You are here

ນະຄອນຫຼວງວຽງຈັນວັນທີ 07 ເມສາ 2022 - ອົງການ UNFPA ໃຫ້ການສະໜັບສະໜູນກອງປະຊຸມປຶກສາຫາລືຫຼາຍຂະແໜງການ ກ່ຽວກັບການພັດທະນາມາດຕະຖານການປະຕິບັດງານ (SOP) ສຳລັບການຕອບໂຕ້ຄວາມຮຸນແຮງບົນພື້ນຖານທາງເພດ (GBV) ຂອງຂະແໜງສັງຄົມ, ຂະແໜງສາທາລະນະສຸກ ລວມໄປເຖິງການປະສານງານລວມ ແລະ ເສັ້ນທາງການສົ່ງຕໍ່ ພາຍໃຕ້ການ​ນຳ​ພາຂອງ​ສູນກາງສະຫະພັນ​ແມ່ຍິງ​ລາວ (ສສຍລ)ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ)​ ແລະ ກະຊວງ​ສາທາລະນະ​ສຸກ. ການພັດທະນາ SOP ສໍາລັບຂະແໜງການ ແລະ ສໍາລັບການປະສານງານລວມເຫຼົ່ານີ້ ໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກອົງການ UNFPA, KOICA ແລະ DFAT.

ໃນເມື່ອກ່ອນ, ວຽກງານຕອບໂຕ້ຄວາມຮຸນແຮງຕໍ່ແມ່ຍິງໃຊ້ວິທີການທີ່ແຕກຍ່ອຍ ແລະ ແຍກກັນມີການນໍາໃຊ້ມາດຕະການແບບສະເພາະກິດ ເຊິ່ງຄວາມເຂົ້າໃຈຂອງເຈົ້າຫນ້າທີ່ໃຫ້ບໍລິການໃນຂະນະນັ້ນກໍ່ມີຈໍາກັດເນື່ອງຈາກບໍ່ມີຄໍາແນະນໍາແຫ່ງຊາດທີ່ຊັດເຈນ. ສະນັ້ນ ການສ້າງ SOP ຈຶ່ງມີຄວາມສໍາຄັນຕໍ່ກັບການສ້າງລະບົບທີ່ເຂັ້ມແຂງ ແລະ ກອບທີ່ຊັດເຈນສໍາລັບຂະແຫນງການກ່ຽວຂ້ອງ ເພື່ອເຮັດວຽກຕາມສາຍຕັ້ງ ແລະ ປະສານງານຕາມສາຍຂວາງ. ນີ້ຫມາຍຄວາມວ່າເຮົາຈະບໍ່ປະໃຫ້ມີຊ່ອງຫວ່າງປະຕູໃດເລີຍທີ່ເປັນ "ປະຕູຜິດ"  ໃຫ້ຜູ້ລອດຊີວິດຍ່າງຜ່ານໃນຂະນະທີ່ພວກເຂົາກໍາລັງຊອກຫາການຊ່ວຍເຫຼືອ - ບໍ່ວ່າຈະເປັນທີ່ໂຮງຫມໍສະຫະພັນແມ່ຍິງຂັ້ນເມືອງ ຫຼື ສະຖານີຕໍາຫຼວດທີ່ໃກ້ທີ່ສຸດ.

ມາດາມ ຈັນໂສດາ ພອນທິບຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ຄຊກມດ ໄດ້ກ່າວເຖິງຊ່ອງວ່າງລະຫວ່າງ ແຜນດໍາເນີນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ (2021-2025) ແລະ ສະພາບຄວາມເປັນຈິງຂອງການຈັດຕັ້ງປະຕິບັດແຜນການຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍເມື່ອເຂົາເຈົ້າປະເຊີນກັບຄວາມຮຸນແຮງ: ການ​ສະໜັບສະໜູນຍັງ​ບໍ່​ເປັນ​ລະບົບ. ພວກ​ເຮົາ​ຕ້ອງ​ມີ​ມາດ​ຕະ​ການ​ທີ່​ມີ​ມາດ​ຕະ​ຖານ ແລະ ມີ​​ການ​ປະ​ສານ​ງານກັນ ​ໃຫ້ສອດຄ່ອງກັບ​ບໍລິບົດ​ຂອງ​ລາວ ​ແລະ​ ເພື່ອ​ຮັບປະກັນວ່​າ​ແມ່​ຍິງ​ ​ແລະ​ ເດັກ​ຍິງ​ທຸກ​ຄົນ​ທີ່​ຕ້ອງ​ການ​​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ທາງການ​ແພດສັງ​ຄົມ ​ຫຼື​ ກົດ​ຫມາຍ​ ໄດ້​ຮັບການບໍລິການດັ່ງກ່າວ.

ໃນ​ກອງປະຊຸມ​ປຶກສາ​ຫາລື 3 ຄັ້ງ​ທີ່​ຈັດ​ຂຶ້ນ​ໃນໄຕມາດທໍາອິດ ໃນ​ປີ 2022, ບັນດາ​ກະຊວງ/ຂະ​ແໜງ​ການ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຕົນ​ເອງປະສົບ​ພົບພໍ້ ໃນ​ການ​ປະຕິບັດ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ພາຍ​ໃຕ້ ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ເດັກ​ປີ 2014, ​ໄດ້​ກຳນົດ​ຊ່ອງ​ຫວ່າງ​ລະຫວ່າງ​ມາດຕະຖານ​ສາກົນ ​ແລະ ການ​ປະຕິບັດ​ໃນປັດຈຸ​ບັນ, ປຶກສາຫາລືກ່ຽວກັບການປັບປຸງການບໍລິການຕອບໂຕ້ໃນເບື້ອງຕົ້ນຕໍ່ຜູ້ລອດຊີວິດແລະວິທີການຮັບປະກັນໃຫ້ບັນດາກະຊວງສາມາດປະສານງານ ແລະ ສົ່ງຕໍ່ຜູ້ລອດຊີວິດໄດ້ທັນການ ເພື່ອຮັບປະກັນວ່າເຂົາເຈົ້າໄດ້ຮັບການດູແລທີ່ເຂົາເຈົ້າຕ້ອງການ.

ຮ່າງສຸດທ້າຍຂອງບັນດາ SOP ເຫຼົ່ານີ້ ຈະເຮັດໃຫ້ການຕອບໂຕ້ຂອງແຕ່ລະຂະແໜງການຕໍ່ຄວາມຮຸນແຮງບົນພື້ນຖານທາງເພດມີຄວາມປະສົມກົມກຽວ ແລະ ປະສານງານກັນພ້ອມທັງຮັບປະກັນວ່າພະນັກງານທີ່ໃຫ້ບໍລິການ ມີກອບບ່ອນອີງທີ່ຊັດເຈນ ແລະ ຄົບຖ້ວນໃນການເຮັດວຽກເພື່ອສົ່ງມອບການດູແລ ແລະ ການຊ່ວຍເຫຼືອທີ່ມີຄຸນນະພາບໃຫ້ຜູ້ລອດຊີວິດທັງແມ່ຍິງ ແລະ ເດັກຍິງ. 

ການພັດທະນາ SOP ເປັນສິ່ງຈໍາເປັນເພື່ອປະຕິບັດ ຊຸດບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກຍິງທີ່ປະເຊີນກັບຄວາມຮຸນແຮງ (ESP). ຊຸດບໍລິການທີ່ຈໍາເປັນນີ້ ກວມເອົາທຸກໆອົງປະກອບຂອງການຕອບໂຕ້ຕໍ່ແມ່ຍິງ ແລະ ເດັກຍິງທີ່ຖືກຄວາມຮຸນແຮງທີ່ມີການເຊື່ອມຕໍ່ກັນ. ຊຸດບໍລິການທີ່ຈໍາເປັນນີ້ ສາມາດຫຼຸດຜ່ອນຜົນສະທ້ອນຂອງຄວາມຮຸນແຮງຕໍ່ສຸຂະພາບຄວາມປອດໄພ ແລະ ຊີວິດຂອງແມ່ຍິງ ແລະ ເດັກຍິງຊ່ວຍ​ເຫຼືອ​ໃນ​ການ​ຟື້ນ​ຟູ ​ແລະ​ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ແມ່​ຍິງ ແລະ​ ຍຸຕິ​ຄວາມ​ຮຸນ​ແຮງ​ບໍ່​ໃຫ້​ເກີດ​ຂຶ້ນ​ອີກ. ໄດ້ມີການເປີດຕົວ ຊຸດບໍລິການທີ່ຈໍາເປັນນໍາໂດຍ ອົງການ UNFPA ໃນ ສປປ ລາວໂດຍໄດ້ຮັບສະຫນັບສະຫນູນຈາກ KOICA, DFAT, ລັດຖະບານອັງກິດຍີ່ປຸ່ນ, SDC ແລະ ອື່ນໆ.

ອີງ​ຕາມ​ການ​ສຶກສາ​ກ່ຽວ​ກັບ​ອັດຕາການແຜ່ຫຼາຍຂອງຄວາມຮຸນແຮງໃນ​ປີ 2014 ໃນ ສປປ ລາວມີປະມານ 30% ຂອງ​ແມ່ຍິງ​ທີ່​ຢູ່ໃນຄວາມສໍາພັນ​ເຄີຍປະສົບກັບຄວາມຮຸນແຮງທາງ​ຮ່າງກາຍ ​ຫຼື ທາງ​ເພດ​ໂດຍ​ຄູ່​ຄອງ​ເພດຊາຍ​. ຍິ່ງໄປກວ່ານັ້ນຫຼາຍກວ່າ 70% ຂອງແມ່ຍິງທີ່ປະສົບກັບຄວາມຮຸນແຮງໃນລາວ ບໍ່ໄດ້ຂໍຄວາມຊ່ວຍເຫຼືອ ຫຼື ການສະໜັບສະໜູນຈາກໃຜເລີຍແລະມີພຽງປະມານ 2% ເທົ່ານັ້ນທີ່ໄດ້ຂໍການຊ່ວຍເຫຼືອຈາກຂະແໜງກ່ຽວຂ້ອງ ເຊັ່ນ: ຂະແໜງສາທາລະນະສຸກສັງຄົມ ແລະ ຍຸຕິທຳ.

ທ່ານນາງ ມາຣຽມ ເອຄານຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ ຍົກສະຖິຕິເຫຼົ່ານີ້ຂຶ້ນມາເພື່ອຮຽກຄວາມສົນໃຈຈາກທຸກພາກສ່ວນ ແລະ ກ່າວວ່າການມີບັນດາ SOP ເພື່ອໃຫ້ມີການດູແລທີ່ມີຄຸນນະພາບທີ່ມີການເຊື່ອມຈອດກັນ ຈະສາມາດປັບປຸງສະຖິຕິເຫຼົ່ານີ້ໃຫ້ດີຂຶ້ນໄດ້. ທ່ານ ນາງ ມາຣຽມ ສະແດງຄໍາຊົມເຊີຍການນໍາພາຂອງສະຫະພັນແມ່ຍິງລາວ, ຄຊກມດ ແລະ ທຸກຂະແຫນງການທີ່ໄດ້ມີສ່ວນຮ່ວມ ພ້ອມທັງເນັ້ນຕື່ມວ່າ "UNFPA ມີຈຸດປະສົງເພື່ອສ້າງລະບົບທີ່ເຂັ້ມແຂງ ແລະ ສ້າງຂີດຄວາມສາມາດໃຫ້ບັນດາກະຊວງ ແລະ ຜູ້ມີບົດບາດດ້ານຄວາມຮຸນແຮງບົນພື້ນຖານທາງເພດອື່ນໆໂດຍການຈັດຕັ້ງປະຕິບັດກອບວຽກ ແລະ ລະບົບທີ່ມີຄວາມຍືນຍົງ".

 

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

 

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

ທ່ານ ນາງ ສີສຸວັນ ວໍຣະບຸດ,  ຫົວໜ້າແຜນງານບົດບາດຍິງ-ຊາຍ.

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ (UNFPA)

Email: vorabouth@unfpa.org  

 

ທ່ານ ນາງ ວັນລີ ລໍກວງມິງ

ຜູ້ຮັບຜິດຊອບດ້ານການສື່ສານ ແລະ ການຮ່ວມມື

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: lorkuangming@unfpa.org