You are here

ກອງປະຊຸມ ຄະນະກຳມະການວ່າດ້ວຍປະຊາກອນ ແລະ ການພັດທະນາ ສະໄໝທີ 57 (CPD57) ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 29 ເມສາ - 3 ພຶດສະພາ 2024 ທີ່ ສໍານັກງານໃຫຍ່ ອົງການ ສປຊ, ນະຄອນນິວຢອກ ສະຫະລັດອາເມລິກາ. ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍ ທ່ານ ປອ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງ ສາທາລະນະສຸກ, ຄະນະຜູ້ແທນປະກອບມີ ຜູ້ຕາງໜ້າຈາກ ກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ ແລະ ສໍານັກງານຜູ້ໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ຢູ່ນະຄອນນິວຢອກ, ປະເທດສະຫະລັດອາເມລິກາ, ເຊິ່ງມີບັນດາປະເທດສະມາຊິກ ແລະ ບໍ່ແມ່ນສະມາຊິກຂອງ ຄະນະກຳມາທິການ ວ່າດ້ວຍປະຊາກອນ ແລະ ການພັດທະນາຂອງ ສປຊ ເຂົ້າຮ່ວມຫຼາຍກວ່າ 100 ປະເທດ ແລະ ມີອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ສັງກັດລັດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວ ພາຍໃຕ້ຫົວຂໍ້: ການປະເມີນສະພາບການຈັດຕັ້ງປະຕິບັດແຜນດຳເນີນງານຂອງ ກອງປະຊຸມສາກົນ ວ່າດ້ວຍປະຊຸາກອນ ແລະ ການພັດທະນາ (ICPD PoA), ກອງປະຊຸມດັ່ງກ່າວ ເປັນການປະກອບສ່ວນໃນການທົບທວນ ການຈັດຕັ້ງປະຕິບັດວາລະການພັດທະນາ 2030 ເພື່ອການພັດທະນາແບບຢືນຢົງ ແລະ ໄດ້ຖືໂອກາດນີ້ ສະເຫລີມສະຫລອງ 30 ປີ ຂອງການຈັດຕັ້ງປະຕິບັດແຜນດຳເນີນງານຂອງ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD PoA).

ໃນກອງປະຊຸມຄັ້ງນີ້ ໄດ້ມີການລາຍງານຄວາມຄືບໜ້າ, ສີ່ງທ້າທາຍ ແລະ ແຜນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ ແຜນດຳເນີນງານຂອງກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ. ໃນວັນທີ​​ 30 ​ເມສາ 2024 ທ່ານ ປອ ບຸນແຝງ ພູມມະໄລສິດ ຕາງໜ້າໃຫ້ ຄະນະຜູ້ແທນ ຈາກ ສປປລາວ ໄດ້ລາຍງານຕໍ່ກອງປະຊຸມ ກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ວຽກງານປະຊາກອນ ແລະ ການພັດທະນາ ຢູ່ ສປປລາວ ເປັນຕົ້ນ: ໄດ້ເຊື່ອມສານເນື້ອໃນຈິດໃຈ ຖະແຫຼງການ ແລະ ແຜນປະຕິບັດງານດັ່ງກ່າວ ເຂົ້າໃນນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ເຫັນໄດ້ເຖິງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ: ອັດຕາເຂົ້າຮຽນຊັ້ນປະຖົມເພີ່ມຂຶ້ນ,  ສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ, ການວາງແຜນຄອບຄົວ, ການເກີດລູກ ໂດຍມີ ແພດຊ່ວຍ ເພີ່ມຂຶ້ນ ອັນພົ້ນເດັ່ນແມ່ນ ຫລຸດຜ່ອນອັດຕາການເສຍຊີວິດຂອງແມ່. ທ້າຍສຸດ,   ທ່ານ ປອ ບຸນແຝງ ພູມມະໄລສິດ ໄດ້ຢໍ້າຄືນຄວາມໝາຍໝັ້ນ ຂອງ ສປປ ລາວ ຕໍ່ການຈັດຕັ້ງປະຕິບັດວຽກງານ ປະຊາກອນ ແລະ ການພັດທະນາ ແລະ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງຂອງຕົນ ໂດຍຜ່ານການຮ່ວມມື ກັບອົງການເຄືອຂ່າຍ ສປຊ ພາຍໃນປະເທດໂດຍສະເພາະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ທີ່ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຮອນ ໃນການຈັດຕັ້ງປະຕິບັດວຽກງງານປະຊາກອນ ແລະ ການພັດທະນາ ຢູ່ ສປປ ລາວ.

ນອກຈາກນີ້ ຄະນະຜູ້ແທນ ຈາກ ສປປ ລາວ ກໍ່ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມຈໍານວນໜຶ່ງ ເປັນຕົ້ນ:​ ຫົວຂໍ້ຂອງການສົນທະນາ ກ່ຽວກັບການລົງທຶນໃສ່ການຕັ້ງປະຕິບັດ ແຜນດຳເນີນງານ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ ເພື່ອໃຫ້ມີຄວາມຍືນຍົງ ເຊິ່ງແມ່ນ ປະເທດລາວ, ຫວຽດນາມ ແລະ ກໍາປູເຈຍ ຮ່ວມກັນຈັດການສົນທະນາ; ການສ້າງຄວາມສົມດູນ ແລະ ຄວາມຍືນຍົງຂອງສັງຄົມ ໃນໄລຍະຂອງການຂ້າມຜ່ານທາງປະຊາກອນ ເຊິ່ງແມ່ນ ປະເທດອົດສະຕາລີໂດຍຜ່ານ DFAT ແລະ ອົງການ UNFPA ເປັນຜູ້ດຳເນີນການ ແລະ ປະສານງານໃນການຈັດເວລທີສົນທະນາຂອງກອງປະຊຸມປີ່ນອ້ອມດັ່ງກ່າວ ແລະ ມີແຂກເຂົ້າຮ່ວມຫລາຍກວ່າ 40 ກວ່າ ທ່ານ ແລະ ພ້ອມນັ້ນ ທາງຄະນະຜູ້ແທນກໍ່ໄດ້ມີໂອກາດເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆ ທີ່ບັນດາປະເທດ ໃນພາກພື້ນ ແລະ ສາກົນຈັດຂື້ນໃນໄລຍະກອງປະຊຸມCPD57 ໃນຄັ້ງນີ້ ແລະ ແລກປ່ຽນສົນທະນາໃນຫລາຍຫົວຂໍ້ວ່າດ້ວຍການຈັດຕັ້ງປະຕິບັດແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ.

ໃນຕອນທ້າຍຂອງກອງປະຊຸມ ໄດ້ມີການ ຮັບຮອງເອົາ: 1) ​ຮ່າງບົດສະເໜີໃນການຈັດຕັ້ງປະຕິບັດໃນຕໍ່ໜ້າຂອງແຜນດຳເນີນງານ ກອງປະຊຸມ ສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ; 2) ຖະແຫລງການວ່າດ້ວຍການຄົບຮອບ 30  ປີ ຂອງກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ; 3) ຮ່າງວາລະກອງປະຊຸມ ຄະນະກຳມະການວ່າດ້ວຍປະຊາກອນ ແລະ ການພັດທະນາ ສະໄໝທີ 58 (ຄັ້ງຕໍ່ໄປ); ແລະ 4) ບົດລາຍງານຂອງ ກອງປະຊຸມ ຄະນະກຳກະການວ່າດ້ວຍປະຊາກອນ ແລະ ການພັດທະນາ ສະໄໝທີ 57.

***

ອົງການ UNFPA ແມ່ນ ອົງການສະຫະປະຊາຊາດກອງທຶນ ສໍາລັບ ປະຊາກອນ ທີ່ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າຫມາຍເຮັດໃຫ້ການເສຍຊີວິດ ຂອງແມ່ເປັນສູນ, ການບໍ່ຕອບສະຫນອງຕໍ່ຄວາມຕ້ອງການ ສໍາລັບການວາງແຜນຄອບຄົວ ເປັນສູນ ແລະ ເຮັດໃຫ້ຄວາມ ຮຸນແຮງບົນພື້ນຖານທາງເພດເປັນສູນ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
laos.office@unfpa.org