ສຳລັບ ນາງ ເເບັງ ແສນເມືອງ, ເຫດການຄັ້ງນັ້ນເປັນພາບທີ່ລາວບໍ່ມີວັນລືມ ເພາະມັນເປັນການຄົ້ນພົບຄັ້ງຍິ່ງໃຫຍ່ຂອງລາວ.
ຂ້ອຍຈື່ໄດ້ເຫດການເມື່ອຕອນທີ່ເພື່ອນບ້ານຄົນໜຶ່ງກຳລັງເກີດລູກ, ລາວເສຍເລືອດຫຼາຍ ແລະ ຖືກນຳສົ່ງໂຮງໝໍ. ມື້ນັ້ນເປັນມື້ທີ່ຂ້ອຍຕັດສິນໃຈໄດ້,” ນາງ ເເບັງ ກ່າວ, ເມື່ອລາວຫວນຄືນເຖິງເຫດການຕອນນັ້ນ ໃນຂະນະທີ ລາວມີ ອາຍຸພຽງ 17 ປີ ແລະ ເປັນນັກຮຽນໃກ້ຈະຈົບມັດທະຍົມ.
ການຕັດສິນໃຈທີ່ໄດ້ປ່ຽນແປງຊີວິດຂອງ ນາງ ເເບັງ ຄືການຕັດສິນໃຈເປັນ ຜະດຸງຄັນ ແລະ ເປັນຜູ້ນໍາໜ້າໃນວຽກງານ ສຸຂະພາບແມ່ ແລະ ເດັກຊົນເຜົ່າ.
ໃນເວລານັ້ນ, ຜະດຸງຄັນຢູ່ໜູ່ບ້ານຍັງມີຈຳນວນຈຳກັດ. ໃນຫຼາຍໆໝູ່ບ້ານຊົນເຜົ່າຫ່າງໄກສອກຫຼີກ ຈຳນວນ ຜະດຸງຄັນຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ, ແຕ່ພວກເຮົາຍັງບໍ່ຍອມແພ້. ຊີວິດຂອງພວກເຂົາ ແມ່ນຂຶ້ນຢູ່ກັບພວກເຮົາ,” ນາງ ເເບັງ, ປັດຈຸບັນອາຍຸ 22 ປີ, ກ່າວທີ່ບ້ານຂອງລາວ, ແຂວງ ສາລະວັນ, ຕັ້ງຢູ່ທາງພາກໃຕ້ຂອງປະເທດລາວ ເຊິ່ງເປັນທີ່ຮູ້ຈັກກັນດີໃນນາມທີ່ເປັນສະຖານທີ່ ທີ່ມີຄວາມສວຍສົດງົດງາມ ທາງທຳມະຊາດ ແລະ ມີຄວາມຫຼາກຫຼາຍດ້ານຊົນເຜົ່າ, ທັງຍັງເປັນໜຶ່ງໃນເຂດທີ່ທຸກຍາກທີ່ສຸດຂອງປະເທດ.
ໃນສອງທົດສະວັດທີ່ຜ່ານມາ, ສປປ ລາວ ໄດ້ປະສົບຜົນສຳເລັດຢ່າງໃຫຍ່ຫຼວງ ໃນການປົກປ້ອງຊີວິດຂອງ ແມ່ຍິງ ໃນໄລຍະຖືພາ ແລະ ເກີດລູກ. ລະຫວ່າງປີ 2000 ຫາ 2023, ອັດຕາການຕາຍຂອງແມ່ໃນທົ່ວປະເທດຫຼຸດລົງເຖິງ 82% – ເຊິ່ງຖືວ່າຫຼຸດລົງຫຼາຍທີ່ສຸດທຽບໃສ່ສາກົນ – ຈາກ 609 ການຕາຍຂອງແມ່ຕໍ່ການເກີດ 100,000 ຄົນໃນປີ 2000 ລົງມາເຫຼືອ 112 ການຕາຍຂອງແມ່ຕໍ່ການເກີດ 100,000 ຄົນໃນປີ 2023.
ນີ້ແມ່ນການຫຼຸດຈຳນວນອັດຕາການຕາຍຂອງແມ່ ຄັ້ງໃຫຍ່ທີ່ສຸດໃນໂລກ, ເຊິ່ງມັນໄດ້ກາຍແນວໂນ້ມຂອງ ທົ່ວໂລກຢ່າງຫຼວງຫຼາຍ. ອັດຕາການຕາຍຂອງແມ່ທີ່ຄາດຄະເນໄວ້ໃນປີ 2023 ແມ່ນ 197 ຕໍ່ການເກີດມີຊີວິດ 100,000 ຄົນ, ເຊິ່ງຫຼຸດລົງ 40.0% ຈາກ 328 ຄົນໃນປີ 2000 ໃນໄລຍະດຽວກັນ. ດ້ວຍເຫດນີ້, ສປປ ລາວ ຈຶ່ງມີຄວາມພ້ອມເປັນຢ່າງດີທີ່ຈະບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນການກຳນົດການຕາຍຂອງແມ່ 70 ຄົນຕໍ່ການເກີດ 100,000 ຄົນ ພາຍໃນປີ 2030.
ເຊັ່ນດຽວກັນ, ແນວໂນ້ມການຫຼຸດລົງຂອງການຕາຍຂອງ ເດັກແດງ ແລະ ເດັກອ່ອນ ແມ່ນຖືກບັນທຶກໄວ້ທີ່ 12 ແລະ 25 ຄົນຕໍ່ການເກີດ 1,000 ຄົນ ໃນປີ 2023 ທຽບໃສ່ 32 ຄົນ ແລະ 68 ຄົນ ຕໍ່ການເກີດ 1,000 ຄົນ ໃນປີ 2012.
ເຖິງວ່າບັນດາຕົວເລກທີ່ກ່າວມານັ້ນມີຄວາມຄືບໜ້າຫຼາຍ, ແຕ່ອັດຕາການຕາຍຂອງແມ່, ເດັກແດງ ແລະ ເດັກອ່ອນ ຍັງຄົງສືບຕໍ່ເປັນສິ່ງທ້າທາຍໃນ ສປປ ລາວ, ປະເທດທີ່ບໍ່ມີທາງອອກສູ່ທະເລ ຕັ້ັງງຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໃນນັ້ນ ໂດຍສະເພາະຢູ່ເຂດຊົນເຜົ່າທີ່ຫ່າງໄກສອກຫຼີກ ແລະ ເຂດພູດອຍ.
ຍ້ອນເຫັນສິ່ງທ້າທາຍເຫຼົ່ານີ້ ແລະ ມີຄວາມພາກພູມໃຈໃນການເປັນຊົນເຜົ່າ ກະຕາງ ຂອງຕົນ, ນາງ ເເບັງ ຈຶ່ງຕັດສິນ ໃຈຮຽນຕໍ່ໃນສາຂາວິຊາຜະດຸງຄັນ ພາຍໃຕ້ການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ພາຍຫຼັງຈົບການສຶກສາຊັ້ນມັດທະຍົມປາຍ.
ຂ້ອຍຮູ້ແຕ່ທຳອິດຂອງການຝຶກອົບຮົມວ່າ ນີ້ແມ່ນເສັ້ນທາງທີ່ຖືກຕ້ອງສໍາລັບຂ້ອຍ. ໃນຕອນທໍາອິດຂ້ອຍກໍມີຄວາມກັງວົນ, ແຕ່ຄູຝຶກຂອງຂ້ອຍໄດ້ນໍາພາ ແລະ ຊ່ວຍເຫຼືອຂ້ອຍ. ຂ້ອຍບໍ່ມີຄວາມຢ້ານກົວ - ຂ້ອຍມີພຽງແຕ່ຄວາມຢາກຮຽນຮູ້. ເພາະວ່າຂ້ອຍຮັກວຽກນີ້, ຂ້ອຍບໍ່ຢ້ານທີ່ຈະປະຕິບັດໜ້າທີນີ້," ນາງ ເເບັງ ກ່າວ.
ຍ້ອນເຫັນເຖິງຄວາມຈໍາເປັນອັນຮີບດ່ວນ ໃນການເພີ່ມຈໍານວນຜະດຸງຄັນທີ່ໄດ້ຜ່ານການຝຶກອົບຮົມໃຫ້ເປັນ ມືອາຊີບ – ໂດຍສະເພາະສຳລັບເປົ້າໝາຍໃນເຂດຊົນເຜົ່າຫ່າງໄກສອກຫຼີກ, ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ກະຊວງສາທາລະນະສຸກໄດ້ຮ່ວມກັນສົ່ງເສີມຊາວໜຸ່ມໃຫ້ເດີນທາງ ຕາມຮອຍ ຂອງ ນາງ ເເບັງ.
ສອດຄ່ອງກັບຍຸດທະສາດການຜະດຸງຄັນຂອງ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ເປົ້າໝາຍ ແຫ່ງຊາດທີ່ແນໃສ່ຮັບປະກັນໃຫ້ມີຜະດຸງຄັນຢ່າງໜ້ອຍໜຶ່ງຄົນຢູ່ໃນໂຮງໝໍນ້ອຍທຸກແຫ່ງທົ່ວປະເທດ, ອົງການດັ່ງ ກ່າວກຳລັງຊຸກຍູ້ການຮັບສະໝັກ ແລະ ຈັດວາງຜະດຸງຄັນຈາກຫຼາຍຊົນເຜົ່າ ແລະ ຫຼາຍວັດທະນະທຳ.
ເພື່ອບັນລຸເປົ້າໝາຍນີ້, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ສະໜອງທຶນການສຶກສາ ໃຫ້ແກ່ນັກຮຽນຊົນເຜົ່າທີ່ມາຈາກເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດ, ເພື່ອໃຫ້ພວກເຂົາສາມາດ ກັບຄືນບ້ານເກີດ ແລະ ນຳເອົາຄວາມຮູ້ ແລະ ທັກສະມາຮັບໃຊ້ຊຸມຊົນຂອງພວກເຂົາ. ນາງ ເເບັງ ກໍເປັນສ່ວນໜຶ່ງຂອງໂຄງການນີ້ ແລະ ເປັນໜຶ່ງໃນຜະດຸງຄັນລຸ້ນໃໝ່ ທີ່ກຳລັງປ່ຽນແປງສຸຂະພາບຂອງແມ່ຍິງ ໃນຊຸມຊົນ ທີ່ຕ້ອງການຜະດຸງຄັນຫຼາຍທີ່ສຸດ.
ແຕ່ເສັ້ນທາງຂ້າງໜ້າບໍ່ໄດ້ງ່າຍສະເໝີໄປ. ເຖິງວ່າ ສປປ ລາວ ຈະມີຄວາມພາກພູມໃຈ ໃນການພັດທະນາ ການສຶກສາດ້ານຜະດຸງຄັນ ທີ່ໄດ້ດຳເນີນມາແລ້ວ 100 ປີ, ໂດຍມີການມອບໃບປະກາສະນີຍະບັດຄັ້ງທຳອິດໃນປີ 1924, ແຕ່ການຝຶກອົບຮົມຜະດຸງຄັນໄດ້ຖືກໂຈະເປັນເວລາ 23 ປີ ຈົນຮອດປີ 2010 ສາເຫດມາຈາກ ການຂາດແຄນທຶນຮອນ. ປີ 2008, ມີຜະດຸງຄັນພຽງແຕ່ 100 ຄົນ ທີ່ຍັງຄົງປະຕິບັດໜ້າທີ່ໃນປະເທດ, ເຊິ່ງເປັນສາເຫດເຮັດໃຫ້ອັດຕາການຕາຍຂອງແມ່ ໃນ ລາວ ຍັງສູງທຽບໃສ່ພາກພື້ນ.
ເພື່ອປ້ອງກັນໂສກະນາຕະກຳທີ່ສາມາດຫຼີກລ່ຽງໄດ້, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ລັດຖະບານ ສປປ ລາວ ໄດ້ຮ່ວມກັນຟື້ນຟູໂຄງການຜະດຸງຄັນແຫ່ງຊາດໃນປີ 2010. ນັບຕັ້ງແຕ່ການເປີດ ຕົວແຜນພັດທະນາຜູ້ຊ່ວຍເກີດລູກໃນປີ 2008, ຜະດຸງຄັນຫຼາຍກວ່າ 3,000 ຄົນໄດ້ຮັບການຝຶກອົບຮົມເພື່ອໃຫ້ການ ດູແລແມ່ຍິງຖືພາ, ຊ່ວຍແມ່ເກີດລູກ ແລະ ໃຫ້ຄວາມຊ່ວຍເຫຼືອແມ່ຫຼັງເກີດລູກ ເຊິ່ງເປັນວຽກທີ່ມີ ຄວາມລະອຽດອ່ອນທາງດ້ານວັດທະນະທຳ ແລະ ແນໃສ່ສ້າງເງື່ອນໄຂໃຫ້ທຸກຄົນສາມາດເຂົ້າເຖິງການບໍລິການນີ້ທົ່ວ ປະເທດ.
ມາຮອດທ້າຍປີ 2024, ຜະດຸງຄັນຊົນເຜົ່າຈໍານວນ 93 ຄົນໄດ້ສຳເລັດການສຶກສາພາຍໃຕ້ການສະໜັບສະໜູນ ທຶນການສຶກສາ ແລະ ການຊ່ວຍເຫຼືອດ້ານວິຊາການຈາກ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA). ໃນນັ້ນ, ຫຼາຍຄົນ ລວມທັງ ນາງ ເເບັງ, ແມ່ນເປັນຜູ້ໜຶ່ງທີ່ມາຈາກເຂດຫ່າງໄກສອກຫຼີກ. ການຊ່ວຍເຫຼືອ ຂອງອົງການສາກົນເຫຼົ່ານີ້ໄດ້ປະກອບສ່ວນອັນສຳຄັນໃນຄວາມພະຍາຍາມເພີ່ມຈຳນວນຜະດຸງຄັນທີ່ມີທັກສະໃນເຂດ ຊົນນະບົດ.
ນາງ ເເບັງ ຈົບການສຶກສາໃນປີ 2023, ລາວ ໄດ້ຮັບຮູ້ວ່າລາວຢູ່ໃນຕໍາແໜ່ງພິເສດທີ່ຕໍ່ສູ້ກັບຂໍ້ຈຳກັດທາງດ້ານ ວັດທະນະທຳ ແລະ ຮີດຄອງປະເພນີທີ່ມີມາແຕ່ບູຮານນະການ ເພື່ອສູ້ຊົນ. ການບັນລຸເປົ້າໝາຍຮັບປະກັນໃຫ້ແມ່ ແລະ ເດັກເກີດໃໝ່ມີສຸຂະພາບດີ ແລະ ສ້າງການປ່ຽນແປງໃໝ່ໃນຊຸມຊົນບັນດາເຜົ່າ.
ການສື່ສານເປັນພາສາຊົນເຜົ່າຊ່ວຍໃຫ້ຂ້ອຍເຂົ້າເຖິງຜູ້ມາໃຊ້ບໍລິການໄດ້ ແຕ່ສິ່ງທ້າທາຍຍັງຄົງມີຢູ່. ຄວາມເຊື່ອ ຖືຕາມຮີດຄອງປະເພນີຝັງຮາກລົງເລິກ ແລະ ຜູ້ເຖົ້າຜູ້ແກ່ຈຳນວນຫຼາຍຍັງບໍ່ເຂົ້າໃຈການດູແລສຸຂະພາບສະໄໝ ໃຫມ່. ພວກເຂົາຍັງນຳໃຊ້ຢາພື້ນເມືອງ, ເຊິ່ງມັກຈະເຮັດໃຫ້ເກີດການຕິດເຊື້ອ. ພວກເຮົາແນະນຳບໍ່ໃຫ້ໃຊ້, ແຕ່ວ່າ ບໍ່ແມ່ນທຸກຄົນຈະຮັບຟັງ," ນາງ ເເບັງ ກ່າວ.
ນອກຈາກນີ້, ຍັງມີປະຊາຊົນຈຳນວນໜຶ່ງຍັງລັງເລໃຈ ທີ່ຈະໄປເກີດລູກຢູ່ໂຮງໝໍນ້ອຍ ເນື່ອງຈາກຄອບຄົວຍັງມີ ຄວາມເຊື່ອວ່າ ການກະທຳດັ່ງກ່າວບໍ່ຖືກຕ້ອງຕາມຮີດຄອງປະເພນີ ແລະ ຍັງຄົງມີການ "ຢູ່ກໍາ" ແມ່ຫຼັງເກີດຕ້ອງນອນ ເທິງຕຽງສະແນນ ທີ່ມີການສຸມໄຟຢູ່ກ້ອງຕຽງ ການປະຕິບັດແບບນີ້ຍັງ ໄດ້ຈຳກັດອາຫານການກິນຂອງແມ່ ແລະ ໃຫ້ດື່ມນໍ້າທີ່ຮ້ອນເກີນໄປ, ເຊິ່ງອາດເປັນອັນຕະລາຍຕໍ່ແມ່ ແລະ ລູກ.
ເພື່ອຕໍ່ສູ້ກັບຄວາມເຊື່ອເຫຼົ່ານີ້, ນາງ ເເບັງ ໃນຊຸດເຄື່ອງແບບສີບົວ — ເຄື່ອງແບບປະຈຳຕົວຂອງຜະດຸງຄັນໃນ ສປປ ລາວ ເດີນທາງຜ່ານປ່າດົງສີຂຽວໃນເມືອງຕຸມລານ ໃນນາມ ‘ວິລະຊົນໃນຊຸດສີບົວ’ ຂັບລົດຈັກໃນທາງດິນແດງ ບັນທຸກ ອຸປະກອນຕ່າງໆ ເພື່ອໃຫ້ຄວາມຮູ້ແກ່ປະຊາຊົນກ່ຽວກັບໂພຊະນາການຂອງແມ່ ແລະ ເດັກ, ແລະ ສຸຂະພາບໃນໄລຍະຖືພາ ແລະ ຫຼັງເກີດລູກ ໄປຕາມແຕ່ລະບ້ານ. ນອກຈາກນີ້, ລາວ ຍັງເກັບກຳຂໍ້ມູນດ້ານສຸຂະພາບ ໃນນາມໜ່ວຍງານສົ່ງເສີມການສັກຢາວັກຊີນແກ່ແມ່ ແລະ ເດັກ, ຊ່ວຍເຫຼືອແມ່ຍິງຖືພາ ໂດຍຜ່ານ ການໃຫ້ຄຳປຶກສາ, ແລະ ພ້ອມທັງຊ່ວຍເບິ່ງແຍງຄົນເຈັບຢູ່ໂຮງໝໍຕາມທ້ອງຖິ່ນຕ່າງໆ.
ການເຮັດວຽກທຸກໆມື້ເຕັມໄປດ້ວຍສິ່ງທ້າທາຍ. ຍ້ອນມີຜະດຸງຄັນພຽງແຕ່ 5 ຄົນ ສະໜອງບໍລິການ ພາຍ ໃນເມືອງທີ່ກວ້າງໃຫຍ່, ວຽກງານຈຶ່ງໜັກໜ່ວງ, ຄ່າຕອບແທນໜ້ອຍ ແລະ ການເດີນທາງໄປມາບາງບ້ານໂດຍ ສະເພາະໃນຊ່ວງລະດູຝົນ ແມ່ນລຳບາກຍ້ອນເສັ້ນທາງເປ່ເພ.
ເມື່ອພົບກັບອຸປະສັກ ແລະ ຄວາມຫຍຸ້ງຍາກ, ຂ້ອຍຄິດເຖິງການຝຶກອົບຮົມ ແລະ ຄູຝຶກ," ນາງ ເເບັງ ກ່າວ, ຂະນະທີ່ເອົາມືລູບທ້ອງຖືພາທີ່ກຳລັງໃຫຍ່ຂຶ້ນແບບເບົາໆ. ໃນຂະນະທີ່ກຳລັງຖືພາລູກຄົນທຳອິດ, ນາງ ຍັງສືບຕໍ່ອຸທິດ ຕົນຢ່າງ ເຕັມທີ່ເພື່ອຊ່ວຍເຫຼືອແມ່ຍິງຖືພາຄົນອື່ນໆທີ່ຕ້ອງການຄວາມຊ່ວຍເຫຼືອ.
ຜະດຸງຄັນຊົນເຜົ່າສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ປັບປຸງການສື່ສານ ຍ້ອນພວກເຂົາມີພາສາ ແລະ ວັດທະນະທຳ ດຽວກັນກັບແມ່ຍິງທີ່ເຂົາເຈົ້າໃຫ້ບໍລິການ. ຄວາມເຂົ້າໃຈໃນວັດທະນະທຳນີ້ຊ່ວຍເພີ່ມປະສິດທິພາບໃນການຖ່າຍ ທອດຂໍ້ມູນສຸຂະພາບ, ສາມາດຊ່ວຍໃຫ້ຜະດຸງຄັນ ກວດພົບບັນຫາສຸຂະພາບໄດ້ໃນໄລຍະເລີ່ມຕົ້ນ ແລະ ຊ່ວຍໃຫ້ເຂົາເຈົ້າມີການຕັດສິນໃຈໂດຍອີງໃສ່ຂໍ້ມູນກ່ຽວກັບການເກີດລູກ. ການມີປະຕິສຳພັນກັບຊຸມຊົນ ຜ່ານ ຮູບແບບການດູແລຜະດຸງຄັນ, ໂດຍສະເພາະໃນເງື່ອນໄຂຂອງ ສປປ ລາວ, ແມ່ນກຸນແຈ ດອກສຳຄັນໃນການເລັ່ງ ລັດວຽກງານຜະດຸງຄັນທົ່ວໂລກທີ່ປະສົບຜົນສຳເລັດ.
ທ່ານໝໍ ລົດຈະນາ ນັນພະສິດ, ເຊິ່ງເປັນຄູຝຶກຂອງ ນາງ ເເບັງ ຢູ່ໂຮງຮຽນວິທະຍາສາດສຸຂະພາບ ແຂວງ ສະຫວັນນະເຂດ, ໄດ້ເຫັນແຈ້ງດ້ວຍຕົນເອງວ່າ ຜະດຸງຄັນຊົນເຜົ່າສາມາດກາຍເປັນຜູ້ປ່ຽນແປງ ແລະ ມ້າງ ວົງຈອນຂອງຜົນກະທົບດ້ານສຸຂະພາບທີ່ບໍ່ດີໄດ້.
ກ່ອນເຂົ້າຝຶກອົບຮົມ, ນັກຮຽນຫຼາຍຄົນມີຄວາມເຊື່ອຖືແບບດັ້ງເດີມ ທີ່ສືບທອດມາຈາກພໍ່ແມ່ຂອງເຂົາເຈົ້າ ຕົວຢ່າງ, ວ່າແມ່ຍິງຄວນຫຼີກລ້ຽງການກິນອາຫານຫຼັງຈາກເກີດລູກ. ຜ່ານການຝຶກອົບຮົມ, ພວກເຂົາເຈົ້າໄດ້ ຮັບຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບສຸຂະພາບ ແລະ ໂພຊະນາການ ແລະ ກັບຄືນບ້ານເກີດເມືອງນອນ. ຄ່ອຍໆ ນຳເອົາຄວາມຮູ້ ແລະ ຂໍ້ມູນທີ່ຖືກຕ້ອງກ່ຽວກັບການຖືພາ, ການເກີດລູກ ແລະ ການດູແລຫຼັງເກີດລູກ ເຂົ້າມາແທນທີ່ການປະຕິບັດທີ່ບໍ່ປອດໄພ," ທ່ານ ໜໍ ລົດຈະນາ ກ່າວ.
ແມ່ຍິງອາຍຸ 45 ປີ ຜູ້ນີ້ມີຄວາມພາກພູມໃຈ ໃນການຢືນຢັນໃຫ້ ນາງ ເເບັງ ແລະ ຜະດຸງຄັນຊົນເຜົ່າຄົນອື່ນໆ ໃນການປ່ຽນແປງ ຄວາມເຊື່ອຖືທາງຮີດຄອງປະເພນີ ແລະ ວັດທະນະທຳກ່ຽວກັບການເກີດລູກ.
ໃນອະດີດ, ປະຊາຊົນຮັບຮູ້ພຽງແຕ່ວ່າແພດໝໍ ເປັນຜູ້ໃຫ້ບໍລິການດ້ານສຸຂະພາບ. ປັດຈຸບັນ, ຜະດຸງຄັນຖືກຮັບຮູ້ວ່າ ເປັນບຸກຄົນສຳຄັນ, ໃຫ້ການຊ່ວຍເຫຼືອແມ່ຍິງຕະຫຼອດໄລຍະຈະເລີນພັນຂອງພວກເຂົາ ແລະ ຮັບມີກັບພາວະສຸກເສີນ. ຫຼາຍຄົນກາຍເປັນແມ່ເອງ ຫຼື ມີຄວາມຫມຸ້ງໝັ້ນທີ່ເຂັ້ມແຂງ ເພື່ອສຸຂະພາບຂອງແມ່ຍິງ. ເນື່ອງຈາກ ພວກເຂົາມາຈາກຊຸມຊົນທີ່ພວກເຂົາໃຫ້ບໍລິການ, ພວກເຂົາຈຶ່ງໄດ້ຮັບຄວາມໄວ້ວາງໃຈ ແລະ ໃຫ້ບໍລິການຢ່າງ ມີປະສິດທິພາບ ໂດຍສະເພາະສາມາດສື່ສານຂໍ້ມູນສຸຂະພາບທີ່ລະອຽດອ່ອນ," ທ່ານ ໜໍ ລົດຈະນາ ຜູ້ທີ່ໄດ້ຮັບການ ຝຶກອົບຮົມເປັນຜະດຸງຄັນໃນປະເທດໄທ ກ່າວ.
ເພື່ອສືບຕໍ່ຜົນສຳເລັດໃນໄລຍະຜ່ານມາ, ແຜນປະຕິບັດງານຜະດຸງຄັນ ສປປ ລາວ 2025–2035 ເຊິ່ງເປັນການຮ່ວມມືຫຼ້າສຸດ ລະຫວ່າງກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດ ກອງທຶນສຳ ລັບປະຊາກອນ (UNFPA) ໄດ້ກຳນົດວິໄສທັດໄລຍະຍາວເພື່ອເສີມສ້າງວິຊາຊີບນີ້. ແຜນງານດັ່ງກ່າວແມ່ນສ້າງຂຶ້ນ ບົນ 5 ເສົາຄ້ຳຄື: ການສຶກສາ, ສະພາບແວດລ້ອມທີ່ເອື້ອອໍານວຍ, ກົດລະບຽບ, ການພັດທະນາກໍາລັງແຮງງານ ແລະ ການມີສ່ວນຮ່ວມຂອງຊຸມຊົນ. ແຜນງານນີ້ເລັ່ງເຫັນຄວາມຈໍາເປັນອັນຮີບດ່ວນ ສໍາລັບການສ້າງຜະດຸງຄັນ ໃຫ້ຫຼາຍຂຶ້ນ, ໂດຍສະເພາະແມ່ນຜູ້ທີ່ມາຈາກຊົນເຜົ່າ, ເພື່ອໃຫ້ເຂົາເຈົ້າສາມາດສົ່ງຕໍ່ການບໍລິການທີ່ມີຄວາມລະອຽດ ອ່ອນທາງດ້ານວັດທະນະທຳໃນເຂດທຸລະກັນດານ.
ເພື່ອເປັນສັນຍາລັກຂອງການຟື້ນຟູວິຊາຊີບຜະດຸງຄັນໃນ ສປປ ລາວ, ໃນປີ 2023, ວິທະຍາໄລສາມແຫ່ງໄດ້ກາຍເປັນ ແຫ່ງທຳອິດໃນ ອາຊີ-ປາຊີຟິກ ທີ່ໄດ້ຮັບການຮັບຮອງ ມາດຕະຖານສາກົນ ຈາກສະຫະພັນຜະດຸງຄັນສາກົນ (International Confederation of Midwives) ດ້ວຍການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ.
ເຖິງແນວໃດກໍ່ຕາມ, ຍັງມີວຽກງານອີກຫຼາຍທີ່ຈະຕ້ອງຖືກຈັດຕັ້ງປະຕິບັດເພື່ອເຮັດໃຫ້ ສປປ ລາວ ບັນລຸເປົ້າໝາຍ ໃນການຮັບປະກັນວ່າບໍ່ມີໃຜຖືກປະຖິ້ມໄວ້ຂ້າງຫຼັງ, ແລະ ແມ່ ແລະ ເດັກທຸກຄົນຄວນໄດ້ຮັບການດູແລສຸຂະພາບ – ບໍ່ວ່າຈະຢູ່ໄສ ຫຼື ເປັນຊົນເຜົ່າໃດ.
ທ່ານ ໝໍ ລົດຈະນາ ກ່າວເນັ້ນວ່າ ທຸກພາກສ່ວນທີ່ກ່ຽວຂ້ອງຈຳເປັນຕ້ອງເພີ່ມຄວາມພະຍາຍາມສອງເທົ່າ ແລະ ຮັບປະກັນໃຫ້ນັກສຶກສາທີ່ຈົບໃໝ່ທຸກຄົນ ເຊັ່ນ: ນາງ ເເບັງ, ສາມາດສືບຕໍ່ໄດ້ຮັບການຝຶກອົບຮົມ ເພື່ອພັດທະນາທັກສະຂັ້ນສູງ ໃນການແກ້ໄຂບັນຫາສຸຂະພາບທີ່ສັບສົນ, ການຕີຄວາມໝາຍຜົນການກວດວິເຄາະ ແລະ ສ້າງຄວາມໝັ້ນໃຈໃນການໃຫ້ບໍລິການແມ່ຍິງຢູ່ໂຮງໝໍນ້ອຍຢູ່ພາກສະໜາມ.
ຜະດຸງຄັນບໍ່ພຽງແຕ່ເປັນເລື່ອງຂອງທັກສະທາງດ້ານຄລີນິກເທົ່ານັ້ນ ແຕ່ມັນແມ່ນກ່ຽວກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມມຸ່ງໝັ້ນອັນເລິກເຊິ່ງຕໍ່ສຸຂະພາບຂອງຊຸມຊົນ. ດ້ວຍການສະໜັບສະໜູນ ແລະ ການຝຶກອົບຮົມທີ່ຖືກຕ້ອງ, ຜະດຸງຄັນ ໂດຍສະເພາະຜູ້ທີ່ມາຈາກຊົນເຜົ່າ ກຳລັງສ້າງຜົນກະທົບອັນມີພະລັງ ໃນການປັບປຸງຜົນໄດ້ຮັບທາງດ້ານສຸຂະພາບໃນທົ່ວ ສປປ ລາວ," ລາວ ກ່າວ.
ນາງ ເເບັງ ກ່າວ ວ່າ: "ຂ້ອຍພູມໃຈທີ່ໄດ້ຮຽນຜະດຸງຄັນ. ມື້ໜຶ່ງ, ຂ້ອຍກໍຈະໄດ້ເປັນແມ່ຄືກັນ ແລະ ຂ້ອຍຢາກຊ່ວຍຄົນອື່ນໃຫ້ມີສຸຂະພາບແຂງແຮງຄືກັນ."
ການເດີນທາງໃນອາຊີບຜະດຸງຄັນຂອງ ນາງ ເເບັງ ຍັງອີກຍາວໄກ. ການພັດທະນາວິຊາຊີບຢ່າງຕໍ່ເນື່ອງ (CPD) ຂອງ ນາງ ຈະດໍາເນີນໄປຕະຫຼອດການເຮັດວຽກ. ລາວ ພ້ອມທີ່ຈະໄດ້ຮັບການຝຶກອົບຮົມ CPD, ເຊິ່ງຈະປະກອບມີການ ດູແລສຸກເສີນຂັ້ນພື້ນຖານ ທາງດ້ານສຸຂະພາບແມ່ ແລະ ເດັກເກີດໃໝ່, ດ້ວຍການສະໜັບສະໜູນຈາກ ອົງການສະຫະປະຊາດ ກອງທຶນສຳລັບປະຊາກອນ.
[1] ແນວໂນ້ມການເສຍຊີວິດຂອງແມ່ຄາດຄະເນໃນປີ 2000 -2023: ຄາດຄະເນໂດຍ WHO, UNICEF, UNFPA, World Bank Group and UNDESA/Population Division. Geneva: World Health Organization