Go Back Go Back
Go Back Go Back

ຄວາມສຳຄັນຂອງການລົງທຶນຕໍ່ກັບສຸຂະພາບຂອງແມ່ ແລະ ເດັກ ເພື່ອການພັດທະນາຂອງ ສປປ ລາວ

ຄວາມສຳຄັນຂອງການລົງທຶນຕໍ່ກັບສຸຂະພາບຂອງແມ່ ແລະ ເດັກ ເພື່ອການພັດທະນາຂອງ ສປປ ລາວ

Statement

ຄວາມສຳຄັນຂອງການລົງທຶນຕໍ່ກັບສຸຂະພາບຂອງແມ່ ແລະ ເດັກ ເພື່ອການພັດທະນາຂອງ ສປປ ລາວ

calendar_today 06 May 2025

ຄວາມສຳຄັນຂອງການລົງທຶນຕໍ່ກັບສຸຂະພາບຂອງແມ່ ແລະ ເດັກ ເພື່ອການພັດທະນາຂອງ ສປປ ລາວ
ຄວາມສຳຄັນຂອງການລົງທຶນຕໍ່ກັບສຸຂະພາບຂອງແມ່ ແລະ ເດັກ ເພື່ອການພັດທະນາຂອງ ສປປ ລາວ

ຜູ້ຂຽນ: ທ່ານ ໂທມາສ ລາມມາ, ອຸປະທູດ ແຫ່ງ ລຸກຊຳບວກ ປະຈຳ ສປປ ລາວ; ທ່ານ ດຣ ທິິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ; ທ່ານ ບິລາລ ດູຣານິ, ຜູ້ຕາງໜ້າ ອົງການສະຫະປະຊາຊາດກອງທຶນສໍາລັບເດັກ ປະຈຳ ສປປ ລາວ; ທ່ານ ດຣ. ບາກທິຢໍ ຄາດິເຣິບ, ຜູ້ຕາງໜ້າ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ ປະຈຳ ສປປ ລາວ.

ບົດຄວາມ ໂດຍຜູ້ຕາງໜ້າຈາກ ສະຖານທູດ ລຸກຊຳບວກ, ອົງການ WHO, UNICEF ແລະ UNFPA ປະຈຳ ສປປ ລາວ

 

ໃນທົ່ວ ສປປ ລາວ, ໄດ້ມີ ເດັກນ້ອຍຫຼາຍກວ່າ 150,000 ຄົນ ທີ່ກຳເນີດໃນປີທີ່ຜ່ານມາ, ສະແດງໃຫ້ເຫັນເຖິງຄວາມສຸກພາຍໃນຄອບຄົວ ແລະ ຄວາມຫວັງຂອງອະນາຄົດຂອງປະເທດຊາດ.

ພາຍໃຕ້ຫົວຂໍ້ໃນທົ່ວໂລກກ່ຽວກັບ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອ ອະນາຄົດທີ່ສົດໃສ”, ວັນສຸຂະພາບໂລກ ໃນປີນີ້ຖືເປັນ ໂອກາດອັນສຳຄັນທີ່ສະທ້ອນໃຫ້ເຫັນເຖິງບົດບາດຄວາມສຳຄັນຂອງແມ່, ເດັກ ແລະ ໄວໜຸ່ມ ໃນການເສີມສ້າງຄອບຄົວ ແລະ ຊຸມຊົນທີ່ມີສຸຂະພາບດີ - ແລະ ວິທີທີ່ພວກເຮົາຈະສາມາດປົກປ້ອງຊັບພະຍາກອນມະນຸດໃຫ້ດີທີ່ສຸດ.

ແຕ່ລະເລື່ອງລາວທີ່ອົບອຸ່ນຫົວໃຈທີ່ຖືກນຳສະເໜີເຫຼົ່ານີ້ - ຊີວິດໃໝ່, ຄອບຄົວທີ່ມີຄວາມສຸກ, ການທຸ້ມເທວຽກງານຢ່າງໜັກຂອງຜະດຸງຄັນ, ພະຍາບານ ຫຼື ອາສາສະໝັກບ້ານ (ອສບ) - ແລະ ຊຸມຊົນທີ່ເຂັ້ມແຂງຂຶ້ນ.

ສຸຂະພາບຂອງແມ່ແມ່ນພື້ນຖານຂອງວຽກງານສາທາລະນະສຸກ. ເມື່ອແມ່ມີສຸຂະພາບແຂງແຮງ, ພວກເຂົາຈະສາມາດເບິ່ງແຍງລູກນ້ອຍ ແລະ ໄວໜຸ່ມ, ເຊິ່ງຈະນຳພາໄປສູ່ການມີສຸຂະພາບທີ່ດີ ແລະ ປະເທດຊາດທີ່ຈະເລີນຮຸ່ງເຮືອງ. ຢ່າງໃດກໍຕາມ, ເຖິງຈະມີການປັບປຸງລະບົບການດູແລສຸຂະພາບ, ແຕ່ອັດຕາການເສຍຊີວິດຂອງແມ່ຍັງຄົງເປັນບັນຫາທີ່ພົ້ນເດັ່ນ ເວົ້າລວມໃນຫຼາຍພື້ນທີ່ໃນໂລກ ເວົ້າສະເພາະ ສປປ ລາວ.

ການສູນເສຍທີ່ໜ້າເສົ້າສະຫຼົດໃຈຂອງແມ່ລ້ຽງດ່ຽວເຊິ່ງສະມາດປ້ອງກັນໄດ້ເປັນເຄື່ອງເຕືອນໃຈທີ່ຊັດເຈນວ່າຍັງຄົງມີຊ່ອງວ່າງໃນການເຂົ້າເຖິງການດູແລສຸຂະພາບທີ່ມີຄຸນນະພາບ.

ຂໍ້ມູນຈາກບົດລາຍງານຂອງອົງການສະຫະປະຊາຊາດ ສະແດງໃຫ້ເຫັນວ່າ ໃນລະຫວ່າງປີ 2000 ຫາ ປີ 2023, ການເສຍຊີວິດຂອງແມ່ຕໍ່ 100,000 ຄົນ ໃນ ສປປ ລາວ ຫຼຸດລົງຈາກ 609 ຄົນມາເປັນ 112 ຄົນ, ຫຼຸດລົງ 81.6%, ເຊິ່ງເປັນອັດຕາຫຼຸດລົງທີ່ໄວທີ່ສຸດໃນທົ່ວໂລກ. ເຊັ່ນດຽວກັນ, ອັດຕາການເສຍຊີວິດຂອງເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີຫຼຸດລົງຈາກ 108 ຄົນມາເປັນ 28 ຄົນຕໍ່ການເກີດມີຊີວິດ 1,000 ຄົນ. ບົດລາຍງານນີ້ແມ່ນ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ, ທີ່ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປັບປຸງ​ລະບົບການ​ເຂົ້າ​ເຖິງ​ການ​ຮັກສາ​ສຸຂະພາບ, ການ​ດູ​ແລ​ກ່ອນ​ເກີດ ​ແລະ ການ​ເກີດ​ລູກ ແລະ ຄວາມ​ສາມາດ​ຂອງ​ອາສາ​ສະໝັກ​ບ້ານ, ຜະດຸງຄັນ, ພະຍາບານ ​ແລະ ທ່ານໝໍ​ໃນ​ທົ່ວ​ປະ​ເທດ.

ໃນຂະນະທີ່ມີຄວາມກ້າວໜ້າຢ່າງເຫັນໄດ້ຊັດເຈນ, ແຕ່ກໍຍັງມີຄວາມຕ້ອງການການເຮັດວຽກຢ່າງໜັກຕື້ມ. ຕົວ​ເລກ​ເຫຼົ່າ​ນີ້​ໄດ້​ຫຼຸດ​ລົງ​ ແຕ່​ຍັງ​ຄົງສູງ​ກວ່າ​ເມື່ອ​ທຽບ​ໃສ່ບັນດາ​ປະ​ເທດ​ໃກ້​ຄຽງ.

ໃນຂະນະທີ່ ສປປ ລາວ ໃກ້ຈະຮອດຈຸດໝາຍປາຍທາງຂອງການຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ (LDC), ສຸຂະພາບຂອງແມ່, ເດັກ ແລະ ໄວໜຸ່ມ ຈະເປັນຕົວຊີ້ວັດເຖິງການຫຼຸດພົ້ນທີ່ມີຄວາມໝາຍຄວາມສຳຄັນ. ການປົກປ້ອງສຸຂະພາບ  ແລະ ສິດຂອງແມ່, ເດັກນ້ອຍ ແລະໄວໜຸ່ມທັງໝົດນີ້ ບໍ່ພຽງແຕ່ເປັນສິ່ງທີ່ຖືກຕ້ອງເທົ່ານັ້ນ—ແຕ່ເປັນສິ່ງຈໍາເປັນ ແລະ ເປັນການລົງທຶນເພື່ອສຸຂະພາບທີ່ດີ, ອະນາຄົດຂອງປະເທດຊາດທີ່ຈະເລີນຮຸ່ງເຮືອງ ແລະ ເປັນບາດກ້າວທີ່ຕັດສິນໄປສູ່ການຫຼຸດພົ້ນອອກຈາກການເປັນປະເທດຈາກບັນຊີລາຍຊື່ປະເທດດ້ອຍພັດທະນາ.

ເພື່ອໃຫ້ບັນລຸຕໍ່ວິໄສທັດນີ້ຮຽກຮ້ອງໃຫ້ມີຄວາມພະຍາຍາມຢ່າງຮີບດ່ວນ, ການລົງທຶນແບບຍືນຍົງ ແລະ ຄໍາມຸ່ງມາດແຫ່ງຊາດ ເພື່ອຊອກຫາວິທີການ ແລະ ການປະສົມປະສານຂອງການເຮັດວຽກໃໝ່.

ເພື່ອບັນລຸເປົ້າໝາຍດັ່ງກ່າວ, ພວກເຮົາຕ້ອງຮອງຮັບເອົາວິທີການໃນຫຼາຍດ້ານ:

ກ່ອນອື່ນໝົດ, ສິ່ງສຳຄັນທີ່ຈະສາມາດເຊື່ອມຈອດ ແລະ ໃຫ້ບໍລິການດ້ານສຸຂະພາບຂອງແມ່, ເດັກ ແລະ ໄວໜຸ່ມ, ການສັກຢາປ້ອງກັນພະຍາກ ແລະ ໂພຊະນາການຢູ່ສະຖານທີ່ສາທາລະນະສຸກ, ການຮັບປະກັນໃຫ້ຄອບຄົວ ແລະ ໄວໜຸ່ມສາມາດເຂົ້າເຖິງການບໍລິການທີ່ສະດວກສະບາຍທຸກຢ່າງທີ່ຄົບຈົບໃນບ່ອນດຽວ. ສິ່ງນີ້ຈະເປັນການປັບປຸງປະສິດທິພາບ, ປະຢັດຊັບພະຍາກອນ, ມີຜົນກະທົບສູງສຸດ, ເຮັດໃຫ້ການດູແລສຸຂະພາບສະດວກຍິ່ງຂຶ້ນສໍາລັບຄອບຄົວ ແລະ ຫຼີກເວັ້ນການພາດໂອກາດ - ບໍ່ໃຫ້ມີແມ່ຍິງ, ເດັກ ຫຼື ໄວໜຸ່ມຕົກຫຼົ່ນຕາມຮອຍຮົ່ວນີ້.

ປະການທີສອງ, ພວກເຮົາຈໍາເປັນຕ້ອງໄດ້ເສີມສ້າງຄວາມເຂັ້ມແຂງໃກ້ກັບວິທີການທີ່ກົງກັບເປົ້າໝາຍ ເພື່ອແກ້ໄຂສິ່ງທ້າທາຍຢ່າງຕໍ່ເນື່ອງ. ດ້ວຍຂໍ້ມູນທີ່ເຂັ້ມແຂງກວ່າ, ພວກເຮົາສາມາດກໍານົດບູລິມະສິດ ແລະ ຊ່ອງຫວ່າງ ໄດ້ - ໂດຍສະເພາະແມ່ ແລະ ເດັກທີ່ພາດໂອກາດ - ແລະ ແກ້ໄຂສາເຫດຫຼັກຂອງບັນຫາທີ່ກ່ຽວຂ້ອງກັບຄຸນນະພາບຂອງການດູແລສຸຂະພາບ ຫຼື ການເຂົ້າເຖິງການດູແລສຸຂະພາບ.

ປະການທີສາມ, ພວກເຮົາຕ້ອງປັບປຸງການປະສານງານລະຫວ່າງບັນດາຄູ່ຮ່ວມພັດທະນາຕື່ມອີກ. ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກ ແລະ ໄວໜຸ່ມໄດ້ຮັບຜົນປະໂຫຍດຈາກການລົງທຶນນີ້ຢ່າງຫຼວງຫຼາຍ - ແລະພວກເຮົາເຫັນເຖິງຜົນປະໂຫຍດ - ແຕ່ເນື່ອງຈາກວ່າເງິນທຶນຫຼຸດລົງ, ພວກເຮົາຕ້ອງເຮັດຮັດກຸມທຸກສິ່ງທີ່ເປັນໄປໄດ້ ເພື່ອຫຼີກເວັ້ນການທັບຊ້ອນກັນ, ສຸມໃສ່ຜົນປະໂຫຍດປຽບທຽບຂອງຄູ່ຮ່ວມພັດທະນາ, ຊົມໃຊ້ປະໂຫຍດຈາກຜູ້ໃຫ້ທຶນ ແລະ ເງິນທຶນຂອງລັດຖະບານ, ແລະ ເພື່ອຮັບປະກັນວ່າຄວາມພະຍາຍາມຂອງພວກເຮົາຈະສອດຄ່ອງກັບເປົ້າໝາຍທີ່ມີຮ່ວມກັນ.

ທ້າຍສຸດນີ້ – ແມ່ຍິງ, ໄວໜຸ່ມ ແລະ ເດັກ ແລະ ຄອບຄົວຂອງພວກເຂົາຄວນມີຄວາມພ້ອມ ແລະ ຄວາມເຂັ້ມແຂງດ້ານຂໍ້ມູນທີ່ພວກເຂົາຕ້ອງການ ເພື່ອມີທາງເລືອກຕໍ່ສຸຂະພາບທີ່ດີຂຶ້ນ. ການມີສ່ວນຮ່ວມຂອງຊຸມຊົນ ແລະ ການສຶກສາ, ບໍ່ປະຖິ້ມໃຜຢູ່ທາງຫຼັງ, ເພື່ອສົ່ງເສີມພຶດຕິກຳຂອງການມີສຸຂະພາບທີ່ດີ ແລະ ຊຸກຍູ້ໃຫ້ເຂົ້າເຖິງການດູແລສຸຂະພາບທີ່ທັນເວລາທີ່ຈະສາມາດຮັກສາຊີວິດໄດ້.

ໃນ 1,000 ມື້ທໍາອິດຂອງຊີວິດເດັກ, ຕັ້ງແຕ່ກຳເນີດຈົນເຖິງອາຍຸສອງປີແມ່ນຊ່ວງເວລາທີ່ສໍາຄັນຕໍ່ການພັດທະນາທາງດ້ານຮ່າງກາຍ, ສະຕິປັນຍາ ແລະ ຈິດໃຈ. ການໄດ້ຮັບສິດນີ້, ໂດຍການຮັບປະກັນໃຫ້ແມ່ ແລະ ເດັກໄດ້ຮັບການດູແລສຸຂະພາບ ແລະ ໂພຊະນາການທີ່ເໝາະສົມໃນລະຫວ່າງການຖືພາ ແລະ ໃນໄວເດັກ, ເປັນສິ່ງຈໍາເປັນສໍາລັບການຮັກສາສຸຂະພາບໃນໄລຍະຍາວ ແລະ ຊຸມຊົນທີ່ເຂັ້ມແຂງ.

ການປັບປຸງຍຸດທະສາດ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະໄວໜຸ່ມ ຂອງ ສປປ ລາວ ທີ່ຈະມາເຖິງນີ້ ແມ່ນໂອກາດອັນສຳຄັນໃນການລວມເອົາການປ່ຽນແປງເຫຼົ່ານີ້, ການຈັດລຳດັບຄວາມສຳຄັນຂອງການລົງທຶນ, ການຮັບປະກັນການປັບປຸງສຸຂະພາບຂອງແມ່ ແລະ ເດັກ ແລະ ການຮັບປະກັນອະນາຄົດທີ່ສົດໃສຂອງ ສປປ ລາວ.

ໃນໄລຍະ 14 ປີທີ່ຜ່ານມາ, ແຜນງານຮ່ວມຂອງອົງການສະຫະປະຊາຊາດ (United Nations Joint Programme) ເພື່ອສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ ທີ່ໄດ້ຮັບທຶນຈາກ ລຸກຊຳບວກ, ໄດ້ໃຫ້ຜົນປະໂຫຍດແກ່ແມ່ ແລະ ເດັກຫຼາຍຮ້ອຍພັນຄົນ. ດ້ວຍການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສໍາລັບເດັກ, ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ ແລະ ອົງການອະນາໄມໂລກ, ຄຸນນະພາບການລ້ຽງດູຂອງແມ່ ແລະ ເດັກໄດ້ຮັບການປັບປຸງ – ຕົວຢ່າງ, ອັດຕາສ່ວນຂອງແມ່ຍິງຖືພາທີ່ກວດຫາພະຍາດເລືອດຈາງໃນເວລາຖືພາ, ເພື່ອປ້ອງກັນພະຍາດແຊກຊ້ອນທີ່ອາດຈະເປັນອັນຕະລາຍເຖິງຕາຍໄດ້ເພີ່ມຂຶ້ນຈາກ 35% ເປັນ 69.5% ໃນລະຫວ່າງປີ 2019 ແລະ 2024. ໃນຂະນະດຽວກັນ, ການບໍລິການຂອງແມ່ ແລະ ມາດຕະຖານແຫ່ງຊາດໄດ້ປະກອບສ່ວນເຂົ້າໃນການພັດທະນາ ແລະ ມາດຕະຖານຂອງ ແຜນງານຮ່ວມຂອງອົງການສະຫະປະຊາຊາດ. ການ​ປະ​ສານ​ງານ​ທີ່​ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຫຼາຍ​ກກວ່າ 45 ຄູ່ຮ່ວມມືທີ່​ເຮັດ​ວຽກ​ໃນ​ຂົງ​ເຂດ​ທີ່​ນີ້​.

ນອກຈາກນີ້, ຍັງສັງເກດເຫັນບົດບາດຄວາມສໍາຄັນຂອງ ແຜນງານຮ່ວມຂອງອົງການສະຫະປະຊາຊາດ ໃນການສົ່ງເສີມໂຄງການ ດ້ານ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ອື່ນໆ, ໂດຍສະເພາະຜ່ານມາດຕະຖານແຫ່ງຊາດ ແລະ ແນວທາງການປະຕິບັດແຫ່ງຊາດທີ່ຖືກນໍາໃຊ້ໃນໂຄງການອື່ນໆໃນທົ່ວປະເທດ, ການສົ່ງເສີມຄຸນນະພາບການດູແລສຸຂະພາບ ແລະ ການປັບປຸງໃນທົ່ວປະເທດ. ສິ່ງເຫຼົ່ານີ້ຊີ້ໃຫ້ເຫັນເຖິງຄຸນຄ່າຂອງຄວາມເປັນຜູ້ນຳດ້ານວິຊາການຂອງ ແຜນງານຮ່ວມຂອງອົງການສະຫະປະຊາຊາດ ໃນການແກ້ໄຂບັນຫາທີ່ຍັງຄົງຄ້າງກ່ຽວກັບການຄຸ້ມຄອງ, ການປະສານງານ ແລະ ການບໍລິການດ້ານສຸຂະພາບ ແລະ ຄຸນນະພາບ. ທັງໝົດນີ້ຕ້ອງໄດ້ຮັບການປັບປຸງ ເພື່ອແກ້ໄຂຊ່ອງຫວ່າງທີ່ຍັງຄົງຄ້າງ ແລະ ເຂົ້າເຖິງກຸ່ມທີ່ບອບບາງທີ່ສຸດ – ລວມທັງວິທີການທີ່ສ້າງສັນ.

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສຸຂະພາບ​ໂລກ, ພວກ​ເຮົາ​ໄດ້​ຮ່ວມ​ກັນ​ປ່ຽນ​ຄຳ​ໝັ້ນ​ສັນຍາ​ລວມຂອງ​ພວກ​ເຮົາ​ໃນ​ການ​ປົກ​ປ້ອງ​ສຸຂະພາບ​ຂອງ​ແມ່, ເດັກ ​ແລະ ​ໄວ​ໜຸ່ມ​ທຸກ​ຄົນ​ ໃນ ສປປ ລາວ - ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ ຮ່ວມ​ມື​ກັນໃນ​ຄວາມ​ພະຍາຍາມ​ນີ້. ຮວມກັນ, ພວກເຮົາສາມາດສ້າງໂອກາດໃຫ້ແມ່, ເດັກ, ໄວໜຸ່ມ ແລະ ທຸກຄົນສໍາລັບການເລີ່ມຕົ້ນມີສຸຂະພາບທີ່ດີ ແລະ ອະນາຄົດທີ່ມີຄວາມຫວັງ.

ການລົງທຶນກັບສຸຂະພາບຂອງແມ່ ແລະ ເດັກ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ຄອບຄົວ ແລະ ຊຸມຊົນ ແລະ ເພື່ອຮັບປະກັນອະນາຄົດທີ່ດີທີ່ສຸດສໍາລັບ ສປປ ລາວ. ພວກ​ເຮົາ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ກ້າວໄປ​ສູ່​ໂລກ​ທີ່​ບໍ່​ມີ​ຊີ​ວິດ​ໃດຂອງ​ແມ່ ຫຼື​ ລູກ​ສູນ​ເສຍ​ໄປ​ໂດຍ​ບໍ່​ມີຄຸນຄ່າ, ບ່ອນ​ທີ່​ຄອບ​ຄົວ​ເຕີບໃຫຍ່, ຊຸມ​ຊົນ​ມີຄວາມຈະ​ເລີນ​ຮຸ່ງ​ເຮືອງ ແລະ ທຸກ​ຄົນ​ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ປະ​ຕິ​ບັດຕາມ​ຄວາມ​ສາ​ມາດ​ຂອງຕົນຢ່າງເຕັມ​ທີ່​.

ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ, ລຸກຊຳບວກ ໄດ້ເປັນຄູ່ຮ່ວມພັດທະນາອັນສຳຄັນໃນການປັບປຸງສຸຂະພາບຂອງແມ່ ແລະ ເດັກ, ຜ່ານ ແຜນງານຮ່ວມຂອງອົງການສະຫະປະຊາຊາດ ກ່ຽວກັບສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່ ແລະ ໄວໜຸ່ມໃນ ສປປ ລາວ.