You are here

ໃຫ້ຄໍາຄິດເຫັນ - ບັນນາທິການໂດຍ ທ່ານ ບີຢອນ ແອນເດີສັນ, ຫົວໜ້າຫ້ອງການພາກພື້ນອາຊີ ແລະ ປາຊີຟິກຂອງ UNFPA, ກ່ຽວກັບ ວັນສຸຂະອະນາໄມຂອງການເປັນປະຈໍາເດືອນ

ການຮັກສາກຽດສັກສີໃນໄລຍະມີປະຈໍາເດືອນ

ທ່ານ ບີຢອນ ແອນເດີສັນ ຫົວໜ້າຫ້ອງການພາກພື້ນອາຊີ ແລະ ປາຊີຟິກຂອງ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ກ່າວວ່າ ການລົງທຶນໃສ່ສຸຂະພາບໃນໄລຍະມີປະຈໍາເດືອນ ແລະ ການສະໜອງເພດສຶກສາແບບຮອບດ້ານ ຈະຊ່ວຍກໍາຈັດບັນດາຂໍ້ຫ້າມ ແລະ ສະໜອງວິທີແກ້ໄຂແບບຍືນຍົງໃຫ້ແກ່ຄົນທີ່ເປັນປະຈໍາເດືອນ.

ໃນທົ່ວພາກພື້ນ, ຄວາມຕ້ອງການທີ່ເປັນເອກະລັກຂອງແມ່ຍິງ ແລະ ເດັກຍິງມັກຈະຖືກເບິ່ງຂ້າມ - ໂດຍສະເພາະແມ່ນສຸຂະພາບໃນໄລຍະເປັນປະຈໍາເດືອນຂອງເຂົາເຈົ້າ. ເມື່ອເກີດໄພພິບັດ, ຄົນທີ່ເປັນປະຈໍາເດືອນມັກຈະບໍ່ສາມາດເຂົ້າເຖິງເຄື່ອງໃຊ້ຈໍາເປັນສໍາລັບການເປັນປະຈໍາເດືອນເຊັ່ນ: ຜ້າອະນາໄມ ແລະ ຊຸດຊັ້ນໃນ ເນື່ອງຈາກການຂາດນໍ້າສະອາດ ແລະ ຂາດລະບົບການກໍາຈັດສິ່ງເສດເຫຼືອ.

ປົມດ້ອຍ, ການ​ປະ​ຕິ​ບັດຕາມ​ວັດ​ທະ​ນະ​ທໍາ ​ແລະ ​ຂໍ້ຫ້າມຕ່າງໆ​ຕໍ່ຜູ້​ທີ່​ເປັນ​ປະ​ຈໍາ​ເດືອນ ​ເຮັດ​ໃຫ້​ສະພາບະ​ການ​ທີ່​ຫຍຸ້ງ​ຍາກຢູ່ແລ້ວ ມີຄວາມຮ້າຍແຮງຂຶ້ນກວ່າເກົ່າ​. ແຕ່ລະປະເທດຢູ່ໃນພາກພື້ນ, ພວກເຮົາ ຕ້ອງໄດ້ລົບລ້າງຂໍ້ຫ້າມທີ່ຍັງຫຼົງເຫຼືອ ກ່ຽວກັບການເປັນປະຈໍາເດືອນ ເພື່ອໃຫ້ພວກເຮົາສາມາດປະກອບສ່ວນ ເຂົ້າໃນການປຶກສາຫາລືຢ່າງທົ່ວເຖິງ ກ່ຽວກັບວິທີປັບປຸງສຸຂະພາບໃນໄລຍະເປັນປະຈໍາເດືອນກ່ອນທີ່ຈະເກີດໄພພິບັດ.

ສຸຂະພາບ ແລະ ສຸຂະອະນາໄມໃນໄລຍະເປັນປະຈຳເດືອນແມ່ນອົງປະກອບຄວາມຮູ້ທີ່ຈຳເປັນສຳລັບລັດຖະບານ ແລະ ຊຸມຊົນ ເພື່ອຮັບປະກັນໃຫ້ມີລະບົບການສະໜັບສະໜູນຄົນທີ່ມີປະຈຳເດືອນທີ່ດີຂຶ້ນ. ເມື່ອສົມທຽບໃນ​ທົ່ວ​ໂລກ, ໄພ​ພິ​ບັດ​ທຳ​ມະ​ຊາດ​ເກີດ​ຂຶ້ນ​ຢູ່ພາກພື້ນອາຊີ ​ແລະ ​ປາ​ຊີ​ຟິກ ເຖິງ 70%, ແລະ ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ເຮັດ​ໃຫ້ເກີດມີ​ພະ​ຍຸ​ຮ້າຍ​ແຮງ, ນ້ຳ​ຖ້ວມ ແລະ ​ແຫ້ງ​ແລ້ງ​ເພີ່ມ​ຂຶ້ນ. ພວກເຮົາຮູ້ດີວ່າໄພພິບັດຈະເຮັດໃຫ້ເກີດການຍົກຍ້າຍ ແລະ ໃນສະພາບການສຸກເສີນ ຈະເຮັດໃຫ້ສູນເສຍຄວາມເປັນສ່ວນຕົວ ແລະ ຄວາມປອດໄພ. ດັ່ງນັ້ນ, ຜູ້ທີ່ມີປະຈໍາເດືອນຈະປະເຊີນກັບອຸປະສັກຫຼາຍກວ່າເກົ່າໃນການຈັດການກັບປະຈໍາເດືອນຂອງເຂົາເຈົ້າ.

ຮອບວຽນການມີປະຈຳເດືອນແມ່ນມີຄວາມສໍາຄັນຕໍ່ສຸຂະພາບຈະເລີນພັນຂອງແມ່ຍິງ ແລະ ໄວໜຸ່ມຍິງ ເນື່ອງຈາກຂະບວນການທາງຊີວະວິທະຍາເປັນສູນກາງຂອງການສືບພັນ ແລະ ຄວບຄຸມບັນດາຮໍໂມນຕ່າງໆໃນຮ່າງກາຍ, ເຊິ່ງສົ່ງຜົນໃຫ້ມີປະຈຳເດືອນ ຫຼື ການຖືພາ. ການເຂົ້າໃຈຮອບວຽນປະຈຳເດືອນຂອງຕົນເອງເປັນສິ່ງສຳຄັນທີ່ຕ້ອງຮູ້ກ່ອນທີ່ຈະ ຕັດສິນໃຈໃນການວາງແຜນຄອບຄົວ ແລະ ເລືອກວິທີການຄຸມກຳເນີດ ພ້ອມທັງເຂົ້າໃຈເຖິງຄວາມສາມາດໃນການມີລູກ ແລະ ສຸຂະພາບຈະເລີນພັນຂອງຕົນ. ໂດຍພື້ນຖານ, ປະຈໍາເດືອນເປັນຈຸດເລີ່ມຕົ້ນຂອງການກ້າວໄປເຖິງສຸຂະພາບຈະເລີນພັນ. ຕໍ່ກັບເຫດຜົນດັ່ງກ່າວນີ້, ໂຮງຮຽນທັງຫມົດຈຶ່ງຕ້ອງມີຂໍ້ມູນດ້ານສຸຂະພາບໃນໄລຍະມີປະຈໍາເດືອນ ແລະ ຕ້ອງໄດ້ມີການປຶກສາຫາລື ໂດຍຖືເອົາບັນຫານີ້ເປັນເປັນບູລິມະສິດໜຶ່ງດ້ານສາທາລະນະສຸກ.

ໂດຍການສົມທົບກັບຄູ່ຮ່ວມງານຂອງພວກເຮົາ, UNFPA ຈະສະຫນັບສະຫນູນແມ່ຍິງ ແລະ ໄວໜຸ່ມຍິງ ເພື່ອຍົກສູງກຽດສັກສີຂອງເຂົາເຈົ້າ ໂດຍການຮັບປະກັນການເຂົ້າເຖິງເຄື່ອງໃຊ້ທີ່ຈໍາເປັນໃນໄລຍະການເປັນປະຈໍາເດືອນເຊັ່ນ: ຜ້າອະນາໄມແບບໃຊ້ແລ້ວຖິ້ມ ແລະ ແບບໃຊ້ຄືນໄດ້, ແບບຈອກ, ຊຸດຊັ້ນໃນ ແລະ ເຄື່ອງໃຊ້ທີ່ກ່ຽວຂ້ອງເຊັ່ນ: ສະບູ ແລະ ຖັງສໍາລັບຊັກລ້າງ. ບໍ່ວ່າຈະເປັນໄລຍະກ່ອນມີ, ກໍາລັງມີ ແລະ ຫຼັງມີໄພພິບັດ, ພວກເຮົາຕ້ອງໄດ້ຂະຫຍາຍວຽກງານຮ່ວມກັບພາກສ່ວນນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ ເພື່ອຮັບປະກັນໃຫ້ທຸກຄົນໄດ້ເຂົ້າເຖິງວິດຖ່າຍ ແລະ ຫ້ອງນໍ້າທີ່ປອດໄພ, ມີນໍ້າ ແລະ ສະບູ ເພື່ອການປ່ຽນ, ຊັກ, ຕາກເຄື່ອງໃຊ້ສໍາລັບໄລຍະເປັນປະຈໍາເດືອນ.

ການຂາດຄວາມຮູ້ ແລະ ການສຶກສາ ກ່ຽວກັບສຸຂະພາບໄລຍະມີປະຈໍາເດືອນ, ຄວາມເຊື່ອທາງດ້ານວັດທະນະທໍາກ່ຽວກັບການມີປະຈໍາເດືອນ ແລະ ຄວາມວິຕົກກັງວົນກ່ຽວກັບການເປື້ອນເລືອດ ອາດເຮັດໃຫ້ຄົນທີ່ມີປະຈໍາເດືອນບໍ່ຫ້າວຫັນທີ່ຈະເຂົ້າຮ່ວມກິດຈະກໍາໃນຊຸມຊົນ ແລະ ບໍ່ໄປໂຮງຮຽນ. ພວກເຮົາເຮັດວຽກຮ່ວມກັບຊຸມຊົນ ເພື່ອກໍາຈັດບັນທັດຖານດ້ານວັດທະນະທໍາ ແລະ ສັງຄົມທີ່ເປັນອັນຕະລາຍ, ຂໍ້ຫ້າມ ແລະ ຄວາມເຂົ້າໃຈຜິດກ່ຽວກັບການມີປະຈໍາເດືອນ.

ສະນັ້ນ, ຕ້ອງມີການຮ່ວມມືກັນເພີ່ມຂຶ້ນເພື່ອຮັບປະກັນວ່າທຸກຄົນທີ່ມີປະຈໍາເດືອນສາມາດເຂົ້າເຖິງຂໍ້ມູນທີ່ຈະສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າໃນການຈັດການກັບປະຈໍາເດືອນຂອງພວກເຂົາຢ່າງມີກຽດ. ຂໍ້ມູນເພດສຶກສາຮອບດ້ານ ຄວນໄດ້ຮັບການຂະຫຍາຍໃຫ້ກວ້າງອອກ, ເພື່ອຊ່ວຍໃນການຮູ້ຈັກຮ່າງກາຍ ແລະ ເປັນສ່ວນໜຶ່ງທີ່ສຳຄັນຂອງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ເຖິງວ່າໃນຂົງເຂດວຽກງານນີ້ຈະມີຄວາມຄືບຫນ້າຢ່າງຫຼວງຫຼາຍແລ້ວກໍ່ຕາມ, ຍັງມີຫຼາຍຢ່າງ ທີ່ຈະຕ້ອງປະຕິບັດເພື່ອສະໜອງຂໍ້ມູນດ້ານສຸຂະພາບຈະເລີນພັນທີ່ຖືກຕ້ອງ.

ຜ່ານຫຼາຍທົດສະວັດຂອງການຮ່ວມມືທີ່ສ້າງສັນ ແລະ ການຊ່ວຍເຫຼືອແກ້ໄຂບັນຫາແນວຫນ້າເຊັ່ນ: ການແຈກຢາຍຊຸດເຄື່ອງໃຊ້ຈຳເປັນ, UNFPA ໄດ້ປະຕິບັດຕາມຄໍາຫມັ້ນສັນຍາຕໍ່ສຸຂະພາບ ແລະ ສຸຂະອະນາໄມໃນໄລຍະມີປະຈໍາເດືອນ. ການຮັບຟັງແມ່ຍິງ, ໄວໜຸ່ມ ແລະ ກຸ່ມຄົນດ້ອຍໂອກາດ ເພື່ອເຮັດໃຫ້ກິດຈະກຳ ແລະ ການຊ່ວຍເຫຼືອເພື່ອຕອບສະໜອງຄວາມຕ້ອງການ ທີ່ເປັນເອກະລັກຂອງເຂົາເຈົ້າເປັນກຸນແຈສໍາຄັນໃນການປະຕິບັດວຽກງານທີ່ມີປະສິດທິຜົນຂອງ UNFPA. ການປຶກສາຫາລື ໄດ້ເຮັດໃຫ້ມີການສະໜອງຊຸດສຸຂະພາບ ແລະ ສຸຂະອະນາໄມໃນໄລຍະມີປະຈໍາເດືອນ ແລະ ເຄື່ອງໃຊ້ຈຳເປັນ ເຊິ່ງປະກອບດ້ວຍເຄື່ອງໃຊ້ຈໍາເປັນໃນໄລຍະເປັນປະຈໍາເດືອນສໍາລັບແມ່ຍິງ ແລະ ໄວໜຸ່ມຍິງພິການໃນພາກພື້ນປາຊີຟິກ, ຜູ້ຊາຍຂ້າມເພດ (transgender) ໃນບັງກະລາເທດ ແລະ ເດັກຍິງໄວໜຸ່ມໃນປະເທດອິນໂດເນເຊຍ, ມຽນມາ, ເນປານ ແລະ ບັງກະລາເທດ.

ເພື່ອຮັບປະກັນວ່າມີວິທີຈັດການກັບປະຈໍາເດືອນຢ່າງປອດໄພ ແລະ ມີປະສິດທິຜົນ, UNFPA ສະໜັບສະໜູນແມ່ຍິງ, ໄວໜຸ່ມຍິງ ແລະ ກຸ່ມຄົນອື່ນທີ່ມີປະຈໍາເດືອນໃນການໃຊ້ສິດທິພື້ນຖານຂອງເຂົາເຈົ້າຕໍ່ກັບສຸຂະພາບ ແລະ ສະຫວັດດີການໂດຍລວມຂອງເຂົາເຈົ້າ. ໃນວັນທີ 28 ພຶດສະພານີ້, ເຊິ່ງເປັນວັນສຸຂະອະນາໄມຂອງການເປັນປະຈໍາເດືອນ (Menstrual Hygiene Day), ພວກເຮົາຂໍຮຽກຮ້ອງໃຫ້ບັນດາຜູ້ນໍາປະເທດ ຂະຫຍາຍການລົງທຶນໄລຍະຍາວ ກ່ຽວກັບບັນຫາທີ່ມີຄວາມສໍາຄັນດັ່ງກ່າວ. ພຽງແຕ່ຮ່ວມມືກັນ, ພວກເຮົາກໍ່ຈະສາມາດສ້າງຄວາມເຂັ້ມແຂງ ໃຫ້ທຸກຄົນທີ່ມີປະຈໍາເດືອນ ເພື່ອເຂົ້າເຖິງສິດທິຂອງເຂົາເຈົ້າ ແລະ ໄດ້ໃຊ້ຄວາມສາມາດຂອງເຂົາເຈົ້າຢ່າງເຕັມສ່ວນ.

— ຈົບ —

ທ່ານ ບີຢອນ ແອນເດີສັນ, ຫົວໜ້າຫ້ອງການພາກພື້ນອາຊີ ແລະ ປາຊີຟິກຂອງ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ອົງການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງສະຫະປະຊາຊາດ.