You are here

ໃນວັນທີ 21 ກັນຍາ 2020 ທີ່ໂຮງແຮມດອນຈັນ ພາເລສ, ອົງການສະຫະປະຊາຊາກ ກອງທຶນສຳລັບປະສາກອນ (UNFPA) ຮ່ວມກັບກະຊວງສາທາລະນະສຸກ ໄດ້ຮ່ວມກັນຈັດກອງປະຊຸມຜ່ານ ແລະ ຮັບຮອງຄູ່ມືການສືບຕໍ່ບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (SRMNCAH) ໃນຊ່ວງການລະບາດຂອງພະຍາດໂຄວິດ-19 ເພື່ອຕົກລົງເຫັນດີກ່ຽວກັບຄູ່ມືການຝຶກອົບຮົມການບໍລິການ ແລະ ການຊ່ວຍເຫຼືອວຽກງານ ສຳລັບຜູ້ໃຫ້ບໍລິການໃນຊ່ວງໂຄວິດ-19 ເຊິ່ງຄູ່ມືແມ່ນໄດ້ມີການພັດທະນາຮ່ວມກັບກະຊວງສາທາລະນະສຸກ ແລະ ບັນດາອົງການສະຫະປະຊາຊາດເຊັ່ນ UNFPA, ອຸຍນິເຊບ (UNICEF), ແລະ ອົງການອະນາໄມໂລກ (WHO) ໂດຍອີງໃສ່ຄູ່ມືທີ່ມາຈາກພາກພື້ນ

ບັນດາອົງການສະຫະປະຊາຊາດ ໂດຍສະເພາະ UNFPA ໄດ້ຮັບທຶນສະເພາະໂດຍຜ່ານກອງທຶນ Multi-Partners Trust Fund (MPTF) ເພື່ອສະໜັບສະໜູນກະຊວງສາທາລະນະສຸກໃນການປົກປ້ອງຄຸ້ມຄອງການບໍລິການ SRMNCAH ໃນຂະນະທີ່ພະເຊີນກັບການ​ລະ​ບາດ​ຄັ້ງໃຫຍ່. ຈຸດປະສົງ ຂອງ MPTF ແມ່ນເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ, ໂດຍສະເພາະກະຊວງສາທາລະນະສຸກ ເພື່ອເລີ່ມຕົ້ນສ້າງຕັ້ງກົນໄກຕ່າງໆເພື່ອແກ້ໄຂອຸປະສັກຕ່າງໃນຊ່ວງການແຜ່ລະບາດຂອງໂຄວິດ-19, ເພື່ອໃຫ້ຜູ້ຮັບບໍລິການສືບຕໍ່ເຂົ້າເຖິງການບໍລິການ SRMNCAH ທີ່ຈຳເປັນ. ພາຍໃຕ້ກອງທຶນ MPTF, ກິດຈະກຳ ຕ່າງໆໄດ້ຖືກຈັດຕັ້ງປະຕິບັດ ສຳລັບການບໍລິການສຸຂະພາບທາງເພດ ແລະ ຈະເລີນພັນເຊັ່ນ: ການຝຶກອົບຮົມ ເພື່ອຮັບປະກັນການບໍລິການຢ່າງຕໍ່ເນື່ອງໃນລະຫວ່າງໂຄວິດ-19.

ຄູ່ມືດັ່ງກ່າວມີ 9 ບົດທີ່ສຳຄັນ, ໃນນັ້ນປະກອບມີບົດກ່ຽວກັບການສະໜັບສະໜູນດ້ານສະພາບຈິດໃຈ(Psychosocial support) ສຳລັບຜູ້ໃຫ້ບໍລິການ. ພ້ອນກັນນີ້ ການຈັດຕັ້ງປະຕິບັດຢູ່ເມືອງພູຄູນແລະເມືອງໂພນທອງ, ແຂວງຫຼວງພະບາງກໍ່ໄດ້ຖືກນຳສະເໜີໃນກອງປະຊຸມ ໂດຍສະມາຊິກອະນຸກຳມະການທີ່ຖືກມອບໝາຍ ໃຫ້ 5 ເປົ້າ ໝາຍ ຍຸດທະສາດ (SO) ກ່ຽວກັບ RMNCAH. ຜູ້ເຂົ້າຮ່ວມແລະຜູ້ຊ່ຽວຊານຈາກ UNFPA, UNICEF, UNAIDS, ສູນສຸຂະພາບແມ່ແລະເດັກແລະພະແນກກະຊວງສາທາລະນະສຸກ (ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມການສຶກສາ) ແລະພະແນກສາທາລະນະສຸກແຂວງຫຼວງພະບາງໄດ້ເຂົ້າຮ່ວມການສົນທະນາ ທັງຕົວຈິງ ແລະ ທາງອິນເຕີເນັດເພື່ອປະກອບສ່ວນປັດໃຈແລະປະສົບການຂອງພວກເຂົາເຂົ້າໃນການສະຫລຸບຄູ່ມືໃໝ່.

ຂໍຂອບໃຈມາຍັງອົງການ UNFPA

ທີ່ໄດ້ສະໜັບສະໜູນການພັດທະນາການບໍລິການສຸຂະພາບທາງເພດ ແລະ ຈະເລີນພັນທີ່ຈຳເປັນ ອອກມາເປັນຄູ່ມືການຊ່ວຍເຫຼືອ ແລະ ແນະນຳວຽກງານໃຫ້ແກ່ຜູ້ໃຫ້ບໍລິການ ໃນຊ່ວງການລະບາດຂອງໂຄວິດ-19. ຄູ່ມືນີ້ຈະຊ່ວຍໃຫ້ຜູ້ໃຫ້ບໍລິການດ້ານສຸຂະພາບກຽມພ້ອມ ແລະ ຮັບປະກັນການບໍລິການ ທີ່ມີຄວາມສຳຄັນຕໍ່ສຸຂະພາບ ແລະ ການຕາຍຂອງແມ່ ແລະ ເດັກ. ການສະໜັບສະໜູນນີ້ແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຍຸດທະສາດການພັດທະນາຂະແໜງສາທາລະນະສຸກ”: ກ່າວໂດຍທ່ານ ດຣ ອ່ອນຈັນ ແກ້ວສະຫວັນ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ

ແຂວງຫຼວງພະບາງໄດ້ຖືກເລືອກໃຫ້ເປັນແຂວງທົດລອງແຜນການຈັດຕັ້ງປະຕິບັດ ເພື່ອທົດສອບຄູ່ມື ທີ່ເມືອງພູຄູນ ແລະ ເມືອງໂພນທອງ ເນື່ອງຈາກວ່າແຂວງຫຼວງພະບາງເຄີຍມີກໍລະນີຕິດເຊື້ອໂຄວິດ-19. ຄວາມພະຍາຍາມເຫລົ່ານີ້ຈະໄດ້ເລີ່ມປະຕິບັດເພື່ອຮັບປະກັນການບໍລິການທີ່ຈຳເປັນຢ່າງຕໍ່ເນື່ອງໃນລະຫວ່າງການລະບາດຂອງໂຄວິດ-19 ເຮັດໃຫ້ຜູ້ໃຫ້ບໍລິການສາມາດພັດທະນາທັກສະຂອງເຂົາເຈົ້າໃນການໃຫ້ບໍລິການທັງໃນເວລາທີ່ມີການແຜ່ລະບາດ ແລະ ສະຖານະການທີ່ຄ້າຍຄືກັນໃນອະນາຄົດ, ເພື່ອປົກປ້ອງສຸຂະພາບທາງເພດ ແລະ ຈະເລີນພັນຂອງຜູ້ຮັບໍລິການ.

ຄູ່ມືດັ່ງກ່າວໄດ້ຮັບການຮັບຮອງເພື່ອໃຫ້ຜູ້ໃຫ້ບໍລິການດ້ານສຸຂະພາບຂອງພວກເຮົາກຽມພ້ອມແລະສາມາດສືບຕໍ່ດຳເນີນການບໍລິການສຸຂະພາບຂະເລີນພັນໃນລະຫວ່າງການແຜ່ລະບາດ. ຍິ່ງໄປກວ່ານັ້ນ, ຄູ່ມືນີ້ຈະກາຍເປັນປະໂຫຍດໃນອະນາຄົດ ເມື່ອສະຖານະການຄ້າຍຄືກັນເກີດຂື້ນ. ການປ້ອງພະຍາດໂຕວິດ-19 ແມ່ນໂອກາດສຳລັບພວກເຮົາ ທີ່ຈະສະແດງສັກກາຍະພາບຂອງພວກເຮົາໃນການປົກປ້ອງສຸຂະພາບຂອງຜູ້ມາຮັບບໍລິການ ກ່າວໂດຍທ່ານ ດຣ.ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ

 

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:

ທ່ານນາງ ສິຣິພອນ ສະກຸນຄູ ຜູ້ປະສານງານດ້ານສຸຂະພາບທາງເພດ ແລະ ຈະເລີນພັນ ອົງການ UNFPA ປະຈຳສປປ ລາວ

ອີເມວ:ssakulku@unfpa.org