You are here

ໃນວັນທີ 25 ເມສາ 2023 ທີ່ຜ່ານມາ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການ UNFPA ໄດ້ຈັດກອງປະຊຸມປຶກສາຫາລືເພື່ອທົບທວນຄວາມຄືບໜ້າຂອງ ສປປ ລາວ ຕໍ່ກັບຄໍາໝັ້ນສັນຍາຂອງປະເທດທີ່ມີໃນ ກອງປະຊຸມສາກົນວ່າດ້ວຍດ້ານປະຊາກອນ ແລະ ການພັດທະນາ 2030 (ICPD30). ການທົບທວນຈະນໍາໃຊ້ການສຳຫຼວດແຫ່ງຊາດແບບສະໝັກໃຈ (VNS) ແລະ ການເຮັດບົດລາຍງານຄວາມຄືບໜ້າ, ຜົນສຳເລັດ, ບົດຮຽນ ແລະ ສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດແຜນງານ ICPD (PoA) ໃນ ສປປ ລາວ.

ແຜນງານ ICPD ເປັນກອບວຽກອັນສໍາຄັນຕໍ່ປະເທດສະມາຊິກ​ໃນ​ການ​ຍົກ​ສູງ​ຄຸ​ນະ​ພາບ​ຊີ​ວິດ​ ແລະ ​ສະ​ຫວັດ​ດີ​ການ​ຂອງ​ປະຊາກອນ​ທຸກ​ຄົນ ​ແລະ ​ທັງເປັນການ​ສົ່ງ​ເສີມການພັດທະນາມະນຸດໂດຍເນັ້ນໃສ່ຄວາມສໍາພັນລະຫວ່າງນະໂຍບາຍ ແລະ ແຜນງານການພັດທະນາ, ສິດທິມະນຸດ ແລະ ເສດຖະກິດ-ສັງຄົມ. ແຜນງານດັ່ງກ່າວ ເປັນບາດກ້າວສໍາຄັນທີ່ຈະນໍາພາໄປສູ່ການຫຼຸດພົ້ນຈາກປະເທດດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ຜົນການສໍາຫຼວດ VNS ນີ້ຈະຖືກນໍາສະເໜີໃນກອງປະຊຸມປະຊາກອນ ອາຊີ ແລະ ປາຊີຟິກ ຄັ້ງທີ VII ໃນປີ 2023. ນອກນີ້ ຜົນສໍາຫຼວດຍັງຈະຖືກລາຍງານສູ່ສາກົນເພື່ອທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດແຜນງານ ICPD ໃນກອງປະຊຸມຄັ້ງທີ 57 ຂອງ ຄະນະກໍາມະການປະຊາກອນ ແລະ ການພັດທະນາໃນປີ 2024.

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າ “ການທົບທວນ ການສໍາຫຼວດແບບສະໝັກໃຈໃນຄັ້ງນີ້ ແມ່ນອີງໃສ່ຖະແຫຼງການລັດຖະມົນຕີອາຊີ ແລະ ປາຊີຟິກ ປີ 2013 ກ່ຽວກັບປະຊາກອນ ແລະ ການພັດທະນາ   ແລະ ແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD) ໃນຂົງເຂດອາຊີ ແລະ ປາຊີຟິກ. ການທົບທວນຄັ້ງນີ້ແມ່ນໄດ້ດຳເນີນຄືກັບການທົບທວນໃນປີ 2018 ໂດຍສຸມໃສ່ດ້ານຄຸນະພາບເປັນຫຼັກ ເຊິ່ງລົງເລິກ 12 ຂົງເຂດບູລິມະສິດ ຄື: 1. ກົນໄກການປະສານງານແຫ່ງຊາດໃນການຈັດຕັ້ງປະຕິບັດ. 2. ການລຶບລ້າງຄວາມທຸກຍາກ ແລະ ການພັດທະນາ. 3. ດ້ານສາທາລະນະສຸກ. 4. ສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ສິດທິດ້ານການຈະເລີນພັນ. 5. ການສຶກສາ. 6. ຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ. 7. ເຍົາວະຊົນ ແລະ ຊາວໜຸ່ມ. 8. ຜູ້ອາຍຸສູງ. 9. ການເຄື່ອນຍ້າຍລະຫວ່າງປະເທດ. 10. ການຫັນເປັນຕົວເມືອງ ແລະ ການເຄື່ອນຍ້າຍພາຍໃນປະເທດ. 11. ດ້ານປະຊາກອນ ແລະ ການພັດທະນາແບບຍືນຍົງ. 12. ດ້ານຕົວເລກຂໍ້ມູນ ແລະ ສະຖິຕິ. ເຊິ່ງການທົບທວນດັ່ງກ່າວແມ່ນ ການທົບທວນເຖິງບັນຫາ ແລະ ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດແຜນດຳເນີນງານ ICPD ຢູ່ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ UNFPA ທາງດ້ານວິຊາການ ແລະ ງົບປະມານໃນການຈັດຕັ້ງປະຕິບັດ”.

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງຫນ້າອົງການ UNFPA ປະຈໍາ ສປປ ລາວ ກ່າວວ່າ "ການທົບທວນ ICPD30 ແມ່ນໂອກາດອັນດີທີ່ລັດຖະບານຈະໄດ້ປະເມີນການພັດທະນາດ້ານປະຊາກອນ ແລະ ທົບທວນຄືນປະສິດທິພາບຂອງນະໂຍບາຍ ແລະ ຫຼັກການປະຕິບັດຕ່າງໆໂດຍອີງໃສ່ສິ່ງທ້າທາຍ ແລະ ບົດຮຽນທີ່ໄດ້ຮັບໃນການຈັດຕັ້ງປະຕິບັດແຜນງານ ICPD. ການທົບທວນດັ່ງກ່າວຈະອຳນວຍຄວາມສະດວກໃຫ້ແກ່ການວາງແຜນຂອງພາກລັດທີ່ໝູນໃຊ້ນະວັດຕະກຳໃໝ່ເພື່ອລົງທຶນໃສ່ຊັບພະຍາກອນມະນຸດ

ການທົບທວນດັ່ງກ່າວ ແມ່ນເປັນການຈັດຕັ້ງທີ່ທັນການສໍາລັບ ສປປ ລາວ, ເນື່ອງຈາກວ່າຜົນການສໍາຫຼວດດັ່ງກ່າວຈະສາມາດນໍາໃຊ້ປະກອບເຂົ້າໃນການທົບທວນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ທີ່ຈະຊ່ວຍໃຫ້ລັດຖະບານສາມາດຮັບຮອງເອົາຍຸດທະສາດການແກ້ໄຂທີ່ສອດຄ່ອງກັບສະພາບປະຊາກອນໃນຕົວຈິງ”.

UNFPA ຍັງຄົງສືບຕໍ່ໃຫ້ການສະໜັບສະໜູນດ້ານຍຸດທະສາດແກ່ລັດຖະບານ ແລະ ປະຊາກອນລາວ ໃນການບັນລຸເປົ້າໝາຍ ICPD ແລະ ການພັດທະນາແບບຍືນຍົງ ພ້ອມທັງໃຫ້ການສະໜັບສະໜູນດ້ານວິຊາການ ເພື່ອບັນລຸຂະບວນການທົບທວນ ແລະ ໃຫ້ການຊ່ວຍເຫຼືອໃນການກະກຽມໃຫ້ຄະນະຜູ້ແທນແຫ່ງຊາດເຂົ້າຮ່ວມກອງປະຊຸມປະຊາກອນອາຊີປາຊີຟິກ ຄັ້ງທີ 7 ໃນ ເດືອນພະຈິກ 2023.

ການທົບທວນ ICPD30 ກໍ່ຄື ການສໍາຫຼວດແຫ່ງຊາດແບບສະໝັກໃຈ ໄດ້ດໍາເນີນຢູ່ ສປປ ລາວ ພາຍໃຕ້ການນໍາພາຂອງກະຊວງແຜນການ ແລະ ການລົງທຶນ, ໂດຍຜ່ານການຊ່ວຍເຫຼືອດ້ານວິຊາການ ແລະ ດ້ານການເງິນຈາກອົງການ UNFPA ແລະ ເຮັດວຽກຮ່ວມມືຢ່າງໃກ້ຊິດ ແລະ ປຶກສາຫາລືກັບບັນດາກະຊວງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ.  

***

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສຳລັບຂໍ້ມູນເພີ່ມຕື່ມຕິດຕໍ່:

laos.office@unfpa.org