You are here

ອອກໃໝ່

ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 05 ປີ ຄັ້ງທີ IV (2021-2025)

Publication

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂຽນເປັນອັກສອນຫຍໍ້ວ່າ (ຄຊກມດ) ແມ່ນການຈັດຕັ້ງໜຶ່ງຂອງລັດຖະບານທີ່ບໍ່ປະຈຳການ, ມີພາລະບົດບາດ ເປັນເສນາທິການຊ່ວຍວຽກລັດຖະບານ ໃນການສຶກສາ, ຄົ້ນຄ້ວາກຳນົດນະໂຍບາຍ, ຍຸດທະສາດ, ນິຕິກຳ, ແຜນດຳເນີນງານ, ແຜນງານ ແລະ ຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຖະແຫຼງກາ ຂອງພາກພື້ນ ແລະ ສາກົນ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສິດທິເດັກ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນຄວາມສະເໝີພາບຍິງ-ຊາຍ ແລະ ການມີຮ່ວມຂອງແມ່ຍິງໃນທຸກດ້ານ, ສົ່ງເສີມ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ ແລະ ພັດທະນາເດັກຢ່າງຮອບດ້ານ ເພື່ອປະກອບສ່ວນ ເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທົບທວນຄືນ

COVID-19 Vaccine, Pregnancy and Breastfeeding

Fact Sheet

Pregnant women and lactating women should consult with a doctor to get vaccinated against COVID-19.

ທົບທວນຄືນ

ແຜນ​ງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ (SRH)

Fact Sheet

ການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ (SRH) – ລວມທັງການວາງແຜນຄອບຄົວແບບສະໝັກໃຈ ແລະ ສຸຂະພາບແມ່ສໍາລັບແມ່ຍິງ ແລະ ໄວໜຸ່ມທຸກຄົນ ແມ່ນສິດທິມະນຸດ ແລະ ເປັນສິ່ງທີ່ສຳຄັນໃນການຊ່ວຍຊີວິດ, ການສົ່ງເສີມການພັດທະນາ ແລະ ຄວາມສະເໝີພາບຍິງ-ຊາຍ. ວຽກງານນີ້ແມ່ນແກນຫຼັກ ຂອງການພັດທະນາແບບຍືນຍົງ. ລັດຖະບານລາວ ໄດ້ເຊື່ອມເອົາວຽກງານນີ້ເຂົ້າໃນກອບແຜນພັດທະນາແຫ່ງຊາດ ແລະ ເຊື່ອມເຂົ້າໃນຕົວຊີ້ວັດ ການພັດທະນາແບບຍືນຍົງ SDG 5.6.2 ເຊິ່ງວັດແທກເຖີງຄວາມພະຍາຍາມຂອງບັນດາປະເທດຕ່າງໆໃນການສ້າງບັນດາກົດໝາຍ ແລະ ລະບຽບການແຫ່ງຊາດ ເພື່ອຮັບປະກັນການເຂົ້າເຖິງການດູແລສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ຂໍ້ມູນຂ່າວສານ ແລະ ການສຶກສາຂອງແມ່ຍິງ ແລະ ຜູ້ຊາຍ ອາຍຸ 15 ປີຂຶ້ນໄປຢ່າງຄົບຖ້ວນ ແລະ ເທົ່າທຽມກັນ, ໃນນີ້ ສປ ລາວ ໄດ້ຄະແນນ 96 ໃນ 100.

 

ແຜນງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ (SRH) ຂອງ ອົງການ UNFPA ຊ່ວຍເຫຼືອລັດຖະບານ ໃນການປັບປຸງຄຸນນະພາບ ແລະ ການນໍາໃຊ້ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນແບບເຊື່ອມສານ, ໂດຍສະເພາະໃນບັນດາກຸ່ມທີ່ມີຄວາມສ່ຽງທີ່ສຸດ, ລວມທັງບັນດາກຸ່ມຊົນເຜົ່າ ແລະ ໄວໜຸ່ມ. ພວກເຮົາສະໜັບສະໜູນການຈັດຕັ້ງປະຕິບັດແຜນປະຕິບັດວຽກງານວາງແຜນຄອບຄົວແຫ່ງຊາດ ແລະ ແຜນຍຸດທະສາດສຸຂະພາບຈະເລີນພັນ, ສຸຂະພາບຂອງແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ເພື່ອແກ້ໄຂຄວາມແຕກໂຕນກັນໃນການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການວາງແຜນຄອບຄົວ. ພວກເຮົາສະໜັບສະໜູນປະເທດໃນການສ້າງແຜນງານຜະດຸງຄັນທີ່ມີປະສິດທິພາບ ເພື່ອສົ່ງເສີມການກ້າວສູ່ການເປັນແມ່ ແລະ ການເກີດລູກທີ່ປອດໄພ. ວຽກງານອງພວກເຮົາແມ່ນເລັ່ງໃສ່ການປ້ອງກັນ ແລະ ຜົນຕອບແທນຈາກການລົງທຶນນັ້ນແມ່ນໄດ້ຮັບໝາກຜົນສູງສຸດໃນຄ່າໃຊ້ຈ່າຍຕ່ຳ.

ທົບທວນຄືນ

ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ 2021-2030

Publication

ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ ໄດ້ຮັບການຮ່າງຂຶ້ນເປັນຄັ້ງທໍາອິດໃນປະຫວັດ ສາດ ສປປ ລາວ ແລະ ເປັນຍຸດທະສາດທີ່ສໍາຄັນຫຼາຍ ເພາະວ່າປະເທດລາວມີຈໍານວນປະຊາກອນໜຸ່ມກວມເອົາອັດຕາສ່ວນຫຼາຍຂອງພົນລະເມືອງ ແລະ ເປັນກໍາລັງແຮງງານຕົ້ນຕໍໃນທຸກຂົງເຂດວຽກງານໃນສັງຄົມ. ຍຸດທະສາດສະບັບນີ້ ແມ່ນໄດ້ອີງໃສ່ກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບປັບປຸງປີ 2019, ຜົນຂອງການວິເຄາະສະພາບຊາວໜຸ່ມ-ເຍົາວະຊົນ ໃນປີ 2014 ແລະ ອີງໃສ່ແຜນຍຸດທະສາດ 5 ປີ ຂອງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ໄດ້ລິເລີ່ມການສົນທະນາເພື່ອສ້າງຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ໃນປີ 2016. ບົດລາຍງານດ້ານວິຊາການ, ເອກະສານ ແລະ ຂໍ້ມູນຈາກແຫຼ່ງຕ່າງໆທີ່ມີຢູ່ແລ້ວ ໄດ້ຖືກນໍາມາທົບທວນ, ໄດ້ເກັບກໍາຂໍ້ມູນເພື່ອກໍານົດບັນຫາ, ຄວາມຕ້ອງການຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ໄດ້ນໍາພາຂະບວນການສ້າງຍຸດທະສາດການຍຸດທະສາດການພັດທະນາ ຊາວໜຸ່ມ, ເຍົາວະຊົນລາວ ປີ (2021-2030) ພັດທະນາຊາວໜຸ່ມ, ເຍົາວະຊົນລາວ (2021-2030) ໂດຍຜ່ານກອງປະຊຸມປຶກສາຫາລືລະດັບວິຊາການ ແລະ ລະດັບຊາດຫຼາຍຄັ້ງ.

ທົບທວນຄືນ

ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 05 ປີ ຄັ້ງທີ IV (2021-2025)

Publication

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂຽນເປັນອັກສອນຫຍໍ້ວ່າ (ຄຊກມດ) ແມ່ນການຈັດຕັ້ງໜຶ່ງຂອງລັດຖະບານທີ່ບໍ່ປະຈຳການ, ມີພາລະບົດບາດ ເປັນເສນາທິການຊ່ວຍວຽກລັດຖະບານ ໃນການ ສຶກສາ, ຄົ້ນຄ້ວານົດນະໂຍບາຍ, ຍຸດທະສາດ, ນິຕິກຳ, ແຜນດຳເນີນເນີນງານ, ແຜນງານ ແລະ ຈັດຕັ້ງປະຕິບັດບັນດາສົນທິ ສັນຍາ, ສັນຍາ ແລະ ຖະແຫຼງການຂອງພາກພື້ນ ແລະ ສາກົນ ເພື່ອສົ່ງເສີມຄວາມກ່າວໜ້າຂອງແມ່ຍິງ, ສິດທິເດັກ, ການ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນຄວາມສະເໝີພາບ ຍິງ-ຊາຍ ແລະ ການມີຮ່ວມຂອງແມ່ຍິງໃນທຸກດ້ານ, ສົ່ງເສີມ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ ແລະ ພັດທະນາເດັກຢ່າງຮອບດ້ານ ເພື່ອປະກອບສ່ວນເຂົ້າໃນຂະບວນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທົບທວນຄືນ

ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 05 ປີ ຄັ້ງທີ II (2021-2025)

ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 05 ປີ ຄັ້ງທີ II (2021-2025)

Publication

ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 05 ປີ ຄັ້ງທີ II (2021-2025)
ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂຽນເປັນອັກສອນຫຍໍ້ວ່າ (ຄຊກມດ) ແມ່ນການຈັດຕັ້ງໜຶ່ງຂອງລັດຖະບານທີ່ບໍ່ປະຈຳການ, ມີພາລະບົດບາດ ເປັນເສນາທິການຊ່ວຍວຽກລັດຖະບານ ໃນການສຶກສາ, ຄົ້ນຄ້ວາກຳນົດນະໂຍບາຍ, ຍຸດທະສາດ, ນິຕິກຳ, ແຜນດຳເນີນງານ, ແຜນງານ ແລະ ຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຖະແຫຼງກາ ຂອງພາກພື້ນ ແລະ ສາກົນ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສິດທິເດັກ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນຄວາມສະເໝີພາບຍິງ-ຊາຍ ແລະ ການມີຮ່ວມຂອງແມ່ຍິງໃນທຸກດ້ານ, ສົ່ງເສີມ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ ແລະ ພັດທະນາເດັກຢ່າງຮອບດ້ານ ເພື່ອປະກອບສ່ວນ ເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທົບທວນຄືນ

ຄາດຄະເນພົນລະເມືອງ ແບ່ງຕາມອາຍຸ

Publication

ຄາດຄະເນພົນລະເມືອງ ແບ່ງຕາມອາຍຸ

ທົບທວນຄືນ

ການເຊື່ອມໂຍງການຈົດທະບຽນພົນລະເມືອງ ແລະ ຄວາມສະເໝີພາບຍິງ-ຊາຍ ຢູ່ສປປລາວ

Publication

ການເຊື່ອມໂຍງການຈົດທະບຽນພົນລະເມືອງ ແລະ ຄວາມສະເໝີພາບຍິງ-ຊາຍ ຢູ່ສປປລາວ 

ທົບທວນຄືນ

ຍຸດທະສາດການພັດທະນາຊາວຫນຸ່ມ, ເຍົາວະຊົນລາວ ປີ 2021-2030

Publication

ອີງຕາມການສໍາຫຼວດພົນລະເມືອງ ແລະ ຄົວເຮືອນແຫ່ງຊາດ ຄັ້ງທີ 4 ໃນປີ 2015, ລວມທັງເຍົາວະຊົນ ແລະ ຊາວຫນຸ່ມ ອາຍຸລະຫວ່າງ 10 ຫາ 35 ປີ ມີທັງຫມົດ 3,298,643 ຄົນ, ໃນນັ້ນປະມານ 64% ຂອງຊາວ ຫນຸ່ມ, ເຍົາວະຊົນ ແມ່ນອາໄສຢູ່ໃນເຂດຊົນນະບົດ ແລະ ປະມານ 12% ອາໄສຢູ່ໃນເຂດຫ່າງໄກສອກຫຼີກທີ່ ບໍ່ມີເສັ້ນທາງເຂົ້າເຖິງ, ພວກເຂົາເຈົ້າໄດ້ປະເຊີນກັບສິ່ງທ້າທາຍ ແລະ ຄວາມສ່ຽງຫຼາຍຢ່າງ ເຊັ່ນ: ບໍ່ສາມາດ ເຂົ້າເຖິງການສຶກສາ, ຂໍ້ມູນຂ່າວສານ ແລະ ການບໍລິການທາງສັງຄົມຕ່າງໆ ນອກຈາກນັ້ນ, ຊາວຫນຸ່ມສ່ວນຫຼາຍ ໃນເຂດຊົນນະບົດ ແມ່ນມີການແຕ່ງງານໄວ, ຖືພາ ແລະ ອອກແຮງງານແຕ່ອາຍຸຍັງນ້ອຍ (ສູນສະຖິຕິ ແຫ່ງຊາດ 2015)

ທົບທວນຄືນ

ແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ຄັ້ງທີ II (2021-2025)

Publication

ແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ຄັ້ງທີ II (2021-2025)

ທົບທວນຄືນ

Pages