You are here

ທ່ານ ນ. ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ນຳພາຄະນະຜູ້ແທນທາງການ ຂອງ ສປປ ລາວ ປະກອບມີ ຜູ້ຕາງໜ້າຈາກ ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນກາງສະຫະພັນແມ່ຍິງ ແລະ ສະຖານທູດລາວ ປະຈໍາ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍປະຊາກອນໃນພາກພື້ນອາຊີ-ປາຊີຟິກ ຄັ້ງທີ 7 ໃນລະຫວ່າງວັນທີ 15-17 ພະຈິກ 2023 ທີ່ ບາງກ໋ອກ, ປະເທດໄທ, ໂດຍການສະໜັບສະໜູນຈາກ ອົງການ UNFPA, ເຊິ່ງມີບັນດາປະເທດສະມາຊິກ ຄະນະກຳມາທິການເສດຖະກິດ-ສັງຄົມ ອົງການ ສປຊ ສຳລັບພາກພື້ນອາຊີ-ປາຊີຟິກ ເຂົ້າຮ່ວມຫຼາຍກວ່າ 40 ປະເທດ ແລະ ມີອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍສັງກັດລັດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ (1) ທົບທວນການຈັດຕ້ັງປະຕິບັດຖະແຫຼງການຂອງລັດຖະມົນຕີ ຂອງພາກພື້ນອາຊີ-ປາຊີຟິກ ວ່າດ້ວຍປະຊາກອນ ແລະ ການພັດທະນາ (Asia Pacific Ministerial Declaration on Population and development) ທີ່ໄດ້ຮັບຮອງເອົາໃນກອງປະຊຸມ ວ່າດ້ວຍປະຊາກອນພາກພື້ນອາຊີ-ປາຊີຟິກ ໃນປີ 2013; (2) ກຳນົດຮູບແບບ, ວິທີການ ແລະ ກົນໄກໃນການຈັດຕັ້ງປະຕິບັດທີ່ດີ, ບົດຮຽນທີ່ຖອດຖອນໄດ້, ແຜນງານບຸລິມະສິດ ແລະ ເຫດການສຸກເສີນ ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030; (3) ຮັບຮູ້ຜົນສຳເລັດຫຼາຍດ້ານກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ ນັບແຕ່ກອງປະຊຸມປະຊາກອນຄັ້ງທຳອິດ ທີ່ໄດ້ຈັດຂຶ້ນໃນປີ 1963  ລວມທັງກາລະໂອກາດ ແລະ ສິ່ງທ້າທາຍທີ່ຕ້ອງເອົາໃຈໃສ່ແກ້ໄຂ ແລະ ກໍານົດທິດທາງ ເພື່ອສຶບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ; ແລະ (4) ສັງລວມຜົນສໍາເລັດວຽກງານປະຊາກອນ ແລະ ການພັດທະນາ ຈາກ ພາກພື້ນອາຊີ-ປາຊີຟິກ ເຂົ້າໃນບົດລາຍງານທົບທວນຄືນ 30 ປີ ສະພາບການຈັດຕ້ັງປະຕິບັດ ແຜນດຳເນີນງານຂອງກອງປະຊຸມປະຊາກອນ ແລະ ການພັດທະນາ ( the Programme of Action of the International Conference on Population and Development) ທີ່ຮັບຮອງເອົາໃນປີ 1994 ເພື່ອເປັນຂໍ້ມູນໃຫ້ແກ່ກອງປະຊຸມ ຄະນະກຳມາທິການວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ 57 (The Fifty Seventh of the Commission on Population and Development) ເຊິ່ງມີແຜນຈະຈັດຂຶ້ນໃນລະຫວ່າງວັນທີ 29 ເມສາ - 3 ພຶດສະພາ 2024, ທີ່ ນິວຢອກ, ສ. ອາເມລິກາ.

ກອງປະຊຸມ ວ່າດ້ວຍປະຊາກອນໃນພາກພື້ນອາຊີ-ປາຊີຟິກ ຄັ້ງທີ 7 2023, ທ່ານ ນ. ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວປາໄສ ຕໍ່ກອງປະຊຸມ ໃນວາລະ ທົບທວນຄືນ ຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດ ຖະແຫຼງການຂອງກອງປະຊຸມລັດຖະມົນຕີວ່າດ້ວຍ ປະຊາກອນ ແລະ ການພັດທະນາ, ກໍ່ຄື ແຜນດຳເນີນງານ ຂອງກອງປະຊຸມປະຊາກອນ ແລະ ການພັດທະນາ. ໃນນັ້ນ, ທ່ານ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນນາມຫົວຫນ້າຄະນະຜູ້ແທນຂອງ      ສປປ ລາວ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ຜົນສໍາເລັດຕົ້ນຕໍຂອງວຽກງານປະຊາກອນ ແລະ ການພັດທະນາ, ເປັນຕົ້ນ: ໄດ້ເຊື່ອມສານເນື້ອໃນຈິດໃຈ ຖະແຫຼງການ ແລະ ແຜນປະຕິບັດງານດັ່ງກ່າວ ເຂົ້າໃນນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ເຫັນໄດ້ເຖິງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ: ອັດຕາເຂົ້າຮຽນຊັ້ນປະຖົມ ເພີ່ມຂຶ້ນ,  ການເພີ່ມການເຂົ້າເຖິງຂໍ້ມູນແລະ ການບໍລິການສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ, ການວາງແຜນຄອບຄົວ, ການເກີດລູກໂດຍມີແພດຊ່ວຍ ເພີ່ມຂຶ້ນ ອັນພົ້ນເດັ່ນແມ່ນ ຫລຸດຜ່ອນອັດຕາການເສຍຊີວິດຂອງແມ່.  ພ້ອມດຽວກັນນີ້, ທ່ານ ໄດ້ແຈ້ງໃຫ້ກອງປະຊຸມຊາບ ຜົນຂອງກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ ຂອງ ສປປ ລາວ ຈັດຂຶ້ນໃນລະຫວ່າງວັນທີ 23-24 ຕຸລາ 2023, ທີ່ນະຄອນຫຼວງວຽງຈັນ, ໂດຍກອງປະຊຸມ ໄດ້ທົບທວນຄືນການຈັດຕັ້ງປະຕິບັດ ວຽກງານ ປະຊາກອນ ແລະ ການພັດທະນາ, ການແກ້ໄຂບັນຫາສິ່ງທ້າທາຍ ໃນວຽກງານປະຊາກອນ ແລະ ການພັດທະນາ ເປັນຕົ້ນ ບັນຫາສຸຂະພາບ, ການປ່ຽນແປງດິນຟ້າອາກາດ ແລະ ບັນຫາໃນຂົງເຂດສັງຄົມ ໂດຍສະເພາະ ວຽກງານ ສຸຂະພາບຈະເລີນພັນ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເພື່ອຮັບປະກັນ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບດີຂຶ້ນ; ພ້ອມທັງວາງທິດທາງແຜນການ ວຽກງານ ປະຊາກອນ ແລະ ການພັດທະນາ ຂອງ ສປປ ລາວໃນຕໍ່ໜ້າ. ທ້າຍສຸດ, ທ່ານ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນໄດ້ຢ້ຳຄືນຄວາມໝາຍໝັ້ນ ຂອງ ສປປ ລາວ ຕໍ່ການຈັດຕັ້ງປະຕິບັດແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍ ປະຊາກອນ ແລະ ການພັດທະນາ ໂດຍສະເພາະ ການບັນລຸ 3ເປົ້າໝາຍການປ່ຽນແປງຮອດປີ 2030 ເຊິ່ງລວມມີ ເຮັດໃຫ້ການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ເປັນສູນ, ຄວາມຕ້ອງການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງໃຫ້ເປັນສູນ ແລະ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການກະທຳທີ່ເປັນອັນຕະລາຍ ເປັນສູນ ແລະ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງຂອງຕົນ ໂດຍຜ່ານການຮ່ວມມື ກັບອົງການເຄືອຂ່າຍສປຊ ພາຍໃນປະເທດໂດຍສະເພາະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ(UNFPA) ທີ່ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຮອນ ໃນການຈັດຕັ້ງປະຕິບັດວຽກງງານປະຊາກອນ ແລະ ການພັດທະນາ ຢູ່ ສປປ ລາວ; ຄຽງຄູ່ກັນນີ້ ຍັງໄດ້ເນັ້ນເຖິງການປະກອບສ່ວນ ທີ່ສໍາຄັນຂອງຄູ່ພັດທະນາ ໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ອາຊຽນ, ພາກພື້ນ ແລະ ໃນຂອບວຽກແຜນດຳເນີນງານ ດ້ານປະຊາກອນ ແລະ ການພັດທະນາ ທີ່ເປັນແຜນງານຫລັກຂອງສາກົນອີກດ້ວຍ.

ໃນວັນທີ 17 ພະຈິກ, ກອງປະຊຸມ ຈະຮັບຮອງເອົາບົດລາຍງານຂອງກອງປະຊຸມວ່າດ້ວຍປະຊາກອນໃນພາກພື້ນອາຊີ-ປາຊີຟິກ ຄັ້ງທີ 7 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ດ້ານປະຊາກອນ ແລະ ການພັດທະນາໃນພາກພື້ນ ອາຊີ-ປາຊີຟິກ ແລະ ເປັນຂໍ້ມູນກະກຽມໃຫ້ແກ່ ແກ່ກອງປະຊຸມ ຄະນະກຳມາທິການວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ 57, ເຊິ່ງມີແຜນຈະຈັດຂຶ້ນໃນລະຫວ່າງວັນທີ 29 ເມສາ - 3 ພຶດສະພາ 2024, ທີ່ ນິວຢອກ, ສ. ອາເມລິກາ.

 

***************

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org