You are here

ນະຄອນຫຼວງວຽງຈັນ, ວັນທີ 09 ກັນຍາ 2021 - ກະຊວງແຜນການ ແລະ ການລົງທຶນ (MPI) ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ຮ່ວມກັນຈັດ ການຝຶກອົບຮົມເປັນເວລາສອງວັນເພື່ອສ້າງຄວາມສາມາດໃຫ້ແກ່ພະນັກງານຂອງກະຊວງແຜນການ ແລະ ການລົງທຶນ ເພື່ອກຽມພ້ອມໃນການພັດທະນາຍຸດທະສາດຄວາມສະເໝີພາບຍິງ - ຊາຍຂອງກະຊວງໃນຕໍ່ໜ້າ. ການຝຶກອົມຮົມດັ່ງກ່າວແມ່ນນໍາພາໂດຍຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ແລະເດັກ ຂອງກະຊວງແຜນການ ແລະ ການລົງທຶນ, ຄະນະກົມ ແລະ ພະນັກງານວິຊາການຈາກພະແນກການອ້ອມຂ້າງຂອງ ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມການຝຶກອົບຮົມ.

 

ອີງຕາມຍຸດທະສາດຄວາມສະເໝີພາບລະຫວ່າງຍິງ- ຊາຍແຫ່ງຊາດປີ 2021-2025, ພາຍຫຼັງການຝຶກອົບຮົມ, ຜູ້ເຂົ້າຮ່ວມຈະໄດ້ປະກອບສ່ວນໃນຂະບວນການສ້າງຍຸດທະສາດດ້ານບົດບາດຍິງ- ຊາຍຂອງກະຊວງແຜນການ ແລະ ການລົງທຶນ. ການຝຶກອົບຮົມນີ້ຈະໄດ້ສຸມໃສ່ໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າໃຈເຖິງຂະບວນການພັດທະນາ ແລະ ຄວາມຈຳແນກຄວາມແຕກຕ່າງລະຫວ່າງຍຸດທະສາດ ແລະ ແຜນການທົ່ວໄປ, ລວມເຖິງວິທີເຊື່ອມສານຍຸດທະສາດແຫ່ງຊາດເຂົ້າໃນວຽກງານຂອງຂະແໜງການຂອງຕົນ. ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບວິທີການນຳໃຊ້ແຜນວາດທີ່ສະແດງເຖິງຄວາມດຸ່ນດ່ຽງ ແລະ ພິຈາລະນາເຖິງການປະສານງານເພື່ອໃຫ້ສາມາດເຊື່ອມສານກັບບັນດາຂະແໜງ ການ ແລະ ພະແນກອື່ນໆ. ການຝຶກອົບຮົມຈະໄດ້ໃນໃຊ້ວິທີການແບບປະສົມປະສານລະຫວ່າງພາກທິດສະດີ ແລະ ພາກປະຕິບັດເພື່ອວິເຄາະປັດໄຈພາຍໃນ ແລະ ພາຍນອກຂອງຄວາມສ່ຽງ ແລະ ຮຽນຮູ້ວິທີການສ້າງວິໄສທັດ, ພາລະກິດ, ຜົນໄດ້ຮັບທີ່ຕ້ອງການ, ຕົວຊີ້ວັດ ແລະ ຈຸດສໍາຄັນອື່ນໆ.

 

"ການຝຶກອົບຮົມຄັ້ງນີ້ ແມ່ນມີຄວາມສໍາຄັນຕໍ່ກັບການພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະການເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໃນການວາງແຜນ ແລະ ການເຊື່ອມສານຄວາມສະເໝີພາບລະຫວ່າງຍິງ - ຊາຍເຂົ້າໃນທຸກຂົງເຂດວຽກງານຂອງພວກເຮົາ," ກ່າວໂດຍ ທ່ານ ນາງ ທຳມາ ເພັດວິໄຊ, ຫົວໜ້າກົມບຸກຄະລາກອນ ແລະ ຮອງປະທານ ຄະນະກໍາມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ ແລະ ເດັກ ຂອງ ກະຊວງແຜນການ ແລະ ການລົງທຶນ. “ ການຝຶກອົບຮົມສອງມື້ນີ້ເປັນໂອກາດອັນດີເພື່ອແລກປ່ຽນ ແລະ ປຶກສາຫາລືກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ຂ້າພະເຈົ້າຂໍຂອບໃຈມາຍັງ  ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ສໍາລັບການສະໜັບສະໜູນ ແລະ ການຮ່ວມມືເພື່ອເສີມສ້າງຄວາມສາມາດໃຫ້ກັບພະນັກງານຂອງກະພວກເຮົາ,”  ທ່ານໄດ້ມີການກ່າວຕື່ມ.

 

ໃນຕົ້ນປີທີ່ຜ່ານມານີ້, ລັດຖະບານລາວໄດ້ມີຄວາມຄືບໜ້າທີ່ສຳຄັນກ່ຽວກັບວຽກງານຄວາມສະເໝີພາຍຍິງ-ຊາຍ. ສປປ ລາວໄດ້ເອກະພາບ ແລະ ຮັບຮອງເອົາແຜນດຳເນີນງານແຫ່ງຊາດຄັ້ງທີສອງ ກ່ຽວກັບການປ້ອງກັນ ແລະການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ (2021-2025) (NPAVAWVAC) ແລະ ແຜນດຳເນີນງານແຫ່ງຊາດຄັ້ງທີສີ່ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ (2021-2025) (NPAGE) ໃນກອງປະຊຸມລັດຖະບານ ໃນເດືອນພຶດສະພາ 2021, ໂດຍການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

 

ຄວາມພະຍາຍາມໃນການສົ່ງເສີມສິດທິຂອງແມ່ຍິງ ແລະ ໂອກາດທີ່ເທົ່າທຽມກັນໄດ້ກ້າວໄປສູ່ຄໍາໝັ້ນໝາຍ ຂອງ ສປປ ລາວ ຕໍ່ກັບກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາຄົບຮອບ25ປີ (ICPD25) ແລະ ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈໍາແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (CEDAW) ແລະ ສົນທິສັນຍາວ່າດ້ວຍສິດທິເດັກ (CRC).  ເຊິ່ງລວມເຖິງການຢຸດຕິການໃຊ້ຄວາມຮຸນແຮງທຸກຮູບແບບ, ແລະ ການປະຕິບັດທີ່ເປັນອັນຕະລາຍຕໍ່ແມ່ຍິງ ແລະ ເດັກຍິງ, ສຸມໃສ່ການເພີ່ມການປະຕິບັດຍຸດທະສາດທີ່ບໍ່ປະຜູ້ໃດຢູ່ເບື້ອງຫຼັງ, ແລະ ເພີ່ມການລົງທຶນເພື່ອຄວາມເປັນຢູ່ທີ່ດີ ຂອງແມ່ຍິງ ແລະ ເດັກຍິງ.

 

ໃຫ້ໂອກາດແມ່ຍິງຫຼາຍຂຶ້ນ, ພວກເຮົາໄດ້ຕື່ມເຕັມສິດທິມະນຸດຂອງເຂົາເຈົ້າ, ຄວາມສະເໝີພາບລະຫວ່າງຍິງ- ຊາຍ ເຊິ່ງເຮັດໃຫ້ພວກເຂົາໄດ້ຮັບຜົນປະໂຫຍດທັງຊາຍ ແລະ ຍິງ. ສປປ ລາວ ມີກອບແຜນນະໂຍບາຍທີ່ເຂັ້ມແຂງ ແລະ ມີສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ - ຊາຍ. ສິ່ງທີ່ຕ້ອງການໃນເວລານີ້ ແມ່ນການຫັນບັນດາກົດໝາຍ ແລະ ນະໂຍບາຍຕ່າງໆທີ່ມີໃຫ້ເປັນແຜນການທີ່ສາມາດປະຕິບັດຕົວຈິງໄດ້ ແລະ ໃຫ້ເປັນຮູບປະທໍາເພື່ອສ້າງຄວາມແຕກຕ່າງໃນຊີວິດປະຈໍາວັນຂອງແມ່ຍິງ ແລະ ເດັກຍິງພາຍໃນປະເທດ ກ່າວໂດຍ ທ່ານ ນາງ Mariam A. Khan, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈຳ ສປປ ລາວ .

 

ຄະນະກໍາມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່ ແລະ ເດັກ ຂອງ ກະຊວງແຜນການ ແລະ ການລົງທຶນ ຈະໄດ້ມີການປະສານງານ ແລະ ຈັດຕັ້ງປະຕິບັດກິດຈະກໍາຂອງຍຸດທະສາດຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຮັບປະກັນໃຫ້ພະນັກງານເພດຊາຍ ແລະ ເພດຍິງມີສ່ວນຮ່ວມຢ່າງເທົ່າທຽມກັນ. ກະຊວງແຜນການ ແລະ ການລົງທຶນ ຈະກຳນົດເປົ້າໝາຍທີ່ສອດຄ່ອງກັບຍຸດທະສາດແຫ່ງຊາດວ່າດ້ວຍຄວາມສະເໝີພາບຍິງ - ຊາຍ.

 

ກອງປະຊຸມແມ່ນໃຫ້ການຊຸກຍູ້ທີ່ດີຫຼາຍ ເພາະຮັດໃຫ້ພວກເຮົາເຂົ້າໃຈເລິກເຊິ່ງຍິ່ງຂຶ້ນຕື່ມກ່ຽວກັບຄວາມສໍາຄັນຂອງຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການສານເຂົ້າຫາກັນໃນຫລາຍຂົງເຂດ. ໃນຖານະທີ່ເປັນສະຖາບັນ, ພວກເຮົາຕ້ອງເລີ່ມຕົ້ນໂດຍການນຳໃຊ້ຫຼັກການຄວາມສະເໝີພາບພາຍໃນທີມຂອງພວກເຮົາ. ຖ້າຫາກວ່າແມ່ຍິງມີຕົວແທນທີ່ເທົ່າທຽມກັນໃນຂະບວນການຕັດສິນໃຈ, ພວກເຮົາກໍສາມາດຮັບປະກັນໄດ້ວ່າພົນລະເມືອງຂອງພວກເຮົາແມ່ນເປັນຕົວແທນຢູ່ໃນນະໂຍບາຍ ແລະ ສາມາດເຂົ້າໄປມີສ່ວນຮ່ວມໃນລະດັບສູງໃນການວາງແຜນ, "  ກ່າວໂດຍ ທ່ານ ນາງ ນິພາພອນ ສຸກອາລຸນ, ຫົວໜ້າພະແນກການຄວາມກ້າວໜ້າຂອງແມ່ຍິງດ ແມ່ແລະ ເດັກ, ກະຊວງແຜນການ ແລະ ການລົງທຶນ.

 

 

UNFPA

ອົງການ UNFPA, ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (United Nations Population Fund:UNFPA) ແມ່ນ ໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຄອບຄຸມຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນການທາງເພດ ໃຫ້ເປັນ 0 .

 

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

 

ທ່ານ ພອນໄຊ ສິດທິລາດວົງສາ,

 

ຜູ້ຮັບຜິດຊອບຕິດຕາມ ແລະ ປະເມີນຜົນ ແຜນງານພັດທະນາປະຊາກອນ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ.

ອີເມລ: sithirajvongsa@unfpa.org

 

 

ທ່ານ ນາງ ວັນລີ ລໍກວາງມິງ,

ນັກວິເຄາະດ້ານການສື່ສານ ແລະ ການເປັນຄູ່ຮ່ວມມື, ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈຳ ສປປ.ລາວ

 

ອີເມລ: lorkuangming@unfpa.org