ຄະນະຜູ້ແທນ ສປປ ລາວ, ນຳໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການ ຕ່າງປະເທດ, ບັນດາກະຊວງທີ່ກ່ຽວຂ້ອງ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ ໄດ້ເດີນທາງໄປແລກປ່ຽນ ແລະ ຖອດຖອນບົດຮຽນກັບລາດຊະອານາຈັກກຳປູເຈຍ ແຕ່ວັນທີ 21-24 ມັງກອນ 2025.
ພາລະກິດຂອງຄະນະຜູ້ແທນລາວຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນນຳກະຊວງແຜນການຂອງກຳປູ
ເຈຍກ່ຽວກັບວຽກງານການສ້າງຕັ້ງຄະນະປະສານງານລະຫວ່າງຂະແໜງການ ແລະ ກະຊວງທີ່ກ່ຽວຂ້ອງ ເພື່ອ ຈັດຕັ້ງປະຕິບັດ ວຽກງານປະຊາກອນ ແລະ ການພັດທະນາ. ຄະນະຜູ້ແທນລາວໃຫ້ຄວາມສົນໃຈເປັນພິເສດແມ່ນ ແລກປ່ຽນບົດຮຽນ ແລະ ຮຽນຮູ້ຄວາມເປັນມາໃນການສ້າງຕັ້ງຄະນະກຳມະການພິເສດ ທີ່ມີໜ້າທີ່ປະສານງານກັບບັນດາກະຊວງ ແລະ ຄູ່ຮ່ວມພັດທະນາຕ່າງໆ ເພື່ອເລັ່ງລັດການຈັດຕັ້ງ ປະຕິບັດຄຳ ໝາຍໝັ້ນຕໍ່ແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ. ຄະນະກຳມະການນີ້ມີບົດບາດໃນການເຊື່ອມໂຍງແຜນພັດທະນາແຫ່ງຊາດຕ່າງໆເຂົ້າໃສ່ບູລິມະສິດການພັດທະນາແບບຍືນຍົງ, ຄຳໝາຍໝັ້ນຂອງປະເທດຕໍ່ພາກພື້ນ ແລະ ສາກົນ.
ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນລາວໄດ້ປຶກສາຫາລືກັບຜູ້ແທນກຳປູເຈຍກ່ຽວກັບການກຳນົດວຽກ ບູລິມະສິດພາຍໃຕ້ຂອບແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ, ລວມທັງບັນຫາ ສຸຂະພາບຈະເລີນພັນ, ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ ແກ່ຊາວໜຸ່ມ, ການສ້າງແຜນພັດທະນາແຫ່ງຊາດບົນພື້ນ ຖານຂໍ້ມູນ, ການແກ້ໄຂບັນຫາຄວາມຮຸນແຮງບົນ ພື້ນຖານທາງເພດ, ແລະ ຜົນປະໂຫຍດດ້ານ ປະຊາກອນເພື່ອການພັດທະນາຢ່າງຍືນຍົງ. ການຖອດຖອນບົດຮຽນ ແລະ ຮຽນຮູ້ບັນຫາເຫຼົ່ານີ້ຄາດວ່າຈະເປັນຂໍ້ມູນສຳຄັນ ໃຫ້ແກ່ຄວາມພະຍາຍາມຂອງ ສປປ ລາວ ໃນການ ກຳນົດກົນໄກການປະສານທີ່ມີປະສິດຕິພາບເພື່ອຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນງານດ້ານປະຊາກອນ ແລະ ການພັດທະນາຂອງ ສປປ ລາວ.
ໃນລະຫວ່າງການແລກປ່ຽນ, ຄະນະຜູ້ແທນລາວໄດ້ສະແດງຄວາມສົນໃຈຕໍ່ຂອບຍຸດທະສາດການປະສານງານລະຫວ່າງ ກະຊວງຕ່າງໆຂອງກຳປູເຈຍ ແລະ ແຜນດຳເນີນງານເພື່ອເລັ່ງລັດການຈັດຕັ້ງປະຕິບັດແຜນດຳເນີນ ງານຂອງກອງປະຊຸມສາກົນກ່ຽວກັັບປະຊາກອນ ແລະ ການພັດທະນາ ແຕ່ປີ 2024 ຫາ 2030. ນອກຈາກນັ້ນ, ຄະນະຜູ້ແທນລາວຍັງໄດ້ແຈ້ງໃຫ້ຝ່າຍກຳປູເຈຍຮັບຊາບ ກ່ຽວກັບປະສົບການ ຂອງລາວ ໃນແຜນການດຳເນີນງານວ່າດ້ວຍຜົນປະໂຫຍດດ້ານປະຊາກອນ ແລະ ຍົກໃຫ້ເຫັນຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ສະເໜີແນະ ກອງປະຊຸມລະດັບຊາດກ່ຽວກັບ ປະຊາກອນ ແລະ ການພັດທະນາ ປີ 2023. ຜູ້ແທນກຳປູເຈຍສະແດງຄວາມຮັບຮູ້ ແລະ ຄວາມຊົມເຊີຍຕໍ່ທ່າແຮງບົ່ມ ຊ້ອນຂອງການຮ່ວມມືສອງຝ່າຍໃນອະນາຄົດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນຮ່ວມມືຂອງທັງ ສອງປະເທດເພື່ອບັນລຸເປົ້າໝາຍ ແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ.
ການຢ້ຽມຢາມຄັ້ງນີ້ໄດ້ນຳໄປສູ່ການສ້າງຕັ້ງມາດຕະການຕິດຕາມແນໃສ່ ເສີມຂະຫຍາຍການຮ່ວມມືລະຫວ່າງ ກຳປູເຈຍ ແລະ ສປປ ລາວ. ໃນນັ້ນ, ບາດກ້າວຕໍ່ໄປແມ່ນການສຶກສາ ຄວາມເປັນໄປໄດ້ຂອງການສ້າງຕັ້ງ ຂອບການຮ່ວມມື ໃຕ້-ຕ້, ເຊິ່ງຈະສຸມໃສ່ຄວາມຍືນຍົງທາງດ້ານປະຊາກອນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ. ການແລກປ່ຽນໃນອະນາ ຄົດຈະກວມເອົາຫຼາຍຂະແໜງການ ເຊັ່ນ: ສາທາລະນະສຸກ, ການສຶກສາ, ແຮງງານ ແລະ ສະຫວັດດີການສັງຄົມ, ແລະ ສະຖິຕິ ໂດຍມີເປົ້າໝາຍເພື່ອບັນລຸວາລະ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ຕື່ມອີກ.
ບົນພື້ນຖານຄວາມສຳເລັດຂອງກິດຈະກຳຄູ່ຂະໜານໃນກອງປະຊຸມຄະນະກຳມາທິການປະຊາກອນ ແລະ ການ ພັດທະນາ ຄັ້ງທີ 57 ໃນປີ 2024, ກຳປູເຈຍ ແລະ ສປປ ລາວ ຈະສືບຕໍ່ສຶກສາຄວາມເປັນໄປໄດ້ ໃນການ ຈັດກິດຈະກຳຄູ່ຂະໜານເພີ່ມເຕີມໃນລະດັບພາກພື້ນ ແລະ ສາກົນ ເພື່ອແລກປ່ຽນປະສົບການ ການ ພັດທະນາທີ່ດີທີ່ສຸດ. ນອກຈາກນີ້, ກົນໄກການຮ່ວມມືຜ່ານລະບົບອອນລາຍລະຫວ່າງກະຊວງ ແຜນການຂອງ ສອງປະເທດ ຈະຖືກສ້າງຕັ້ງຂຶ້ນ ເພື່ອຮັບປະກັນການຕິດຕາມຄວາມຄືບໜ້າເປັນປະຈຳ ໃນ ການແລກປ່ຽນ ຄວາມຮູ້ ແລະ ປະສົບການນຳກັນ.
ນອກຈາກການແລກປ່ຽນບົດຮຽນລະຫວ່າງກະຊວງແຜນການ ແລະ ການລົງທຶນແຫ່ງ ສປປ ລາວ ແລະ ກະຊວງແຜນການແຫ່ງລາຊະອານາຈັກກຳປູເຈຍ ແລະ ຂະແໜງການທີ່ກ່ຽວຂ້ອງ ຂອງສອງປະເທດແລ້ວ, ການແລກປ່ຽນຄັ້ງນີ້ຖືເປັນຂີດໝາຍສຳຄັນໃນການຊຸກຍູ້ການພົວພັນຮ່ວມມືລະດັບພາກພື້ນ ກໍຄືການປະຕິ ບັດຄຳໝັ້ນສັນຍາ ພາຍໃຕ້ຂອບ ແຜນດຳເນີນງານຂອງ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ. ໃນນີ້, ຂໍ້ລິເລີ່ມການຮ່ວມມືຂອງຂະແໜງການທີ່ ສຳຄັນໃນອະນາຄົດຈະເປັນ ແຮງຊຸກຍູ້ ການພັດທະນາຄວາມສາມາດ ແລະ ການຮ່ວມມືລະຫວ່າງປະເທດ ເພື່ອແກ້ໄຂສິ່ງທ້າທາຍທີ່ທັງສອງ ປະເທດກຳລັງປະເຊີນ, ສ້າງຄວາມເຂັ້ມແຂງໃຫ້ແກ່ການ ເຊື່ອມໂຍງພາກພື້ນອາຊຽນ, ພ້ອມທັງປະກອບສ່ວນ ເຂົ້າໃນການພັດທະນາແບບຍືນຍົງ ແລະ ຄວາມຈະເລີນຮ່ວມກັນ. ຄວາມມຸ່ງໝັ້ນຮ່ວມກັນຂອງທັງສອງ ປະເທດ ກຳປູເຈຍ ແລະ ລາວ ໃນການຂະຫຍາຍການ ຮ່ວມມືພາຍ ໃຕ້ຂອບ ໃຕ້-ໃຕ້ ເປັນການເປີດ ສາກໃໝ່ ເພື່ອການສ້າງ ຄວາມເຂັ້ມແຂງໃນການເຊື່ອມໂຍງ, ນະວັດຕະກຳ, ການຫັນເປັນດິຈິຕອນ, ແລະ ຄວາມຍືນຍົງທາງດ້ານປະຊາກອນໃນທົ່ວພາກພື້ນ.