You are here

ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງຫນ້າອົງການ UNFPA ທ່ານ ນາງ ມາຣຽມ ຄານ ສຳລັບການປະກອບສ່ວນຢ່າງພົ້ນເດັ່ນແກ່ປະຊາກອນ ແລະ ການພັດທະນາປະເທດ.

26 ມິຖຸນາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ - ມື້ນີ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ປະດັບຫຼຽນກາ ມິດຕະພາບໃຫ້ແກ່ ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າ ອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ເພື່ອເປັນການຍ້ອງຍໍການປະກອບສ່ວນອັນສຳຄັນເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ.


ພະນະທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ (ຂວາ) © UNFPA Laos/Insal Vannaseng

ໃນພິທີດັ່ງກ່າວ ພະນະທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງອົງການ UNFPA ພາຍໃຕ້ການນຳພາຂອງ ທ່ານ ນາງ ມາຣຽມ.

ທ່ານ ນາງ ມາຣຽມ ໄດ້ເຂົ້າມາຮັບໜ້າທີ່ປະຈໍາຢູ່ອົງການ UNFPA ສປປ ລາວ ໃນປີ 2018 ໂດຍມີການນຳເອົາປະສົບການຫຼາຍກວ່າ 22 ປີ ໃນການຊີ່ນໍານຳພາ ແລະ ຄຸ້ມຄອງບໍລິຫານໂຄງການພັດທະນາ, ການຕອບສະໜອງດ້ານມະນຸດສະທຳ, ແຜນງານການຄຸ້ມຄອງການປ່ຽນແປງ ພ້ອມດ້ວຍກັບຄວາມມຸ່ງຫວັງຕັ້ງໃຈອັນແຮງກ້າໃນການສົ່ງເສີມສິດທິທີ່ເທົ່າທຽມ ໂດຍສະເພາະແມ່ນການປັບປຸງຊີວິດຂອງແມ່ຍິງ ແລະ ​ຊາວ​ໜຸ່ມໃນ ສປປ ລາວ. 


ທ່ານນາງ ມາຣຽມ ເອ. ຄານ, ອົງການ UNFPA ປະຈຳ ສປປ ລາວ © UNFPA Laos/Insal Vannaseng

​ໃນ​ໄລຍະການປະຈໍາການຂອງເພິ່ນທີ່ ສປປ ລາວ, ທ່ານ ​ນາງ ມາຣຽມ ​ໄດ້ລິເລີ່ມ ແລະ ຊີ້​ນຳແຜນງານຕ່າງໆເພື່ອ​ປັບປຸງ​ສິດທິ​ຂອງ​ແມ່ຍິງ, ​ເດັກ​ຍິງ ​ແລະ ກຸ່ມ​ທີ່​ດ້ອຍ​ໂອກາດ. ຄວາມພະຍາຍາມດັ່ງກ່າວໄດ້ເນັ້ນໜັກໃສ່ວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍ, ການປ້ອງກັນຄວາມຮຸນແຮງ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ, ການປ່ຽນແປງ ແລະ ພັດທະນາທາງດ້ານປະຊາກອນພັດທະນາ, ທັງໝົດທັງມວນກໍ່ແມ່ນແນໃສ່ຮັບປະກັນໃຫ້ເຍົາວະຊົນ ແລະ ໄວໜຸ່ມລາວບັນລຸທ່າແຮງຄວາມສາມາດຂອງຕົນຢ່າງເຕັມສ່ວນ ແລະ ຊ່ວຍໃຫ້ປະເທດລາວສາມາດສວຍໃຊ້ໂອກາດຂອງການປັນຜົນປະຊາກອນ. 

ພາຍໃຕ້ການຮ່ວມມືຢ່າງໃກ້ຊິດກັບລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ, ທ່ານ ນາງ ມາຣຽມ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ຄວາມໝັ້ນໝາຍຂອງ ລັດຖະບານລາວໃນກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຢູ່ ສປປ ລາວ ໂດຍສອດຄ່ອງໄປກັບ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ.


ບັນດາແຂກທີ່ເຂົ້າຮ່ວມພິທີ ທີ່ ກະຊວງການຕ່າງປະເທດ A © UNFPA Laos/Insal Vannaseng

ນອກນີ້ ທ່ານ ນາງ ມາຣຽມ ຍັງໄດ້ປະກອບສ່ວນຢ່າງຫ້າວຫັນສະໜັບສະໜູນລັດຖະບານລາວ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນໃຫ້ແມ່ຍິງ ແລະ ເດັກຍິງ ສືບຕໍ່ເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ຜ່ານນະວັດຕະກໍາໃໝ່ໆເຊັ່ນ ການປິ່ນປົວທາງໄກ ເປັນຕົ້ນ ເພື່ອບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.


ພະນະທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສຊປລ (ກາງຂວາ) © UNFPA Laos/Sisavath

ໃນອາທິດທີ່ຜ່ານມາ ທ່ານ ນາງ ມາຣຽມ ຄານ ຍັງໄດ້ຕາງໜ້າໃຫ້ອົງການ UNFPA ຂຶ້ນຮັບຫຼຽນຊາວໜຸ່ມຕະລຸມບອນ ຈາກ ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ຍັງໄດ້ຮັບກຽດໃນຖານະບຸກຄົນປະດັບຫຼຽນກາລະນຶກວັນສ້າງຕັ້ງ ຊປປລ ຄົບຮອບ 65 ປີ ໂດຍ ພະນະທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສຊປລ ສໍາລັບຜົນງານກັນໂດດເດັ່ນໃນການພັດທະນາເຍົາວະຊົນ ແລະ ຊາວໜຸ່ມ ໃນ 4 ປີ ເຄິ່ງທີ່ຜ່ານມາ.

***

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org