປອດໄພ, ສຸຂະພາບແຂງແຮງ ແລະ ເຂັ້ມແຂງ.”
ພະນະທ່ານ ຊິບ-ເລັງ ຈົວ (Siv-Leng Chhuor), ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ໄດ້ຢືນຢັນຄືນຕໍ່ກັບຄຳໝັ້ນສັນຍາຂອງລັດຖະບານຝຣັ່ງ ໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການສ້າງຄວາມເຂັ້ມແຂງໃກ້ແກ່ແມ່ຍິງ ໂດຍທ່ານໄດ້ກ່າວວ່າ:
ການສະໜັບສະໜູນແມ່ຍິງແມ່ນພາກສ່ວນໜຶ່ງໃນວຽກງານການທູດຝຣັ່ງ, ເຊິ່ງຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍ ແລະ ສິດທິຂອງແມ່ຍິງ ແລະ ເດັກຍິງ ແມ່ນຖືເປັນບຸລິມະສິດ ດ້ານນະໂຍບາຍການພົວພັນຕ່າງປະເທດຂອງພວກເຮົາ, ໂຄງການທັງໝົດ ທີ່ໄດ້ຮັບການສະໜັບສະໜູນຈາກສະຖານທູດຝຣັ່ງ ປະຈຳລາວ ແມ່ນແນໃສ່ການແກ້ໄຂບັນຫາດ້ານບົດບາດຍິງ-ຊາຍ ເພື່ອຮັບປະກັນວ່າ ການປະກອບສ່ວນຂອງແມ່ຍິງ ແມ່ນຖືກຮັບຮູ້ ແລະ ມີຂະບວນການປຸກລະດົມຂົນຂວາຍ. ໃນນີ້, ສະຖານທູດຝຣັ່ງ ໄດ້ໃຫ້ການສະໜັບສະໜູນ 8 ອົງການຈັດຕັ້ງທາງສັງຄົມຂອງລາວ ທີ່ຈັດຕັ້ງປະຕິບັດໂຄງການເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍ ໂດຍຜ່ານ ກອງທຶນຝຣັ່ງສຳລັບອົງການຈັດຕັ້ງທາງສັງຄົມ (FEF-OSC)ໃນໄລຍະ 2 ປີ ດ້ວຍງົບປະມານທັງໝົດ 500,000 ເອີໂຣ.”
ທ່ານ ບັກໂຮເດຍ ເບີຄະນ໋ອຟ (Bakhodir Burkhanov), ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຄື່ອນໄຫວຮ່ວມກັນ ແລະ ການມີນະໂຍບາຍລວມສູນ ຄື:
ເມື່ອແມ່ຍິງ ແລະ ເດັກຍິງມີຄວາມເຂັ້ມແຂງໃນການຕັດສິນໃຈໃນທາງເລືອກຂອງຕົນເອງ, ສາມາດເຂົ້າເຖິງໂອກາດ, ແລະ ປະກອບສ່ວນໃນສັງຄົມຢ່າງເຕັມທີ່, ປະເທດຊາດກໍຈະມີຄວາມຈະເລີນຮຸ່ງເຮືອງ.
ເພື່ອທີ່ຈະໃຫ້ບັນລຸໄດ້ຕາມເປົ້າໝາຍທີ່ກ່າວມາ, ເຮົາຕ້ອງການຫຼາຍກວ່າຄໍາໝາຍໝັ້ນ; ເຮົາຕ້ອງລົງມືເຮັດ, ມີການລົງທຶນ ແລະ ມີຄວາມຮັບຜິດຊອບ. ໂດຍການຮ່ວມມື ແລະ ລິເລີ່ມຮ່ວມກັນ, ພວກເຮົາຈະສືບຕໍ່ຂະຫຍາຍກະບອກສຽງຂອງແມ່ຍິງທຸກຄົນ, ເພື່ອຮັບປະກັນວ່ານະໂຍບາຍ, ແຜນງານ, ແລະ ວິທີແກ້ໄຂຕ່າງໆສອດຄ່ອງກັບການດໍາລົງຊີວິດໂຕຈິງຂອງເຂົາເຈົ້າ. ພວກເຮົາຕ້ອງຮ່ວມກັນຂຸ້ນຂ້ຽວກ້າວໄປຂ້າງໜ້າ ເພື່ອສ້າງອະນາຄົດທີ່ ບໍ່ມີແມ່ຍິງ ຫຼື ເດັກຍິງຄົນໃດຖືກປະຖິ້ມໄວ້ຂ້າງຫຼັງ.”
ການສະເຫຼີມສະຫຼອງວັນແມ່ຍິງສາກົນ ແມ່ນຊ່ວງເວລາແຫ່ງການຮຽກຮ້ອງ, ຮັບຮູ້ ແລະ ຍອມຮັບ. ມັນແມ່ນການເນັ້ນໜັກເຖິງຄວາມຮີບດ່ວນ ໃນການເສີມສ້າງນະໂຍບາຍທີ່ສົ່ງເສີມບົດບາດຍິງ-ຊາຍ, ການລົງທຶນໃນການເປັນຜູ້ນຳຂອງແມ່ຍິງ, ແລະ ການຮັບປະກັນໃຫ້ມີການເຂົ້າເຖິງໂອກາດ ຢ່າງເທົ່າທຽມກັນສຳລັບທຸກຄົນ.
ໂດຍການຮ່ວມມືກັນ—ທັງພາກລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັງທາງສັງຄົມ ແລະ ຊຸມຊົນ— ພວກເຮົາສາມາດສ້າງອະນາຄົດ ເພື່ອໃຫ້ແມ່ຍິງ ແລະ ເດັກຍິງທຸກຄົນໃນ ສປປ ລາວ ມີຄວາມເຂັ້ມແຂງ, ສາມາດບັນລຸທ່າແຮງບົ່ມຊ້ອນຂອງຕົນ, ປາສະຈາກການຈຳແນກ ແລະ ຄວາມຮຸນແຮງ. ຄວາມຄືບໜ້າທີ່ແທ້ຈິງ ຈະເປັນໄປໄດ້ ກໍຕໍ່ເມື່ອຄວາມສະເໝີພາບ ແມ່ນຄວາມເປັນຈິງຂອງທຸກຄົນ