You are here

ໃນຂະນະທີ່ສະຫະພັນການຜະດຸງຄັນສາກົນໄດ້ມີການສະເຫຼີມສະຫຼອງຄົບຮອບ 100 ປີຂອງຕົນ, ທ່ານ Björn Andersson ຜູ້ອໍານວຍການພາກພື້ນຂອງອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນພາກພື້ນອາຊີ ແລະ ປາຊີຟິກ ໄດ້ກ່າວເຖິງກໍລະນີຂອງການຜະດຸງຄັນ ແລະ ກ່າວວ່າຈໍາເປັນຕ້ອງມີການລົງທຶນເພີ່ມເຕີມ ເພື່ອສະໜອງການບໍລິການສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່ ແລະ ໄວໜຸ່ມ.

 

ຜະດຸງຄັນຊ່ວຍຊີວິດ. ໃນ 100 ປີທີ່ຜ່ານມາ, ພວກເຮົາໄດ້ເຫັນຄວາມກ້າວໜ້າ ແລະ ຜົນສໍາເລັດທີ່ສໍາຄັນໃນອາຊີບທີ່ເກົ່າແກ່ ໃນການນໍາເອົາຊີວິດມາສູ່ໂລກ. ເຖິງຢ່າງໃດກໍຕາມ, ໃນພາກພື້ນອາຊີ ແລະ ປາຊີຟິກແຫ່ງດຽວ, ຍັງມີການຂາດແຄນໝໍຜະດຸງຄັນ ເຖິງ 200,000 ຄົນ. 

 

ປີນີ້, ເນື່ອງໃນໂອກາດຄົບຮອບ 100 ປີຂອງສະຫະພັນຜະດຸງຄັນສາກົນ, ພວກເຮົາສະເຫຼີມສະຫຼອງຄວາມກ້າຫານ, ທັກສະ, ແລະ ຄວາມເຫັນອົກເຫັນໃຈຂອງຜະດຸງຄັນ, ໃນຂະນະທີ່ຮຽກຮ້ອງໃຫ້ລັດຖະບານຕ່າງໆໃຫ້ຄໍາໝັ້ນສັນຍາທີ່ຈະເພີ່ມທະວີການລົງທຶນດ້ານການຜະດຸງຄັນໃນທົ່ວອາຊີ ແລະ ປາຊີຟິກ ເພື່ອສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແລະ ສິດທິສໍາລັບທຸກຄົນ.

 

ການລົງທຶນໃນບຸກຄະລາກອນດ້ານສຸຂະພາບທີ່ເອື້ອອຳນວຍ

 

ການລະບາດຂອງໂຄວິດ-19 ໄດ້ເສີມຂະຫຍາຍບົດບາດສຳຄັນທີ່ຜະດຸງຄັນມີຢູ່ ໃນການໃຫ້ບໍລິການຊ່ວຍຊີວິດຂອງບັນດາແມ່ຍິງ. ໃນທົ່ວພາກພື້ນ, ຜະດຸງຄັນເລັ່ງໃສ່ເພື່ອຮັບປະກັນວ່າການເກີດລູກທີ່ປອດໄພ ຍັງຄົງສືບຕໍ່ເຖິງແມ່ນວ່າຈະມີການແຜ່ລະບາດເກີດຂຶ້ນ. ພວກເຂົາຍັງສືບຕໍ່ສະໜອງການເຊື່ອມໂຍງທີ່ສໍາຄັນໃນການເຂົ້າເຖິງການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ມີຄວາມຈໍາເປັນ, ລວມທັງການວາງແຜນຄອບຄົວ, ການຝາກທ້ອງ, ສຸຂະພາບຈິດສໍາລັບແມ່ຍິງຖືພາ, ແລະ ການເຂົ້າເຖິງການບໍລິການຕອບໂຕ້ຄວາມຮຸນແຮງທາງເພດ, ເຊັ່ນດຽວກັນກັບການຮັບປະກັນສິດທິຂອງແມ່ຍິງ ແລະ ເດັກຍິງໄດ້ຮັບການຮັກສາໄວ້. 

 

ເຖິງແມ່ນວ່າຈະມີການຂະຫຍາຍບົດບາດ ແລະ ຜົນໄດ້ຮັບທີ່ເຫັນໄດ້ຊັດເຈນທີ່ເຂົາເຈົ້າໄດ້ສະໜອງໃຫ້ໃນສະຖານະການທີ່ທ້າທາຍໃນໄລຍະວິກິດການສຸຂະພາບ, ແພດຜະດຸງຄັນຈຳນວນຫຼວງຫຼາຍ ບໍ່ໄດ້ຮັບການຍອມຮັບສໍາລັບທັກສະ ແລະ ວຽກງານຊ່ວຍຊີວິດຂອງພວກເຂົາ.

 

ລັດຖະບານຕ້ອງຮັບປະກັນໃຫ້ບຸຄະລາກອນດ້ານສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່ ແລະ ໄວໜຸ່ມ ໄດ້ມີນະໂຍບາຍ ແລະ ສະພາບແວດລ້ອມການເຮັດວຽກທີ່ສະໜັບສະໜູນຕາມສິດທິ ເຊິ່ງເອື້ອອຳນວຍຕໍ່ການສະໜອງການດູແລທີ່ມີຄຸນນະພາບສໍາລັບທຸກຄົນ. 

 

ການລົງທຶນໃນການສຶກສາດ້ານການຜະດຸງຄັນ ແລະ ການເປັນຜູ້ນໍາ

 

ການເສີມຂະຫຍາຍຄຸນນະພາບຂອງການສຶກສາ ແລະ ການຝຶກອົບຮົມການຜະດຸງຄັນແມ່ນມີຄວາມຈຳເປັນ. ເຖິງຢ່າງໃດກໍຕາມ, ການຍົກລະດັບແຜນງານການສຶກສາດ້ານການຜະດຸງຄັນໃຫ້ສອດຄ່ອງກັບມາດຕະຖານສາກົນເປັນພຽງສ່ວນໜຶ່ງຂອງການແກ້ໄຂ. ນອກເໜືອຈາກການສ້າງຖັນແຖວຜະດຸງຄັນທີ່ມີຄວາມສາມາດທີ່ສາມາດຊັບຊ້ອນໄປໄດ້ໃນທົ່ວປະເທດ, ຜະດຸງຄັນຕ້ອງມີບົດບາດການເປັນຜູ້ນຳ ພາຍໃນລະບົບສາທາລະນະສຸກ. 

 

ການຈັດສັນຜະດຸງຄັນໃຫ້ມີພາລະບົດບາດໃນການຕັດສິນໃຈ ສ້າງຊ່ອງທາງສໍາລັບສຽງຂອງເຂົາເຈົ້າທີ່ຈະຖືກໄດ້ຍິນ ແລະ ອະນຸຍາດໃຫ້ຄວາມຮູ້ ແລະ ການນໍາພາຂອງເຂົາເຈົ້າສາມາດສໜັບສະໜູນການຜະດຸງຄັນອື່ນໆ ດ້ວຍຊັບພະຍາກອນ ແລະ ທັກສະທີ່ເຂົາເຈົ້າຕ້ອງການ.

 

ການລົງທຶນໃນການສະໜອງການບໍລິການທີ່ນຳພາໂດຍຜະດຸງຄັນ

 

ບໍ່ມີແມ່ຍິງຄົນໃດຄວນຕາຍເພາະການໃຫ້ຊີວິດ. ໃນຂະນະທີ່ສິ່ງທ້າທາຍຂອງການຂະຫຍາຍຕົວຂອງປະຊາກອນ, ໄພພິບັດດິນຟ້າອາກາດ ແລະວິກິດການດ້ານສາທາລະນະສຸກກຳລັງເພີ່ມທະວີຄວາມຮຸນແຮງຂຶ້ນໃນທົ່ວທັງອາຊີ ແລະ ປາຊີຟິກ, ການບັນລຸເປົ້າໝາຍການພັດທະນາແບບຍືນຍົງເບິ່ງຄືວ່າບໍ່ສາມາດບັນລຸໄດ້, ນອກຈາກວ່າພວກເຮົາຈະກໍານົດທິດທາງທີ່ມີຄວາມທະເຍີທະຍານຫຼາຍຂຶ້ນ.

 

ຫຼາຍການສຶກສາໃນບົດລາຍງານ Lancet ກ່ຽວກັບຜົນກະທົບຂອງການຜະດຸງຄັນ ແລະ ບົດລາຍງານສະຖານະການຜະດຸງຄັນຂອງໂລກປີ 2021 ຂອງ UNFPA ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າການລົງທຶນໃນການຜະດຸງຄັນເປັນວິທີທີ່ປະຢັດຄ່າໃຊ້ຈ່າຍຫຼາຍທີ່ສຸດເພື່ອບັນລຸເປົ້າໝາຍການຕາຍຂອງແມ່, ການຕາຍຂອງເດັກເກີດໃໝ່, ລວມເຖິງ ສຸຂະພາບ ແລະ ສິດທິຂອງແມ່ຍິງ. ຫຼັກຖານດັ່ງກ່າວໄດ້ສະແດງໃຫ້ເຫັນວ່າຖ້ານາງຜະດຸງຄັນໄດ້ຮັບການສະໜັບສະໜູນ, ເຂົາເຈົ້າສາມາດສະໜອງຄວາມຕ້ອງການດ້ານສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ແມ່, ໄວໜຸ່ມ ແລະ ເດັກເກີດໃໝ່ໄດ້ເຖິງ 90%. 

 

ແມ່ຍິງທີ່ມີສຸຂະພາບດີທີ່ມີການຖືພາຕາມແຜນທີ່ວາງໄວ້ ແລະ ລູກນ້ອຍທີ່ມີສຸຂະພາບດີສ້າງກະແສຕອບຮັບໃນທາງບວກທີ່ສຳຜັດໄດ້ໃນທົ່ວທຸກດ້ານຂອງຄອບຄົວ, ຊຸມຊົນ ແລະ ປະເທດ. 

 

ໃນຖານະທີ່ເປັນພົນລະເມືອງ, ໃນຖານະທີ່ເປັນລັດຖະບານ, ເປັນຜູ້ໃຫ້ທຶນ ຫຼື ເປັນຜູ້ນໍາຊຸມຊົນ, ພວກເຮົາຕ້ອງລົງທຶນໃສ່ການຜະດຸງຄັນເປັນວິທີການເລັ່ງຄວາມຄືບໜ້າໄປສູ່ການບັນລຸສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໃນທົ່ວໂລກ ແລະ ສິດທິຕ່າງໆ ເປັນການປູພື້ນຖານໃຫ້ແກ່ໂລກທີ່ດີຂຶ້ນ.

 

ໃນວັນຜະດຸງຄັນສາກົນ, ໃຫ້ພວກເຮົາສະແດງຄຳໝັ້ນສັນຍາຂອງພວກເຮົາຕໍ່ກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ລົງທຶນໃນການແບ່ງປັນ ແລະ ວິໄສທັດຮ່ວມກັນຂອງໂລກທີ່ທຸກຄົນຕ້ອງການໃຫ້ການຖືພາ ແລະ ການເກີດລູກມີຄວາມປອດໄພ.

 

Björn Andersson ເປັນຜູ້ອໍານວຍການຂອງອົງການ ສະຫະປະຊາຊາດກອງທຶນສໍາລັບປະຊາກອນ ພາກພື້ນອາຊີ ແລະ ປາຊີຟິກ.