Go Back Go Back
Go Back Go Back
Go Back Go Back

ການລົງທຶນໃສ່ຜະດຸງຄັນຊົນເຜົ່າ ເພື່ອປົກປ້ອງສຸຂະພາບແມ່ ທີ່ຢູ່ໃນສະພາບວັດທະນະທໍາພິເສດ ຢູ່ ສປປ ລາວ

ການລົງທຶນໃສ່ຜະດຸງຄັນຊົນເຜົ່າ ເພື່ອປົກປ້ອງສຸຂະພາບແມ່ ທີ່ຢູ່ໃນສະພາບວັດທະນະທໍາພິເສດ ຢູ່ ສປປ ລາວ

Press Release

ການລົງທຶນໃສ່ຜະດຸງຄັນຊົນເຜົ່າ ເພື່ອປົກປ້ອງສຸຂະພາບແມ່ ທີ່ຢູ່ໃນສະພາບວັດທະນະທໍາພິເສດ ຢູ່ ສປປ ລາວ

calendar_today 29 August 2022

ການລົງທຶນໃສ່ຜະດຸງຄັນຊົນເຜົ່າ ເພື່ອປົກປ້ອງສຸຂະພາບແມ່ ທີ່ຢູ່ໃນສະພາບວັດທະນະທໍາພິເສດ ຢູ່ ສປປ ລາວ
ການລົງທຶນໃສ່ຜະດຸງຄັນຊົນເຜົ່າ ເພື່ອປົກປ້ອງສຸຂະພາບແມ່ ທີ່ຢູ່ໃນສະພາບວັດທະນະທໍາພິເສດ ຢູ່ ສປປ ລາວ

ວີດາ ເປັນຜະດຸງຄັນ ອາຍຸ 28 ປີ ຈາກຊຸມຊົນອາຄາ ທີ່ມີຄວາມພາກພູມໃຈໃນບົດບາດຂອງນາງ ໃນການຮັບປະກັນໃຫ້ແມ່ຍິງລາວ ຮັບຮູ້ເຖິງຜົນດີຕໍ່ສຸຂະພາບແມ່. ຢູ່ທີ່ໂຮງໝໍເມືອງ ລອງ ແຂວງ ຫຼວງນ້ຳທາ, ຜະດຸງຄັນຊາວອາຄາຄົນນີ້ ຈົບການສຶກສາຈາກໂຄງການສະໜັບສະໜູນຂອງ UNFPA - ກະຊວງສາທາລະນະສຸກ ຢູ່ອຸດົມໄຊ ໃນປີ 2017.
 

ໃນ ສປປ ລາວ, ການສະໜັບສະໜູນໃນການຝຶກອົບຮົມ ແລະ ການຊັບຊ້ອນຜະດຸງຄັນຈາກບັນດາຊົນເຜົ່າແມ່ນເປັນອົງປະກອບທີ່ສໍາຄັນຂອງການຊ່ວຍເຫຼືອຢ່າງກວ້າງຂວາງຂອງ UNFPA ໃນໂຄງການຜະດຸງຄັນທີ່ຮັບຮູ້ເຖິງບົດບາດອັນສຳຄັນຂອງການຜະດຸງຄັນໃນການຊ່ວຍຊີວິດ ແລະ ການປ່ຽນແປງບັນທັດຖານທີ່ເປັນອັນຕະລາຍ, ບັນຫາດັ່ງກ່າວຍັງມີຄວາມໜ້າວິຕົກກັງວົນຫຼາຍກວ່າເກົ່າຍ້ອນຜົນກະທົບຂອງ COVID-19 ຕໍ່ການບໍລິການດ້ານສຸຂະພາບ.

“ໃນເມື່ອກ່ອນ, ແມ່ຍິງຊົນເຜົ່າອາຄາ ເກີດລູກໂດຍບໍ່ໄດ້ຮັບການຊ່ວຍເຫຼືອ ແລະ ເຂົາເຈົ້າບໍ່ໄດ້ມາສຸກສາລາ. ການຖືພາສ່ວນຫຼາຍແມ່ນບໍ່ປອດໄພ ແລະ ມີຄວາມສູງຕໍ່ອາການສົນໃນບັນດາແມ່ຍິງອາຄາ,” ວີດາ ກ່າວ. "ແຕ່ວ່າພວກເຮົາມີຜະດຸງຄັນຊາວອາຄາ, ຄົນເຈັບຊາວອາຄາຈຶ່ງມີຄວາມສະບາຍໃຈທີ່ຈະມາຫາການຊ່ວຍເຫຼືອ."

ທ່າ​ອ່ຽງ​ໃນ​ທາງ​ບວກ​ນີ້​ເປັນ​ຜົນ​ເນື່ອງ​ມາ​ຈາກ​ຜະດຸງຄັນ​ຊົນ​ເຜົ່າ​ທີ່​ໄດ້ຜ່ານການ​ຝຶກ​ອົບຮົມແລ້ວ​ໃໝ່​ໄດ້​ກັບ​ຄືນ​ໄປ​ບ້ານ​ຂອງ​ຕົນ​ເພື່ອຊ່ວຍເຫຼືອ​ຊຸມ​ຊົນ. ຄວາມເຂົ້າໃຈທາງດ້ານວັດທະນະທໍາຂອງເຂົາເຈົ້າປະສົມປະສານກັບທັກສະທີ່ຮຽນຮູ້ໃຫມ່ທີ່ປະຕິບັດຕາມມາດຕະຖານສາກົນເຮັດໃຫ້ພວກເຂົາໄດ້ຮັບຄວາມໄວ້ວາງໃຈ ແລະ ເປັນກຸ່ມທີ່ເໝາະສົມໃນການສະຫນອງການດູແລສຸຂະພາບແມ່ທີ່ຈໍາເປັນໃຫ້ແກ່ ແມ່ຊົນເຜົ່າທີ່ປົກກະຕິຈະມີຄວາມສ່ຽງດ້ານສຸຂະພາບ, ໂດຍສະເພາະໃນເວລາເກີດລູກ. ກິດຈະກໍາທີ່ໄດ້ຮັບການສະໜັບສະໜູນຈາກ UNFPA ແລະ ກະຊວງສາທາລະນະສຸກ ດັ່ງກ່າວໄດ້ມີບົດບາດສຳຄັນໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ພ້ອມທັງຮັບປະກັນການຖືພາ, ການເກີດລູກ ແລະ ການຄຸມກໍາເນີດທີ່ປອດໄພໃນ ສປປ ລາວ ໃນໄລຍະສິບປີທີ່ຜ່ານມາ.

ໂດຍຮ່ວມກັນກັບທີມງານເມືອງ, ວີດາ ໄດ້ລົງໂຄສະນາເຜີຍແຜ່ສຸຂະສຶກສາຢູ່ບັນດາບ້ານອ້ອມຂ້າງໂຮງໝໍເມືອງລອງ ເພື່ອໃຫ້ຂໍ້ມູນຂ່າວສານ ແລະ ລະດົມແມ່ຍິງໃຫ້ໄປໂຮງໝໍ. ໃນປັດຈຸບັນ, ແມ່ຍິງຫຼາຍຄົນເຂົ້າມາຮັບການດູແລສຸຂະພາບຢູ່ໂຮງໝໍ ແລະ ບໍ່ ລັງເລທີ່ຈະເຂົ້າມາຮັບຄໍາແນະນໍາກ່ຽວກັບການເອົາລູກຫ່າງ ແລະ ການຄຸມກໍາເນີດ.

“ຕົວຢ່າງ, ທຸກໆຄັ້ງທີ່ຂ້ອຍລົງໄປໂຄສະນາສຸຂະສຶກສາ, ຂ້ອຍໄດ້ຊຸກຍູ້ເຂົາເຈົ້າ [ແມ່ຍິງຊົນເຜົ່າອາຄາ] ໃຫ້ລ້ຽງລູກດ້ວຍນົມແມ່ຢ່າງດຽວເປັນເວລາຢ່າງໜ້ອຍ 6 ເດືອນ,” ວີດາ ກ່າວ, ເຊິ່ງນາງໄດ້ລາຍງານວ່າແມ່ຊົນເຜົ່າໃນອະດີດບໍ່ເຕັມໃຈທີ່ຈະລ້ຽງລູກດ້ວຍນົມແມ່ຍ້ອນວ່າພວກເຂົາເລືອກທີ່ຈະປູກພືດຫຼາຍກວ່າການລ້ຽງລູກ ແລະ ບໍ່ຮູ້ເຖິງຜົນປະໂຫຍດດ້ານສຸຂະພາບຂອງການລ້ຽງລູກດ້ວຍນົມແມ່ສໍາລັບເດັກ ແລະ ແມ່.

ການປູກຈິດສໍານຶກກ່ຽວກັບຄວາມສໍາຄັນຂອງການຝາກທ້ອງເພື່ອຮັບປະກັນທາງດ້ານສຸຂະພາບ ແລະ ຄວາມປອດໄພຂອງແມ່ ແລະ ເດັກ ແມ່ນໜ້າວຽກສໍາຄັນສໍາລັບ ວີດາ ແລະ ນາງຜະດຸງຄັນຊົນເຜົ່າຄົນອື່ນໆ.

“ຂ້ອຍຊຸກຍູ້ໃຫ້ແມ່ຍິງໄປກວດທ້ອງກ່ອນເກີດຢ່າງໜ້ອຍສີ່ຄັ້ງ [ມາດຕະຖານສາກົນແມ່ນ 8 ຄັ້ງ] ແລະ ໄປເກີດລູກຢູ່ສຸກສາລາ ເພື່ອຄວາມປອດໄພຂອງແມ່ ແລະ ເດັກ. ຊ່ວງເວລາທີ່ຂ້ອຍພູມໃຈທີ່ສຸດແມ່ນການທີ່ໄດ້ເຫັນແມ່ຍິງເກີດລູກຢູ່ສຸກສາລາທີ່ໄດ້ຮັບການຊ່ວຍເຫຼືອຈາກພະນັກງານສາທາລະນະສຸກທີ່ມີຄຸນວຸດທິ ເຮັດໃຫ້ເຂົາເຈົ້າບໍ່ມີອາການສົນໃດໆ,”  ວີດາ ກ່າວ.

ເພື່ອໃຫ້ມີການສະໜອງການດູແລຢ່າງເຕັມທີ່, ການໃຫ້ຄໍາປຶກສາສໍາລັບໄວຫນຸ່ມ ແລະ ເຍົາວະຊົນ ເປັນສ່ວນຫນຶ່ງຂອງການບໍລິການດ້ານການວາງແຜນຄອບຄົວ. ວີດາ ຊຸກຍູ້ໃຫ້ແມ່ຍິງຮຽນຮູ້ເພີ່ມເຕີມກ່ຽວກັບຢາຄຸມກຳເນີດໄລຍະຍາວ. ຄູ່ຜົວເມຍຫຼາຍຄູ່ກໍາລັງຊອກຫາວິທີຄຸມກໍາເນີດທີ່ຍາວນານເຊັ່ນ: ການໃສ່ຫ່ວງອະນາໄມ ເພື່ອໃຫ້ແມ່ຍິງບໍ່ຈໍາເປັນຕ້ອງເດີນທາງໄປໂຮງໝໍເລື້ອຍໆ.

ນາງຜະດຸງຄັນແບບ ວີດາ ທີ່ກຳລັງຖືກສົ່ງໄປເຮັດວຽກໃນທົ່ວປະເທດຢູ່ ສປປ ລາວ ເພື່ອໄປສ້າງຈິດສຳນຶກໃຫ້ແກ່ຊຸມຊົນ. ພາລະບົດບາດຂອງເຂົາເຈົ້າແມ່ນສໍາຄັນຫຼາຍໃນການນໍາໃຊ້ທັກສະທີ່ໄດ້ຮຽນຮູ້ມາ ໂດຍຜ່ານຫຼັກສູດຜະດຸງຄັນທີ່ປັບມາຈາກມາດຕະຖານສາກົນໂດຍຜ່ານການປະສານສົມທົບລະຫວ່າງ ກະຊວງສາທາລະນະສຸກ ແລະ UNFPA.

ເຖິງວ່າຈະມີການສ້າງຂີດຄວາມສາມາດດ້ານຜະດຸງຄັນອັນເປັນປະໂຫຍດແກ່ແມ່ຍິງ ແລະ ເດັກນ້ອຍລາວ ໃນໄລຍະສິບປີທີ່ຜ່ານມາ, ນາງຜະດຸງຄັນເຊັ່ນ ວີດາ ຍັງປະເຊີນກັບສິ່ງທ້າທາຍໃນການຕ້ານການປະຕິບັດຕາມວັດທະນະທໍາທີ່ເປັນອັນຕະລາຍຕໍ່ການເກີດລູກ ແລະ ການເບິ່ງແຍງເດັກນ້ອຍເຊັ່ນ: ຂໍ້ຈໍາກັດດ້ານອາຫານ, ການຢູ່ໄຟເປັນເວລາ 15 ມື້ຫລັງເກີດ ແລະ ຄວາມເຊື່ອວ່າການເກີດລູກແຝດເປັນໂຊກຮ້າຍ. ພາຍຫຼັງຈາກການຝຶກອົບຮົມ, ວີດາ ແລະ ນາງຜະດຸງຄັນຄົນອື່ນໆ ໄດ້ຕິດຕໍ່ຫາສາຍດ່ວນຊ່ວຍເຫຼືອຜະດຸງຄັນ ເຊິ່ງເປັນຊ່ອງທາງທີ່ເຂົາເຈົ້າສາມາດປຶກສາຫາລືກ່ຽວກັບກໍລະນີທີ່ຫຍຸ້ງຍາກ ແລະ ປຶກສາວິທີແກ້ໄຂຕໍ່ກັບກໍລະນີທີ່ພົບພໍ້.

UNFPA ກໍາລັງສະໜັບສະໜູນ ສປປ ລາວ ໃນການປະຕິບັດຕາມຄໍາໝາຍໝັ້ນຕໍ່ກັບກອງປະຊຸມສາກົນດ້ານປະຊາກອນ ແລະ ການພັດທະນາ ຄົບຮອບ 25 ປີ (ICPD25) ທີ່ຮັບປະກັນໃຫ້ມີຜະດຸງຄັນຢ່າງໜ້ອຍໜຶ່ງຄົນປະຈໍາຢູ່ສະຖານບໍລິການສຸຂະພາບແຕ່ລະແຫ່ງ. ການ​ຊ່ວຍ​ເຫຼືອ​ລວມມີ​ການ​ຝຶກ​ອົບ​ຮົມ, ການ​ພັດທະນາ​ຫຼັກສູດ ແລະ ການ​ສະໜອງ​ສິ່ງ​ອໍານວຍ​ຄວາມ​ສະດວກ​ທາງການແພດ. ຂໍສະແດງຄວາມຂອບໃຈມາຍັງກອງທຶນຄວາມໄວ້ວາງໃຈສໍາລັບສຸຂະພາບຂອງແມ່ (Maternal Health Trust Fund), KOFIH ແລະ ລຸກຊໍາບວກ, ແຜນງານຜະດຸງຄັນຈິ່ງສາມາດເລັ່ງລັດການຮັບຮູ້ບົດບາດຂອງຜະດຸງຄັນໃນການຊ່ວຍເຫຼືອຊີວິດ ແລະ ການປ່ຽນແປງບັນທັດຖານ ແລະ ການປະຕິບັດທີ່ເປັນອັນຕະລາຍ.

ອີງຕາມການລາຍງານດ້ານຜະດຸງຄັນໂລກ ປະຈໍາປີ 2021, ການລົງທຶນໃສ່ຜະດຸງຄັນແມ່ນເປັນການໃຊ້ຈ່າຍທີ່ມີປະສິດທິພາບ ເນື່ອງຈາກການມີນາງຜະດຸງຄັນທີ່ມີການສຶກສາ ແລະ ຜ່ານການຝຶກອົບຮົມຢ່າງຄົບຖ້ວນສາມາດໃຫ້ການດູແລສຸຂະພາບຂອງແມ່ທີ່ຈຳເປັນໄດ້ເກືອບ 90 ສ່ວນຮ້ອຍ.

***************

UNFPA ແມ່ນໜ່ວຍງານດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງອົງການສະຫະປະຊາຊາດ, ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າໝາຍການຕາຍຂອງແມ່ໃຫ້ເປັນສູນ, ຄວາມຕ້ອງການໃນການວາງແຜນຄອບຄົວທີ່ບໍ່ໄດ້ຮັບ ການຕອບສະໜອງໃຫ້ເປັນສູນ, ແລະ ຄວາມຮຸນແຮງທາງເພດໃຫ້ເປັນສູນ. 

 

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ທ່ານ ນາງ Esther Arendt

ພະນັກງານຜະດຸງຄັນ

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: arendt@unfpa.org

 

ທ່ານ ນາງ Fatima Zahra Benyahia

ຜູ້ຊ່ຽວຊານດ້ານການຮ່ວມມື ແລະນະວັດຕະກໍາ, 

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: fbenyahia@unfpa.org