You are here

ແຂວງບໍລິຄຳໄຊ, ສ.ປ.ປ.ລາວ ໃນວັນທີ 18 ມີນາ 2021 ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ເຂົ້າຮ່ວມງານຂອງສະຫະພັນແມ່ຍິງ (LWU)ໃນຫົວຂໍ້ປີນີ້  “ຄວາມເປັນຜູ້ນຳຂອງແມ່ຍິງໃນຍຸກຄົນຮຸ່ນໃໝ່ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ, ການໃຫ້ກຽດຜູ້ນຳຍິງ ແລະ ຮັບຮູ້ເຖິງບົດບາດ ແລະ ການປະກອບສ່ວນຂອງພວກເຂົາເຈົ້າໃນບ່ອນເຮັດວຽກ, ການເມືອງ ແລະ ການຕັດສິນໃຈ. ໃນງານນີ້ມີ ພະນະທ່ານ ນ. ອິນລາວັນ ແກ້ວບຸນພັນ, ປະທານສະຫະພັນແມ່ຍິງ ກໍໄດ້ເຂົ້າຮ່ວມ; ທ່ານ ຄຳແຫວນ ປັນຍາວົງ, ຮອງເຈົ້າແຂວງ ແລະ ປະທານສະຫະພັນ NCAWMC ຂອງແຂວງບໍລິຄຳໄຊ; ຜູ້ຕາງໜ້າພະແນກພາຍໃນແຂວງຈາກສະພາ, ສະຫະພັນສາທາລະນະສຸກ, ການສຶກສາ ແລະ ຊາວໜຸ່ມ ແລະ ພະນັກງານ LWU ປະມານ 130 ຄົນ.

 

ໃນງານນີ້ຖືເປັນ ການສະເຫຼີມສະຫຼອງວັນແມ່ຍິງສາກົນຄັ້ງທຳອິດ ໃນແຂວງບໍລິຄຳໄຊ ແລະ ສອດຄ່ອງກັບຫົວຂໍ້ ວັນແມ່ຍິງສາກົນຂອງອົງການສະຫະປະຊາຊາດໃນປີນີ້: ແມ່ຍິງໃນການເປັນຜູ້ນຳ: ບັນລຸອະນາຄົດທີ່ສະເໝີພາບໃນໂລກ COVID-19”. ໃນຫົວຂໍ້ທີ່ສະແດງເຖິງຄວາມພະຍາຍາມ ຂອງແມ່ຍິງ ແລະ ເດັກຍິງທົ່ວໂລກ ໃນການສ້າງອະນາຄົດທີ່ສະເໝີພາບ ແລະ ການຟື້ນຟູຈາກການລະບາດຂອງພະຍາດ COVID-19, ແລະ ຊຸກຍູ້ໃຫ້ແມ່ຍິງມີສ່ວນຮ່ວມ ແລະ ການຕັດສິນໃຈຢ່າງເຕັມທີ່ ແລະ ມີປະສິດທິຜົນໃນຊີວິດສາທາລະນະ ເພື່ອບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ເດັກຍິງ.

 

ຈາກການແຜ່ລະບາດຂອງພະຍາດ COVID-19 ເຮັດໃຫ້ຄວາມກ້າວໜ້າໃນການບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຊ່ວງຫຼາຍທົດສະວັດທີ່ຜ່ານມາແມ່ນມີຄວາມສ່ຽງທີ່ຈະກ້າວຖອຍຫຼັງ. COVID-19 ເຮັດໃຫ້ຄວາມບໍ່ສະເໝີພາບທີ່ມີມາກ່ອນແລ້ວນັ້ນທະວີຄວາມຮຸນແຮງຂຶ້ນ ແລະ ໃນຂະນະທີ່ ສ.ປ.ປ.ລາວໄດ້ສະແດງການເປັນຜູ້ນຳທີ່ດີໃນການຄວບຄຸມການແຜ່ກະຈາຍຂອງໄວຣັສ, ຜົນກະທົບທາງດ້ານເສດຖະກິດທີ່ຫຼຸດຖອຍ ໄດ້ສົ່ງຜົນສະທ້ອນໃຫ້ແມ່ຍິງ ແລະ ເດັກຍິງຫຼາຍທີ່ສຸດ. ແຮງງານທີ່ເປັນແມ່ຍິງມີແນວໂນ້ມທີ່ຈະສູນເສຍແຫຼ່ງລາຍຮັບເນື່ອງຈາກ COVID-19 ຫຼາຍກວ່າຜູ້ຊາຍ, ທັ້ງທີ່ການເບິ່ງແຍງດູແລ ແລະ ຄວາມຮັບຜິດຊອບໃນຄົວເຮືອນເພີ່ມຂຶ້ນ ແລະ ມີຄວາມສ່ຽງສູງຕໍ່ການໃຊ້ຄວາມຮຸນແຮງ ແລະ ການຂູດຮີດ.

 

ພະນະທ່ານ ນ. ອິນລາວັນ ແກ້ວບຸນພັນ, ປະທານສະຫະພັນແມ່ຍິງ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງຂໍ້ລິເລີ່ມທີ່ຕອບສະໜອງບົດບາດລະຫວ່າງຍິງ-ຊາຍ ເຊິ່ງເປັນສ່ວນໜຶ່ງຂອງ COVID-19 ໃນວຽກງານການຕອບໂຕ້ ແລະ ຄວາມພະຍາຍາມໃນການຟື້ນຟູ: "ໃນໂອກາດວັນແມ່ຍິງສາກົນນີ້, ພວກເຮົາພິຈາລະນາວິທີການທີ່ຈະສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນເຂດຊົນນະບົດເພື່ອເພີ່ມລາຍໄດ້ເພື່ອສະຫວັດດີພາບຂອງພວກເຂົາ, ໂດຍສະເພາະໃນໄລຍະການລະບາດຂອງ COVID-19."

 

ຕໍ່ກັບສິ່ງຫຍໍ້ທໍ້ນີ້, ງານວັນແມ່ຍິງສາກົນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງທັງຊາຍ ແລະ ຍິງ ໃຫ້ຮັບຮູ້ກ່ຽວກັບສິດທິທາງກົດໝາຍ ທີ່ມີໃນການປົກປ້ອງ, ເຄົາລົບ ແລະ ໃຫ້ກຽດຕໍ່ແມ່ຍິງ ແລະ ເດັກຍິງ. ທ່ານ ນ. ມາຣຽມ ເອ. ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສ.ປ.ປ.ລາວ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມອາວຸໂສທຸກລະດັບໃຫ້ດຳເນີນການກັບສິດທິເຫຼົ່ານັ້ນໃຫ້ເປັນຈິງໃນທຸກຂົງເຂດ, ບໍ່ວ່າຈະຢູ່  ໃນບ້ານ, ຕາມຖະໜົນຫົນທາງ ແລະ ໃນບ່ອນເຮັດວຽກ ເພື່ອໃຫ້ສິດທິເຫຼົ່ານັ້ນກາຍເປັນຄວາມຈິງ. ທ່ານ ນ. ຄານ ສັງເກດເຫັນວ່າ ສິ່ງດັ່ງກ່າວໄດ້ເກີດຂຶ້ນແລ້ວໃນລະດັບນະໂຍບາຍຂອງແຂວງ: ວັນແມ່ຍິງແມ່ນມື້ກ່ຽວກັບສິດທິຂອງແມ່ຍິງ, ແລະຕົວຢ່າງຂອງຄວາມກ້າວໜ້າໃນການປະຕິບັດສິດທິເຫຼົ່ານີ້ ໃຫ້ເຂົ້າໃນແຜນການຂອງແຂວງ ໂດຍຜ່ານແຜນງານການເຮັດວຽກນາງນ້ອຍແລະຄຳໝັ້ນສັນຍາICPD.ຂັ້ນຕອນຕໍ່ຈາກນີ້ແມ່ນ ການກ້າວໄປຂ້າງໜ້າ ແລະ ປະຕິບັດແຜນການເຫຼົ່ານີ້ໃຫ້ບັນລຸຕາມເປົ້າໝາຍ”.

 

ຜູ້ຕາງໜ້າຈາກສະມາຊິກສະພາຂັ້ນແຂວງ, ສະຫະພັນແມ່ຍິງ, ສາທາລະນະສຸກ, ການສຶກສາ ແລະ ຊາວ ໜຸ່ມ ກໍ່ໄດ້ກ່າວຄຳປາໄສໃນງານດັ່ງກ່າວ ໂດຍໄດ້ອະທິບາຍເຖິງສິ່ງທ້າທາຍສຳລັບຜູ້ນຳຍິງ ໃນຂະແໜງສະເພາະຂອງພວກເຂົາ ແລະ ວິທີການແກ້ໄຂສິ່ງທ້າທາຍເຫຼົ່ານີ້ໂດຍສະເພາະວິທີການສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໂດຍຜ່ານການສ້າງຂີດຄວາມສາມາດ ໃຫ້ໂອກາດໃນບ່ອນເຮັດວຽກ. ຄວາມສຳຄັນຂອງການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນລະດັບພື້ນຖານ, ໜ່ວຍງານຄອບຄົວ ກໍ່ໄດ້ຖືກຮັບຮູ້ ແລະ ມັນໄດ້ຖືກຮັບຮູ້ວ່າ ການປ່ຽນແປງມາດຕະຖານທາງສັງຄົມ ແລະ ຄວາມຄາດຫວັງ ແມ່ນມີຄວາມສຳຄັນແນວໃດ ເພື່ອເຮັດໃຫ້ແມ່ຍິງສາມາດເຕີບໃຫຍ່ ແລະ ປະສົບຜົນສຳເລັດໃນທຸກຂົງເຂດ ໃນນັ້ນລວມທັງການຫຼຸດຜ່ອນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ.

ທ່ານ ນ. ຄານ ແລະ ພະນະທ່ານ ນ. ອິນລາວັນ ແກ້ວບຸນພັນ ຍັງໄດ້ຖືໂອກາດນີ້ເຂົ້າຮ່ວມການສົນທະນາສອງຝ່າຍກ່ຽວກັບການສ້າງກົນໄກການປະສານງານແລະການສົ່ງຕໍ່ໃນລະດັບສູນກາງ ແລະ ແຂວງສຳລັບແມ່ຍິງ ແລະ ເດັກຍິງ ທີ່ລອດຊີວິດຈາກຄວາມຮຸນແຮງ ເພື່ອຮັບປະກັນໃຫ້ພວກເຂົາໄດ້ຮັບການບໍລິການທີ່ມີຄຸນນະພາບໃນຫລາຍຂະແໜງການ ແລະ ແມ່ຍິງໃນທຸກໆບ້ານ ສາມາດເຂົ້າເຖິງຄວາມປອດໄພ ແລະ ທີ່ພັກອາໄສ ຖ້າພວກເຂົາປະສົບກັບຄວາມຮຸນແຮງ.

 

ໃນຂະນະທີ່ລາວຈັດການກັບຜົນສະທ້ອນຈາກCOVID-19 ແລະ ການເຮັດວຽກຢ່າງຕັ້ງໜ້າ ເພື່ອຄວາມສະຫງົບສຸກ ແລະ ຄວາມຈະເລີນຮຸ່ງເຮືອງ ພາຍໃນເຮືອນ ແລະໃນສັງຄົມ, ວິທະຍາກອນໃນງານວັນແມ່ຍິງສາກົນໄດ້ກະຕຸກຊຸກຍູ້ຜູ້ເຂົ້າຮ່ວມໃຫ້ຄິດກ່ຽວກັບສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອປັບປຸງສະຖານະການຂອງແມ່ຍິງ ໃນ ສ.ປ.ປ.ລາວ. ບັນດາບາດກ້າວຕໍ່ໄປທີ່ປະຕິບັດໄດ້ຖືກພິຈາລະນາ, ລວມທັງການລວມແຜນປະຕິບັດງານແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍແລະ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍເຂົ້າໃນແຜນການຂອງແຂວງ, ສົ່ງເສີມໃຫ້ແມ່ຍິງເຂົ້າຮັບຕຳແໜ່ງເປັນຜູ້ນຳ, ແລະ ຈາກນັ້ນຊຸກຍູ້ໃຫ້ຜູ້ນຳແມ່ຍິງເຫຼົ່ານີ້ໄດ້ຮັບສິດທິເທົ່າທຽມກັນ ຂອງທັງສອງຝ່າຍ, ທັງຊາຍ ແລະ ຍິງ ໄດ້ຮັບຄວາມນັບຖື, ປົກປ້ອງ, ຍົກສູງ ແລະ ກ້າວໜ້າໃນຄົນຮຸ່ນໃໝ່.

************

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.