You are here

ວັນທີ 14 ກຸມພາ 2023ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດຂຶ້ນທີ່ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ຕາງໜ້າຈາກກະຊວງ-ອົງການ ທີ່ກ່ຽວຂ້ອງຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ ເພື່ອປະ ກອບຄໍາຄິດຄໍາເຫັນໃສ່ຮ່າງບົດແນະນຳຂອງອາຊຽນ ສໍາລັບການພັດທະນາຄູ່ມືມາດຕະຖານການດໍາເນີນງານ (SOPs) ສໍາລັບການປະສານງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ.

ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ  ແມ່ນການລະເມີດສິດທິມະນຸດ ແລະ ສິດເສລີພາບ ຂອງແມ່ຍິງທີ່ແຜ່ຫຼາຍແຕ່ຍັງ ເຫັນສໍາຄັນໜ້ອຍທີ່ສຸດໃນໂລກ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດຂອງແມ່ຍິງສູງເຖິງ 1 ໃນ 3 ຄົນ. ຂໍ້​ມູນປັດຈຸບັນ​ຊີ້​ໃຫ້​ເຫັນ​ວ່າໃນພາກພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ມີ​ອັດຕາ​ການ​ແຜ່​ຫຼາຍ​ຂອງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່ເກີດຈາກຄູ່ຮັກເຖິງ 37% ແລະ ຄວາມ​ຮຸນ​ແຮງ​​ທີ່​ບໍ່​ແມ່ນ​ຈາກຄູ່ຮັກມີເຖິງ 40%. ເຊິ່ງເມື່ອທຽບກັບ ສປປ ລາວ ຕົວເລກດັ່ງກ່າວແມ່ນຢູ່ໃນລະດັບໃກ້ຄຽງກັນໂດຍແມ່ຍິງປະມານ 1 ໃນ 3 ເຄີຍປະສົບກັບຄວາມຮຸນແຮງ ບໍ່ວ່າຈະເປັນທາງຮ່າງກາຍທາງເພດ ຫຼື ທາງຈິດໃຈ ຍ້ອນຄູ່ຄອງຜູ້ປັດຈຸບັນ ຫຼື ອະດີດຄູ່ຄອງຂອງຕົນ.

ແຜນປະຕິບັດ​ງານ​ພາກ​ພື້ນ​ອາ​ຊຽນ ​ເພື່ອ​​ລຶບ​ລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ (ASEAN Regional Plan of Action on EVAW) 2016-2025 ໄດ້​ໃຫ້​ບູ​ລິ​ມະ​ສິດ​ຕໍ່ການ​ພັດ​ທະ​ນາ SOP ເພື່ອປະຕິບັດຕາມມາດຕະຖານສາກົນຂັ້ນຕໍ່າສໍາລັບການຈັດການກັບກໍລະນີຄວາມຮຸນແຮງຕໍ່ແມ່ຍິງທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ໂດຍອີງໃສ່ການປະຕິບັດທີ່ດີຂອງສາກົນ ເຊັ່ນ: ຊຸດບໍລິການທີ່ຈໍາເປັນຂອງສະຫະປະຊາຊາດ ແລະ ຂໍ້ແນະນຳອື່ນໆ. ລັດຖະບານຂອງ ສປປ ລາວໂດຍຜ່ານການສະ   ໜັບສະໜູນຂອງ UNFPA ໄດ້ພັດທະນາ ແລະ ຮັບຮອງ SOP 03 ສະບັບຄື: SOP ສໍາລັບສະຖານບໍລິການສຸຂະພາບ,ສໍາລັບຂະແໜງສັງຄົມ ແລະ ສໍາລັບການປະສານງານ ແລະ ເສັ້ນທາງການສົ່ງຕໍ່ຜູ້ລອດຊີວິດຈາກຄວາມຮຸນແຮງຕໍ່ແມ່ຍິງ,ເຊິ່ງ SOP ທັງສາມສະບັບນີ້ ກໍ່ໄດ້ຖືກຍົກໃຫ້ເຫັນໃນຮ່າງບົດແນະນໍາຂອງອາຊຽນ ວ່າເປັນການປະຕິບັດທີ່ດີ.

ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດມີຄໍາເຫັນໃນກອງປະຊຸມຄັ້ງນີ້ວ່າ: ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນ ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍອັນໜັກແໜ້ນ ເພື່ອຍຸດຕິຄວາມຮຸນແຮງຕໍ່ແມ່ຍິງໃນລະດັບປະເທດບົດແນະນໍາຂອງອາຊຽນຈະຊ່ວຍໃຫ້ທິດທາງໃນການພັດທະນາ SOP ໃນລະດັບປະເທດ ກ່ຽວກັບມາດຕະຖານການປະຕິບັດ ສໍາລັບຜູ້ໃຫ້ບໍລິການດ້ານສັງຄົມສຸຂະພາບ ແລະ ຄວາມຍຸຕິທໍາ ເພື່ອແກ້ໄຂກໍລະນີຄວາມຮຸນແຮງຕໍ່ແມ່ຍິງທີ່ເອົາໃຈໃສ່ບົດບາດຍິງ-ຊາຍພ້ອມທັງຄໍາແນະນໍາສໍາລັບການບໍລິການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດໂດຍໄດ້ເອົາບົດຮຽນທີ່ຖອດຖອນໄດ້ຈາກ ສປປ ລາວ.

ເພື່ອເຮັດໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍມີປະສິດທິພາບທີ່ສຸດ, ການປະສານງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດຈາກຄວາມຮຸນແຮງຕໍ່ແມ່ຍິງ ຕ້ອງມີມາດຕະຖານການດໍາເນີນງານທີ່ຈະແຈ້ງ, ສອດຄ່ອງກັບຄໍາແນະນໍາຂອງສາກົນ ກ່ຽວກັບ ການໃຫ້ການຊ່ວຍເຫຼືອແບບມີການປະສານງານກັນຢ່າງມີຄຸນະພາບ. ສະນັ້ນ, ກອງປະຊຸມປຶກສາຫາລືລະດັບຊາດຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີຈາກຊ່ຽວຊານ, ພ້ອມກັນປະກອບຄໍາເຫັນ ລວມທັງທັດສະນະ ແລະ ຂໍ້ສະເໜີແນະ ເພື່ອສັງລວມລາຍງານ ໃນຂັ້ນຕໍ່ໄປ.

ທ່ານ ນາງ ມາຣຽມ ຄານຜູ້ຕາງຫນ້າຂອງ UNFPA, ກ່າວວ່າ, " ການມີ SOP ຈະຊ່ວຍສ້າງສະພາບແວດລ້ອມທີ່ປອດໄພກວ່າເພື່ອຮັບປະກັນວ່າທຸກໆປະຕູທີ່ຜູ້ລອດຊີວິດມາເຄາະ ເພື່ອຂໍຄວາມຊ່ວຍເຫຼືອ ຈະແມ່ນປະຕູທີ່ຖືກຕ້ອງທີ່ສາ ມາດເຂົ້າເຖິງການບໍລິການສະເໝີ. SOP ເຮັດໃຫ້ຜູ້ໃຫ້ບໍລິການສາມາດສະໜອງການດູແລທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ແລະ ຖືເອົາຜູ້ລອດຊີວິດເປັນໃຈກາງ. ສປປ ລາວ ຜ່ານມາໄດ້ຮັບຮອງ SOP ຂອງ ສາມ ຂະແໜງການພາຍໃນ 1 ປີ ແລະ ນີ້​ແມ່ນ​ການ​ຢັ້ງຢືນ​ເຖິງຄວາມໝາຍ​ໝັ້ນ​ທີ່​ໜ້າເອົາເປັນແບບຢ່າງ​ຂອງ​ລັດຖະບານ​ລາວ ​ໃນ​ການ​ຕໍ່ສູ້​ເພື່ອຍຸດຕິຄວາມຮຸນແຮງຕໍ່ແມ່ຍິງການຊີ້ນໍານຳພາຂອງ ສປປ ລາວ ພ້ອມທັງການປະກອບສ່ວນຂອງ UNFPA ຕໍ່ກັບ SOP ຂອງອາຊຽນ ສະແດງໃຫ້ເຫັນເຖິງການຮ່ວມມື ໃຕ້-ໃຕ້ ແລະ ການຮ່ວມມືສາມຫລ່ຽມທີ່ເຂັ້ມແຂງ

ການປຶກສາຫາລືລະດັບປະເທດຄັ້ງນີ້ ໄດ້ສະໜອງຂໍ້ສະເໜີແນະ ແລະ ຄໍາຄິດຄໍາເຫັນອັນມີຄຸນຄ່າ ສໍາລັບແນວທາງປະຕິ ບັດທີ່ເປັນມິດກັບຜູ້ນໍາໃຊ້, ມີຄວາມເຂົ້າໃຈ ແລະ ສາມາດປະຕິບັດໄດ້ສໍາລັບປະເທດສະມາຊິກອາຊຽນ.

***************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດ ທີ່ເຮັດວຽກໃນດ້ານສຸຂະພາບທາງເພດ ແລະ ສຸ ຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສໍາລັບຂໍ້ມູນເພີ່ມເຕີມສາມາດຕິດຕໍ່ປະສານງານໄດ້ທີ່:

ອີເມວlaos.office@unfpa.org