You are here

ນະຄອນຫຼວງວຽງຈັນ, ເດືອນກໍລະກົດ 2022, ສປປ ລາວ ໃນນາມເປັນພາຄີຕໍ່ສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບແບບການຈຳແນກຕໍ່ແມ່ຍິງ    (ຊີດໍ) ພວມຮ່າງບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດສົນທິສັນຍາສະບັບດັ່ງກ່າວ ກໍຄື ບົດລາຍງານແຫ່ງຊາດປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາ ຊີດໍ ໃນສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ແລະ  ໃນການຮ່າງບົດລາຍງານຄັ້ງນີ້ ແມ່ນໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບໃນການຮ່າງບົດລາຍງານ ຕາມຂະແໜງວິຊາການຈາກບັນດາກະຊວງ, ລວມມີ: ກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງ ສາທາລະນະສຸກ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວກະຊວງພາຍໃນ, ກະຊວງແຜນການ ແລະ ການລົງທຶນ (ສູນສະຖິຕິແຫ່ງຊາດ), ທະນາຄານແຫ່ງ ສປປ ລາວ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງສະຫະພັນແມ່ຍິງລາວ, ສູນກາງກຳມະບານລາວ, ສູນກາງແນວລາວສ້າງຊາດ, ບັນດາພາກສ່ວນເຫຼົ່ານີ້ ຖືກແຕ່ງຕັ້ງຂຶ້ນ ເພື່ອເປັນວິຊາການຄົ້ນຄວ້າ ແລະ ປະກອບຂໍ້ມູນອັນຈຳເປັນເຂົ້າໃສ່ຮ່າງ ບົດລາຍງານແຫ່ງຊາດ ໄລຍະ ທີ 10 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງໃນ ສປປ ລາວ ( ບົດລາຍງານໄລຍະ ຊີດໍ ໄລຍະ ທີ 10).

 

ນອກຈາກນັ້ນ, ໃນຂະບວນການຮ່າງບົດລາຍງານສະບັບນີ້ ຍັງໄດ້ມີການປຶກສາຫາລືຮ່ວມກັບບັນດາຄູ່ຮ່ວມງານພາຍໃນ, ອົງການຈັດຕັ້ງທາງສັງຄົມ ແລະ ຄູ່ຮ່ວມພັດທະນາ ເພື່ອການມີສ່ວນຮ່ວມ ແລະ ປະກອບຂໍ້ມູນຈາກບັນດາອົງການເຂົ້າໃສ່ຮ່າງບົດລາຍງານ ໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ.

ຮ່າງບົດລາຍງານ ຊີດໍ ໄລຍະ ທີ 10 ນີ້ຈະສະຫຼຸບຜົນກະທົບ ແລະ ຄວາມຄືບໜ້າຕໍ່ສິດທິຂອງແມ່ຍິງ ພ້ອມທັງການປະຕິບັດກົດໝາຍ, ແຜນການ ແລະ ແຜນງານຂອງລັດ ທີ່ສົ່ງເສີມສິດທິຂອງແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ.

ນອກຈາກນັ້ນ, ຮ່າງບົດລາຍງານ ຈະຕິດຕາມຄວາມຄືບໜ້າຂອງສິດທິມະນຸດຂັ້ນພື້ນຖານ, ແກ້ໄຂຄ່ານິຍົມຂອງສັງຄົມທີ່ຈຳແນກບົດບາດຂອງແມ່ຍິງ ແລະ ຜູ້ຊາຍ, ການຄ້າມະນຸດ ແລະ ການຄ້າປະເວນີ, ແລະ ສົ່ງເສີມຊີວິດການເມືອງ ແລະ  ແລະ ຊີວິດໃນສາທາລະນະ, ການມີສ່ວນຮ່ວມ, ການສຶກສາ, ການຮັກສາສຸຂະພາບ, ການຈ້າງງານ, ຜົນປະໂຫຍດດ້ານເສດຖະກິດສັງຄົມ, ຊີວິດຄອບຄົວຂອງແມ່ຍິງ ແລະ ເດັກຍິງ.

 

ໃນກອງປະຊຸມຄະນະວິຊາການຮ່າງບົດລາຍງານ ຄັ້ງທໍາອິດ ທ່ານ ນາງ ຈັນໂສດາ ພອນທິບ, ຮອງປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ ທັງເປັນຮອງປະທານ ຄຊກມດ ໄດ້ກ່າວວ່າ: “ນັບຕັ້ງແຕ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (CEDAW) ໃນປີ 1981, ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນ ແລະ ໝາຍໝັ້ນຕໍ່ການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວໂດຍການຜັນຂະຫຍາຍເປັນ​ລັດຖະທຳ​ມະນູນ​, ກົດໝາຍ ​ແລະ ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມຂອງລາວ ພ້ອມທັງ​ສ້າງ​ກົນ​ໄກແຫ່ງ​ຊາດເພື່ອ​​ປະສານງານເຊັ່ນ: ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ແມ່ ​ແລະ ເດັກ ​ເພື່ອ​ຕິດຕາມ ​ແລະ ​ລາຍ​ງານ​ການ​ປະຕິບັດ​ສົນທິສັນຍາ, ​ເພື່ອຮັບປະກັນ​ການ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ເພດ, ສະກັດ​ກັ້ນ​ທຸກ​ຮູບ​ການ​ຈຳ​ແນ​ກຕໍ່​ແມ່ຍິງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງ​ໃນ ສປປ ລາວ”.

 

ທ່ານນາງ ມາຣຽມ ເອ ຄານ, ຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ ​ໄດ້​ປະ​ກອບ​ຄຳ​ເຫ​ັນ​ໃນ ວາ​ລະ​ກ່າວ​ເປີດ ໂດຍ​ທ່ານໄດ້​ຊົມ​ເຊີຍ ແລະ ຍົກສູງການນຳພາຂັ້ນສູງ ຂອງລັດຖະບານລາວ ໃນການສົ່ງເສີມ ສິດທິແມ່ຍິງ, ພ້ອມທັງຄວາມກ້າວໜ້າໃນຊຸມປີທີ່ຜ່ານມາ ນັບຕັ້ງເເຕ່ບົດລາຍງານຄັ້ງທີ 8 ເເລະ 9 ລວມກັນໃນປີ 2018, ເຖິງວ່າຈະຢູ່ທ່າມກາງສະພາບການແຜ່ລະບາດຂອງ ໂຄວິດ-19 ທີ່ມີຄວາມຫຍຸ້ງຍາກກໍ່ຕາມ. ທ່ານນາງ ມາຣຽມກ່າວວ່າ: "ໄດ້ມີຄວາມກ້າວໜ້າຢ່າງໃຫຍ່ຫຼວງໃນການເສີມສ້າງລະບົບ ສຳ ລັບການປ້ອງກັນ ແລະ ຕອບໂຕ້ຕໍ່ຄວາມຮຸນແຮງບົນພື້ນຖານທາງເພດ. ແຜນດໍາເນີນງານແຫ່ງຊາດ ໄດ້​ສຸມ​ໃສ່​ສາມ​ຂົງ​ເຂດ​ຫຼັກ​ເພື່ອ​ແກ້​ໄຂ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ​ຄື: ການ​ປ້ອງ​ກັນ, ການ​ຕອບ​ໂຕ້, ແລະ ການ​ປະ​ສານ​ງານ​ຫຼາຍ​ຂະ​ແໜງການ. UNFPA ກໍາລັງສະຫນັບສະຫນູນ ຄຊກມດ ແລະ ສະຫະພັນແມ່ຍິງລາວ ສ້າງຄູ່ມືມາດຕະຖານການປະຕິບັດງານ ແລະ ເສັ້ນທາງການສົ່ງຕໍ່ເພື່ອປັບປຸງດ້ານການບໍລິການ."

ຂະ​ບວນການ​ຮ່າງບົດລາຍງານ​ດັ່ງກ່າວ ​ຍັງ​ເປັນ​ໂອກາດ​ໃຫ້​ບັນດາ​ພາກສ່ວນ​ກ່ຽວຂ້ອງ ໄດ້ມີສ່ວນຮ່ວມ​ໃນການສົ່ງເສີມ​ສິດທິ​ຂອງ​ແມ່ຍິງ​ໂດຍ​ກຳນົດ​ວ່າ​ມີ​ຄວາມ​ຄືບ​ໜ້າຫຍັງແນ່ ​ແລະ ສິ່ງ​ໃດທີ່​ຍັງ​ຕ້ອງການ​ຄວາມ​ພະຍາຍາມ​ລວມໝູ່, ການ​ຈັດສັນງົບປະມານ, ການ​ສຶກສາ, ການ​ປະສານ​ງານ, ການ​ບໍລິການ ​ແລະ ອື່ນໆ.

ຮ່າງ​ບົດ​ລາຍ​ງານ​ຈະຖືກ​ສົ່ງ​ໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເພື່ອກວດກາທາງ​ດ້ານຫຼັກ​ການ ເເລະ  ຜ່ານກອງ​ປະ​ຊຸມ​ລັດ​ຖະ​ບານເພື່ອການຮັບຮອງ ກ່ອນທີ່ຈະ​ສົ່ງ​ໃຫ້​ອົງການສະ​ຫະ​ປະ​ຊາ​ຊາດ.

***************

ອົງການ UNFPA  ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

 

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ທ່ານ ນາງ ສີສຸວັນ ວໍລະບຸດ, ຫົວໜ້າແຜນງານບົດບາດທາງເພດ,

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: voraboth@unfpa.org

 

ທ່ານນາງ Zahra Benyahia, ຊ່ຽວຊານດ້ານການຮ່ວມມື ແລະ ນະວັດຕະກໍາ,

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: fbenyahia@unfpa.org