You are here

ວັນທີ 28 ສິງຫາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ. ກະຊວງສາທາລະນະສຸກຂອງ ສປປ ລາວ, ອົງການ UNFPA ແລະ ຄູ່ຮ່ວມງານອື່ນໆ ໄດ້ສືບຕໍ່ຄວາມໝາຍໝັ້ນໃນການຂະຫຍາຍວຽກງານສ້າງຄວາມເຂັ້ມແຂງ ດ້ານການເຝົ້າລະວັງ ແລະ ຕອບໂຕ້ ແມ່ ແລະ ເດັກເສຍຊີວິດອ້ອມເກີດ (MPDSR) ໃນພິທີເປີດງານສໍາມະນາການເສີມສ້າງຂີດຄວາມສາມາດລະດັບພາກພື້ນ.

ງານ​ສຳ​ມະ​ນາ MPDSR ​ລະດັບ​ພາກ​ພື້ນ​ ​ໄດ້​ໃຫ້ບຸລິມະສິດແກ່ການ​ຝຶກ​ອົບຮົມ​ຜູ້​ໃຫ້​ບໍລິການ​ປິ່ນປົວ​ສຸຂະພາບ​ໃນ​ທົ່ວ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ ​ແລະ ປາຊີ​ຟິກ ​ເພື່ອ​ດຳ​ເນີນ​ການທົບທວນ​ຄືນ​ການ​ເສຍ​ຊີວິດ​ຂອງ​ແມ່​, ສ້າງ​ບົດຮຽນ, ສະໜອງ​ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບ​ວິທີ​ປະຕິບັດທີ່ຖືກຕ້ອງ​ເພື່ອ​ປ້ອງ​ກັນ​ການ​ເສຍ​ຊີວິດ ​ແລະ ຄວາມ​ພິການ​ຂອງ​ແມ່ ພ້ອມທັງສ້າງແຜນ​ການ​ຕອບ​ໂຕ້​ທີ່​ກ່ຽວ​ຂ້ອງ​.

ອີງຕາມບົດລາຍງານຫົວຂໍ້ "ທ່າອ່ຽງການຕາຍຂອງແມ່ປີ 2000 ຫາ 2020 ໂດຍອົງການ WHO, UNICEF, UNFPA, ກຸ່ມທະນາຄານໂລກ ແລະ ອົງການ UNDESA ພະແນກປະຊາກອນ ", ຄາດຄະເນອັດຕາສ່ວນການຕາຍຂອງແມ່ໃນ ສປປ ລາວ ແມ່ນ 126 ຕໍ່ 100,000 ການເກີດມີຊີວິດ, ເຊິ່ງໝາຍເຖິງ ຈະມີຈໍານວນແມ່ເສຍຊີວິດ ຫຼາຍກວ່າ 200 ກໍລະນີ ໃນທຸກໆປີ. ການເສຍຊີວິດຂອງແມ່ແຕ່ລະຄົນ ຫຼື ອາການສົນໃນໄລຍະຍາວ ແມ່ນສິ່ງທີ່ໜ້າເສົ້າໃຈສໍາລັບແມ່ຍິງ, ຄູ່ຮັກ, ລູກ ແລະ ຄອບຄົວຂອງນາງ.

ເຖິງວ່າອັດຕາສ່ວນການຕາຍຂອງແມ່ຈະຫຼຸດລົງຈາກ 185 ຕໍ່ 100,000 ຄົນໃນປີ 2015 ມາເປັນ 126 ຄົນໃນປີ 2020, ແຕ່ກໍຖືວ່າຍັງສູງຢູ່ ແລະ ພວກເຮົາຈະໃຊ້ຄວາມພະຍາຍາມຮ່ວມກັນຈາກທຸກພາກສ່ວນ ແລະ ຊັບພະຍາກອນເພີ່ມຕື່ມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທີ່ຈະຫຼຸດອັດຕາການເສຍຊີວິດຂອງແມ່ລົງໃຫ້ຕໍ່າກວ່າ 70 ຕໍ່ 100,000 ການເກີດມີຊີວິດໃນປີ 2030.

ການຮູ້ພຽງຕົວເລກອັດຕາການຕາຍຂອງແມ່ມັນບໍ່ພຽງພໍ, ເພາະມັນບໍ່ໄດ້ໃຫ້ເຫດຜົນທີ່ແທ້ຈິງວ່າສາເຫດໃດເຮັດໃຫ້ແມ່ເສຍຊີວິດ ແລະ ຂໍ້ມູນລະອຽດອື່ນໆເຊັ່ນ ແມ່ຍິງເຫຼົ່ານີ້ແມ່ນໃຜ, ການເສຍຊີວິດເຫຼົ່ານີ້ສາມາດຫຼີກລ່ຽງໄດ້ແນວໃດ, ວິທີແກ້ໄຂ ແລະ/ຫຼືປັດໄຈປ້ອງກັນອັນໃດແດ່ ທີ່ສາມາດຮັກສາຊີວິດພວກເຂົາໄດ້.

  

ກໍລະນີການເສຍຊີວິດຂອງແມ່ ຫຼື ກໍລະນີອາການສົນທີ່ເປັນໄພຂົ່ມຂູ່ຕໍ່ຊີວິດ ມີບົດຮຽນທີ່ສາມາດຖອນຖອນໄດ້ ພ້ອມທັງສາມາດໃຫ້ຕົວຊີ້ບອກກ່ຽວກັບວິທີປະຕິບັດທີ່ສົ່ງຜົນດີຕໍ່ຜົນໄດ້ຮັບ.

ນີ້ແມ່ນເຫດຜົນທີ່ຢູ່ເບື້ອງຫຼັງຄວາມພະຍາຍາມຂອງພວກເຮົາທີ່ຮັບປະກັນໃຫ້ມີລະບົບການເຝົ້າລະວັງ MPDSR ທີ່ເຮັດວຽກໄດ້ດີ ເພື່ອຊ່ວຍໃຫ້ລະບົບສາທາລະນະສຸກ ສາມາດດໍາເນີນການທົບທວນຄືນການເສຍຊີວິດຂອງແມ່ ແລະ ໃຫ້ຂໍ້ສະເໜີແນະທີ່ກ່ຽວຂ້ອງກັບພາກປະຕິບັດ, ລວມທັງການລົງທຶນໃນການສ້າງຂີດຄວາມສາມາດ ແລະ ເທັກໂນໂລຊີການແພດເພື່ອປັບປຸງການເສຍຊີວິດ ແລະ ຄວາມພິການຂອງແມ່

ເຕັກ​ໂນ​ໂລ​ຊີ​ການ​ແພດ​ເພື່ອ​ປ້ອງ​ກັນ​ການ​ເສຍ​ຊີ​ວິດ​ຈາກ​ອາ​ການ​ສົນຈາກການເກີດລູກ​ໄດ້​ມີ​ມາ​ຫຼາຍ​ກ​ວ່າ 60 ປີ​. ເຕັກໂນໂລຊີເຫຼົ່ານີ້ຂ້ອນຂ້າງງ່າຍດາຍ ແລະ ມີລາຄາຖືກ. ອາການສົນຫຼາຍປະເພດຈາກການເກີດລູກແມ່ນສາມາດແກ້ໄຂໄດ້ກ່ອນທີ່ຈະກາຍເປັນພາວະສຸກເສີນ, ແລະ ເຖິງແມ່ນວ່າຈະກາຍເປັນພາວະສຸກເສີນກໍຕາມ ເກືອບວ່າທັງໝົດແມ່ນສາມາດປິ່ນປົວໄດ້.

 

​ອົງການ​ສະຫະ​ປະຊາ​ຊາດ ​ກອງ​ທຶນສໍາລັບ​ປະຊາກອນ​ໄດ້ຈັດ​ກອງ​ປະຊຸມ​ສ້າງ​ຂີດຄວາມ​ສາມາດ ເປັນເວລາ 4 ວັນ ທີ່ໂຮງແຮມ ຄຣາວພລາຊາ ​ກ່ຽວ​ກັບ​ການ​ເຝົ້າ​ລະວັງ ແລະ ການຕອບໂຕ້ ​ ​ແມ່​ ແລະ ເດັກເສຍຊີວິດອ້ອມເກີດ (MPDSR)​ ໃຫ້​ແກ່ບຸກຄະລາກອນການແພດຈາກ​ບັນດາ​ກົມກອງຕ່າງໆ​ຂອງ​ກະຊວງ​ສາທາລະນະ​ສຸກ ຂອງ ສປປ ລາວ ​ ​ແລະ ​ຄະນະ​ຜູ້​ແທນ​ຈາກ​ກຳປູ​ເຈຍ ໃຫ້ກາຍເປັນ​ຄູ​ຝຶກ​ຫຼັກ. ກອງປະຊຸມດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການໂດຍ ທ່ານ ປອ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ Bakhtiyor Kadyrov, ຜູ້ຕາງໜ້າອົງການ UNFPA ແລະ ທ່ານ Dan Heldon, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປລາວ.

ອົງການ​ສະຫະ​ປະຊາ​ຊາດ ​ກອງ​ທຶນສໍາລັບ​ປະຊາກອນ​ໄດ້ຈັດ​ກອງ​ປະຊຸມ​ສ້າງ​ຂີດຄວາມ​ສາມາດ ເປັນເວລາ 4 ວັນ ທີ່ໂຮງແຮມ ຄຣາວພລາຊາ ​ກ່ຽວ​ກັບ​ການ​ເຝົ້າ​ລະວັງ ແລະ ການຕອບໂຕ້ ​ ​ແມ່​ ແລະ ເດັກເສຍຊີວິດອ້ອມເກີດ (MPDSR)​ ໃຫ້​ແກ່ບຸກຄະລາກອນການແພດຈາກ​ບັນດາ​ກົມກອງຕ່າງໆ​ຂອງ​ກະຊວງ​ສາທາລະນະ​ສຸກ ຂອງ ສປປ ລາວ ​ ​ແລະ ​ຄະນະ​ຜູ້​ແທນ​ຈາກ​ກຳປູ​ເຈຍ ໃຫ້ກາຍເປັນ​ຄູ​ຝຶກ​ຫຼັກ. ກອງປະຊຸມດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການໂດຍ ທ່ານ ປອ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ Bakhtiyor Kadyrov, ຜູ້ຕາງໜ້າອົງການ UNFPA ແລະ ທ່ານ Dan Heldon, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປລາວ. 

 

“ທຸກໆການເສຍຊີວິດຂອງແມ່ທີ່ພວກເຮົາຫຼີກລ່ຽງໄດ້ແມ່ນໄຊຊະນະຂອງພວກເຮົາທຸກຄົນ. ທຸກໆຊີວິດມີຄວາມສໍາຄັນ. ນີ້​ແມ່ນ​ຄຳ​ໝາຍໝັ້ນ​ຂອງ​ປະ​ເທດ​ລາວ ກ່ຽວກັບສຸຂະພາບ ​ແມ່, ເດັກ​ເກີດ​ໃໝ່, ເດັກ ​ແລະ ສຸຂະພາບຈະເລີນພັນ (RMNCAH). ກະຊວງສາທາລະນະສຸກຕີລາຄາສູງການສະໜັບສະໜູນທັງໝົດທີ່ສະໜອງໂດຍອົງການສະຫະປະຊາຊາດໂດຍລວມ, ໂດຍສະເພາະກໍຄື UNFPA ໃນດ້ານການເສີມສ້າງລະບົບ, ການມີພ້ອມ ແລະ  ຄຸນນະພາບຂອງການບໍລິການ ແລະ ສະຖານບໍລິການດ້ານສາທາລະນະສຸກ, ແລະ ການຝຶກອົບຮົມບຸກຄະລາກອນການແພດໃຫ້ມີຄວາມຊຳນິຊຳນານເພື່ອຮັບປະກັນການບໍລິການທີ່ໄວ ແນໃສ່ຮັບປະກັນໃຫ້ແມ່ຍິງທຸກຄົນໄດ້​ຮັບ​ການ​ເຂົ້າ​ເຖິງ​ ຂໍ້ມູນຂ່າວສານ ແລະ ການດູແລທີ່​ມີ​ຢູ່​  ຢ່າງມີຄຸນ​ນະ​ພາບ, ທັນ​ເວ​ລາ ​” - ທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ.

ການເຮັດໃຫ້ ການເປັນແມ່ມີຄວາມປອດໄພ ແມ່ນບຸລິມະສິດອັນດັບໜຶ່ງຂອງ UNFPA ແລະ ເປັນສ່ວນໜຶ່ງຂອງຄຳໝາຍໝັ້ນຂອງ ສປປ ລາວ ຕໍ່ກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD25) ເພື່ອແນໃສ່ຢຸດຕິການຕາຍຂອງແມ່ພາຍໃນປີ 2030.

ລະບົບການເຝົ້າລະວັງການເສຍຊີວິດຂອງແມ່ ແລະ ເດັກອ້ອມເກີດ ຊ່ວຍໃຫ້ເປົ້າໝາຍນີ້ມີຄວາມກ້າວໜ້າ. ລະບົບດັ່ງກ່າວເປັນລະບົບການເກັບກຳ ແລະ ທົບທວນຄືນຂໍ້ມູນ ເຊິ່ງມີຈຸດປະສົງເພື່ອລາຍງານ, ທົບທວນ ແລະ ຕອບໂຕ້ຕໍ່ການຕາຍຂອງແມ່ແຕ່ລະກໍລະນີ ດ້ວຍການປະຕິບັດຢ່າງເອົາໃຈໃສ່ເພື່ອປ້ອງກັນການເສຍຊີວິດໃນອະນາຄົດ. 

ຍິ່ງໄປກວ່ານັ້ນ, MPDSR ສະຫນອງຄວາມເຂົ້າໃຈທີ່ສໍາຄັນກ່ຽວກັບວ່າເປັນຫຍັງການເສຍຊີວິດເຫຼົ່ານີ້ຈຶ່ງເກີດຂຶ້ນ ແລະ ວິທີປ້ອງກັນ. ໂດຍການສ້າງຂໍ້ມູນທີ່ມີຫຼັກຖານ, MPDSR ເຮັດໃຫ້ລະບົບສຸຂະພາບສາມາດຖອດຖອນບົດຮຽນຈາກແຕ່ລະເຫດການ, ຊຸກຍູ້ຄວາມຮັບຜິດຊອບ, ແລະ ຂັບເຄື່ອນການປ່ຽນແປງທີ່ປັບປຸງຄຸນນະພາບຂອງການດູແລ ແລະ ໃນທີ່ສຸດກໍສາມາດຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກອ້ອມເກີດໄດ້ຢ່າງຫຼວງຫຼາຍ.

ການເຮັດໃຫ້ ການເປັນແມ່ມີຄວາມປອດໄພ ແມ່ນບຸລິມະສິດອັນດັບໜຶ່ງຂອງ UNFPA ແລະ ເປັນສ່ວນໜຶ່ງຂອງຄຳໝາຍໝັ້ນຂອງ ສປປ ລາວ ຕໍ່ກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD25) ເພື່ອແນໃສ່ຢຸດຕິການຕາຍຂອງແມ່ພາຍໃນປີ 2030.

ລະບົບການເຝົ້າລະວັງການເສຍຊີວິດຂອງແມ່ ແລະ ເດັກອ້ອມເກີດ ຊ່ວຍໃຫ້ເປົ້າໝາຍນີ້ມີຄວາມກ້າວໜ້າ. ລະບົບດັ່ງກ່າວເປັນລະບົບການເກັບກຳ ແລະ ທົບທວນຄືນຂໍ້ມູນ ເຊິ່ງມີຈຸດປະສົງເພື່ອລາຍງານ, ທົບທວນ ແລະ ຕອບໂຕ້ຕໍ່ການຕາຍຂອງແມ່ແຕ່ລະກໍລະນີ ດ້ວຍການປະຕິບັດຢ່າງເອົາໃຈໃສ່ເພື່ອປ້ອງກັນການເສຍຊີວິດໃນອະນາຄົດ.

ຍິ່ງໄປກວ່ານັ້ນ, MPDSR ສະຫນອງຄວາມເຂົ້າໃຈທີ່ສໍາຄັນກ່ຽວກັບວ່າເປັນຫຍັງການເສຍຊີວິດເຫຼົ່ານີ້ຈຶ່ງເກີດຂຶ້ນ ແລະ ວິທີປ້ອງກັນ. ໂດຍການສ້າງຂໍ້ມູນທີ່ມີຫຼັກຖານ, MPDSR ເຮັດໃຫ້ລະບົບສຸຂະພາບສາມາດຖອດຖອນບົດຮຽນຈາກແຕ່ລະເຫດການ, ຊຸກຍູ້ຄວາມຮັບຜິດຊອບ, ແລະ ຂັບເຄື່ອນການປ່ຽນແປງທີ່ປັບປຸງຄຸນນະພາບຂອງການດູແລ ແລະ ໃນທີ່ສຸດກໍສາມາດຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກອ້ອມເກີດໄດ້ຢ່າງຫຼວງຫຼາຍ.

ການເສຍຊີວິດຂອງແມ່ ສ່ວນຫຼາຍແມ່ນສາມາດປ້ອງກັນໄດ້ຖ້າພວກເຮົາສາມາດຈັດວາງລະບົບການເຝົ້າລະວັງທີ່ເຂັ້ມແຂງເພື່ອດໍາເນີນການທົບທວນຄືນ ແລະ ສະໜອງຕົວຊີ້ບອກ ແລະ ຄໍາແນະນໍາກ່ຽວກັບວິທີປະຕິບັດທີ່ຮັບປະກັນການເຂົ້າເຖິງການດູແລ ການເກີດ ແລະ ເດັກແຮກເກີດທີ່ມີຄຸນນະພາບ, ມີລະບົບການສົ່ງຕໍ່; ການເຂົ້າເຖິງແພດຊ່ວຍເກີດ; ການເຂົ້າເຖິງການວາງແຜນຄອບຄົວແບບສະໝັກໃຈ; ແລະ ການດູແລກ່ອນເກີດ ແລະ ຫຼັງເກີດ. ໃນດ້ານນີ້, MPDSR ເຮັດຫນ້າທີ່ເປັນລະບົບການເຝົ້າລະວັງທີ່ເຂັ້ມແຂງ ແລະ ເປັນກົນໄກການປັບປຸງຄຸນນະພາບພາຍໃນລະບົບການດູແລສຸຂະພາບເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກເກີດໃຫມ່ ແລະ ການຕາຍໃນທ້ອງ. ທ່ານ ດຣ Bakhtiyor Kadyrov, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວຕື່ມອີກວ່າ: “ອັດຕາການຕາຍ ແລະ ການເຈັບປ່ວຍຂອງແມ່ ຈະເຮັດໃຫ້ອາຍຸຍືນສະເລ່ຍຫຼຸດລົງ, ສົ່ງຜົນໃຫ້ສູນເສຍລາຍຮັບຕະຫຼອດຊີວິດ ແລະ ສູນເສຍການໂຮມລາຍຮັບຂອງສັງຄົມ. ການ​ສຶກສາ​ໄດ້​ພົບ​​ວ່າ ການ​ຂາດ​ສຸຂະພາບທີ່​ແຂງ​ແຮງ​ຂອງ​ແມ່ຍິງ ​ສົ່ງຜົນໃຫ້ຫຼຸດ​ຜະລິດ​ຕະພາບ​ແຮງ​ງານ​ເພດ​ຍິງ. ສະນັ້ນ, ຖ້າແມ່ມີສຸຂະພາບບໍ່ແຂງແຮງ ກໍຈະມີຜົນຕໍ່ເສດຖະກິດຄອບຄົວ ແລະ ສັງຄົມຫຼາຍດ້ານ, ແລະ ການລົງທຶນດ້ານສຸຂະພາບຂອງແມ່ກໍໝາຍເຖິງການລົງທຶນໃນການພັດທະນາເສດຖະກິດ - ສັງຄົມ”.

ທ່ານ Dan Heldon, ອຸປະທູດ​ອົດ​ສະ​ຕາ​ລີ ​ໄດ້​ຢ້ຳຄືນເຖິງ​ການ​ສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ​ເພື່ອ​ປົກ​ປ້ອງ​ສຸຂະພາບ​ຂອງ​ແມ່​ ແລະ ສືບ​ຕໍ່​ຫຼຸດຜ່ອນ​ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່: “ການຮັບປະກັນໃຫ້ແມ່ຍິງ ແລະ ເດັກຍິງໄດ້ເຂົ້າເຖິງການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ຈຳເປັນຂອງແມ່ ແລະ ເດັກແມ່ນເປັນບູລິມະສິດທີ່ສຳຄັນສຳລັບລັດຖະບານອົດສະຕຣາລີ. ອົດສະຕຣາລີ ຍິນດີທີ່ຈະຮ່ວມມືກັບກະຊວງສາທາລະນະສຸກ ສປປ ລາວ ແລະ ອົງການ UNFPA ເພື່ອເຮັດວຽກກ່ຽວກັບການສ້າງຄວາມເຂັ້ມແຂງດ້ານຂໍ້ມູນ ແລະ ລະບົບ ໃນຄວາມພະຍາຍາມເພື່ອຢຸດຕິການເສຍຊີວິດຂອງແມ່ທັງໝົດໃນລາວ.

ໃນເດືອນຂ້າງໜ້ານີ້, UNFPA ຈະສະໜັບສະໜູນ ກະຊວງສາທາລະນະສຸກ ຂະຫຍາຍການຝຶກອົບຮົມໃນຂອບເຂດທົ່ວປະເທດ ເພື່ອໃຫ້ບັນດາໂຮງໝໍເມືອງ ແລະ ໂຮງໝໍແຂວງສາມາດດຳເນີນການທົບທວນຄືນການເສຍຊີວິດຂອງແມ່ ເພື່ອແຈ້ງທິດທາງຕໍ່ແຜນການຕອບໂຕ້, ແລະ ການຈັດຕັ້ງປະຕິບັດໃນຕໍ່ໜ້າ.

***

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org