You are here

ພົນລະເມືອງພິການ ແມ່ນຜູ້ທີ່ມຄວາມຫຍຸ້ງຍາກ ໃນການເບິ່ງເຫັນ, ການໄດ້ຍິນ, ການຍ່າງ (ຫຼື ການເຄື່ອນຍ້າຍ), ການຈື່ຈໍາ (ຫຼື ສະມາທິ), ການດູແລຕົນເອງ (ການອາບ/ການນຸ່ງເຄື່ອງ) ແລະ ການປາກເວົ້າ ຫຼື ການສື່ສານ. ນິຍາມດົ່ງກ່າວນັ້ ແມ່ນໄດ້ມາຈາກການນໍາໃຊ້ຊຸດຄໍາຖາມສັ້ນທີ່ມ 6 ຄໍາຖາມ ຕາມການກໍານົດຂອງ ກຸ່ມວໍຊິງຕນ (Washington Group) ໃຊ້ສໍາລັບ ການເກັບກໍາຂໍ້ມູນໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ. ການເກັບກໍາຂໍ້ມນກ່ຽວກັບ ພົນລະເມືອງພິການ ແມ່ນເພື່ອສະຫນອງຂໍ້ມູນໃຫ້ ລັດຖະບານ ສປປ ລາວ ຮັບໃຊ້ເຂົ້າໃນການວາງແຜນ ເພື່ອໃຫ້ພົນລະເມືອງພິການສາມາດເຂົ້າ ເຖິງດ້ານການບໍລິການ.

ການມີຂໍ້ມນສະຖິຕິພົນລະເມືອງພິການນັ້ນຈະສາມາດຊ່ວຍໃຫ້ລັດຖະບານ ເຫັນໄດ້ເຖິງສະພາບຄວາມແຕກຕ່າງລະຫວ່າງ ພົນລະເມືອງພິການ ແລະ ພົນລະເມືອງທີ່ບໍ່ພິການ. ບໍ່ວ່າຈະເປັນພົນລະເມືອງພິການ ກໍ່ສາມາດເຂົ້າເຖິງການສຶກສາ, ສາທາລະນະສຸກ, ການດໍາລົງຊວິດ, ການນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ການມີສ່ວນຮ່ວມໃນສັງຄົມ ທີ່ເທົ່າທຽມກັນ.

ນອກຈາກນັ້ນແລ້ວ, ຂໍ້ມູນສະຖິຕິກ່ຽວກັບພົນລະເມືອງພິການ ຍັງຊ່ວຍໃຫ້ລັດຖະບານ ສປປ ລາວ ສາມາດແກ້ໄຂບັນຫາ ຂອງຄວາມຍຸດຕິທໍາ ແລະ ຄວາມສະເຫມີພາບ. ຂໍ້ມູນນັ້ນຍັງສະຫນອງໃຫ້ແກ່ ການຄົ້ນຄວ້າວິໄຈລົງເລິກ ກ່ຽວກບສະພາບການ ຂອງພົນລະເມືອງພິການ ແລະ ຫາວິທີແກ້ໄຂ ບັນຫາທ້າທາຍທີ່ພວກເຂົາປະສົບພົບພໍ້ຢູ່.

ຈຸດປະສົງຕົ້ນຕໍຂອງບົດລາຍງານກ່ຽວກັບພົນລະເມືອງພິການ ສະບັບນັ້ນແມ່ນເພື່ອສ້າງຄວາມຮັບຮູ້ໃນສັງຄົມ ຂອງ ສປປ ລາວ ກ່ຽວກັບ ສະພາບຂອງພົນລະເມືອງພິການ. ຂໍ້ມູນສະຖິຕິ ກ່ຽວກັບ ພົນລະເມືອງພິການ ແມ່ນມີປະໂຫຍດຫຼາຍ ສໍາລັບ ການປ່ຽນແປງທັດສະນະຄະຕິ ຂອງຜູ້ສ້າງແຜນນະໂຍບາຍ ໃນການກໍານົດແຜນນະໂຍບາຍ ລວມທັງການພັດທະນາການ ບໍລິການໃຫ້ພວກເຂົາສາມາດເຂົ້າເຖິງໄດ້.

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈົດພິມ ບົດລາຍງານ ພົນລະເມືອງພິການສະບັບນີ້ ໂດຍນໍາ ໃຊ້ຂໍ້ມູນມາຈາກ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ່ 4 ປີ 2015. ຂໍ້ມູນນັ້ ຈະຊ່ວຍໃນການ ພັດທະນາ ພົນລະເມືອງພິການ ຢູ່າງທົ່ວເຖິງ ໃນອະນາຄົດ ຢູ່ ສປປ ລາວ. ນອກຈາກນພວກເຮົາ ຍັງຈະສືບຕໍ່ປັບປຸງ ຄຸນະພາບ ຂອງການເກັບກໍາຂໍ້ມນ ກ່ຽວກັບ ສະຖິຕິພົນລະເມືອງພິການ ເພື່ອວ່າ ພວກເຮົາຈະສາມາດສະຫນອງຂໍ້ມູນໃຫ້ແກ່ ການວາງແຜນນະໂຍບາຍ ໃຫ້ພົນລະເມືອງພິການ ສາມາດເຂົ້າເຖິງການບໍລິການ ທີ່ມີຄຸນະພາບ.