You are here

ວັນທີ 19 ສິງຫາ 2022, ນະຄອນຫຼວງວຽງຈັນ - ກະຊວງສາທາລະນະສຸກ ແລະ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຈາກອົງການຮ່ວມມືສາກົນ .ເກົາຫຼີ ປະຈໍາ ສ ປປ ລາວ (KOICA) ໄດ້ຈັດກອງປະຊຸມ ເພື່ອຮັບຮອງ ແລະ ເຜີຍແຜ່ ມາດຕະຖານການດໍາເນີນງານວຽກງານຕອບສະໜອງການບໍລິການເເກ່ຜູ້ທີ່ຖືກຄວາມຮຸນເເຮງ ສໍາລັບສະຖານທີ່ບໍລິການສຸຂະພາບ (The Health SOP)​.

 

ກອງ​ປະຊຸມ​ຄັ້ງນີ້ ມີຜູ້​ເຂົ້າຮ່ວມ ທັງໝົດ 58 ທ່ານ, ຍິງ 45 ທ່ານ, ຊາຍ 13 ທ່ານ  ແລະ ເຂົ້າຮ່ວມທາງອອນລາຍ ຈໍານວນ 28 ທ່ານ ຈາກ​ຂະ​ແໜງ​ສາທາລະນະ​ສຸກ, ບັນດາ​ກະຊວງ​​ກ່ຽວຂ້ອງ ​, ຄູ່​ຮ່ວມ​​ພັດທະນາ ແລະ ບັນດາ​ຜູ້​ຊ່ຽວຊານ.  ​ເພື່ອ​ເປັນ​ການ​ຮັບຮອງ​ເອົາ​ເອກະສານທີ່​ສຳຄັນ​ສະບັບ​ນີ້. SOP ສະບັບນີ້ ໄດ້ຖືກພັດທະນາຂຶ້ນໂດຍຜ່ານການປຶກສາຫາລືດ້ານວິຊາການລະຫວ່າງຂະແໜງການສາທາລະນະສຸກສັງຄົມ ແລະ ຍຸຕິທໍາ ພ້ອມທັງຄູ່ຮ່ວມພັດທະນາທີ່ສໍາຄັນ ພາຍໃຕ້ການນໍາພາຂອງກະຊວງສາທາລະນະສຸກ ແລະ ຄຊກມດ. SOP ຂອງຂະແໜງສາທາລະນະສຸກນີ້ ແມ່ນສອດຄ່ອງກັບ ຊຸດບໍລິການທີ່ຈໍາເປັນສໍາລັບ ແມ່ຍິງ ແລະ ເດັກຍິງ ທີ່ຖືກຄວາມຮຸນແຮງ ທີ່ໄດ້ຮັບການຍອມຮັບໃນລະດັບສາກົນ (the ESP)ນໍາໃຊ້ສໍາລັບການກວດຮ່າງກາຍການປິ່ນປົວ ແລະ ການສົ່ງຕໍ່ຜູ້ລອດຊີວິດຈາກຄວາມຮຸນແຮງໃນສະຖານທີ່ໃຫ້ບໍລິການສຸຂະພາບ.

ທ່ານ ດຣ ໄພວັນ ແກ້ວ​ປະເສີດ , ຮອງ​ລັດຖະມົນຕີ ​ກະຊວງສາທາລະນະສຸກ , ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ​ກະຊວງ​ສາທາລະນະສຸກ ໄດ້ກ່າວເຖິງຄວາມສໍາຄັນ​ຂອງ SOPs ໃນການເ​ປິດ​ຊ່ອງ​ຫວ່າງ​ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ດໍາເນີນງານ​ແຫ່ງ​ຊາດເພື່ອປ້ອງກັນ ​ແລະ ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ (2021-2025) ວ່າເມື່ອມີມາດຖານການດໍາເນີນງານ ການ​ສະໜັບສະໜູນ​ຜູ້​ລອດ​ຊີວິດ​ຈາກ​ຄວາມ​ຮຸນ​ແຮງ​ໃນສະຖານທີ່ບໍລິການສຸຂະພາບກໍ່ຈະ​ເປັນ​ລະບົບດີ​ຂຶ້ນຜູ້ລອດຊີວິດຈາກຄວາມຮຸນແຮງບົນພື້ນຖານທາງເພດ ຈະໄດ້ຮັບການບໍລິການດ້ານສຸຂະພາບທີ່ມີຄຸນນະພາບ ແລະ ຖືກສົ່ງຕໍ່ໄປຫາຜູ້ສະໜອງການບໍລິການຈາກຂະແໜງ ການອື່ນໆ ຕາມຄວາມຕ້ອງການບໍ່​ວ່າ​ຜູ້​ລອດ​ຊີວິດ​ໄປ​ຊອກ​ຫາ​ການ​ບໍລິການ​ຢູ່​ໃສ ກໍ່ຈະໄດ້ຮັບການຕອບສະໜອງທີ່ມີການປະສານສົມທົບກັນ, ເຊິ່ງເປັນການ​ຕອບ​ສະໜອງ​ທີ່ແທດເໝາະກັບສະພາບຂອງ ສ ປ ປ ລາວ​ ​ແລະ ​ໄດ້​ຕາມມາດຕະຖານ​ສາກົນ .”

ການສະກັດກັ້ນຄວາມຮຸນແຮງບົນພື້ນຖານທາງເພດ/ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນຄວາມໝາຍໝັ້ນຂອງ ສປປ ລາວ ຕໍ່ກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ “ICPD25” ທີ່ນະຄອນໄນໂຣບີ ແລະ ສາມາດ ສະໜັບສະໜູນການຈັດຕັ້ງປະຕິບັດຄໍາໝາຍໝັ້ນຂອງລາວຕໍ່ກັບສົນທິສັນຍາ ຊີດໍເວທີການປະຕິບັດງານປັກກິ່ງ ແລະ ເປົ້າໝາຍການພັດທະນາແບບຍືນຍົງSOP ແມ່ນເຄື່ອງມືສໍາລັບການຈັດຕັ້ງປະຕິບັດຊຸດບໍລິການທີ່ຈໍາເປັນການບໍລິການຜ່ານການປະສານງານຈາກຫຼາຍຂະແໜງການທີ່ມີຄຸນະພາບ ສໍາລັບແມ່ຍິງ ແລະ ເດັກຍິງ ທີ່ປະສົບກັບຄວາມຮຸນແຮງການຈັດຕັ້ງປະຕິບັດຊຸດບໍລິການທີ່ຈໍາເປັນ ສາມາດຫຼຸດຜ່ອນຜົນກະທົບຂອງຄວາມຮຸນແຮງຕໍ່ສຸຂະພາບຄວາມປອດໄພ ແລະ ຊີວິດຂອງແມ່ຍິງ ແລະ ເດັກຍິງຊ່ວຍ​ເຫຼືອ​ໃນ​ການ​ຟື້ນ​ຟູ​ ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແມ່​ຍິງພ້ອມທັງປ້ອງກັນບໍ່ໃຫ້​​ຄວາມ​ຮຸນ​ແຮງ​​ເກີດ​ຂຶ້ນ​ໃໝ່ອີກ.

 

ທ່ານ ນາງ ມາຣຽມ ເອຄານຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ“UNFPA ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດຄຳໝາຍໝັ້ນດ້ານສິດທິມະນຸດໃນເວທີສາກົນທີ່ກ່ຽວຂ້ອງກັບຄວາມສະເໝີພາບລະຫວ່າງ ຍິງ-ຊາຍ SOP ວຽກງານຕອບສະໜອງການບໍລິການເເກ່ຜູ້ທີ່ຖືກຄວາມຮຸນເເຮງ ສໍາລັບສະຖານທີ່ບໍລິການສຸຂະພາບສະບັບນີ້ ເປັນເຄື່ອງມືສໍາລັບການປະຕິບັດ, ນໍາໃຊ້ໂດຍພະນັກງານແພດເພື່ອກວດຮ່າງກາຍ ແລະ ລະບຸຜູ້ລອດຊີວິດຈາກຄວາມຮຸນແຮງສະເຫນີວິທີການປິ່ນປົວ ພ້ອມທັງສະຫນັບສະຫນູນບັນຫາຕ່າງໆທາງດ້ານຮ່າງກາຍຈິດໃຈ ແລະ ຄວາມຮູ້ສຶກຂອງຜູ້ລອດຊີວິດ. SOP ສະຫນອງກອບການດໍາເນີນງານ ແລະ ຄໍາແນະນໍາທາງດ້ານການແພດສໍາລັບໂຮງຫມໍ ແລະສະຖານທີ່ໃຫ້ບໍລິການສຸຂະພາບທັງຫມົດໃນປະເທດ".

ໃຫ້ບໍລິການດ້ານສຸຂະພາບມັກຈະເປັນຜູ້ທໍາອິດທີ່ຜູ້ລອດຊີວິດຈາກຄວາມຮຸນແຮງຕິດຕໍ່ຫາ ເພື່ອຂໍຮັບການປິ່ນປົວຫຼັງຈາກໄດ້ຮັບຄວາມຮຸນແຮງໂດຍສະເພາະຄວາມຮຸນແຮງທາງດ້ານຮ່າງກາຍ ຫຼື ທາງເພດຜູ້ໃຫ້ບໍລິການດ້ານສຸຂະພາບຕ້ອງໃຫ້ການດູແລທີ່ຈໍາເປັນຢ່າງເປັນມືອາຊີບເກັບກໍາຫຼັກຖານທາງດ້ານນິຕິວິທະຍາໃຫ້ທັນເວລາແລະ ສົ່ງຕໍ່ຜູ້ລອດຊີວິດໃຫ້ການບໍລິການອື່ນໆທີ່ຈໍາເປັນ ເຊັ່ນ ການບໍລິການທາງສັງຄົມຕໍາຫຼວດແລະ ຍຸດຕິທໍາ. ທັງໝົດເພື່ອປົກປ້ອງຄວາມປອດໄພ ແລະ ສະຫວັດດີການຂອງຜູ້ລອດຊີວິດ.

 

ພາຍຫຼັງ​ການ​ຮັບຮອງ​ຄັ້ງນີ້ພະນັກງານ​ແພດໃນ ​ແຂວງ​ເປົ້າ​ໝາຍ​ຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ກ່ຽວ​ກັບການນໍາໃຊ້ SOP ສະບັບນີ້. SOP ນີ້ ແມ່ນສ່ວນຫນຶ່ງຂອງຊຸດບໍລິການທີ່ຈໍາເປັນ ແລະ ມັນໄດ້ເຊື່ອມຕໍ່ກັບ ມາດຕະຖານການດໍາເນີນງານຂອງຂະແໜງສັງຄົມ (The Social Sector SOP) ແລະ ມາດຕະຖານການດໍາເນີນງານຂອງການປະສານງານ (The Coordination SOP), ເຊິ່ງລ້ວນແລ້ວແຕ່ໄດ້ຮັບການສະຫນັບສະຫນູນຈາກUNFPA ແລະ ຈະຖືກຮັບຮອງໃນອາທິດຕໍ່ໜ້ານີ້.

***************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

 

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

ທ່ານ ນາງ ສີສຸວັນ ວໍຣະບຸດ

ຫົວໜ້າແຜນງານບົດບາດທາງເພດ,

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວvorabouth@unfpa.org

 

ທ່ານ ນາງ Fatima Zahra Benyahia

ຜູ້ຊ່ຽວຊານດ້ານການຮ່ວມມື ແລະນະວັດຕະກໍາ

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວfbenyahia@unfpa.org