You are here

ວັນທີ 06 ກຸມພາ 2024, ນະຄອນຫຼວງວຽງຈັນສປປ ລາວ - ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ (UNFPA) ໄດ້ຮ່ວມກັນຈັດກອງປະຊຸມລະດົມການມີສ່ວນຮ່ວມ ກ່ອນກອງປະຊຸມໂຕະມົນທີ່ຈະຈັດຂຶ້ນໃນວັນທີ 13 ກຸມພາ ເພື່ອລະດົມ ແລະ ຮັດແໜ້ນການພົວພັນຄູ່ຮ່ວມມື ແລະ ທຶນຮອນໃຫ້ແກ່ການຈັດຕັ້ງປະຕິບັດການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025ເພື່ອສ້າງຖານຂໍ້ມູນທີ່ມີຄຸນນະພາບສໍາລັບການພັດທະນາ.

ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນຄັ້ງນີ້ຈັດຕັ້ງຂຶ້ນໂດຍ ກະຊວງແຜນການ ແລະ ການລົງທຶນ ໂດຍຜ່ານ ກົມຮ່ວມມືສາກົນ ຮ່ວມກັບ ສູນສະຖິຕິແຫ່ງຊາດ ແລະ UNFPA ເພື່ອລະດົມ ແລະ ໃຫ້ຂໍ້ມູນແກ່ບັນດາຄູ່ຮ່ວມພັດທະນາໃຫ້ຮັບຮູ້ກ່ຽວກັບບຸລິມະສິດອັນສຳຄັນຂອງ ລັດຖະບານ ສປປ ລາວ ກໍ່ຄື ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025 ໂດຍສຸມໃສ່ລະດົມທາງດ້ານທຶນຮອນທີ່ຈໍາເປັນເພື່ອຈັດຕັ້ງປະຕິບັດການສໍາຫຼວດຄັ້ງນີ້ໃຫ້ທັນເວລາ ແລະ ໃຫ້ມີມາດຕະຖານຄຸນນະພາບສູງ. 

ພະນະທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວມີຄໍາເຫັນວ່າ: ປັດຈຸບັນພວກເຮົາຮ່ວມກັບອົງການUNFPA ເພື່ອປະສານສົມທົບກັບບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ໄດ້ສະເຫນີທຶນສົມທົບຈາກລັດຖະບານ ເຊີ່ງສາມາດລະດົມທຶນໄດ້ເຖີງ ປະມານ 70 ສ່ວນຮ້ອຍ ຂອງງົບປະມານທັງຫມົດທີ່ນຳໃຊ້ເຂົ້າໃນການສຳຫຼວດ ຍັງບໍ່ພຽງພໍ ປະມານ 30 ສ່ວນຮ້ອຍ ຫລື ປະມານ 7ລ້ານ ໂດລາສະຫະລັດ. ໂດຍຕາງໜ້າໃຫ້ແກ່ລັດຖະບານກໍຄືການນຳຂອງກະຊວງແຜນການ ແລະ ການລົງທຶນ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ມາຍັງທ່ານທູດທຸຕະນຸທູດຫົວໜ້າສູນສະຖິຕິແຫ່ງຊາດບັນດາທ່ານຫົວໜ້າກົມ ພ້ອມດ້ວຍວິຊາການ ແລະ ຜູ້ຕາງໜ້າອົງການ ຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ທີ່ສະຫຼະເວລາ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະ ພິເສດຂໍຂອບໃຈມາຍັງອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈໍາ ສປປ ລາວ (UNFPA) ຜູ້ປະສານງານຫຼັກທີ່ມີຄວາມເປັນເຈົ້າການຢ່າງຫ້າວຫັນໃນການໃຫ້ການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ວິຊາການຕະຫຼອດໄລຍະທີ່ຜ່ານມາ ແລະ ຂໍສະແດງຄວາມຂອບໃຈມາຍັງ ອົງການພັດທະນາສາກົນສະຫະລັດອາເມລິກາ (USAID)ກະຊວງການຕ່າງປະເທດ ແລະ ການຄ້າ ປະເທດອົດສະຕາລີ (DFAT)ທະນາຄານໂລກ (WB) ແລະ ສປ ຈີນ ທີ່ໄດ້ໃຫ້ການສະຫນັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາປະກອບສ່ວນຕໍ່ການສຳຫລວດໃນຄັ້ງນີ້.

ທ່ານ ດຣ. ບາກທິຢໍ ຄາດິເຣິບຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ ນັບແຕ່ນີ້ເປັນຕົ້ນໄປຈົນຮອດເດືອນມີນາ 2025, ພວກເຮົາຕ້ອງຮັບປະກັນວ່າບຸກຄະລາກອນ ແລະ ຊັບພະຍາກອນດ້ານທຶນຮອນເຄື່ອງມື ແລະ ພື້ນຖານໂຄງລ່າງແມ່ນມີຄວາມພ້ອມ ໂດຍທີ່ພົນລະເມືອງໃນ ສປປ ລາວ ເຮົາທຸກຄົນໄດ້ຮັບຮູ້ກ່ຽວກັບການສໍາຫຼວດໃນຄັ້ງນີ້ ແລະ ຖືກຈົດນັບ. ດັ່ງນັ້ນ ການຮ່ວມມືກັບຄູ່ຮ່ວມພັດທະນາການຜັນຂະຫຍາຍວຽກງານ ແລະ ການໝູນໃຊ້ຄວາມໄດ້ປຽບຂອງການຮ່ວມມືຈາກຂະແໜງການຕ່າງໆ ຈຶ່ງມີຄວາມສໍາຄັນຢ່າງຍິ່ງ ໂດຍສະເພາະໃນການສະໜັບສະໜູນດ້ານວິຊາການ ແລະ ທາງດ້ານງົບປະມານ ເພື່ອເຮັດໃຫ້ການສໍາຫຼວດນີ້ປະສົບຜົນສໍາເລັດ.

ທ່ານ ດຣ. ບາກທິຢໍ ຄາດິເຣິບ ກ່າວຕື່ມອີກວ່າ: ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ໃນປີ 2025 ເປັນຫຼາຍກວ່າສະຖິຕິ. ມັນເປັນໂອກາດແຫ່ງການຫັນປ່ຽນ ແລະ ເປັນທິດຊີ້ນໍາເພື່ອກ້າວໄປສູ່ອະນາຄົດທີ່ຍືນຍົງອັນແທ້ຈິງ ແກ່ພົນລະເມືອງລາວທຸກຄົນ.

ກອງປະຊຸມໄດ້ເນັ້ນຕື່ມອີກວ່າ ການສຳຫຼວດພົນລະເມືອງ ​ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ໃນປີ 2025 ​​ມີຄວາມສຳຄັນໃນການຕິດຕາມ​​ຄວາມຄືບໜ້າຂອງ SDGs, ບັນດາຄາດໝາຍການພັດທະນາຂອງຊາດ ​ແລະ ​ທັງເປັນການກະກຽມ ​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X. ຄຽງຄູ່ກັນນີ້ ປະເທດລາວກໍາລັງກ້າວເຂົ້າສູ່ສະຖານະປະເທດລາຍຮັບປານກາງໃນປີ 2026, ດັ່ງນັ້ນ ຂໍ້ມູນຈະມີຄວາມສຳຄັນຍິ່ງຂຶ້ນກວ່າເກົ່າໃນການວາງນະໂຍບາຍຂອງລັດຖະບານ ໂດຍສະເພາະຕໍ່ກັບຕະຫຼາດ ແລະ ການບໍລິການສາທາລະນະເພື່ອການເຕີບໂຕທາງດ້ານເສດຖະກິດ ແລະ ບໍ່ປະຖີ້ມໃຜໄວ້ເບື້ອງຫຼັງ.

ກອງປະຊຸມໄດ້ຍົກເອົາຂໍ້ສະເໜີແນະຈາກ ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ​ແລະ ການພັດທະນາ ໃນເດືອນຕຸລາ 2023 ​ທີ່ຜ່ານມາ ໂດຍອີງໃສ່ຄໍາໝາຍໝັ້ນທີ່ ​ທ່ານ ຮສ. ດຣ. ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວໄວ້ ກໍ່ຄືການຊຸກຍູ້ໃຫ້ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງລົງທຶນສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງຂໍ້ມູນພົນລະເມືອງ ແລະ ກອບການຕິດຕາມກວດກາລະດັບຊາດເພື່ອການພັດທະນາເສດຖະ ກິດ-ສັງຄົມ ໂດຍໃຫ້ບຸລິມະສິດຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແລະ ດັດສະນີໝາຍສັງຄົມລາວ ເຂົ້າໃນການກະກຽມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ປີ 2026-2030.

ກອງປະຊຸມໄດ້ເຊື້ອເຊີນຜູ້ຕາງໜ້າຈາກກະຊວງສະຖານທູດຄູ່ຮ່ວມພັດທະນາ ​ແລະ ພາກເອກະຊົນເຂົ້າຮ່ວມ ​ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ການກະກຽມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ​ຄັ້ງທີ X ​ແລະ ຂໍ້ຄົງຄ້າງດ້ານຂໍ້ມູນ ​ທີ່ຕ້ອງໄດ້ຮັບການແກ້ໄຂ. ກອງປະຊຸມຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການສະໜອງທຶນ ແລະ ຈັດສັນຊັບພະຍາກອນເພື່ອເກັບຂໍ້ມູນຜ່ານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນ ສປປ ລາວ ໃນເດືອນ ມີນາ 2025, ພ້ອມທັງກົນໄກການປະສານງານທີ່ມີປະສິດທິຜົນລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ຢູ່ ສປປ ລາວ - ເປັນການສໍາຫຼວດພົນລະເມືອງໃນຮູບແບບດິຈິຕອນ ເປັນຄັ້ງທໍາອິດໂດຍມີເປົ້າໝາຍເກັບກຳຂໍ້ມູນປະມານ 1.ລ້ານຄົວເຮືອນໃນ 18 ແຂວງ ໂດຍນຳໃຊ້ເວລາ 3 ອາທິດ ແລະ ນຳໃຊ້ອຸປະກອນເກັບກຳຂໍ້ມູນລະບົບ CAPI ແລະ ເຕັກໂນໂລຊີພາບຖ່າຍດາວທຽມ. ເຊິ່ງຈໍານວນບຸກຄະລາກອນພາກສະຫນາມ ທີ່ຈະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານອັນໃຫຍ່ຫຼວງຄັ້ງນີ້ ແມ່ນປະມານ 13,150 ຄົນ.

ກອງປະຊຸມດັ່ງກ່າວໄດ້ປິດລົງຢ່າງມີໝາກຜົນ ໂດຍສາມາດກໍານົດສິ່ງທ້າທາຍ ແລະ ວິທີແກ້ໄຂທີ່ຫັນເປັນທັນສະໄໝດ້ານທຶນຮອນ ພ້ອມທັງໄດ້ຮັບຄວາມກະຈ່າງແຈ້ງກ່ຽວກັບບາດກ້າວຕໍ່ໄປຂອງທຸກພາກສ່ວນ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ປີ 2025 ຢູ່ ສປປ ລາວ ໃຫ້ປະສົບຜົນສຳເລັດ.

***************

ອົງການ UNFPA ແມ່ນ ອົງການສະຫະປະຊາຊາດກອງທຶນ ສໍາລັບ ປະຊາກອນ ທີ່ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າຫມາຍເຮັດໃຫ້ການເສຍຊີວິດ ຂອງແມ່ເປັນສູນ, ການບໍ່ຕອບສະຫນອງຕໍ່ຄວາມຕ້ອງການ ສໍາລັບການວາງແຜນຄອບຄົວ ເປັນສູນ ແລະ ເຮັດໃຫ້ຄວາມ ຮຸນແຮງບົນພື້ນຖານທາງເພດເປັນສູນ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
laos.office@unfpa.org