You are here

ນະຄອນຫຼວງວຽງຈັນ, ວັນທີ 11 ເດືອນກໍລະກົດ ປີ 2022 – ໃນມື້ນີ້, ອົງການສະຫະປະຊາຊາດກອງທຶນປະຊາກອນ (UNFPA), ຮ່ວມກັບບັນດາພາກສ່ວນກ່ຽວຂ້ອງສຳຄັນໃນ ສປປ ລາວໄດ້ສະເຫຼີມສະຫຼອງວັນປະຊາກອນໂລກດ້ວຍຫົວຂໍ້ “ກ້າວໄປສູ່ຄວາມທົນທານຂອງປະຊາກອນ: ສະໜັບສະໜູນສິດທິ ແລະ ທາງເລືອກຕ່າງໆຂອງບຸກຄົນ”.

ເນື່ອງໃນໂອກາດດັ່ງກ່າວ, ອົງການ UNFPA ຮ່ວມກັບກະຊວງແຜນການ ແລະ ການລົງທຶນ (MPI) ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກະຊວງ, ອົງການສະຫະປະຊາຊາດ, ອົງການຈັດຕັ້ງສັງຄົມ,  ອົງການຜູ້ໃຫ້ທຶນ, ຄູ່ຮ່ວມງານພາກເອກະຊົນ ແລະ ຊາວໜຸ່ມທີ່ມີໜ້າເຂົ້າຮ່ວມເພື່ອນຳສະເໜີ ແລະ ສົນທະນາກັນທີ່ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນສຸມໃສ່ຄວາມທົນທານຂອງປະຊາກອນ ແລະ ການຖືພາໂດຍບໍ່ຕັ້ງໃຈ.

ທ່ານນາງມາຣຽມ ເອ. ຄານ,​ ຜູ້ຕາງໜ້າອົງການ​ UNFPA ປະຈຳ ສປປ ລາວກ່າວເຖິງ​ຫົວຂໍ້ຂອງປີນີ້ຊຶ່ງມີຄວາມສຳຄັນເປັນພິເສດດັ່ງນີ້: ວິທີທາງທີ່ດີທີ່ສຸດເພື່ອຮັບປະກັນຄວາມທົນທານຂອງ​ປະຊາກອນແມ່ນການສະໜັບສະໜູນສິດທິມະນຸດລວມທັງສິດທິໃນການຈະເລີນພັນ ແລະ ສິດທິໃນທາງ​ເລືອກຕ່າງໆຂອງບຸກຄົນ. ການ​ພັດທະນາ​ແບບ​ຍືນ​ຍົງ​ຈະ​ບັນລຸຜົນ​ໄດ້​ກໍ​ຕໍ່​ເມື່ອ​ແມ່ຍິງ ​ແລະ ​ເດັກ​ຍິງ​ມີຄວາມເປັນເອກະລາດ​ຕໍ່ຮ່າງກາຍຂອງຕົນ​ເອງ ​ແລະ ຖ້າວ່າ​ສິດທິ​ການ​ຈະເລີນ​ພັນທາງ​ເລືອກຕ່າງໆ ​ແລະ ຄວາມ​ສະ​ເໝີ​ພາບລະ ຫ່ວາງ​​ເພດ - ຊຶ່ງເປັນ​ຫຼັກການ​ຂອງ​ແຜນ​​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ປະຊາກອນ ​ແລະ ການ​ພັດທະນາ - ​​ໄດ້​ຮັບ​ການ​ປົກ​ປ້ອງ.

ຄວາມທົນທານຂອງປະຊາກອນ​ເປັນວິທີການຢ່າງ​ຕັ້ງໜ້າ​ເພື່ອຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງ ແລະ ສະມາຊິກທຸກຄົນຂອງສັງ ຄົມມີສ່ວນຮ່ວມຢ່າງຈິງຈັງໃນການສ້າງອະນາຄົດແບບ​ຍືນຍົງ. ໄດ້​ເນັ້ນໜັກ​ເຖິງຄວາມສໍາຄັນຂອງການຄາດຄະເນ ແລະ ການວາງແຜນການສໍາລັບການປ່ຽນແປງ​ດ້ານປະຊາກອນພ້ອມທັງ​ການລົງທຶນໃສ່​ການສຶກສາ ແລະ ດ້ານສາທາລະນະສຸກ​ລວມທັງສິດທິການຈະເລີນພັນຄວາມສະເໜີ​ພາບລະຫວ່າງເພດ​ ແລະ ການເຂົ້າເຖິງການເຮັດວຽກທີ່ເໝາະ​ສົມ. ​ຍັງເປັນການຫັນປ່ຽນຍ້ອນ​ວ່າໄດ້​ເນັ້ນໜັກ​ເຖິງຄວາມຈໍາເປັນທີ່ຕ້ອງ​ພິຈາລະນາຄືນໃໝ່​ເຖິງບັນດາບັນທັດຖານຕາມປະເພນີ​ໂດຍສະເພາະແມ່ນສິ່ງທີ່ກ່ຽວຂ້ອງກັບບົດ ບາດຂອງແມ່ຍິງ ແລະ ຜູ້ຊາຍໃນຄອບຄົວ ແລະ ໃນສັງຄົມທີ່ກີດຂວາງ​ບໍ່ໃຫ້ສັງຄົມ​ຫັນປ່ຽນຈາກສິ່ງທ້າທາຍໄປເປັນ​ໂອກາດຕ່າງໆ.

ຫົວຂໍ້ຂອງວັນປະຊາກອນໂລກນີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານແຫ່ງສປປ ລາວ ໃນການລົງທຶນໃສ່​ທຶນ​ມະນຸດດ້ວຍ​ການຮ່ວມມືຂອງ MPI ແລະ ອົງການ UNFPA ທີ່ໄດ້ເນັ້ນໜັກເຖິງເພື່ອຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງໃນປີ 2025. ການສໍາຫຼວດດ້ານປະຊາກອນໃນທົ່ວປະເທດ, ຊຶ່ງຄັ້ງຫຼ້າສຸດທີ່ໄດ້​ດຳເນີນ​ແມ່ນໃນປີ 2015 ຈະເຮັດໃຫ້ເຫັນໄດ້ຢ່າງຈະແຈ້ງເຖິງສະພາບການຂອງສະມາຊິກໃນສັງຄົມທີ່ມີຄວາມສ່ຽງ​ທີ່ສຸດ ເຊັ່ນ: ເຍົາວະຊົນ​ໄວໜຸ່ມແມ່ຍິງໃນຊົນນະບົດຄົນທຸກຍາກ ແລະ ບັນດາຊົນເຜົ່າ – ດ້ວຍຫຼັກຖານນີ້ເພື່ອເປັນຂໍ້ມູນ​ໃຫ້ແກ່​ການແກ້ໄຂແບບຮອບດ້ານ​ເພື່ອໃຫ້​ປະຊາຊົນທຸກຄົນສາມາດນໍາ​ໃຊ້ສິດທິຂອງຕົນ​ຢ່າງເຕັມທີ່ລວມທັງສິດທິຕ່າງໆໃນ​ການຈະເລີນພັນ.ຫົວ​ຂໍ້​ສຳຄັນ​ທີ່​ສອງ​ຂອງ​ງານສະເຫຼີມສະຫຼອງ​​ປີນີ້ແມ່ນ​ການ​ຖື​ພາທີ່​ບໍ່​ໄດ້​ຕັ້ງ​ໃຈ​ຊຶ່ງໄດ້​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ລົງທຶນ​ໃນ​ການບໍລິການ​ວາງ​ແຜນ​ຄອບຄົວ ​ແລະ ການ​ປົກ​ປ້ອງ​ສິດທິ ​ແລະ ທາງ​​ເລືອກຕ່າງໆ​ຂອງ​ແມ່ຍິງ​ເດັກ​ຍິງ ​ແລະ ເຍົາວະຊົນ​​ເພື່ອ​ຄວບ​ຄຸມ​ວິ​ກິດ​ການຕ່າງໆຂອງ​ການ​ຖືພາ​ແບບ​​ບໍ່​ໄດ້​ຕັ້ງ​ໃຈ. ການ​ລະບາດຂອງພະຍາດໂຄວິດ-19ໄພທຳມະຊາດການຂາດແຄນຂໍ້ມູນຂ່າວ ສານ ແລະ ການປະຕິບັດຕົວຈິງດ້ານ​ວັດທະນະທຳໄດ້ລວມກັນເຂົ້າເພື່ອ​ເຮັດໃຫ້​ຄວາມຄືບໜ້າໃນດ້ານການວາງແຜນຄອບຄົວທີ່ເຄີຍມີມາກ່ອນແລ້ວໃຫ້ຢ້ອນກັບຄືນໄປອີກ​​ໂດຍມີຜູ້ນຳໃຊ້ການ​ຄຸມກຳເນີດໃໝ່ຫຼຸດລົງ 15%​ ເນື່ອງຈາກການລະບາດຂອງພະຍາດ​. ໃນ​ຂະນະດຽວກັນຄວາມຮຸນແຮງທີ່ອີງໃສ່​ເພດຕໍ່ແມ່ຍິງກໍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໂດຍເຫັນໄດ້ຈາກຈໍານວນການໂທເຂົ້າຫາສາຍດ່ວນຂອງສະຫະພັນແມ່ຍິງລາວທີ່ເພີ່ມຂຶ້ນເຖິງ 3 ເທົ່ານັບຕັ້ງແຕ່ເກີດມີພາວະສຸກເສີນດ້ານສາທາລະນະສຸກ​. ອັນນີ້ໝາຍຄວາມວ່າແມ່ຍິງ ແລະ ເດັກຍິງສ່ວນຫຼາຍ​ບໍ່ສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການຊ່ວຍເຫຼືອ​ເພື່ອນໍາໃຊ້ສິດທິ​ຕໍ່ທາງ​ເລືອກຕ່າງໆຕໍ່​ຮ່າງກາຍຂອງພວກເຂົາເອງ​ກ່ຽວກັບທາງເລືອກໃນການຄຸມກຳເນີດ.

 

ທ່ານ ດຣ. ສະ​ຖາ​ບັນ​ດິດ ອິນສີຊຽງໃໝ່​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນໄດ້​ໃຫ້​ຮູ້​ວ່າ: ອີງ​ຕາມ​ບົດ​ລາຍ​ງານ​ສະ​ພາບການດ້ານ​ປະຊາກອນ​ໂລກ ປີ 2022ສ​ປ​ປ ລາວ ພວມ​ມີ​ຄວາມ​ຄືບ​ໜ້າຢ່າງຕໍ່ເນື່ອງ​ໃນ​​ການຈັດຕັ້ງ​ປະ​ຕິ​ບັດຕາມ​ເປົ້າ​ໝາຍ ແລະ ຕົວ​ຊີ້​ວັດຂອງ ICPD. ສປປ ລາວ ໄດ້ຮັບ 96 ໃນ 100 ຄະແນນ​ດ້ານກົດໝາຍດ້ານນະໂຍບາຍ  ແລະ ດ້ານຍຸດທະສາດໄດ້ຮັບປະກັນສິດທິ ແລະ ທາງ​ເລືອກຕ່າງໆ​ຂອງແມ່ຍິງເດັກຍິງ ແລະ ໄວໜຸ່ມໃນການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບ​ຈະເລີນພັນ ລວມທັງການວາງແຜນຄອບຄົວ. ສປປ ລາວ ​ໄດ້​ສ້າງ​ກົດໝາຍ ​ແລະ ​ນະ​ໂຍບາຍ​ອື່ນໆ ​ເພື່ອສົ່ງເສີມ​​ຄວາມ​ສະ​ເໝີ​ພາບ​ທາງ​ເພດການປ້ອງ​ກັນ ​ແລະ ການຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ​ຍິງ ​ແລະ ຢຸດຕິ​ການ​ປະຕິບັດຕົວຈິງ​ທີ່​ເປັນ​ອັນ​ຕະລາຍ ​ເຊັ່ນ: ການ​ແຕ່ງງານກ່ອນໄວອັນຄວນໃນບັນດາ​​ເດັກ​ຍິງເຍົາວະຊົນ​.

 

ທ່ານ ​ດຣ. ​ສະ​ຖາ​ບັນ​ດິດ ​ໄດ້ລະດົມ​ຊຸກຍູ້​ໃຫ້​ທຸກ​ຂະ​ແໜງ​ການ,  ນັບທັງຂັ້ນ​ສູນ​ກາງ ​ແລະ ຂັ້ນຊຸມຊົົນ​, ເພື່ອ​ເພີ່ມ​ທະວີ​ການຈັດຕັ້ງ​ປະຕິບັດ​ກົດໝາຍນະ​ໂຍບາຍ ​ແລະ ກົນ​ໄກ​ການປົກ​ປັກ​ຮັກສາ​ປະ​ເທດ​ຊາດທີ່ມີຢູ່ແລ້ວ.

 

ທ່ານ​ກ່າວ​ຕື່ມ​ວ່າ: ພວກ​ເຮົາ​ຄວນ​ເຮັດ​ວຽກ​ຮ່ວມ​ກັນ ​ແລະ ລວມເອົາ​ຜູ້ຊາຍ ​ແລະ ເດັກຊາຍ​ເພື່ອສົ່ງເສີມ​ ​ແລະ ບັນລຸ​ເຖິງການຈັດຕັ້ງ​ປະຕິບັດ​ສິດທິຕ່າງໆຢ່າງ​ຄົບ​ຖ້ວນ​ຂອງ​ແມ່ຍິງ​ເດັກ​ຍິງເຍົາວະຊົນ​ຊາວ​ໜຸ່ມ ​ແລະ ຜູ້​ດ້ອຍ​ໂອກາດ​ໃນ​ເຂດ​ຊົນນະບົດ​ຂອງ ສປປ ລາວ”.

 

ການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິຕ່າງໆຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄົນໃຫ້ສາມາດ ນໍາໃຊ້ທາງເລືອກຕ່າງໆຂອງຕົນ​ເພື່ອຊີວິດທີ່ດີກ່ວາ​ຊ່ວຍຫຼຸດຜ່ອນຄວາມສ່ຽງທີ່ມີຜົນ​ທາງລົບຕໍ່ພວກເຂົາ​ແລະ ສ້າງແຮງບັນດານໃຈໃຫ້ພວກເຂົາ​ໃນການພັດທະນາທຸກດ້ານ​ຂອງຕົນເອງ​.

 

ໃນງານມື້ນີ້, MPI ໄດ້ສົມທົບກັບກະຊວງອົງການຈັດຕັ້ງມະຫາຊົນ (ກະຊວງສາທາລະນະສຸກກະຊວງສຶກສາທິການ ແລະ ກິລາສະຫະພັນແມ່ຍິງລາວສະພາແຫ່ງຊາດ ແລະ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງແມ່ ແລະ ເດັກ) ໃນການນຳສະເໜີ​ຄວາມຄືບໜ້າ ແລະ ສິ່ງທ້າທາຍຕ່າງໆທີ່ກ່ຽວຂ້ອງກັບ​ການຈັດຕັ້ງປະຕິບັດແຜນງານ​ການວາງແຜນຄອບຄົວການສຶກສາທາງເພດແບບ​ຮອບດ້ານການບໍລິການທີ່ເປັນມິດກັບເຍົາວະຊົນ​ ແລະ ໄວໜຸ່ມ ແລະ ການປົກປ້ອງແມ່ຍິງ ແລະ ເດັກຍິງຈາກທຸກຮູບແບບຂອງຄວາມຮຸນແຮງ ແລະ ການປະຕິບັດຕົວຈິງທີ່ເປັນອັນຕະລາຍ.