You are here

ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ປີ 2019-2030 ສະບັບປັບປຸງແມ່ນໄດ້ເນັ້ນໃສ່

ບັນຫາທີ່ຍັງຄົງຄ້າງ ຈາກນະໂຍບາຍປີ 1999 ແລະ 2006 ແລະ ສບຕໍ່ແນໃສ່ປັບປຸງຄຸນນະພາບຊີວິດຂອງປະຊາຊົນ ບັນດາເຜົ່າໃຫ້ດີຂື້ນ, ຫຸດຜ່ອນຄວາມທຸກຍາກລົງເທື່ອລະກ້າວ, ເຮັດໃຫ້ການເພື່ມຂື້ນ ແລະ ການແຈກຢາຍປະຊາກອນຢູ່າງເຫມາະສົມ, ຮັບປະກັນຄວາມຍຸຕິທາທາງສັງຄົມ, ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດ ໂດຍຫຸດຜ່ອນອັດຕາການຈະເລີນພັນລວມຍອດ ແລະ ການຕາຍລົງເທື່ອລະກ້າວ, ເຮັດໃຫ້ແມ່ຍິງ ແລະ ເດັກໄດ້ຮັບການສຶກສາ, ປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາທາງດ້ານເສດຖະກິດ-ສັງຄົມ ທີ່ເທົ່າທຽມກັນ, ເອົາໃຈໃສ່ເບິ່ງແຍງຜູ້ອາຍຸສງ ແລະ ຜູ້ດ້ອຍໂອກາດໃນສັງຄົມ, ຫຸດຜ່ອນການເຄື່ອນຍ້າຍຈາກຊົນນະບົດເຂົ້າສູ່ຕົວເມືອງ, ການໄປອອກແຮງງານຢູ່ຕ່າງປະເທດແບບຜິດກົດຫມາຍ, ສະກັດກັ້ນການແຜ່ລະບາດຂອງໂລກເອດສ໌, ເຮັດໃຫ້ການພັດທະນາໄປສົມຄູ່ກັບການປົກປັກຮັກສາສິ່ງແວດລ້ອມ.