ວີດາ ເປັນຜະດຸງຄັນ ອາຍຸ 28 ປີ ຈາກຊຸມຊົນອາຄາ ທີ່ມີຄວາມພາກພູມໃຈໃນບົດບາດຂອງນາງ ໃນການຮັບປະກັນໃຫ້ແມ່ຍິງລາວ ຮັບຮູ້ເຖິງຜົນດີຕໍ່ສຸຂະພາບແມ່. ຢູ່ທີ່ໂຮງໝໍເມືອງ ລອງ ແຂວງ ຫຼວງນ້ຳທາ, ຜະດຸງຄັນຊາວອາຄາຄົນນີ້ ຈົບການສຶກສາຈາກໂຄງການສະໜັບສະໜູນຂອງ UNFPA - ກະຊວງສາທາລະນະສຸກ ຢູ່ອຸດົມໄຊ ໃນປີ 2017.
ໃນ ສປປ ລາວ, ການສະໜັບສະໜູນໃນການຝຶກອົບຮົມ ແລະ ການຊັບຊ້ອນຜະດຸງຄັນຈາກບັນດາຊົນເຜົ່າແມ່ນເປັນອົງປະກອບທີ່ສໍາຄັນຂອງການຊ່ວຍເຫຼືອຢ່າງກວ້າງຂວາງຂອງ UNFPA ໃນໂຄງການຜະດຸງຄັນທີ່ຮັບຮູ້ເຖິງບົດບາດອັນສຳຄັນຂອງການຜະດຸງຄັນໃນການຊ່ວຍຊີວິດ ແລະ ການປ່ຽນແປງບັນທັດຖານທີ່ເປັນອັນຕະລາຍ, ບັນຫາດັ່ງກ່າວຍັງມີຄວາມໜ້າວິຕົກກັງວົນຫຼາຍກວ່າເກົ່າຍ້ອນຜົນກະທົບຂອງ COVID-19 ຕໍ່ການບໍລິການດ້ານສຸຂະພາບ.
“ໃນເມື່ອກ່ອນ, ແມ່ຍິງຊົນເຜົ່າອາຄາ ເກີດລູກໂດຍບໍ່ໄດ້ຮັບການຊ່ວຍເຫຼືອ ແລະ ເຂົາເຈົ້າບໍ່ໄດ້ມາສຸກສາລາ. ການຖືພາສ່ວນຫຼາຍແມ່ນບໍ່ປອດໄພ ແລະ ມີຄວາມສູງຕໍ່ອາການສົນໃນບັນດາແມ່ຍິງອາຄາ,” ວີດາ ກ່າວ. "ແຕ່ວ່າພວກເຮົາມີຜະດຸງຄັນຊາວອາຄາ, ຄົນເຈັບຊາວອາຄາຈຶ່ງມີຄວາມສະບາຍໃຈທີ່ຈະມາຫາການຊ່ວຍເຫຼືອ."
ທ່າອ່ຽງໃນທາງບວກນີ້ເປັນຜົນເນື່ອງມາຈາກຜະດຸງຄັນຊົນເຜົ່າທີ່ໄດ້ຜ່ານການຝຶກອົບຮົມແລ້ວໃໝ່ໄດ້ກັບຄືນໄປບ້ານຂອງຕົນເພື່ອຊ່ວຍເຫຼືອຊຸມຊົນ. ຄວາມເຂົ້າໃຈທາງດ້ານວັດທະນະທໍາຂອງເຂົາເຈົ້າປະສົມປະສານກັບທັກສະທີ່ຮຽນຮູ້ໃຫມ່ທີ່ປະຕິບັດຕາມມາດຕະຖານສາກົນເຮັດໃຫ້ພວກເຂົາໄດ້ຮັບຄວາມໄວ້ວາງໃຈ ແລະ ເປັນກຸ່ມທີ່ເໝາະສົມໃນການສະຫນອງການດູແລສຸຂະພາບແມ່ທີ່ຈໍາເປັນໃຫ້ແກ່ ແມ່ຊົນເຜົ່າທີ່ປົກກະຕິຈະມີຄວາມສ່ຽງດ້ານສຸຂະພາບ, ໂດຍສະເພາະໃນເວລາເກີດລູກ. ກິດຈະກໍາທີ່ໄດ້ຮັບການສະໜັບສະໜູນຈາກ UNFPA ແລະ ກະຊວງສາທາລະນະສຸກ ດັ່ງກ່າວໄດ້ມີບົດບາດສຳຄັນໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ພ້ອມທັງຮັບປະກັນການຖືພາ, ການເກີດລູກ ແລະ ການຄຸມກໍາເນີດທີ່ປອດໄພໃນ ສປປ ລາວ ໃນໄລຍະສິບປີທີ່ຜ່ານມາ.
ໂດຍຮ່ວມກັນກັບທີມງານເມືອງ, ວີດາ ໄດ້ລົງໂຄສະນາເຜີຍແຜ່ສຸຂະສຶກສາຢູ່ບັນດາບ້ານອ້ອມຂ້າງໂຮງໝໍເມືອງລອງ ເພື່ອໃຫ້ຂໍ້ມູນຂ່າວສານ ແລະ ລະດົມແມ່ຍິງໃຫ້ໄປໂຮງໝໍ. ໃນປັດຈຸບັນ, ແມ່ຍິງຫຼາຍຄົນເຂົ້າມາຮັບການດູແລສຸຂະພາບຢູ່ໂຮງໝໍ ແລະ ບໍ່ ລັງເລທີ່ຈະເຂົ້າມາຮັບຄໍາແນະນໍາກ່ຽວກັບການເອົາລູກຫ່າງ ແລະ ການຄຸມກໍາເນີດ.
“ຕົວຢ່າງ, ທຸກໆຄັ້ງທີ່ຂ້ອຍລົງໄປໂຄສະນາສຸຂະສຶກສາ, ຂ້ອຍໄດ້ຊຸກຍູ້ເຂົາເຈົ້າ [ແມ່ຍິງຊົນເຜົ່າອາຄາ] ໃຫ້ລ້ຽງລູກດ້ວຍນົມແມ່ຢ່າງດຽວເປັນເວລາຢ່າງໜ້ອຍ 6 ເດືອນ,” ວີດາ ກ່າວ, ເຊິ່ງນາງໄດ້ລາຍງານວ່າແມ່ຊົນເຜົ່າໃນອະດີດບໍ່ເຕັມໃຈທີ່ຈະລ້ຽງລູກດ້ວຍນົມແມ່ຍ້ອນວ່າພວກເຂົາເລືອກທີ່ຈະປູກພືດຫຼາຍກວ່າການລ້ຽງລູກ ແລະ ບໍ່ຮູ້ເຖິງຜົນປະໂຫຍດດ້ານສຸຂະພາບຂອງການລ້ຽງລູກດ້ວຍນົມແມ່ສໍາລັບເດັກ ແລະ ແມ່.
ການປູກຈິດສໍານຶກກ່ຽວກັບຄວາມສໍາຄັນຂອງການຝາກທ້ອງເພື່ອຮັບປະກັນທາງດ້ານສຸຂະພາບ ແລະ ຄວາມປອດໄພຂອງແມ່ ແລະ ເດັກ ແມ່ນໜ້າວຽກສໍາຄັນສໍາລັບ ວີດາ ແລະ ນາງຜະດຸງຄັນຊົນເຜົ່າຄົນອື່ນໆ.
“ຂ້ອຍຊຸກຍູ້ໃຫ້ແມ່ຍິງໄປກວດທ້ອງກ່ອນເກີດຢ່າງໜ້ອຍສີ່ຄັ້ງ [ມາດຕະຖານສາກົນແມ່ນ 8 ຄັ້ງ] ແລະ ໄປເກີດລູກຢູ່ສຸກສາລາ ເພື່ອຄວາມປອດໄພຂອງແມ່ ແລະ ເດັກ. ຊ່ວງເວລາທີ່ຂ້ອຍພູມໃຈທີ່ສຸດແມ່ນການທີ່ໄດ້ເຫັນແມ່ຍິງເກີດລູກຢູ່ສຸກສາລາທີ່ໄດ້ຮັບການຊ່ວຍເຫຼືອຈາກພະນັກງານສາທາລະນະສຸກທີ່ມີຄຸນວຸດທິ ເຮັດໃຫ້ເຂົາເຈົ້າບໍ່ມີອາການສົນໃດໆ,” ວີດາ ກ່າວ.
ເພື່ອໃຫ້ມີການສະໜອງການດູແລຢ່າງເຕັມທີ່, ການໃຫ້ຄໍາປຶກສາສໍາລັບໄວຫນຸ່ມ ແລະ ເຍົາວະຊົນ ເປັນສ່ວນຫນຶ່ງຂອງການບໍລິການດ້ານການວາງແຜນຄອບຄົວ. ວີດາ ຊຸກຍູ້ໃຫ້ແມ່ຍິງຮຽນຮູ້ເພີ່ມເຕີມກ່ຽວກັບຢາຄຸມກຳເນີດໄລຍະຍາວ. ຄູ່ຜົວເມຍຫຼາຍຄູ່ກໍາລັງຊອກຫາວິທີຄຸມກໍາເນີດທີ່ຍາວນານເຊັ່ນ: ການໃສ່ຫ່ວງອະນາໄມ ເພື່ອໃຫ້ແມ່ຍິງບໍ່ຈໍາເປັນຕ້ອງເດີນທາງໄປໂຮງໝໍເລື້ອຍໆ.
ນາງຜະດຸງຄັນແບບ ວີດາ ທີ່ກຳລັງຖືກສົ່ງໄປເຮັດວຽກໃນທົ່ວປະເທດຢູ່ ສປປ ລາວ ເພື່ອໄປສ້າງຈິດສຳນຶກໃຫ້ແກ່ຊຸມຊົນ. ພາລະບົດບາດຂອງເຂົາເຈົ້າແມ່ນສໍາຄັນຫຼາຍໃນການນໍາໃຊ້ທັກສະທີ່ໄດ້ຮຽນຮູ້ມາ ໂດຍຜ່ານຫຼັກສູດຜະດຸງຄັນທີ່ປັບມາຈາກມາດຕະຖານສາກົນໂດຍຜ່ານການປະສານສົມທົບລະຫວ່າງ ກະຊວງສາທາລະນະສຸກ ແລະ UNFPA.
ເຖິງວ່າຈະມີການສ້າງຂີດຄວາມສາມາດດ້ານຜະດຸງຄັນອັນເປັນປະໂຫຍດແກ່ແມ່ຍິງ ແລະ ເດັກນ້ອຍລາວ ໃນໄລຍະສິບປີທີ່ຜ່ານມາ, ນາງຜະດຸງຄັນເຊັ່ນ ວີດາ ຍັງປະເຊີນກັບສິ່ງທ້າທາຍໃນການຕ້ານການປະຕິບັດຕາມວັດທະນະທໍາທີ່ເປັນອັນຕະລາຍຕໍ່ການເກີດລູກ ແລະ ການເບິ່ງແຍງເດັກນ້ອຍເຊັ່ນ: ຂໍ້ຈໍາກັດດ້ານອາຫານ, ການຢູ່ໄຟເປັນເວລາ 15 ມື້ຫລັງເກີດ ແລະ ຄວາມເຊື່ອວ່າການເກີດລູກແຝດເປັນໂຊກຮ້າຍ. ພາຍຫຼັງຈາກການຝຶກອົບຮົມ, ວີດາ ແລະ ນາງຜະດຸງຄັນຄົນອື່ນໆ ໄດ້ຕິດຕໍ່ຫາສາຍດ່ວນຊ່ວຍເຫຼືອຜະດຸງຄັນ ເຊິ່ງເປັນຊ່ອງທາງທີ່ເຂົາເຈົ້າສາມາດປຶກສາຫາລືກ່ຽວກັບກໍລະນີທີ່ຫຍຸ້ງຍາກ ແລະ ປຶກສາວິທີແກ້ໄຂຕໍ່ກັບກໍລະນີທີ່ພົບພໍ້.
UNFPA ກໍາລັງສະໜັບສະໜູນ ສປປ ລາວ ໃນການປະຕິບັດຕາມຄໍາໝາຍໝັ້ນຕໍ່ກັບກອງປະຊຸມສາກົນດ້ານປະຊາກອນ ແລະ ການພັດທະນາ ຄົບຮອບ 25 ປີ (ICPD25) ທີ່ຮັບປະກັນໃຫ້ມີຜະດຸງຄັນຢ່າງໜ້ອຍໜຶ່ງຄົນປະຈໍາຢູ່ສະຖານບໍລິການສຸຂະພາບແຕ່ລະແຫ່ງ. ການຊ່ວຍເຫຼືອລວມມີການຝຶກອົບຮົມ, ການພັດທະນາຫຼັກສູດ ແລະ ການສະໜອງສິ່ງອໍານວຍຄວາມສະດວກທາງການແພດ. ຂໍສະແດງຄວາມຂອບໃຈມາຍັງກອງທຶນຄວາມໄວ້ວາງໃຈສໍາລັບສຸຂະພາບຂອງແມ່ (Maternal Health Trust Fund), KOFIH ແລະ ລຸກຊໍາບວກ, ແຜນງານຜະດຸງຄັນຈິ່ງສາມາດເລັ່ງລັດການຮັບຮູ້ບົດບາດຂອງຜະດຸງຄັນໃນການຊ່ວຍເຫຼືອຊີວິດ ແລະ ການປ່ຽນແປງບັນທັດຖານ ແລະ ການປະຕິບັດທີ່ເປັນອັນຕະລາຍ.
ອີງຕາມການລາຍງານດ້ານຜະດຸງຄັນໂລກ ປະຈໍາປີ 2021, ການລົງທຶນໃສ່ຜະດຸງຄັນແມ່ນເປັນການໃຊ້ຈ່າຍທີ່ມີປະສິດທິພາບ ເນື່ອງຈາກການມີນາງຜະດຸງຄັນທີ່ມີການສຶກສາ ແລະ ຜ່ານການຝຶກອົບຮົມຢ່າງຄົບຖ້ວນສາມາດໃຫ້ການດູແລສຸຂະພາບຂອງແມ່ທີ່ຈຳເປັນໄດ້ເກືອບ 90 ສ່ວນຮ້ອຍ.
***************
UNFPA ແມ່ນໜ່ວຍງານດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງອົງການສະຫະປະຊາຊາດ, ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າໝາຍການຕາຍຂອງແມ່ໃຫ້ເປັນສູນ, ຄວາມຕ້ອງການໃນການວາງແຜນຄອບຄົວທີ່ບໍ່ໄດ້ຮັບ ການຕອບສະໜອງໃຫ້ເປັນສູນ, ແລະ ຄວາມຮຸນແຮງທາງເພດໃຫ້ເປັນສູນ.
ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:
ທ່ານ ນາງ Esther Arendt
ພະນັກງານຜະດຸງຄັນ
ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ (UNFPA)
ອີເມວ: arendt@unfpa.org
ທ່ານ ນາງ Fatima Zahra Benyahia
ຜູ້ຊ່ຽວຊານດ້ານການຮ່ວມມື ແລະນະວັດຕະກໍາ,
ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ (UNFPA)
ອີເມວ: fbenyahia@unfpa.org