You are here

30 ມີນາ 2023, ນະຄອນຫຼວງວຽງຈັນສປປ ລາວ - ສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ຮ່ວມກັບ ອົງການ USAID ໄດ້ຈັດກອງປະຊຸມເພື່ອປຶກສາຫາລືດ້ານວິຊາການ ກ່ຽວກັບເນື້ອໃນແບບສອບຖາມຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V ປີ 2025 ຂອງ ສປປ ລາວ.


ພາບໂດຍ ©UNFPA Lao PDR/Phetpakay Bounhaxay

ຜູ້ຕາງໜ້າຈາກບັນດາກະຊວງອົງການຈັດຕັ້ງມະຫາຊົນອົງການຈັດຕັ້ງທາງສັງຄົມ ແລະ ຄູ່ຮ່ວມພັດທະນາ ໄດ້ເຂົ້າຮ່ວມປະກອບຄໍາຄິດຄໍາເຫັນເພື່ອຮັບປະກັນວ່າແບບສອບຖາມສໍາຫຼວດພົນລະເມືອງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ນໍາໃຊ້ ແລະ ແທດເໝາະກັບບູລິມະສິດໃນການພັດທະນາວຽກງານລະດັບຊາດເຊິ່ງປີນີ້ ຖືເປັນປີສໍາຄັນສໍາລັບການກະກຽມເຄື່ອງມືທີ່ສໍາຄັນທີ່ສຸດຂອງການສໍາຫຼວດພົນລະເມືອງ ກໍ່ຄື ຮ່າງແບບສອບຖາມ,ລະບົບຂໍ້ມູນທາງພູມສັນຖານ (GIS) ແລະ ຍຸດທະສາດ/ແຜນການ ການສໍາຫຼວດ.

 

ທ່ານ ນາງ ພອນສະຫຼີ ສຸກສະຫວັດຫົວໜ້າສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນກ່າວວ່າ, “ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນສຳຫຼວດທຸກໆ 10 ປີ ໂດຍແມ່ນ ສູນສະຖິຕິແຫ່ງຊາດເປັນເຈົ້າການຫຼັກໃນການຈັດຕັ້ງປະຕິບັດເຊິ່ງຜ່ານການສຳຫຼວດດັ່ງກ່າວໃນ 4 ຄັ້ງທີ່ຜ່ານມາ ໄດ້ສະໜອງຂໍ້ມູນທີ່ສໍາຄັນ ກ່ຽວກັບສະພາບການດຳລົງຊິວິດຂອງພົນລະເມືອງບັນຫາທາງດ້ານສຸຂະພາບ ແລະ ໂພສະນາການຂອງແມ່ຍິງ ແລະ ເດັກນ້ອຍ ແລະ ການເຂົ້າເຖິງການບໍລິການຕ່າງໆ ຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດເປັນແຫຼ່ງຂໍ້ມູນທີ່ສຳຄັນ ແລະ ນຳໃຊ້ເຂົ້າໃນການປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII, ເປັນບ່ອນອີງໃຫ້ແກ່ການສ້າງແຜນ 5 ປີ ຄັ້ງທີ IX ແລະ ການສ້າງບົດລາຍງານແຫ່ງຊາດແບບສະໝັກໃຈ ຄັ້ງທີ 1 ແລະ 2 (VNR1 ແລະ VNR2) ຂອງລັດຖະບານ.”


ພາບໂດຍ ©UNFPA Lao PDR/Phetpakay Bounhaxay

 

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນວຽກງານທີ່ຊັບຊ້ອນ ແລະ ມີຂະໜາດການຈັດຕັ້ງປະຕິບັດທີ່ໃຫຍ່ທີ່ສຸດສໍາລັບປະເທດໜຶ່ງໆໃນ ສປປ ລາວການສໍາຫຼວດທີ່ຈະເລີ່ມຂຶ້ນໃນໄວໆນີ້ມີຈຸດປະສົງເກັບກໍາຂໍ້ມູນຈາກ 1.4 ລ້ານຄົວເຮືອນໃນ 18 ແຂວງພາຍໃນໄລຍະເວລາ 3 ຫາ 4 ອາທິດຂອງເດືອນມີນາປີ2025 ແລະ ຈະໃຊ້ພະນັກງານພາກສະໜາມຫຼາຍກວ່າ 13,000 ຄົນ ໃນການຈັດຕັ້ງປະຕິບັດການສໍາຫຼວດດັ່ງກ່າວ. ​ເພື່ອເປັນການຊຸກຍູ້ວຽກງານອັນສຳຄັນນີ້ອົງການ USAID ​ໄດ້ສະໜອງທຶນຈໍານວນ 500,000 ​ໂດລາສະຫະລັດ ​ຜ່ານອົງການ UNFPA ​ເພື່ອໃຫ້ການຊ່ວຍເຫຼືອດ້ານເຕັກນິກວິຊາການການຕິດຕາມກວດກາ ​ແລະ ຮັບປະກັນຄຸນະພາບ.

ຜູ້ຕາງໜ້າອົງການ UNFPA, ທ່ານ ນາງ ມາຣຽມ ຄານ ກ່າວວ່າ, “ອົງການ UNFPA ມີພາລະບົດບາດໃນການຊຸກຍູ້ຊ່ວຍເຫຼືອວຽກງານສໍາຫຼວດພົນລະເມືອງໃນທົ່ວໂລກເພື່ອຮັບປະກັນໃຫ້ໄດ້ຮັບຂໍ້ມູນທີ່ມີຄຸນະພາບຖືກເກັບກໍາຢ່າງທັນເວລາແລະ ຜູ້ມີສ່ວນຮ່ວມສາມາດເຂົ້າເຖິງນໍາໃຊ້ໄດ້ນອກນີ້ ອົງການ UNFPA ຍັງຈະຊ່ວຍອອກແບບການສໍາຫຼວດໃຫ້ສາມາດເກັບຂໍ້ມູນທີ່ຄໍານຶງເຖິງບົດບາດທາງເພດ ແລະ ຄອບຄຸມທຸກໆກຸ່ມປະຊາກອນໂດຍສະເພາະກຸ່ມທີ່ມີຄວາມສ່ຽງຜູ້ດ້ອຍໂອກາດກຸ່ມຄົນພິການກຸ່ມຊົນເຜົ່າເພື່ອໃຫ້ສາມາດເກັບກໍາຂໍ້ມູນທີ່ຄົບຖ້ວນສົມບູນຈາກທຸກຄົນຢ່າງຖ້ວນໜ້າ.

ຫຼັກການ ແລະ ແນວທາງການສໍາຫຼວດພົນລະເມືອງຂອງ ສະຫະປະຊາຊາດ ໄດ້ແນະນໍາໃຫ້ມີການລິເລີ່ມສ້າງແບບສອບຖາມນັບຕັ້ງແຕ່ຂັ້ນຕອນເລີ່ມຕົ້ນຂອງຂະບວນການສໍາຫຼວດພົນລະເມືອງເນື້ອໃນຂອງແບບສອບຖາມຄວນຖືກສ້າງຂຶ້ນໂດຍຜ່ານການມີສ່ວນຮ່ວມປະກອບຄໍາຄິດຄໍາເຫັນຈາກຜູ້ນໍາໃຊ້ຂໍ້ມູນຈາກທຸກຂະແໜງການນອກຈາກນັ້ນກໍ່ຕ້ອງຄໍານຶງເຖິງປັດໄຈຕ່າງໆເຊັ່ນ ຄວາມຫຍຸ້ງຍາກຂອງການຕອບແບບສອບຖາມຂໍ້ມູນສ່ວນຕົວຂອງຜູ້ຕອບແບບສອບຖາມຕົ້ນທຶນຄ່າໃຊ້ຈ່າຍ ແລະ ຊັບພະຍາກອນທາງດ້ານການເງິນໃນໄລຍະທີ່ມີຄວາມທ້າທາຍທາງດ້ານເສດຖະກິດກໍ່ຈະຕ້ອງໄດ້ຮັບການຄໍານຶງເຖິງ.

ທ່ານ ໄມເຄີ້ນ ຣອນນີ້ງຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວໄດ້ເນັ້ນໃຫ້ເຫັນເຖິງການຮ່ວມມືລະຫວ່າງ ສອາເມລິກາ ແລະ ສປປ ລາວ ແລະ ຮຽກຮ້ອງໃຫ້ບັນດາຄູ່ຮ່ວມພັດທະນາມາເປັນສ່ວນຮ່ວມໃນການໃຫ້ທຶນ ແລະ ການຮ່ວມມືທ່ານ ຣອນນີ້ງ ກ່າວວ່າ, “ພວກເຮົາພູມໃຈທີ່ໄດ້ສະໜັບສະໜູນ ແລະ ເປັນສ່ວນໜຶ່ງຂອງຂະບວນການສຳຫຼວດພົນລະເມືອງຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ແມ່ນໝາກຫົວໃຈສໍາຄັນຂອງການຕິດຕາມຄວາມຄືບໜ້າແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຄັ້ງທີ 9 ຂອງ ສປປ ລາວ ຄຽງຄູ່ກັບເປົ້າໝາຍການພັດທະນາແບບຍືນຍົງ (SDGs). ຂໍ້ມູນຈາກການສຳຫຼວດບໍ່ພຽງແຕ່ຊ່ວຍໃຫ້ສາມາດຮັບຮູ້ເຖິງຄວາມຄືບໜ້າທາງດ້ານເສດຖະກິດ ແລະ ສັງຄົມຂອງປະເທດຊາດເທົ່ານັ້ນແຕ່ຍັງສາມາດສະໜອງຂໍ້ມູນຫຼັກຖານສໍາຄັນແກ່ລັດຖະບານລາວ ໃນການຕັດສິນໃຈວາງແຜນຈັດສັນງົບປະມານຊັບພະຍາກອນ ແລະ ການວາງນະໂຍບາຍຕ່າງໆແບບສຳລວດຍັງຮັບປະກັນ ຄວາມຫຼາກຫຼາຍຄວາມເທົ່າທຽມກັນການມີສ່ວນຮ່ວມ ແລະ ການເຂົ້າເຖິງຂອງປະຊາຊົນ ເຊິ່ງຈະນຳໄປສູ່ຜົນສຳເລັດວຽກງານພັດທະນາແບບມີສ່ວນຮ່ວມຂອງສປປລາວ.”


ພາບໂດຍ ©UNFPA Lao PDR/Phetpakay Bounhaxay

ເມື່ອອີງໃສ່ຂະໜາດ ແລະ ຕົ້ນທຶນຄ່າໃຊ້ຈ່າຍແລ້ວ ການສໍາຫຼວດພົນລະເມືອງຕ້ອງໄດ້ດໍາເນີນການໄປຕາມຂະບານການຢ່າງເຂັ້ມງວດ ແລະ ເຊື່ອມໂຍງກັນ. ຄວາມຫຼ້າຊ້າໃນຂະບວນການໃດໜຶ່ງຈະສົ່ງຜົນກະທົບຢ່າງຕໍ່ເນື່ອງໃສ່ຂະບວນການອື່ນໆທີ່ຕິດພັນກັບວຽກງານດັ່ງກ່າວ. ສະນັ້ນ, ທຸກໆຂະແໜງການຈຶ່ງຕ້ອງໄດ້ເອົາໃຈໃສ່ມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນຂະບວນການສຳຫຼວດພົນລະເມືອງໃຫ້ຢ່າງທັນການ. ໃນປັດຈຸບັນຄາດວ່າຊ່ອງວ່າງທາງດ້ານທຶນຍັງເຫຼືອຢູ່ 8 ລ້ານໂດລາສະຫະລັດ.

***

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສຳລັບຂໍ້ມູນເພີ່ມຕື່ມຕິດຕໍ່:

laos.office@unfpa.org