You are here

ວັນທີ 22 ທັນວາ 2021, ນະຄອນຫຼວງວຽງຈັນ -ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ທາງອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ ປະຈໍາ ສປປ ລາວ ໄດ້ມີການເຜີຍແຜ່ ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ (2019-2030) ໃຫ້ບັນດາ ແຂວງພາກເໜືອ ຄື: ແຂວງຫຼວງພະບາງບໍ່ແກ້ວຫຼວງນ້ຳທາໄຊຍະບູລີອຸດົມໄຊ ແລະ ຜົ້ງສາລີ ແຜ່ໂດຍຜ່ານລະບົບວີດີໂອທາງໄກເຊິ່ງຜ່ານມາໄດ້ເຜີຍແຜ່ໃຫ້ ບັນດາຂະແໜງການຂັ້ນສູນກາງ ແລະ ບັນດາແຂວງພາກກາງ ແລະ ພາກໃຕ້.

 

ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ຮັບກຽດ ເປັນປະທານຮ່ວມ ໂດຍ ທ່ານນາງ ພອນວັນ ອຸທະວົງຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງ ແຂວງຫຼວງພະບາງ ແລະ ທ່ານ Victor Valdivieso, ຮອງຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ. ໃນກອງປະຊຸມດັ່ງກ່າວ ປະທານກອງປະຊຸມໄດ້ເນັ້ນໜັກ​ ແລະ ໃຫ້ຄວາມສຳຄັນຂອງການເຊື່ອມສານນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ເຂົ້າໃນແຜນພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນການສຸມໃສ່ພັດທະນາປະຊາກອນໜຸ່ມ ເຊິ່ງ ສປປ ລາວ ມີ ປະຊາກອນໜຸ່ມ ກວມຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນທັງໝົດ ຖ້າລັດຖະບານພັດທະນາກຸ່ມຄົນເຫຼົ່ານີ້ ໃຫ້ກາຍເປັນກຳລັງແຮງງານທີ່ມີຄຸນນະພາບຈະເຮັດໃຫ້ສາມາດໄດ້ຜົນປະໂຫຍດສູງສຸດ ໃນການກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. “ນະໂຍບາຍແຫ່ງຊາດດ້ານປະຊາກອນ (NPDP) ສະບັບປັບປຸງ2019-2030 ສະບັບນີ້ ແນໃສ່ແກ້ໄຂບັນຫາສໍາຄັນຄື: 1). ຄວາມແຕກໂຕນຂອງອັດຕາການຕາຍຂອງແມ່ ແລະ ອັດຕາການເກີດລະຫວ່າງຕົວເມືອງ ແລະ ຊົນນະບົດ, 2). ການແຕ່ງງານແຕ່ອາຍຸຍັງນ້ອຍ ແລະ ການຖືພາກ່ອນໄວອັນຄວນ, 3). ປະຊາກອນຫນຸ່ມທີ່ມີທ່າແຮງທີ່ຈະໄດ້ຮັບຜົນປະໂຫຍດຈາກຜົນປະໂຫຍດດ້ານປະຊາກອນ, 4). ການປົກປ້ອງທາງສັງຄົມສໍາລັບຜູ້ສູງອາຍຸ, 5). ການເຄື່ອນຍ້າຍ ແລະ ການວາງແຜນການເປັນຕົວເມືອງ, 6). ການສ້າງຄວາມເຂັ້ມແຂງດ້ານຂໍ້ມູນປະຊາກອນ, 7). ​ການເຊື່ອມສານການປ່ຽນແປງດ້ານປະຊາກອນເຂົ້າໃນແຜນພັດທະນາແຫ່ງຊາດແຜນຂັ້ນແຂວງ ​ແລະ ແຜນຂອງຂະແໜງການ, 8). ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ.

 

ນັບຕັ້ງແຕ່ນະໂຍບາຍແຫ່ງຊາດດ້ານປະຊາກອນສະບັບທໍາອິດທີ່ໄດ້ຮັບການສ້າງຂື້ນ ແລະ ຖືກຮັບຮອງເອົາຫຼັງຈາກກອງປະຊຸມສາກົນວ່າດ້ວຍປະຊາກອນ​ ແລະ ​ການພັດທະນາ (ICPD ປີ 1994), ລັດຖະບານແຫ່ງ ສປປ ​ລາວໄດ້ມີຄວາມພະຍາຍາມ ໃນການຈັດຕັ້ງຜັນຂະຫຍາຍ ໃຫ້ເປັນນະໂຍບາຍ, ແຜນງານເປັນອັນລະອຽດ ແລະ ສາມາດຕີລາຄາໄດ້ວ່າ ມີຄວາມຄືບຫນ້າ ແລະ ມີຜົນສໍາເລັດຢ່າງໃຫຍ່ຫຼວງນອກຈາກນັ້ນ,  ລັດຖະບານກໍ່ໄດ້ເຂົ້າຮ່ວມ ແລະ ຜັນຂະຫຍາຍ ກອງປະຊຸມ ICPD25 ຢູ່ ນະຄອນ Nairobi ໂດຍການຍົກລະດັບການນໍາພາ ແລະ ໃຫ້ຄໍາໝາຍຫມັ້ນຂອງຕົນໃນການເຊື່ອມສານເອົາບັນຫາປະຊາກອນເຂົ້າໃນແຜນພັດທະນາເພື່ອກ້າວໄປສູ່ການບັນລຸການພັດທະນາແບບຍືນຍົງ.

 

ທ່ານ Victor Valdivieso, ຮອງຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ຊົມເຊີຍການນຳພາ ແລະ ຄວາມພະຍາຍາມຂອງລັດຖະບານທ່ານກ່າວວ່າ “ນີ້ແມ່ນນະໂຍບາຍອັນໜັກແໜ້ນເພື່ອເປັນແນວທາງການດຳເນີນວຽກງານກ່ຽວກັບປະຊາກອນ ແລະ ບັນຫາການພັດທະນາໃນລາວປະເທດລາວຢູ່ໃນຈຸດທີ່ຕັ້ງຂອງຄວາມກ້າວໜ້າທາງດ້ານປະຊາກອນການລົງທຶນໃສ່ຊາວໜຸ່ມ ແລະ ໄວໜຸ່ມແມ່ນມີຄວາມຈຳເປັນ ແລະ ມີຄວາມສຳຄັນຕໍ່ການພັດທະນາປະເທດ.ການເຊື່ອມສານບັນຫາປະຊາກອນເຫຼົ່ານີ້ເຂົ້າໃນນະໂຍບາຍໃນຂັ້ໍນສູນກາງ, ​ການວາງແຜນຂອງຂະແໜງການ ​ແລະ ແຜນຂອງບັນດາແຂວງ ຈະຊ່ວຍເລັ່ງລັດການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ​ແລະ ຟື້ນຟູຈາກການລະບາດຂອງພະຍາດໂຄວິດ-19.

 

**************************

ອົງການ UNFPA, ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນການທາງເພດ ໃຫ້ເປັນ 0.

 

ຂໍ້ມູນເພີ່ມເຕີມຕິດຕໍ່

ທ່ານ ພອນໄຊ ສີທິຣາດວົງສາ

ຜູ້ຮັບຜິດຊອບການຕິດຕາມ ແລະ ປະເມີນ 

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈຳ ສປປ ລາວ

ອີເມລsithirajvongsa@unfpa.org  

 

ທ່ານ ນາງ ວັນລີ ລໍກວາງມິງຜູ້ຮັບປິດຊອບດ້ານການສື່ສານ ແລະ ການຮ່ວມມື

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈຳ ສປປ ລາວ

ອີເມລlorkuangming@unfpa.org