You are here

08 ທັນວາ 2022, ນະຄອນຫຼວງວຽງຈັນ, ສປປ ລາວ - ສະຖານທູດ​ເຢຍລະ​ມັນ ນະຄອນຫຼວງ​ວຽງ​ຈັນ ​ແລະ UNFPA ​ໄດ້​ຮ່ວມກັນນໍາພາຈັດງານ​ລະນຶກ 16 ວັນ​ ​ຕ້ານ​ຄວາມ​ຮຸນ​ແຮງ​ຕໍ່ແມ່ຍິງ ແລະ ເດັກຍິງ. ລັດຖະບານຄູ່ຮ່ວມພັດທະນາ ແລະ ນັກສຶກສາໄດ້ເຕົ້າໂຮມກັນຢູ່ສະຖານທູດເພື່ອຮ່ວມກັນປະຕິເສດຕໍ່ຄວາມຮຸນແຮງບົດພື້ນຖານທາງເພດ ແລະ ສືບຕໍ່ຄວາມພະຍາຍາມເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນປີໜ້າທີ່ຈະມາເຖິງນີ້.

 

ປີນີ້, 76 ຄູ່ຮ່ວມມືໃນ ສປປ ລາວ ໄດ້ເຂົ້າຮ່ວມກັບ UNFPA ເພື່ອຮຽກຮ້ອງການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢ່າງສຳເລັດຜົນ ພາຍໃຕ້ຫົວຂໍ້ “ຮ່ວມກັນ! ເຄື່ອນໄຫວເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”.

 

ພະນະທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຮອງປະທານ ຜູ້ປະຈຳການ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວ້າຂອງແມ່ຍິງແມ່ ແລະ ເດັກ (ຄຊກມດ)ຜູ້ທີ່ຊີ້ນໍາວຍກງານປົກປ້ອງສິດ ທິຂອງແມ່ຍິງ ແລະ ເດັກຍິງ ໃນ ສປປ ລາວ ກ່າວວ່າ “ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນ ກະຊວງ-ອົງການອົງການຈັດຕັ້ງທາງສັງຄົມ ແລະ ອື່ນໆ ຈົ່ງຮ່ວມກັນປ້ອງກັນຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຕາມພາລະໜ້າທີ ທີ່ໄດ້ລະບຸໄວ້ໃນ ກົດໝາຍ ແລະ ລັດຖະທຳມະນູນຂອງ ສປປ ລາວ.ໂດຍສະເພາະແມ່ນຜູ້ຊາຍໃນການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຜູ້ຊາຍກໍ່ມີບົດບາດສໍາຄັນຕໍ່ກັບວຽກງານທີ່ຕ້ອງເຮັດຮ່ວມກັນດັ່ງກ່າວ.”

 

ສໍາລັບປີ 2022, ຄຊກມດສູນກາງສະຫະພັນແມ່ຍິງລາວ ແລະ ອົງການ UNFPA ໄດ້ລິເລີ່ມຂະບວນການດັ່ງກ່າວໃນວັນທີ 25 ພະຈິກ ທີ່ ປະຕູໄຊ.ຈາກນັ້ນກໍ່ໄດ້ມີການສືບຕໍ່ຈັດກິດຈະກໍາຕ່າງໆຫຼາກຫຼາຍ​ຢ່າງເຊັ່ນ:ສູນທອນພົດຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ອອກສື່ໂທລະພາບ,ໜັງສືພິມວິທະຍຸ ແລະ ອື່ນໆຈັດປາຖະກະຖາ ເນື່ອງໃນຫົວຂໍ້ຕ່າງໆ ທີ່ຕິດພັນການການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຍ່າງເພື່ອສຸຂະພາບຈັດເວທີ່ ສົນທະນາລະຫວ່າງພາກລັດ ແລະ ອົງການຈັດຕັ້ງສາກົນຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມກ່ຽວກັບວຽກງານ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຝຶກອົບຮົມ ໃຫ້ ຄວາມຮູ້ ແກ່ສື່ມວນຊົນສຳພາດການນຳພັກ-ລັດເປີດໄຟສີນ້ຳໝາກກ້ຽງໃສ່ປະຕູໄຊປະກວດຮ້ອງເພັງບົດລະຄອນ, ຈັດຫ້ອງຮຽນການສອນສິລະປະປ້ອງກັນຕົວໃຫ້ແມ່ຍິງ, ເດັກຍິງ, ແມ່ຍິງຂ້າມເພດ ແລະ ແມ່ຍິງເສຍອົງຄະ ແລະ ກິດຈະກໍາອື່ນໆ ໃນທົ່ວປະເທດຈາກບັນດາຄູ່ຮ່ວມມື 76 ອົງກອນ ເພື່ອເປັນການໂຄສະນາເຜີຍແຜ່ ຄວາມຮູ້ໃຫ້ທຸກພາກສ່ວນ ແລະ ມວນຊົນໃນທົ່ວສັງຄົມ ໄດ້ມີຄວາມຮັບຮູ້ເຂົ້າໃຈຖືກຕ້ອງວ່າ ຄວາມຮຸນແຮງຕໍ່ແມ່ແມ່ຍິງ ແລະ ເດັກຍິງ ເປັນການລ່ວງລະເມີດສິດທິມະນຸດຂັ້ນພື້ນຖານຂອງແມ່ຍິງເປັນການຈຳແນກແບ່ງແຍກກີດກັ້ນຂັດຂວາງບໍ່ໃຫ້ແມ່ຍິງໄດ້ເຂົ້າຮ່ວມ ແລະ ມີສ່ວນຮ່ວມໃນດ້ານຕ່າງໆ ອັນສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ການພັດທະນາແມ່ຍິງເວົ້າສະເພາະ,  ເວົ້າລວມແມ່ນເປັນອຸປະສັກກີດຂວາງຕໍ່ການພັດທະນາປະເທດຊາດ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ທ່ານ ນາງ ມາຣຽມ ຄານຜູ້ຕາງໜ້າ UNFPA ປະຈໍາ ສປປ ລາວກ່າວວ່າ, “ປະຊາກອນໂລກມີຕົວເລກຈໍານວນຢູ່ທີ່ ຕື້ຄົນ ເມື່ອບໍ່ດົນມານີ້ ແລະ ປະຊາກອນຂອງ ສປປ ລາວ ເອງກໍ່ຄາດວ່າຈະເພີ່ມຂຶ້ນເປັນ 8,1 ລ້ານຄົນໃນປີ 2030. ເຄິ່ງໜຶ່ງຂອງຈໍານວນປະຊາກອນໂລກ ແລະ ສປປ ລາວ ແມ່ນແມ່ຍິງ ແລະ ເດັກຍິງແຕ່ຫາກເມື່ອສຶກສາຂໍ້ມູນລົງເລິກແລ້ວຈະພົບວ່າ ຄຸນະພາບຂອງການສຶກສາສຸຂະພາບການເຂົ້າເຖິງໂອກາດ ແລະ​ ຄວາມ​ປອດ​ໄພ ​ຂອງ​ປະ​ຊາ​ກອນກຸ່ມນີ້​ແມ່ນ​ບໍ່ທັນ​ໄດ້​ຮັບ​ຜົນ​ປະ​ໂຫຍດຢ່າງສະເໝີພາບເທື່ອແຕ່ຂ່າວດີແມ່ນໃນ ສປປ ລາວບັນດາກົດໝາຍ ແລະ ນະໂຍບາຍຕ່າງໆໄດ້ຮັບການພັດທະນາຂຶ້ນເປັນຢ່າງດີ ເພື່ອປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງ. ສະນັ້ນ ພວກເຮົາຍັງມີພື້ນທີ່ກວ້າງຂວາງໃນການສົ່ງເສີມ ແລະ ສົນທະນາກ່ຽວກັບບັນຫາດັ່ງກ່າວດັ່ງນັ້ນພວກເຮົາຈຶ່ງສຸມໃສ່ຈັດຕັ້ງປະຕິບັດກົດຫມາຍນະໂຍບາຍ ແລະ ຍຸດທະສາດເຫຼົ່ານີ້!”

 

ພະນະທ່ານ ນາງ ແອັນເນັດ ຄະໂນບຣ໋ອກເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ສປປ ລາວກ່າວວ່າ, “ເຢຍລະມັນເປັນປະເທດໜຶ່ງທີ່ໃຫ້ການຊ່ວຍເຫຼືອສຳຄັນທີ່ສຸດໃຫ້ກັບອົງການ UNFPA ແລະ ສະໜັບສະໜູນເປົ້າໝາຍຂອງອົງການສະຫະປະຊາຊາດ, ເຊິ່ງໄດ້ເອົາໃຈໃສ່ເປັນພິເສດຕໍ່ ສປປ ລາວ. ພວກເຮົາຍັງຈະຕ້ອງໄດ້ສືບຕໍ່ຮ່ວມມືກັນຢ່າງໃກ້ສິດເພື່ອເຮັດວຽກກັບລັດຖະບານລາວໃນການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໄປຕາມເປົ້າໝາຍທີ່ວາງໄວ້ຊັດເຈນ.”

 

The ຂະບວນການລະນຶກ16 ວັນ​ເພື່ອຕ້ານຕໍ່​ຄວາມ​ຮຸນ​ແຮງບົນພື້ນຖານ​ທາງ​ເພດ ແມ່ນ​ຂະ​ບວນ​ການ​ສາ​ກົນ​ປະ​ຈຳ​ປີ​ທີ່​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 25 ພະ​ຈິກ ກໍ່ຄື ວັນ​ສາ​ກົນ​ເພື່ອ​ລຶບ​ລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ດຳ​ເນີນ​ໄປ​ຮອດ​ວັນ​ທີ 10 ທັນ​ວາວັນ​ສິດ​ທິ​ມະ​ນຸດ. ຂະບວນການດັ່ງກ່າວໄດ້ຖືກລິເລີ່ມຂຶ້ນໂດຍບັນດານັກເຄື່ອນໄຫວຢູ່ໃນ ສະຖາບັນຜູ້ນໍາແມ່ຍິງສາກົນ ທີ່ເປີດຕົວໃນປີ 1991 ແລະ ຖືກນໍາໃຊ້ເປັນຍຸດທະສາດທີ່ຖືກຈັດຕັ້ງປະຕິບັດໂດຍບຸກຄົນ ແລະ ອົງການຈັດຕັ້ງໃນທົ່ວໂລກ.

 

***************

 

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org