You are here

ວັນທີ 26 ມິຖຸນາ 2023, ນະຄອນຫຼວງວຽງຈັນສປປ ລາວ - ຄະນະຜູ້ແທນຈາກສະຫະພັນແມ່ຍິງລາວ (ສສຍລ) ແລະ ກະຊວງສາທາລະນະສຸກ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ ແລະ UNFPA ປະຈໍາ ມົງໂກລີ ໄດ້ໄປຢ້ຽມຢາມປະເທດມົງໂກລີ ເພື່ອແລກປ່ຽນຄວາມຮູ້ກ່ຽວກັບການສະກັດກັ້ນຄວາມຮຸນແຮງບົນພື້ນຖານທາງເພດ (GBV) ພ້ອມທັງສ້າງຕັ້ງກົນໄກການປົກປ້ອງຜູ້ລອດຊີວິດແບບຮອບດ້ານ.

 

ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ນໍາໂດຍ​ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ໄດ້ແລກປ່ຽນບົດຮຽນກັບບັນດາກະຊວງຂອງລັດຖະບານມົງໂກນລີ ໃນໄລຍະການໄປຢ້ຽມຢາມ 5 ວັນ ທີ່ໄດ້ຮັບທຶນພາຍໃຕ້ໂຄງການ “Khan Hom” ສະໜັບສະໜູນໂດຍ KOICA ເຊິ່ງໃນນັ້ນລວມມີ ກະຊວງປ້ອງກັນຄວາມສະຫງົບກະຊວງປ້ອງກັນສັງຄົມໂຮງໝໍເມືອງ ແລະ ຄະນະກຳມະການເພື່ອຄວາມສະເໝີພາບທາງເພດແຫ່ງຊາດຂອງມົງໂກລີ. ຄະນະຜູ້ແທນລາວ ໄດ້ຮຽນຮູ້ບົດຮຽນອັນລ້ຳຄ່າ ກ່ຽວກັບການສ້າງຕັ້ງ ແລະ ດໍາເນີນການສູນບໍລິການປະຕູດຽວ ໃຫ້ແກ່ຜູ້ລອດຊີວິດຈາກຄວາມຮຸນແຮງ ພ້ອມທັງເຜີຍແຜ່ໃຫ້ພາກສ່ວນກ່ຽວຂ້ອງຈາກພາກລັດໄດ້ເຂົ້າໃຈເຖິງຄວາມສໍາຄັນ ຂອງລະບົບຂໍ້ມູນບໍລິຫານກ່ຽວກັບຄວາມຮຸນແຮງບົນພື້ນຖານທາງເພດແບບດິຈິຕອນ – ທີ່ນະປັດຈຸບັນນີ້ຍັງບໍ່ທັນໄດ້ສ້າງຕັ້ງຢູ່ໃນ ສປປ ລາວ.

 

ທ່ານ ນາງ ອິນລາວັນ ກ່າວວ່າ "ພວກເຮົາຮູ້ສຶກເປັນກຽດທີ່ໄດ້ພົບກັບຄູ່ຮ່ວມງານ ຈາກລັດຖະບານມົງໂກນເພື່ອຮັບຟັງຜົນສໍາເລັດສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຂອງເຂົາເຈົ້າແລະ ມັນມີຄຸນຄ່າຫຼາຍ ທີ່ໄດ້ເຫັນສູນບໍລິການຄວາມຮຸນແຮງບົນພື້ນຖານທາງເພດ ແລະ ລະບົບຂໍ້ມູນເຫຼົ່ານີ້ດ້ວຍຕາຂອງພວກເຮົາເອງ ເພື່ອວ່າພວກເຮົາຈະສາມາດປັບໃຊ້ໃຫ້ເຂົ້າກັບສະພາບການຂອງລາວ ​ຂະນະທີ່​ພວກ​ເຮົາມີແຜນ​​ເປີດສູນປົກປ້ອງແມ່ຍິງ ແລະ ເດັກ 4 ແຫ່ງ​ໃນ​ປີ​ນີ້”.

ການລົງຢ້ຽມຢາມ ສູນບໍລິການປະຕູດຽວຈາກຂະແໜງການຕ່າງໆ ເຊັ່ນ ຂະແໜງປ້ອງກັນຄວາມສະຫງົບ, ຂະແໜງສັງຄົມ ແລະ ໂຮງຫມໍໃນນະຄອນຫຼວງ ອູລານບັນຕາ (Ulaanbaatar) ແລະ ແຂວງ ດາຄານ (Darkhan) ໄດ້ໃຫ້ບົດຮຽນອັນລໍ້າຄ່າແກ່ລັດຖະບານລາວກ່ຽວກັບຄວາມປອດໄພຄວາມໝັ້ນຄົງ ແລະ ການຖືເອົາຜູ້ລອດຊີວິດເປັນໃຈກາງຢູ່ສະເໝີ. ສູນບໍລິການປະຕູດຽວ ມີຈຸດປະສົງເພື່ອສະຫນອງການສະຫນັບສະຫນູນແບບຮອບດ້ານສໍາລັບຄວາມຮຸນແຮງບົນພື້ນຖານທາງເພດດໍາເນີນກິດຈະກໍາປູກຈິດສໍານຶກເພື່ອປ້ອງກັນຄວາມຮຸນແຮງໂດຍຜ່ານການປ່ຽນແປງພຶດຕິກໍາແລະ ເສີມສ້າງການປະສານງານຈາກຫຼາຍຂະແໜງການ ເພື່ອຮັບປະກັນວ່າ ຈະບໍ່ມີປະຕູໃດທີ່ຜູ້ລອດຊີວິດມາເຄາະ ເປັນ "ປະຕູທີີ່ຜິດ." ການສ້າງຕັ້ງ ສູນບໍລິການປະຕູດຽວ ກໍຍັງສອດຄ່ອງກັບແຜນປະຕິບັດງານແຫ່ງຊາດ ຄັ້ງທີ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃນ ສປປ ລາວ (2021-2025) (NPAVAW).

 

ທ່ານ Khalid Sharifi, ຫົວໜ້າຫ້ອງການ UNFPA ມົງໂກລີ ກ່າວວ່າພວກເຮົາພູມໃຈທີ່ໄດ້ສະໜັບສະໜູນຄະນະຜູ້ແທນລາວ ໃນການຢ້ຽມຢາມ ມົງໂກລີ ຄັ້ງນີ້ ເຊິ່ງໄດ້ແລກປ່ຽນການປະຕິບັດທີ່ດີກ່ຽວກັບການປ້ອງກັນ ແລະ ຕອບໂຕ້ຄວາມຮຸນແຮງບົນພື້ນຖານທາງເພດ. ການສ້າງຕັ້ງສູນບໍລິການປະຕູດຽວ ແລະ ການສ້າງຂໍ້ມູນເພື່ອກໍານົດທິດທາງນະໂຍບາຍ ແມ່ນຂັ້ນຕອນສໍາຄັນຕໍ່ກັບການແກ້ໄຂຄວາມຮຸນແຮງບົນພື້ນຖານທາງເພດຢ່າງມີປະສິດທິພາບ. ​ໂດຍ​ການ​ແລກປ່ຽນ​ປະສົບ​ການ ​ແລະ ​ຄວາມ​ຮູ້​ຂອງ​ພວກ​ເຮົາພວກ​ເຮົາ​ຫວັງ​ວ່າ​ສາມາດ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ກົນ​ໄກ​ປົກປ້ອງ​ຜູ້​ລອດ​ຊີວິດ​ແບບຮອບດ້ານ​ໃນ ສປປ ລາວ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃຕ້-​ໃຕ້ ​ໃນ​ການ​ຕໍ່ສູ້​ກັບ​ບັນຫາ​ດ້ານສາທາລະນະ​ສຸກໃນທົ່ວໂລກ​.”

ການຢ້ຽມຢາມຄັ້ງນີ້ ຈະເລັ່ງລັດຜົນໄດ້ຮັບໃນການສ້າງຄວາມເຂັ້ມແຂງທາງດ້ານການບໍລິການດ້ານສັງຄົມ ແລະ ສຸຂະພາບໃຫ້ແກ່ຜູ້ລອດຊີວິດຈາກຄວາມຮຸນແຮງບົນພື້ນຖານທາງເພດ ແລະ ຮັບປະກັນໃຫ້ມີທີ່ພັກຫຼົບໄພທີ່ປອດໄພ ແລະ ສູນບໍລິການປະຕູດຽວທີ່ໄດ້ມາດຕະຖານສາກົນເຜີຍແຜ່ເຖິງຄວາມສໍາຄັນໃຫ້ລັດຖະບານໄດ້ລິເລີ່ມ ແລະ ເປັນເຈົ້າການ ລະບົບຂໍ້ມູນການບໍລິຫານຄວາມຮຸນແຮງບົນພື້ນຖານທາງເພດແບບດິຈິຕອນ ພ້ອມທັງຮັດແໜ້ນສາຍພົວພັນລະຫວ່າງ ລາວ ແລະ ມົງໂກລີ ໂດຍຜ່ານການຮ່ວມມືສາມຫລ່ຽມໃຕ້-ໃຕ້ ລະຫວ່າງຄູ່ຮ່ວມງານຂອງລັດຖະບານທີ່ມີພັນທະໃນການຕອບໂຕຕໍ່ຄວາມຮຸນແຮງບົນພື້ນຖານທາງເພດ.

 

ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ​ເດັກ​ຍິງ ເປັນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ທີ່​ແຜ່​ຫຼາຍ​ທີ່​ສຸດ​ໃນ​ໂລກ. ຄວາມຮຸນແຮງປະເພດນີ້ບໍ່ຈໍາແນກວ່າຈະເລືອກເກີດຢູ່ສັງຄົມເສດຖະກິດ ຫຼື ຊາດໃດ. ພວກເຮົາຂໍຂອບໃຈອົງການ UNFPA ປະຈໍາ ມົງໂກລີ ແລະ ລັດຖະບານມົງໂກລີ ທີ່ເຮັດວຽກຢ່າງໃກ້ຊິດກັບຄະນະຜູ້ແທນລາວ ເພື່ອເພີ່ມທະວີການແລກປ່ຽນຄວາມຮູ້ໂດຍຜ່ານການຮ່ວມມືສາມຫຼ່ຽມນີ້,” ກ່າວໂດຍ ທ່ານ ນາງ ມາຣຽມ ຄານຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ.

***

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດລວມທັງ ສປປ ລາວເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

 

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

laos.office@unfpa.org