You are here

-ທີ່ ນະຄອນຫຼວງວຽງຈັນ, ວັນທີ 13 ເດືອນກໍລະກົດ 2021 - ກະຊວງແຜນການແລະການລົງທຶນ (MPI) ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຮ່ວມມືກັນຈັດພິທີສະເຫຼີມສະຫຼອງວັນປະຊາກອນໂລກສາກົນ ພາຍໃຕ້ຫົວຂໍ້ປະຈຳປີທີ່ວ່າ: ການປົກປ້ອງສິດທິແລະສຸຂະພາບຈະເລີນພັນຂອງທຸກຄົນ ໃນຊ່ວງການລະບາດຂອງພະຍາດ ໂຄວິດ-19 ເລັ່ງລັດຈັດຕັ້ງແຜນງານ ICPD”.  ໃນພິທີດັ່ງກ່າວ ໄດ້ມີການເປີດ ບົດລາຍງານປະຈຳປີ 2021 ຂອງສະພາບປະຊາກອນໂລກ (SWOP) ແລະ ໄດ້ນຳເອົາບົດລາຍງານດັ່ງກ່າວມານຳໃຊ້ໃນບົດສົນທະນາແລກປ່ຽນຄຳເຫັນ ໃນການແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 ຕໍ່ການປະຕິບັດແຜນງານ ICPD ໃນປະເທດລາວ.

 

ທ່ານ ມາດາມພອນວັນ  ອຸທະວົງ , ຮອງລັດຖະມົນຕີ ກະຊວງແຜນການແລະການລົງທຶນ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ໄດ້ສ້າງຄວາມກ້າວໜ້າມາເລື້ອຍໆ ຕັ້ງແຕ່ກອງປະຊຸມສາກົນວ່າດ້ວຍປະຊາກອນແລະການພັດທະນາ (ICPD) ໃນປີ 1994 ແລະຕໍ່ມາໄດ້ໃຫ້ຄຳໝາຍໝັ້ນ ຕໍ່ການເລັ່ງລັດການຈັດຕັ້ງປະຕິບັດແຜນປະຕິບັດງານ ຂອງກອງປະຊາສາກົນວ່າດ້ວຍ ປະຊາກອນ ແລະ ການພັດທະນາ ປະຊຸມ ICPD25. ລັດຖະບານ ແຫ່ງສປປລາວ  ໄດ້ເຊື່ອມສານເອົາແຜນປະຕິບັດງານ ຂອງກອງປະຊຸມສາກົນວ່າດ້ວຍ ປະຊາກອນ ແລະ ການພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP) ແລະ ໃນແຜນງານຂົງເຂດອື່ນໆທີ່ກ່ຽວຂ້ອງ, ພ້ອມກັນນັ້ນກໍຈະພະຍາຍາມປັບເປົ້າໝາຍ SDGs ເຂົ້າໃນວຽກງານຊຸມຊົນ.

 

ເຖິງວ່າທາງເຮົາຈະສາມາດສ້າງຄວາມຄືບໜ້າໃນວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ລວມເຖິງການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງແລະເດັກຍິງ, ແຕ່ເຮົາກໍຍັງພົບກັບຂໍ້ຫຍຸ້ງຍາກຫຼາຍຢ່າງໃນຊ່ວງການລະບາດຂອງພະຍາດ ໂຄວິດ-19, ຂ້າພະເຈົ້າຄິດວ່າ ການປຶກສາຫາລືກັບຄູ່ຮ່ວມພັດທະນາໃນມື້ນີ້ຈະສາມາດຊ່ວຍໃຫ້ເຮົາຊອກຫາວິທີແກ້ໄຂແກ່ຂໍ້ຫຍຸ້ງຍາກດັ່ງກ່າວ

 

ການລະບາດຂອງພະຍາດ ໂຄວິດ-19 ໄດ້ສ້າງຜົນກະທົບຕໍ່ລະບົບສາທາລະນະສຸກທົ່ວໂລກ ແລະ ໄດ້ທຳຮ້າຍການບໍລິການດ້ານສຸຂະພາບທີ່ສຳຄັນ ເຊິ່ງລວມເຖິງ ການໃຫ້ບໍລິການດ້ານສຸຂະພາບທາງເພດແລະສຸຂະພາບຈະເລີນພັນ, ໂດຍສະເພາະແມ່ນ ການບໍລິການດ້ານສຸຂະພາບແມ່ຍິງແລະເດັກຍິງ ແມ່ນເປັນຈຸດບໍລິການທຳອິດທີ່ຖືກລະເລີຍກ່ອນສະເໝີໃນຊ່ວງການລະບາດຂອງພະຍາດ ໂຄວິດ-19. ຖ້າບັນຫາດັ່ງກ່າວຍັງສືບຕໍ່ ປະຊາກອນແມ່ນມີແນວໂນ້ມຈະໄດ້ຮັບຜົນກະທົບໄລຍະຍາວ ເປັນຕົ້ນການເພີ່ມຂຶ້ນຂອງການຖືພາໂດຍບໍ່ຕັ້ງໃຈ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ. ຜົນກະທົບຕໍ່ການເຂົ້າເຖິງຂໍ້ມູນການບໍລິການ ແລະ ຂໍ້ຈຳກັດໃນການເດີນທາງ  ໄດ້ນຳໄປສູ່ຜົນເສຍຕໍ່ແມ່ຍິງແລະເດັກຍິງ ລວມເຖິງຜົນເສຍທີ່ເຮັດໃຫ້ເຂົາມີຄວາມສາມາດບໍ່ເຕັມທີ່ ໃນການຕັດສິນໃຈບໍ່ວ່າຈະເປັນ ການຈັດສັນເວລາ, ການດູແລຮ່າງກາຍ ແລະ ສຸຂະພາບຂອງເຂົາ

 

ໃນບົດລາຍງານ ຂອງ ອົງການສະຫະປະຊາຊາ ວ່າດ້ວຍ ສະພາບຂອງປະຊາກອນໃນໂລກ (SWOP) ປະຈຳປີ 2021 ໄດ້ລາຍງານວ່າ ໃນຈຳນວນປະມານເຄິ່ງໜຶ່ງຂອງປະຊາກອນແມ່ຍິງທົ່ວໂລກໄດ້ຮັບການປະຕີເສດສິດທິໃນການຕັດສິນໃຈ, ໃນດ້ານສຸຂະພາບທາງເພດແລະສຸຂະພາບຈະເລີນພັນຂອງຕົນ, ເຊິ່ງນີ້ກໍລວມເຖິງການເຂົ້າເຖິງການບໍລິການດ້ານສຸຂະພາບ ຫຼື ສິດໃນການເລືອກທີ່ຈະມີລູກຫຼືບໍ່. ແມ່ຍິງ ຫຼາຍກວ່າສອງຮ້ອຍລ້ານຄົນທົ່ວໂລກ ຫວັງຢາກນຳໃຊ້ແຜນຄຸມກຳເນີດ ແຕ່ບໍ່ສາມາດເຂົ້າເຖິງບໍລິການໃນດ້ານນີ້ໄດ້. ຖ້າຜົນກະທົບ ຫຼື ຄວາມລ່າຊ້າ ຕໍ່ການບໍລິການທາງດ້ານສຸຂະພາບ ຍັງສືບຕໍ່ມັນຈະສົ່ງຜົນລົບລົງໄປເລື້ອຍໆຕໍ່ສຸຂະພາບແລະການດຳລົງຊີວິດຂອງແມ່ຍິງແລະເດັກຍິງ, ພ້ອມທັງສ້າງຄວາມຮ້າຍແຮງເພີ່ມຂຶ້ນຕໍ່ຊຸມຊົນ ແລະ ເສດຖະກິດໃນຊຸມຊົນຂອງເຂົາ ອີກດ້ວຍ.

 

ໃນ ສປປ.ລາວ, ເພື່ອແກ້ໄຂແລະຍົກສູງເຖິງສິດທິຂອງແມ່ຍິງແລະເດັກຍິງ, ໄດ້ນຳໃຊ້ກອບແຜນງານນາງນ້ອຍທີ່ມີຄວາມທັນສະໄໝ ແລະ ນຳໃຊ້ແຜນງານສະພາບແວດລ້ອມນາງນ້ອຍ ເຊິ່ງໄດ້ສະໜອງຂໍ້ມູນສຳຄັນຕ່າງໆແລະວິທີແກ້ໄຂ ເພື່ອນຳໄປໃຊ້ໃນການແກ້ໄຂຂໍ້ຫຍຸ້ງຍາກຕ່າງໆທີ່ກະທົບໃສ່ການພັດທະນາຂອງເດັກຍິງ, ຂໍ້ຫຍຸ້ງຍາກດັ່ງກ່າວລວມມີ ອັດຕາການອອກໂຮງຮຽນ, ການແຕ່ງງານຕັ້ງແຕ່ອາຍຸຍັງນ້ອຍ, ການຖືພາກ່ອນໄວອັນຄວນ, ການໃຊ້ແຮງງານເດັກ ແລະ ອື່ນໆ..

 

ໃນ ສປປ ລາວ, ອັດຕາການເກີດລູກໃນກຸ່ມໄວໜຸ່ມ ແມ່ນສູງທີ່ສຸດເມື່ອປຽບທຽບກັບບັນດາປະເທດໃນຂົງເຂດອາຊຽນ (ASEAN) ແລະ ຍັງມີຄວາມບໍ່ເທົ່າທຽມຫຼາຍພາຍໃນປະເທດອີກດ້ວຍ. ໃນຂົງເຂດຊົນນະບົດທີ່ບໍ່ມີເສັ້ນທາງເຂົ້າເຖິງການບໍລິການຕ່າງໆ, ອັດຕາການເກີດລູກໃນກຸ່ມໄວໜຸ່ມແມ່ນມີເຖິງ 121% ຕໍ່ 1,000ຄົນ ປຽບທຽບກັບອັດຕາການເກີດລູກໃນກຸ່ມໄວໜຸ່ມຂອງຂົງເຂດຊົນນະບົດທີ່ມີເສັ້ນທາງລົດຜ່ານ ແມ່ນມີອັດຕາສະເຫຼ່ຍຢູ່ທີ່ 89 ຕໍ່ 1,000ຄົນ ແລະ ໃນຂົງເຂດໃນເມືອງແມ່ນມີອັດຕາຢູ່ທີ່ 44 ຕໍ່ 1,000ຄົນ. ໄວໜຸ່ມທີ່ເກີດລູກແລະຂາດການສຶກສາ (155 ຕໍ່ 1,000ຄົນ) ແມ່ນມີອັດຕາສູງກວ່າເຖິງຫົກເທົ່າ ປຽບທຽບກັບໄວໜຸ່ມທີ່ເກີດລູກແລະຈົບການສຶກສາລະດັບວິທະຍາໄລ (26 ຕໍ່ 1,000ຄົນ). ເພື່ອບໍ່ປ່ອຍປະໃຜໄວ້ເບື້ອງຫຼັງ, ມີຄວາມຈຳເປັນທີ່ຕ້ອງມີແຊກແຊງເຂົ້າໄປແກ້ໄຂບັນຫາດັ່ງກ່າວ

 

ຄວາມຮຸນແຮງບົດພື້ນຖານທາງເພດ, ສຸຂະພາບຈິດ ແລະ ບັນຫາດ້ານຈິດໃຈ, ພາລະໜ້າທີ່ຂອງແມ່ຍິງແລະເດັກຍິງ ລວມເຖິງບັນຫາອື່ນໆແມ່ນມີຕົວເລກເພີ່ມ ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19. ອີງໃສ່ຂໍ້ມູນຈາກ ສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ແລະ ສູນສຸຂະພາບພັດທະນາແມ່ຍິງແລະໄວໜຸ່ມ ນະຄອນຫຼວງວຽງຈັນ, ຕັ້ງແຕ່ປີ 2020 ຈົນມາເຖິງປັດຈຸບັນ ໄດ້ມີການຮັບສາຍດ່ວນ ແລະ ເບີໂທໃຫ້ການຊ່ວຍເຫຼືອ ຫຼາຍກວ່າ 7,000 ສາຍ.

 

ທ່ານ ພອນວັນ ອຸທະວົງ ໄດ້ກ່າວຕື່ມອີກວ່າ ຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນໃນປະເທດລາວແມ່ນມີອາຍຸຕໍ່າກວ່າ 25ປີ ເຊິ່ງໄດ້ສ້າງໂອກາດ ໃຫ້ມີ ການປັນຜົນທາງດ້ານປະຊາກອນ. ຂ້າພະເຈົ້າ ຮຽກຮ້ອງໃຫ້ມີການເຄື່ອນໄຫວ ແລະ ການຮ່ວມມື ຈາກທຸກພາກສ່ວນ ລວມເຖິງພາກສ່ວນເອກະຊົນ ແລະ ພາກສ່ວນຄູ່ຮ່ວມພັດທະນາ ແລະ ພາກສ່ວນໄວໜຸ່ມ ໃຫ້ນຳໃຊ້ ຊັບພະຍາກອນທີ່ມີໃນປັດຈຸບັນ ລວມເຖິງ ການນຳໃຊ້ຜົນປະໂຫຍດດ້ານປະຊາກອນ ໃນການເຂົ້າເຖິງຂໍ້ມູນແລະ ເພດສຶກສາ ແລະ ການບໍລິການໃນດ້ານສຸຂະພາບຈະເລີນພັນ

 

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສ.ປ.ປ.ລາວ ໄດ້ສະແດງຄວາມຮັບຮູ້ເຖິງຄວາມພະຍາຍາມອັນພົ້ນເດັ່ນຂອງລັດຖະບານລາວ ໃນການບັນລຸເປົ້າໝາຍ ICPD ຂອງຕົນ.

 ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ທຸກພາກສ່ວນ, ທາງ UNFPA ໄດ້ເພີ່ມການສະໜັບສະໜູນໃຫ້ແກ່ການເຄື່ອນໄຫວ ທີ່ໄດ້ປົກປ້ອງຄວາມຄືບໜ້າ ໃນສຸຂະພາບແລະການດຳລົງຊີວິດຂອງແມ່ຍິງແລະເດັກຍິງ. ເສີມຂະຫຍາຍຄູ່ຮ່ວມມື, ໂດຍການເພີ່ມທຶນຮອນ ແລະ ຄົ້ນຄິດຫາວິທີແກ້ໄຂແບບໃໝ່ ຕໍ່ຜົນກະທົບທີ່ມີຕໍ່ແມ່ຍິງແລະເດັກຍິງ

 

ທ່ານ ນາງ ມາຣຽມ ຄານ ໄດ້ເນັ້ນຍ້ຳອີກຕື່ມ ຖ້າເຮົາຈະສະໜັບສະໜູນລັດຖະບານລາວ ໃຫ້ສາມາດບັນລຸເປົ້າໝາຍລະດັບຊາດ ICPD25, ເຊິ່ງເປັນບາດກ້າວສຳຄັນໃນການບັນລຸເປົ້າໝາຍການພັດທະນາ SDGs, ເຮົາຕ້ອງເນັ້ນໜັກໃສ່ວຽກງານສຸຂະພາບທາງເພດແລະສຸຂະພາບຈະເລີນພັນ (SRH) ເປັນຫຼັກ ແລະ ເຮົາຕ້ອງມອບສິດທິແລະໝັ້ນໃຈວ່າແມ່ຍິງສາມາດບັນລຸທ່າແຮງຂອງຕົນແລະມີຄວາມເປັນເຈົ້າການຕົນເອງໃນຊຸມຊົນ, ເຖິງວ່າຈະພວມປະສົບກັບການລະບາດຂອງພະຍາດ ໂຄວິດ-19 ກໍຕາມ

 

ຂໍ້ມູນເບື້ອງຕົ້ນຂອງ ICPD

 

ກອງປະຊຸມສາກົນກ່ຽວກັບປະຊາກອນແລະການພັດທະນາ (ICPD) ແມ່ນຈັດເປັນຄັ້ງທຳອິດໃນປີ 1994 ທີ່ ນະຄອນຫຼວງໄຄໂຣ, ເປັນການນຳເອົາຫົວຂໍ້ ສິດທິແລະສຸຂະພາບຈະເລີນພັນ, ການເພີ່ມທ່າແຮງໃຫ້ແກ່ແມ່ຍິງ, ແລະ ຄວາມເທົ່າທຽມທາງເພດ ເຂົ້າໃນວຽກງານການພັດທະນາແບບຍືນຍົງ. ປະເທດລາວກໍໄດ້ເປັນຄູ່ຮ່ວມເຊັນສັນຍາ ໃນຂໍ້ຕົກລົງ ICPD25 ໃນປີ 2019 ທີ່ ນະຄອນຫຼວງໄນໂຣບີ. ເຊິ່ງມີເນື້ອໃນວ່າ ພາຍໃນປີ 2030 ລັດຖະບານຕ້ອງໄດ້ບັນລຸ 1.) ຢຸດຕິອັດຕາການຕາຍຂອງແມ່; 2). ຢຸດຕິຄວາມຕ້ອງການໃນການວາງແຜນຄອບຄົວ; 3). ຢຸດຕິຄວາມຮຸນແຮງບົນພື້ນຖານທາງເພດ ແລະການກະທຳທີ່ອັນຕະລາຍ ໂດຍສຸມໃສ່ບັນຫາການແຕ່ງດອງຕັ້ງແຕ່ຍັງນ້ອຍຂອງເຍົາວະຊົນ ແລະຊາວຫນຸ່ມ; 4). ຈັດຕັ້ງປະຕິບັດຫຼັກສູດການຮຽນການສອນເພດສຶກສາ ແບບຄົບຖ້ວນເຂົ້າໃນຫຼັກສູດການຮຽນການສອນ ໃນຂອບເຂດທົ່ວປະເທດ 5). ເພີ່ມທະວີການລົງທຶນໃສ່ເຍົາວະຊົນ ແລະຊາວໜຸ່ມໂດຍສະເພາະແມ່ນແມ່ຍິງໜຸ່ມ 6). ນຳໃຊ້ຕົວເລກຂໍ້ມູນຫຼັກຖານດ້ານປະຊາກອນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP); 7). ຈັດຕັ້ງປະຕິບັດນະໂຍບາຍ ແຫ່ງຊາດວ່າດ້ວຍປະຊາກອນ ແລະການພັດທະນານະໂຍບາຍແຫ່ງຊາດວ່າດ້ວຍຊາວໜຸ່ມ ແລະເຍົາວະຊົນ ແລະກົດໝາຍວ່າດ້ວຍຊາວໜຸ່ມ

 

ກ່ຽວກັບ ວັນປະຊາກອນໂລກ

 

ວັນປະຊາກອນໂລກ ແມ່ນຈະໄດ້ສະເຫຼີມສະຫຼອງໃນ ວັນທີ 11 ເດືອນກໍລະກົດ ຂອງທຸກປີ, ເພື່ອຍົກສູງຄວາມສຳຄັນໃນການແກ້ໄຂບັນຫາບັນຫາປະຊາກອນ. ມື້ຂອງການສະເຫຼີມສະຫຼອງແມ່ນໄດ້ຖືກຈັດຕັ້ງໂດຍສະພາການປົກຄອງຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນປີ 1989, ເປັນວັນທີ່ທົ່ວໂລກໃຫ້ຄວາມສົນໃຈຢ່າງສູງເຊິ່ງເກີດຂື້ນໃນມື້ທີ່ມີປະຊາກອນໂລກຫ້າຕື້ຄົນ ກົງກັບວັນທີ່ ວັນທີ 11 ເດືອນກໍລະກົດ ປີ 1987. 

 

ໃນປະເທດລາວ, ກະຊວງແຜນການແລະການລົງທຶນໄດ້ຮ່ວມສະເຫຼີມຫຼອງກັບ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໃນທຸກໆປີເຊິ່ງຫົວຂໍ້ຈະແຕກຕ່າງກັນໄປໃນແຕ່ລະປີ. ສຳລັບປີນີ້ ແມ່ນໄດ້ໃຫ້ຄວາມສຳຄັນເຖິງຄວາມຮີບດ່ວນໃນການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ຕໍ່ສຸຂະພາບທາງເພດແລະສຸຂະພາບຈະເລີນພັນ ແລະ ເລັ່ງລັດຈັດຕັ້ງແຜນງານ ICPD

 

ກ່ຽວກັບ ບົດລາຍງານ ສະຖານະພາບປະຊາກອນໂລກ (SWOP)

 

ບົດລາຍງານ SWOP ປະຈຳປີ 2021 - ໃນຫົວຂໍ້ ຮ່າງກາຍຂອງຂ້ອຍແມ່ນຂອງຂ້ອຍ : ການຮຽກຮ້ອງສິດທິ ດ້ານຄວາມເປັນເອກະລາດ ແລະ ການຕັດສິນໃຈດ້ວຍຕົນເອງ  ແມ່ນບົດລາຍງານ ສະຖານະພາບປະຊາກອນໂລກ (SWOP)   ແລະ ເປັນບົດລາຍງານຂອງອົງການສະຫະປະຊາຊາດ ອັນທຳອິດທີ່ໄດ້ເນັ້ນໃສ່ ການຮຽກຮ້ອງສິດທິ ດ້ານຄວາມເປັນເອກະລາດ .ບົດລາຍງານໄດ້ເນັ້ນໜັກໃຫ້ເຫັນເຖິງ ເຫດຜົນທີ່ ການຮຽກຮ້ອງສິດທິ ດ້ານຄວາມເປັນເອກະລາດ ຄວນເປັນສິດທິພື້ນຖານທົ່ວໂລກ. ບົດລາຍງານນີ້ ຍັງນຳສະແດງວິທີແກ້ໄຂທີ່ມີໃນປັດຈຸບັນ. ທ່ານສາມາດອ່ານບົດລາຍງານສະບັບເຕັມ ຫຼື ດາວໂຫຼດ ໄດ້ທີ່: https://bit.ly/3yiBs9S

 

ສອບຖາມຂໍ້ມູນເພີ່ມຕື່ມ

ທ່ານ ໄຊສົມພອນ ເພັດດາວເຮືອງ,

ຫົວໜ້າພະແນກພົວພັນສາກົນ, ກະຊວງແຜນການແລະການລົງທຶນ,

sysomphorn.dic@gmail.com

 

ທ່ານ ພອນໄຊ ສິດທິຣາດວົງສາ

M&E Officer, UNFPA Laos

sithirajvongsa@unfpa.org

 

ທ່ານ ນາງ ວັນລີ ລໍກວາງມິງ

ນັກວິເຄາະດ້ານການສື່ສານ ແລະ ຄູ່ຮ່ວມມື

ອົງການ UNFPA ປະຈຳລາວ

lorkuangming@unfpa.org