You are here

31 ກໍລະກົດ 2018 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ມອບຊຸດອຸປະກອນທີ່ຈຳເປັນໃຫ້ແກ່ລັດຖະບານຂອງ ສປປ ລາວ ເພື່ອສົມທົບເຂົ້າໃນການຕອບສະໜອງກັບໄພພິດບັດທີ່ເກີດຂຶ້ນໃນອາທິດທີ່ຜ່ານມາ, ໂດຍສະເພາະແມ່ນເຫດການເຂື່ອນແຕກທີ່ແຂວງອັດຕະປື, ໂດຍເນັ້ນໜັກໃສ່ແມ່ຍິງ ແລະ ເດັກຍິງ ທີ່ກວມເອົາເຄິ່ງຂອງປະຊາກອນທັງໝົດທີ່ໄດ້ຮັບຜົນກະທົບ.

ອຸປະກອນເຫຼົ່ານີ້ ແມ່ນໄດ້ລວມອຸປະກອນທີ່ເປັນເອກະລັກຂອງ UNFPA ນັ້ນກໍຄື: ຊຸດອຸປະກອນເພື່ອສຸຂະພາບແມ່ຍິງ (Dignity Kits) ທີ່ໄດ້ບັນຈຸເອົາ ເຄື່ອງຮັກສາຄວາມສະອາດ ແລະ ຄວາມປອດໄພຂອງແມ່ຍິງ, ແລະ ອຸປະກອນຊ່ວຍເກີດ ແລະ ຊຸດຊ່ວຍການເກີດ, ເພື່ອຮັບປະກັນການເກີດໃນຍາມສຸກເສີນໃຫ້ມີຄວາມປອດໄພ. ບັນດາອຸປະກອນເຫຼົ່ານີ້ແມ່ນໄດ້ຖືກຮັກສາຢ່າງດີຢູ່ສາງເຄື່ອງ ເມືອງ ບຣິດສ໌ເບນ, ຕາມການຊ່ວຍເຫຼືອຂອງລັດຖະບານອົດສະຕາລີ ແລະ  UNFPA, ເຊິ່ງໄດ້ຖືກຂົນສົ່ງໃຫ້ມາຮອດ ສປປ ລາວ ພາຍໃນ 48 ຊົ່ວໂມງ ຫຼັງຈາກການຂໍຄວາມຊ່ວຍເຫຼືອຈາກລັດຖະບານ, ໄດ້ມາຮອດເດີ່ນບິນສາກົນ ປາກເຊ ກັບເຮືອບິນຂອງກອງທັບອາກາດອົດສະຕາລີ ໃນວັນທີ 27 ກໍລະກົດທີ່ຜ່ານມາ ແລະ ເປັນພຽງສ່ວນໜຶ່ງຂອງການຂົນສົ່ງອີກຫຼາຍໆຊຸດ.

UNFPA supplies arrived at Pakse Airport with Australian Airforce

ອີງຕາມບົດລາຍງານສະຖານະການຫຼ້າສຸດຂອງ ສະຫະປະຊາຊາດ, ໃນຜູ້ປະສົບໄພຈຳນວນ 13,000 ຄົນ, ໃນນັ້ນມີແມ່ຍິງຈໍານວນ 6400. ເຫດການໄພພິບັດທີ່ເກີດຂຶ້ນຢູ່ປະເທດອື່ນໆ, ເຮົາສັງເກດເຫັນໄດ້ວ່າ ແມ່ຍິງ ແລະ ເດັກຍິງ ຕົກຢູ່ໃນກຸ່ມທີ່ມີຄວາມສ່ຽງ, ໂດຍສະເພາະແມ່ນແມ່ຍິງຖືພາ ຫຼື ຄົນທີ່ຫາກໍເກີດລູກ. ຄວາມສ່ຽງດ້ານການເກີດຄວາມຮຸນແຮງທາງເພດ ກໍມີສູງຂຶ້ນຫຼາຍກວ່າສະຖານະການປົກກະຕິ.

ຕາງໜ້າ UNFPA, ຂ້າພະເຈົ້າຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ຜູ້ໄດ້ສູນເສຍສະມາຊິກຂອງຄອບຄົວ, ທີ່ພັກພາອາໄສ ແລະ ຊີວິດການເປັນຢູ່ທີ່ເຄີຍມີ, ກ່າວໂດຍ ທ່ານ ນາງ ເຟຼເດີຣິກາ ເມເຢີ, ຜູ້ຕາງໜ້າ UNFPA ໄພພິບັດທາງທໍາມະຊາດ ມັກເກີດຂຶ້ນໂດຍທີ່ບໍ່ທັນຕັ້ງໂຕ. ສິ່ງທີ່ສຳຄັນ, ແຕ່ມັກຖືກເບິ່ງຂ້າມກໍຄືປັນຫາດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງແມ່ຍິງ ພາຍໃຕ້ສະພາບການ ແລະ ການຕອບສະໜອງຂອງໄພພິບັດ, ລວມທັງຄວາມຕ້ອງການໃນການປົກປ້ອງບໍ່ໃຫ້ເກີດຄວາມຮຸນແຮງທາງເພດຢູ່ພາຍໃນສະຖານທີ່ຫຼົບໄພ, ແຄ້ມ ຫຼື ສະຖານທີ່ຕ່າງໆຊຳ້ຊ້ອນໄພພິບັດທີ່ເກີດຂຶ້ນ.

ຊຸດອຸປະກອນຊ່ວຍເຫຼືອທີ່ໄດ້ມອບໄປລວມມີ: ຊຸດອຸປະກອນເພື່ອສຸຂະພາບແມ່ຍິງ ຈຳນວນ 1,350 ກ່ອງ, ອຸປະກອນຊ່ວຍເກີດສໍາລັບຜູ້ຊ່ຽວຊານ ທີ່ສາມາດກວມເອົາປະຊາກອນຈຳນວນ 10,000 ຄົນ, ອຸປະກອນຊ່ວຍເກີດສໍາລັບສະຖານທີ່ໃຫ້ບໍລິການດ້ານສຸຂະພາບ, ແລະ ເສື້ອຊູຊີບ ລວມເປັນເງິນມູນຄ່າ 285 ລ້ານກີບ. ນອກຈາກນັ້ນ, ຍັງສົ່ງທີມງານຊ່ຽວຊານ ແລະ ມີປະສົບການກັບການຮັບມືນຳໄພພິບັດ ຈາກ UNFPA ປະຈຳ ສປປ ລາວ ແລະ ຈາກສຳນັກງານໃຫຍ່ ລົງໄປແຂວງອັດຕະປືໃນອາທິດທີ່ຜ່ານມາ.

ຊຸດອຸປະກອນເພື່ອສຸຂະພາບຂອງແມ່ຍິງ ປະ​ກອບ​ມີ​ເຄື່ອງ​ສຸ​ຂະ​ພິ​ບານເປັນ​ຕົ້ນ​ແມ່​ນ ແປງ​ສີ​ແຂ້ວ, ຢາ​ສີແຂ້ວ, ຢາ​ສະ​ຫົວ, ສ​ະ​ບູ, ຜ້າ​ອະ​ນາ​ໄມ ແລະ ສົ້ງ​ຊ້ອນ​ໃນ ມອບ​ໃຫ້​ແມ່​ຍິງ ແລະ ເດັກ​ຍິງ​ໃວ​ຈະ​ເລີນ​ພັນ ໃຫ້​ມີ​ພວກເຂົາສາມາດຮັກສາຄວາມສະ​ອາດໃນຮ່າງກາຍ ແລະ ສາມາດເຄື່ອນໄຫວເໜັງຕີງໄດ້ສະດວກສະບາຍ ແລະ ມີປະສິດທິພາບຫຼາຍຂຶ້ນ.

ອຸປະກອນຊ່ວຍການເກີດມີ ເຊິ່ງ​ມີ​ສະ​ບູ, ຖົງ​ຢາງໃສ, ມີດ​ແຖ, ດ້າຍ​ມັດ​ສາຍ​ແຫ່, ເຄື່ອງ​ນຸ່ງ, ສົບ​ມືສຳ​ລັບ​ສະອາດ ​ເພື່ອ​ຄວາມ​ປອດ​ໄພເວ​ລາ​ເກີດ​ລູກ​ ໃນ​ສະ​ຖານ​ະ​ການ​ທີ່​ສຸກ​ເສີນ. ຕໍ່​ກັບ​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ຢ່າງ​ຍິ່ງເບື້ອງ​ຕົ້ນ​ນັ້ນ, ອຸປະກອນຊ່ວຍການເກີດຍັງ​ໄດ້​ຊ່ວຍ​ແມ່​ຍິງ​ຖື​ພາ ຜູ້​ທີ່​ບໍ່​ສາ​ມາດ​ເດີນ​ທາງ​ໄປ​ສະ​ຖາ​ທີ​ບໍ​ລິ​ການ​ສຸ​ຂະ​ພາບ​ໃນ​​ສ​ະ​ຖາ​ນະ​ການ​ວິ​ກິດ ຫຼື ເວ​ລາ​ສຸກ​ເສີນ.

ຈາກການສົມທົບ​​​ຊ່ວຍເຫຼືອຂອງ UNFPA ຢູ່ທັງນະຄອນຫຼວງ ແລະ ເຂດປະສົບໄພ, ເຮັດໃຫ້ພວກເຮົາສາມາດປະເມີນສະຖານະການ ແລະ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໄດ້ຢ່າງໄວ, ໂດຍສະເພາະແມ່ນດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງແມ່ຍິງ ກ່າວໂດຍ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ອຸປະກອນເຫຼົ່ານີ້ຈະເປັນເຄື່ອງມືໃນການໃຫ້ຄວາມຊ່ວຍເຫຼືອແກ່ຜູ້ປະສົບໄພໄດ້ຢ່າງມີປະສິດທິຜົນ ໂດຍສະເພາະໃນສະຖານະການວິກິດແບບນີ້.

 

ຂໍ້ມູນເພີ່ມເຕີມ, ຫຼືຕິດຕໍ່ຂໍສຳພາດ ກະລຸນາພົວພັນ

ນາງ ໄກອຳພອນ ສິງຫາລາດ ທີ່: singhalath@unfpa.org / +856 20 77776597

ສຳລັບບົດລາຍງານສະຖານະການ ຕິດຕາມໄດ້ທີ່: www.la.one.un.org

ຂ່າວເພີ່ມເຕີມຈາກ UNFPA ທີ່: http://asiapacific.unfpa.org/en/news/australia-assists-unfpas-crucial-response-laos-dam-collapse