You are here

ວັນທີ 07 ກັນຍາ 2022, ນະຄອນຫຼວງວຽງຈັນ, ສປປ ລາວ – ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ຮ່ວມກັບກະຊວງສຶກສາທິການ ແລະ ກິລາ (MoES) ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA), ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດຂອງໂຄງການເຕົ້າໂຮມກຸ່ມເດັກຍິງນາງນ້ອຍ.

ໂຄງ​ການເຕົ້າໂຮມ​ກຸ່ມ​ເດັກ​ຍິງ​ນາງ​ນ້ອຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກິດຈະກຳພາຍໃຕ້ແຜນງານນາງນ້ອຍ. ໂຄງການໄດ້ເລິ່ມຕົ້ນໃນປີ 2017 ຢູ່ແຂວງສະຫວັນນະເຂດ ແລະ ໄດ້ຂະຫຍາຍໄປແຂວງບໍ່ແກ້ວ ແລະ ອຸດົມໄຊ. ໃນປີ 2020, ໂຄງການເຕົ້າໂຮມກຸ່ມເດັກຍິງນາງນ້ອຍ ໄດ້ຂະຫຍາຍໄປເມືອງນາໝໍ້ ແຂວງອຸດົມໄຊ ໂດຍການຮ່ວມສະໜັບສະໜູນທືນຈາກອົງການ KOICA. ເດັກຍິງອາຍຸແຕ່ 10 ຫາ 14 ປີໄດ້ຮໍ່າຮຽນທັກສະຊີວິດເພື່ອປັບປຸງຄວາມຮູ້ດ້ານສຸຂະພາບຈະເລິນພັນ ແລະ ສຸຂະພາບທາງເພດ . ຄວາມຮູ້ທາງດ້ານການເງິນແລະການຮຽນຮູ້ກ່ຽວກັບການເຂົ້າເຖິງການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ຊາວໜຸ່ມ.

ທ່ານ ນາງ ປອ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຫຼາຍຂະແໜງການ ກັບອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈໍາ ສປປ ລາວ (KOICA) ໃນການຮ່ວມມືກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງ ໂດຍກ່າວວ່າ:  “ເດັກຍິງປະເຊີນກັບຄວາມສ່ຽງຫຼາຍດ້ານ, ເພື່ອແກ້ໄຂບັນຫານີ້ພວກເຮົາຕ້ອງສ້າງຄວາມເຂັ້ມແຂງໃຫ້ແກ່ເຂົາເຈົ້າ. ສະນັ້ນ, ໂຄງການເຕົ້າໂຮມກຸ່ມເດັກຍິງນາງນ້ອຍຈຶ່ງມີຄວາມສຳຄັນ. ໂດຍການສະໜັບສະໜູນຂອງ ອົງການ UNFPA ແລະ ອົງການ KOICA, ກະຊວງສຶກສາທິການ ແລະ ກິລາ ມີເປົ້າໝາຍຂະຫຍາຍການເຄື່ອນໄຫວກິດຈະກຳໄປສູ່ເມືອງອື່ນໆຄື: ເມືອງທີ່ຢູ່ເຂດຫ່າງໄກສອກຫຼີກ, ບ່ອນທີ່ມີຫຼາຍຊົນເຜົ່າ ແລະ ບ້ານທຸກຍາກ. ຈຸດປະສົງຂອງພວກເຮົາແມ່ນເພື່ອສະຫນັບສະຫນູນການເຂົ້າເຖິງການຝຶກອົບຮົມວິຊາຊີບ ແລະ ຕ້ານຄວາມເຊື່ອຖື ແລະຮີດຄອງປະຕິບັດທີ່ເປັນອັນຕະລາຍ."

ສປປ ລາວ ມີປະຊາກອນໜຸ່ມທີ່ມີອາຍຸຕໍ່າກວ່າ 25 ປີ ຫຼາຍກວ່າເຄິ່ງໜຶ່ງ. ຊາວໜຸ່ມຍິງ-ຊາຍ ແມ່ນກຳລັງແຮງໃນການຂັບເຄື່ອນການພັດທະນາເສດຖະກິດ, ສັງຄົມ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດ. ການລົງທຶນໃສ່ຊັບພະຍາກອນມະນຸດແມ່ນເປັນສິ່ງສຳຄັນຫຼາຍໃນການສ້າງຄວາມເຂັ້ມແຂງ ແລະ ສ້າງໂອກາດໃຫ້ເດັກຍິງໄດ້ຮຽນຮູ້ ແລະ  ເຂົ້າເຖິງຂໍ້ມູນຂ່າວສານທີ່ມີຜົນປະໂຫຍດ, ສາມາດຕັດສິນໃຈກ່ຽວກັບຕົນເອງ ແລະ ພັດທະນາທັກສະເພື່ອກະກຽມຕົນເອງໃນການກ້າວສູ່ການເປັນຜູ້ໃຫຍ່ ແລະ ການເຮັດວຽກ.

ທ່ານ ນາງ ມາຣຽມ ເອ ຄານ (Mariam A. Khan), ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈໍາ ສປປ ລາວ ໄດ້ກ່າວຢໍ້າຄືນເຖິງການສະໜັບສະໜູນຂອງອົງການ UNFPA ຕໍ່ກັບລັດຖະບານ ສປປ ລາວ ເພື່ອບັນລຸຄຳໝັ້ນສັນຍາຕໍ່ກອງ​ປະ​ຊຸ​ມ​ສາ​ກົນ​ວ່າດ້ວຍປະ​ຊາ​ກອນ ແລ​ະ ການ​ພັດ​ທະ​ນາ (ICPD25) ເພື່ອເຮັດໃຫ້ເຍົາວະຊົນ ແລະ ຊາວໜຸ່ມໄດ້ເຂົ້າເຖິງ ເພດສຶກສາຢ່າງຄົບຖ້ວນ ໂດຍກ່າວວ່າ: "ການລົງທືນໃສ່ເດັກຍິງເພື່ອພັດທະນາທັກສະຊີວິດໂດຍຜ່ານການຝຶກອົບຮົມ 40 ບົດ ຈະຊ່ວຍເຮັດໃຫ້ມີການຫຼຸດຜ່ອນຄວາມສ່ຽງໄດ້ຫຼາຍ: ການແຕ່ງງານກ່ອນໄວອັນຄວນຫນ້ອຍລົງ, ການຖືພາໃນໄວໜຸ່ມຫນ້ອຍລົງ ແລະ ມີຄວາມເປັນເຈົ້າການຕໍ່ຮ່າງກາຍຂອງຕົນເອງຫຼາຍຂື້ນ ໂດຍຜ່ານຄວາມຮູ້ກ່ຽວກັບສຸຂະພາບຈະເລີນພັນ, ສຸຂະພາບທາງເພດ ແລະ ຄວາມສະເຫມີພາບຍິງ-ຊາຍ. ເຊິ່ງຈະ​ນຳ​ໄປ​ສູ່​ກາ​ນເພີ່ມກາລະ​ໂອ​ກາດ​ໃນການສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ໃຫ້​ແກ່​ເດັກ​ຍິງ, ຄອບ​ຄົວ ແລະ ຊຸມ​ຊົນ, ນຳ​ໄປ​ສູ່​ການ​ເຕີບ​ໂຕ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ.”

​ແຕ່​ນັບແຕ່ປີ 2020 ​ເປັນ​ຕົ້ນ​ມາ, ​ໂຄງການ​ດັ່ງກ່າວ​ໄດ້​ສ້າງ​ຕັ້ງ​ກຸ່ມເດັກຍິງ​ນາງ​ນ້ອຍ​ຢູ່ 63 ບ້ານ​ຂອງ​ເມືອງ​ນາໝໍ້ໄດ້​ຢ່າງ​ມີຜົນສໍາເລັດ. ໂຄງ​ການເຕົ້າໂຮມ​ກຸ່ມ​ເດັກ​ຍິງ​ນາງ​ນ້ອຍ ໄດ້ຝຶກອົບຮົມ ຜູ້ໃຫ້ຄໍາແນະນໍາ ຫຼື ເອື້ອຍ ນາງ ນ້ອຍຈໍານວນ 126 ຄົນ ແລະ ຜູ້ໃຫ້ຄໍາແນະນໍາເພື່ອນສອນເພື່ອນເພດຊາຍ 126 ຄົນ ອາຍຸ 15-24 ປີ. ພວກເຂົາເຈົ້າ ໄດ້ໃຫ້ທັກສະຊີວິດອັນຈຳເປັນແກ່ເດັກຍິງ 1,200 ຄົນ ແລະ ເດັກຊາຍ 1,200 ຄົນຢູ່ເມືອງນາໝໍ້. ການໂຄສະນາປູກຈິດສໍານຶກກ່ຽວກັບການຕ້ານການແຕ່ງງານກ່ອນໄວອັນຄວນ, ການຖືພາຂອງເຍົາວະຊົນ ຊາວໜຸ່ມ, ການອອກໂຮງຮຽນ, ແລະ ຄວາມຮຸນແຮງບົນພື້ນຖານທາງເພດ ມີຄົນເຂົ້າຮ່ວມຢ່າງຫ້າວຫັນຫຼາຍກວ່າ 6,000 ຄົນ ລວມທັງນາຍບ້ານ, ພໍ່ແມ່, ຄູສອນ, ຄູສອນເພື່ອນສອນເພື່ອນ, ເດັກຊາຍ ແລະ ເດັກຍິງ.

ນອກຈາກນັ້ນ, ໂຄງການຍັງໄດ້ສ້າງຄວາມອາດສາມາດໃຫ້ແກ່ຄູຝຶກ ແລະ ຄູສອນ ຈຳນວນ 52 ຄົນ, ພະນັກງານສາທາລະນະສຸກ 22 ຄົນ ແລະ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັ້ນສູນກາງ, ແຂວງ ແລະ ເມືອງຈຳນວນ 55 ຄົນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວກິດຈະກຳຂອງໂຄງການ, ສະໜອງການບໍລິການສຸຂະພາບທີ່ເປັນມິດກັບໄວໜຸ່ມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງໜຸ່ມ.

ທ່ານ​ນາງ ມີຢ່ອງຈິນ ຄິມ (Myungjin Kim), ຜູ້ຕາງຫນ້າ ອົງການຮ່ວມມືສາກົນກອຍກາ KOICA ປະຈຳ ສ ປປ ລາວ  ໄດ້ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ວຽກງານ​ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ. ທ່ານໄດ້ກ່າວ​ວ່າ: “ໂຄງການເຕົ້າໂຮມກຸ່ມ​ເດັກຍິງນາງ​ນ້ອຍ​ໄດ້​ປະກອບສ່ວນໃນການ​ຮັບປະກັນ​ການ​ປົກ​ປ້ອງ​ແມ່ຍິງ ​ແລະ ​ເດັກ​ຍິງ. ມັນສະທ້ອນໃຫ້ເຫັນເຖິງແຜນຍຸດທະສາດການຊ່ວຍເຫຼືອຂອງອົງການ KOICA. ຂ້າພະເຈົ້າດີໃຈຫຼາຍທີ່ເຫັນໂຄງການໄດ້ຮັບໝາກຜົນອັນໂດດເດັ່ນໃນດ້ານການເພີ່ມທັກສະຊີວິດ ແລະ ຄວາມເຂົ້າໃຈຕໍ່ສຸຂະພາບຈະເລີນພັນ ແລະະ ສຸຂະພາບທາງເພດ ແລະ ສິດທິ”

***************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

 

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ທ່ານ ສີວົງໄຊ ຈັງປິຕິກຸນ

ຜູ້ຮັບຜິດຊອບໂຄງການ - ສົ່ງເສີມສຸຂະພາບຈະເລີນພັນ, ອົງການ UNFPA ປະຈຳ ສປປ ລາວ

ອີເມວ: changpitikoun@unfpa.org

 

ທ່ານ ນາງ ຟາຕີມາ-ຊາຣາ ເບັນຢາເຮຍ ຊາໂບລນນີເຍ

ຜູ້ຊ່ຽວຊານດ້ານການຮ່ວມມື ແລະ ນະວັດຕະກໍາ, UNFPA ປະຈຳ ສປປ ລາວ

ອີເມວ: fbenyahia@unfpa.org

 

ທ່ານ ວັນນະແສງ ອິນສານ
ຫົວໜ້າທີມສື່ສານ ແລະ ການຮ່ວມມື

ອີເມວ: insal@unfpa.org