ນາງ ລັດຕະນາ ສີອຸທຸມ ຈື່ເຫດການຄັ້ງນັ້ນໄດ້ດີຄືກັບວ່າມັນຫາກໍ່ເກີດຂຶ້ນມື້ວານນີ້.
ເມື່ອລາວມາຮອດສູນ, ເດັກຍິງຄົນນັ້ນມີອາຍຸພຽງແຕ່ແປດປີ. ເລື່ອງລາວຂອງລາວ ສະແດງໃຫ້ເຫັນວ່າ ຄວາມຮຸນແຮງບົນພື້ນຖານທາງເພດ ສາມາດເກີດຂຶ້ນໄດ້ ໂດຍບໍ່ມີຂອບເຂດ ແມ່ນແຕ່ທັງພາຍໃນຄອບຄົວ,” ນາງ ລັດຕະນາ ໄດ້ກ່າວ, ໃນຖານະເຈົ້າໜ້າທີ່ວິຊາການຄົນໜຶ່ງຂອງສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ນ້ອຍ (ຊື່ຖືກປ່ຽນເພື່ອປົກປ້ອງຄວາມເປັນສ່ວນຕົວ) ເປັນໜຶ່ງໃນຈຳນວນ ຜູ້ລອດຊີວິດທີ່ ນັບບໍ່ຖ້ວນ ເຂົ້າມາພັກອາໄສ ໃນສູນແຫ່ງນີ້. ເກືອບສອງປີ, ພາຍໃຕ້ການດູແລຂອງສູນ, ສຸຂະພາບຂອງ ນາງ ນ້ອຍ ຄ່ອຍໆຟື້ນຟູຕົວຂຶ້ນ ໄປພ້ອມ ກັບຄວາມໝັ້ນໃຈ. ດ້ວຍການຊ່ວຍເຫຼືອ, ນາງໄດ້ສືບຕໍ່ການສຶກສາຂອງນາງ ແລະ ໃນທີ່ສຸດກໍ່ຈົບການສຶກສາ, ເຊິ່ງມັນເປັນຊ່ວງເວລາແຫ່ງຄວາມພາກພູມໃຈຂອງທຸກຄົນທີ່ໄດ້ໃຫ້ຊິວິດໃໝ່ກັບລາວໃນຄັ້ງນັ້ນ.
ນັບຕັ້ງແຕ່ ໄດ້ຮັບການສ້າງຕັ້ງໃນປີ 2006, ພາຍໃຕ້ການຊີ້ນຳຂອງ ສະຫະພັນແມ່ຍິງ ແລະ ສະໜັບສະໜູນ ຈາກອົງການ UNFPA ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ເປັນທີ່ເພິ່ງສຳລັບຜູ້ລອດຊີວິດຈາກ ຄວາມຮຸນແຮງບົນພື້ນຖານທາງເພດ (GBV). ນະທີ່ແຫ່ງນີ້, ຜູ້ລອດຊີວິດທຸກຄົນ ໄດ້ຮັບການຕ້ອນຮັບທຸກເວລາທີ່ພວກເຂົາຕ້ອງການຄວາມຊ່ວຍເຫຼືອ.
ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ດໍາເນີນການຕາມຄໍາໝາຍໝັ້ນນີ້ມາໂດຍຕະຫຼອດ ໂດຍໃຫ້ການ ບໍລິການຊ່ວຍເຫຼືອທາງດ້ານ ສັງຄົມ, ສຸຂະພາບເບື້ອງຕົ້ນ ແລະ ກົດໝາຍ ແກ່ແມ່ຍິງ ແລະ ເດັກນ້ອຍ ທີ່ລອດຊີວິດ ມາຕັ້ງແຕ່ເປີດໃຫ້ບໍລິການ. ໃນປີ 2024, ສູນດັ່ງກ່າວໄດ້ຊ່ວຍປ່ຽນແປງຊີວິດ ໃຫ້ຜູ້ລອດຊີວິດຈາກຄວາມຮຸນແຮງບົນພື້ນຖານທາງເພດ 121 ຄົນ, ໃນນັ້ນມີ 99 ຄົນທີ່ມີອາຍຸຕ່ຳກວ່າ 18 ປີ. ຜູ້ລອດຊີວິດເຫຼົ່ານີ້ແມ່ນໄດ້ ຮັບການສົ່ງ ຕໍ່ຈາກໂຮງໝໍ, ສະຖານີຕໍາຫຼວດ ຜ່ານສາຍດ່ວນ ແລະ ສື່ສັງຄົມ.
ວິກິດການຄວາມງຽບ
ຄວາມຮຸນແຮງທາງເພດຍັງເປັນໜຶ່ງໃນການລະເມີດສິດທິມະນຸດທີ່ແຜ່ລາມໃນທົ່ວໂລກ. ໃນ ສປປ ລາວ, ສະຖິຕິ ໄດ້ສະທ້ອນເຖິງຂໍ້ມູນທົ່ວໂລກ ໃນນັ້ນ ຜູ້ຍິງປະມານໜຶ່ງໃນສາມປະສົບຄວາມຮຸນແຮງທາງເພດ, ທາງດ້ານ ຮ່າງກາຍ ຫຼື ທາງດ້ານຈິດໃຈ ເຖິງຢ່າງໃດກໍຕາມ, ມີພຽງໜຶ່ງໃນສິບຄົນເທົ່ານັ້ນທີ່ຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່, ວັດທະນະທໍາຂອງຄວາມງຽບ ຝັງເລິກຢູ່ໃນບັນທັດຖານຂອງສັງຄົມ ແລະ ຄ່ານິຍົມທີ່ຖືເພດຊາຍເປັນຜູ້ນຳ ເຮັດໃຫ້ວົງຈອນແຫ່ງ ຄວາມຮຸນແຮງນີ້ຍັງຄົງຢູ່ຈົນເຖິງທຸກມື້ນີ້.
ຜູ້ລອດຊີວິດຫຼາຍຄົນເຊື່ອວ່າຄວາມຮຸນແຮງ ແມ່ນເປັນສ່ວນໜຶ່ງຂອງຊີວິດ," ລັດຕະນາ ກ່າວວ່າ: "ການປ່ຽນແປງທັດສະນະຄະຕິນີ້ເປັນສິ່ງທ້າທາຍ. ເຖີງແນວໃດກໍ່ຕາມມັນເປັນສິ່ງທີ່ພວກເຮົາຕ້ອງແກ້ໄຂ."
ການຮ່ວມມືຕອບໂຕ້ຄວາມຮຸນແຮງບົນພື້ນຖານທາງເພດ
ເພື່ອກຳຈັດອຸປະສັກເຫຼົ່ານີ້, UNFPA ໄດ້ຮ່ວມມືກັບລັດຖະບານ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ເພື່ອສ້າງຕັ້ງສູນພັກເຊົາ ແລະ ການບໍລິການໃນທົ່ວປະເທດ. ສູນພັກເຊົາ 6 ແຫ່ງໄດ້ຖືກສ້າງຕັ້ງຂຶ້ນ ແລະ ດໍາເນີນງານດ້ວຍການສະໜັບສະໜູນຂອງ UNFPA, ສະໜອງບ່ອນພັກເຊົາຊົ່ວຄາວທີ່ປອດໄພ ແລະ ການດູແລໃຫ້ຜູ້ລອດຊີວິດໃນຫຼາຍແຂວງຄື: ນະຄອນຫຼວງວຽງຈັນ, ບໍ່ແກ້ວ, ບໍລິຄຳໄຊ, ຈຳປາສັກ, ສະຫວັນນະເຂດ ແລະ ອັດຕະປື.
ການບໍລິການໄດ້ຮັບການປັບປຸງຕື່ມອີກນັບຕັ້ງແຕ່ປີ 2022. UNFPA ໄດ້ສະໜັບສະໜູນລັດຖະບານ, ເພື່ອຮ່ວມກັນພັດທະນາ ແລະ ຮັບຮອງເອົາຂັ້ນຕອນການດຳເນີນງານມາດຕະຖານດ້ານ ສຸຂະພາບ, ສັງຄົມ ແລະ ການປະສານງານ (SOPs) ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ແລະ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ. ວິທີການນີ້ຮັບປະກັນໃຫ້ຜູ້ລອດຊີວິດ ໄດ້ຮັບການເບິ່ງແຍງທີ່ມີຄຸນນະພາບສູງ. ສົມທົບກັບ SOPs ຍຸຕິທໍາ ທີ່ພັດທະນາໂດຍ UNDP, SOPs ກໍານົດວິທີການທີ່ເນັ້ນເອົາຜູ້ລອດຊີວິດ ໃນ ໂຮງໝໍ, ສະຖານີຕໍາຫຼວດ ແລະ ການບໍລິການສັງຄົມ, ຮັບປະກັນຄວາມເຫັນອົກເຫັນໃຈ, ຄວາມເປັນມືອາຊີບ ແລະ ຍຶດໝັ້ນກັບມາດຕະຖານສາກົນ.
ຄວາມຄືບໜ້າໃນວຽກງານຕ້ານຄວາມຮຸນແຮງບົນພື້ນຖານທາງເພດນີ້ເກີດຂຶ້້ນໄດ້ຍ້ອນການສະໜັບສະໜູນອັນໃຫຍ່
ຫຼວງຂອງຜູ້ໃຫ້ທຶນທີ່ສຳຄັນ, ລວມທັງ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA), ກະຊວງການຕ່າງປະເທດ ອົດສະຕາລີ (DFAT), ລັດຖະບານຍີ່ປຸ່ນ ແລະ ອັງກິດ. ການປະກອບສ່ວນ ເຫຼົ່ານີ້ ເປັນເຄື່ອງມືໃນການ ເສີມສ້າງເຄືອຂ່າຍ ທີ່ພັກອາໄສ ແລະ ຂັ້ນຕອນການດຳເນີນງານມາດຕະຖານ SOPs, ຮັບປະກັນວ່າຜູ້ລອດ ຊີວິດໃນຫຼາຍແຂວງໃນ ສປປ ລາວ ໄດ້ຮັບ ການເບິ່ງແຍງ ແລະ ການສະໜັບສະໜູນທີ່ເຂົາເຈົ້າຕ້ອງການ.
ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ເປັນຕົວຊີ້ວັດ ຜົນສໍາເລັດຂອງການ ເຮັດວຽກຮ່ວມກັນ. ຜູ້ລອດ ຊີວິດໄດ້ຮັບການຊ່ວຍເຫຼືອໂດຍຜ່ານແຜນການຟື້ນຟູ, ລວມທັງການກວດສຸຂະພາບ, ການສ້າງຄວາມເຂົ້າໃຈໃຫ້ຄອບຄົວ, ການໃຫ້ຄໍາປຶກສາດ້ານສຸຂະພາບຈິດ ແລະ ການຊ່ວຍເຫຼືອທາງດ້ານ ກົດໝາຍ. ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ, ສູນໄດ້ເຮັດວຽກຢ່າງໃກ້ຊິດກັບໂຮງໝໍແມ່ ແລະ ເດັກ ເພື່ອສະໜອງການຊ່ວຍເຫຼືອດ້ານການປິ່ນປົວ ແລະ ເບິ່ງແຍງສະພາບຈິດໃຈ ແລະ ປັບປຸງວຽກງານນີ້ ໃຫ້ເປັນລະບົບຂຶ້ນບົນພື້ນຖານສິດທິ. ສິ່ງເຫຼົ່ານີ້ ຈະຮັບປະກັນໃຫ້ຜູ້ລອດຊີວິດບໍ່ພົບອຸປະສັກໃນໄລຍະຟື້ນຟູ.
ທ່ານໝໍ ແສງຈັນ ສີວິໄລ, ຫົວໜ້າພະແນກ ປະສູດ ຢູ່ໂຮງໝໍແມ່ ແລະ ເດັກ ກ່າວວ່າ “SOPs ເຫຼົ່ານີ້ແມ່ນເປັນ ຫຼາຍກວ່າຄຳແນະນຳ ມັນປຽບເໝືອນເສັ້ນແຫ່ງຊີວິດຂອງຜູ້ເຄາະຮ້າຍ ແລະ ຜູ້ໃຫ້ການຊ່ວຍເຫືຼອ.”
ລາວ ໄດ້ໃຫ້ການຝຶກອົບຮົມແກ່ພະຍາບານຫຼາຍກວ່າ 60 ຄົນ ໃນການຊາວຍເຫຼືອຜູ້ທີ່ໄດ້ຮັບຄວາມຮຸນແຮງທາງເພດ ຢ່າງມີປະສິດທິພາບ. ການຝຶກອົບຮົມລັກສະນະນີ້ ໄດ້ຂະຫຍາຍໄປເຖິງບັນດາແຂວງເຊັ່ນ: ອັດຕະປື, ບໍ່ແກ້ວ, ບໍລິຄຳໄຊ ແລະ ສະຫວັນນະເຂດ ເພື່ອສ້າງຂີດຄວາມສາມາດໃນທົ່ວປະເທດໃນການດູແລຜູ້ລອດຊີວິດ.
ການເບິ່ງໄປສູ່ອະນາຄົດ
UNFPA ກໍາລັງເຮັດວຽກຮ່ວມກັບລັດຖະບານເພື່ອແກ້ໄຂສາເຫດຫຼັກຂອງ GBV, ສ້າງຄວາມເຂັ້ມແຂງໃຫ້ຜູ້ຊາຍ ແລະ ເດັກຊາຍກາຍເປັນຜູ້ນໍາໃນການປ່ຽນແປງ. ຄວາມພະຍາຍາມດັ່ງກ່າວ ລວມທັງ ການນຳໃຊ້ຂໍ້ມູນ ແລະ ຫຼັກຖານ ເປັນບ່ອນອີງໃນການ ສ້າງ ແຜນປະຕິບັດງານແຫ່ງຊາດລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ສ້າງຄວາມສະເໝີພາບ ລະຫວ່າງຍິງ-ຊາຍ 2026-2030, ທີ່ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ 5.
ການຕໍ່ສູ້ກັບຄວາມຮຸນແຮງບົນພື້ນຖານທາງເພດ ແລະ ຄວາມຮຸນແຮງໃນຄອບຄົວບໍ່ໄດ້ເປັນພຽງແຕ່ການດູແລຜູ້ລອດຊີວິດເທົ່ານັ້ນ, ແຕ່ລວມເຖິງການປ້ອງກັນ, ການສຶກສາ ແລະ ການສ້າງຄວາມເຂັ້ມແຂງ. ເປັນເລື່ອງກ່ຽວກັບ ການສົ່ງເສີມສັງຄົມທີ່ບໍ່ຍອມຮັບ ຫຼື ເມີນເສີຍຕໍ່ຄວາມຮຸນແຮງ ແລະ ທຸກຄົນ ຕັ້ງແຕ່ຜູ້ນໍາຊຸມຊົນໄປ ຫາສະມາຊິກໃນ ຄອບຄົວ ຕ່າງມີບົດບາດໃນການທໍາລາຍວົງຈອນນີ້.
ການຢຸດຕິການໃຊ້ຄວາມຮຸນແຮງທາງເພດແມ່ນເລີ່ມຕົ້ນດ້ວຍຄວາມຮັບຮູ້ ແລະ ຄວາມຮັບຜິດຊອບ” ທ່ານ ນາງ ລັດຕະນາ ກ່າວ. “ການເຮັດວຽກຮ່ວມກັນ ຈະເຮັດໃຫ້ພວກເຮົາສາມາດສ້າງອະນາຄົດທີ່ແມ່ຍິງ ແລະ ເດັກນ້ອຍທຸກຄົນໃຊ້ຊີວິດ ໂດຍປາສະຈາກຄວາມຮຸນແຮງ ແລະ ຄວາມຢ້ານກົວໄດ້.”
ເພື່ອບັນລຸວິໄສທັດນີ້, ການສະໜັບສະໜູນເພີ່ມເຕີມແມ່ນມີຄວາມຈໍາເປັນອັນຮີບດ່ວນ. ການຂະຫຍາຍຕາໜ່າງທີ່ ພັກອາໄສເພື່ອຮັບປະກັນໃຫ້ທຸກໆແຂວງມີພື້ນທີ່ປອດໄພຢ່າງໜ້ອຍ ໜຶ່ງບ່ອນສຳລັບຜູ້ລອດຊີວິດແມ່ນຖືເປັນສິ່ງສຳຄັນ. ການຂະຫຍາຍການຈັດຕັ້ງປະຕິບັດ SOPs, ການສ້າງຄວາມເຂັ້ມແຂງການລິເລີ່ມການ ປ່ຽນແປງພຶດຕິກໍາທາງສັງຄົມ ແລະ ການມີສ່ວນຮ່ວມຂອງຜູ້ຊາຍ, ເດັກຊາຍ ແລະ ຊຸມຊົນທັງຫມົດໃນການແກ້ໄຂສາເຫດຫຼັກຂອງຄວາມຮຸນແຮງ ທາງເພດ ແມ່ນບາດກ້າວທີ່ສໍາຄັນຕໍ່ໜ້າ. ດ້ວຍການລົງທືນ ແລະ ການຮ່ວມມືແບບຍືນຍົງ, ພວກເຮົາສາມາດ ຮັບປະກັນວ່າບໍ່ມີຜູ້ລອດຊີວິດຄົນໃດບໍ່ຖືກປະໄວ້ທາງຫຼັງ ແລະ ຄວາມພະຍາຍາມໃນການປ້ອງກັນ ສືບຕໍ່ໄດ້ຮັບຜົນດີໃນທົ່ວ ສປປ ລາວ.