You are here

16 ມິຖຸນາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ - ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ຮ່ວມກັບ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ(ຄຊກມດ), ສູນກາງສະຫະພັນແມ່ຍິງ ແລະ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນຫາຄວາມຮຸນແຮງທາງອອນລາຍຕໍ່ແມ່ຍິງຮ່ວມກັບພາກລັດ ແລະ ຄູ່ຮ່ວມພັດທະນາ ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ຄົນ ເພື່ອໂອ້ລົມ, ສົນທະນາກ່ຽວກັບສະພາບການ ແລະ ວຽກງານໃນຕໍ່ໜ້າຕໍ່ກັບ ຄວາມຮຸນແຮງບົນພື້ນຖານທາງເພດແບບອອນລາຍ.

ຄວາມຮຸນແຮງທາງອອນລາຍ ຫຼື ທີ່ຮູ້ກັນວ່າ ຄວາມຮຸນແຮງບົນພື້ນຖານທາງເພດທີ່ນຳໃຊ້ເຕັກໂນໂລຊີ (TFGBV) ແມ່ນແຜ່ຫຼາຍ, ຮ້າຍແຮງຂຶ້ນເລື້ອຍໆ, ໂດຍສ່ວນໃຫຍ່ແມ່ນກ່ຽວກັບການມີເພດສຳພັນ ລວມທັງມາໃນຮູບແບບອື່ນໆ ເຊັ່ນວ່າ: ການນຳໃຊ້ຮູບໂດຍບໍ່ໄດ້ຮັບອະນຸຍາດ, ການລັກຕິດຕາມການເຄື່ອນໄຫວທາງອິນເຕີເນັດ, ການໃຊ້ສື່ອອນລາຍເພື່ອຮັບສະໝັກວຽກບໍລິການທາງເພດແບບບັງຄັບ ແລະ ການເວົ້າທີ່ສ້າງຄວາມກຽດຊັງ. ໃນທົ່ວໂລກມີການລາຍງານວ່າ 85% ຂອງແມ່ຍິງພົບເຫັນບັນຫາຄວາມຮຸນແຮງທາງດິຈິຕ້ອນ ແລະ 40% ປະສົບກັບບັນຫາດັ່ງກ່າວດ້ວຍຕົນເອງ.

ໃນກອງປະຊຸມດັ່ງກ່າວໄດ້ມີການນໍາສະເໜີກ່ຽວກັບຜົນການສໍາຫຼວດຂໍ້ມູນກ່ຽວກັບຄວາມຮຸນແຮງທາງອອນລາຍທໍາອິດຂອງປະເທດທີ່ ອົງການ UNFPA ໄດ້ເຮັດການຄົ້ນຄວ້າຮ່ວມກັບລັດຖະບານໃນປີ 2022-2023. ຜົນການສໍາຫຼວດດັ່ງກ່າວເປັນຂໍ້ມູນສໍາຄັນທີ່ຈະຊ່ວຍເສີມສ້າງຄວາມເຂົ້າໃຈກ່ຽວກັບບັນຫາດັ່ງກ່າວ ແລະ ຊ່ວຍລະບຸວ່າຈະສ້າງຄວາມເຂັ້ມແຂງໃຫ້ກັບກອບນິຕິກໍາ ແລະ ນະໂຍບາຍຕ່າງໆຄືແນວໃດ, ປັບປຸງການບໍລິການທີ່ສາມາດເຂົ້າເຖິງໄດ້ ແລະ ຕອບໂຕ້ຢ່າງເປັນລະບົບ.

ທ່ານ ນາງ ທໍາມາ ເພັດວິໄຊ,​ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງ ກ່າວວ່າ: “ພວກເຮົາມີຄວາມມຸ່ງໝັ້ນທີ່ຈະຕອບໂຕ້ ຄວາມຮຸນແຮງບົນພື້ນຖານທາງເພດທີ່ນຳໃຊ້ເຕັກໂນໂລຊີ  ທີ່ເປັນຮູບແບບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢູ່ຕາມສະຖານທີ່ສາທາລະນະ. ໂດຍໄດ້ເຮັດວຽກໃນການຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນ ສປປ ລາວ ໃນໄລຍະຜ່ານມາ ຜ່ານຂັ້ນຕອນມາດຕະຖານການດຳເນີນງານຂອງຂະແໜງການຕ່າງໆ, ພວກເຮົາເຂົ້າໃຈເຖິງລັກສະນະວິວັດທະນາການຂອງຄວາມຮຸນແຮງຕໍ່ແມ່ຍິງ ແລະ ພວກເຮົາພ້ອມທີ່ຈະປັບປ່ຽນການປະຕິບັດງານໃຫ້ທັນກັບສະພາບການປ່ຽນແປງຂອງ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ”.

ຜົນສະທ້ອນຂອງການລະເມີດຄວາມເປັນສ່ວນຕົວ, ກຽດສັກສີ, ຄວາມເປັນເອກະລາດ ແລະ ສິດທິຂອງບຸກຄົນນີ້ແມ່ນຮ້າຍແຮງຫຼາຍ. ຜົນກະທົບຂອງ TFGBV ໄດ້ຖືກບັນທຶກໄວ້ວ່າຮ້າຍແຮງເທົ່າກັບຮູບແບບອື່ນໆຂອງຄວາມຮຸນແຮງທາງຮ່າງກາຍ ແລະ ທາງດ້ານຈິດໃຈ, ເຖິງແມ່ນວ່າຮູບແບບຄວາມຮຸນແຮງດັ່ງກ່າວ ສ່ວນໃຫຍ່ຈະບໍ່ໄດ້ຮັບການຍອມຮັບໂດຍສະຖາບັນ ຫຼື ຜູ້ລອດຊີວິດເອງກໍຕາມ.

ທ່ານ ນາງ ເກສອນ ສຸລິວົງ ຫົວໜ້າສູນສົ່ງເສີມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວຕື່ມວ່າ: “ບັນຫາການໃຊ້ຄວາມຮຸນແຮງທາງສື່ອອນລາຍ ເປັນບັນຫາທີ່ໜັກໜ່ວງທີ່ພວກເຮົາຕ້ອງໄດ້ປຶກສາຫາລືຮ່ວມກັນ ລະຫວ່າງລັດຖະບານ ແລະ ຄູ່ຮ່ວມພັດທະນາ ເພື່ອສາມາດເຮັດວຽກຮ່ວມກັນສະກັດກັ້ນ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທາງສື່ອອນລາຍ”.

“UNFPA ມຸ່ງໝັ້ນທີ່ຈະຕ້ານຄວາມຮຸນແຮງທີ່ປະກົດຂຶ້ນໃນ ສປປ ລາວ. ໃນຂະນະທີ່ປະເທດລາວໄດ້ສ້າງຕັ້ງຄະນະກໍາມະການແຫ່ງຊາດກ່ຽວກັບການຫັນເປັນດິຈິຕ້ອນ. ຂ້າພະເຈົ້າ ຂໍຊຸກຍູ້ໃຫ້ລັດຖະບານຮັບປະກັນວ່າການປົກປ້ອງແມ່ຍິງ, ເດັກຍິງ, ເດັກນ້ອຍ ແລະ ຊຸມຊົນທີ່ມີຄວາມຫຼາກຫຼາຍ ແມ່ນສ່ວນໜຶ່ງຂອງວຽກງານຂອງຄະນະກໍາມະການ. ຄວາມເປັນເອກະລາດດ້ານຮ່າງກາຍ ແມ່ນສິດທິຂອງແຕ່ລະຄົນ, ທີ່ດໍາລົງຊີວິດໂດຍບໍ່ມີຄວາມຢ້ານກົວ ແລະ ຄວາມຮຸນແຮງ ທັງໂລກອອນລາຍ ແລະ ໂລກຄວາມເປັນຈິງ” ກ່າວໂດຍ ມາຣຽມ ເອ. ຄານ, ຜູ້ຕາງຫນ້າອົງການ UNFPA.

***

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org