You are here

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ຮ່ວມກັບ ສະຫະປະຊາຊາດກອງທຶນ ສໍາລັບປະຊາກອນ (UNFPA) ປະຈໍາ ສປປລາວ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງນະໂຍບາຍຊາວໜຸ່ມ ແລະ ເຍົາວະຊົນ ແຫ່ງຊາດ (ຮ່າງສະບັບທີ3) ຄັ້ງວັນທີ່ 28-29 ສິງຫາປີ 2018. ໂດຍມີຜູ້ນໍາຂັ້ນສູງຈາກບັນດາກະຊວງ, ນັກວິຊາການ, ຕົວແທນຊາວຫນຸ່ມ ແລະ ບັນດາຄູ່ຮ່ວມພັດທະນາໄດ້ເຂົ້າຮ່ວມເພື່ອທົບທວນຮ່າງນະໂຍບາຍດັ່ງກ່າວ.

ກອງປະຊຸມນໍາສະເຫນີຄວາມຄືບຫນ້າກ່ຽວກັບຮ່າງນະໂຍບາຍ ຊາວໜຸ່ມ ແລະ ເຍົາວະຊົນແຫ່ງຊາດ ເຊີ່ງໄກ້ຈະສໍາເລັດແລ້ວ, ເຊີ່ງກອງປະຊຸມໄດ້ເຊື້ອເຊີນຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງເພື່ອມີຄໍາເຫັນ ກ່ອນຈະຮັບຮອງເປັນຄັ້ງສຸດທ້າຍ. ນະໂຍບາຍຊາວໜຸ່ມ ແລະ ເຍົາວະຊົນນີ້ຈະເປັນນະໂຍບາຍຄັ້ງທໍາອິດໃນປະຫວັດສາດສໍາລັບຊາວໜຸ່ມ ແລະ ເຍົາວະຊົນລາວ ແລະຍັງໄດ້ປະກອບສວ່ນເຂົ້າໃນ ແຜນພັດທະນາເສດຖະກິດແຫ່ງຊາດ ຄັ້ງທີ 8 (NSEDP)

 

"ສປປ ລາວ ແມ່ນໜື່ງໃນບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ ທີ່ປະຊາກອນໜຸ່ມເກືອບ 60% ທີ່ມີອາຍຸຕໍ່າກວ່າ 25 ປີ, ແລະ ເກືອບ 22% ຂອງປະຊາກອນທີ່ເປັນ ເດັກຍິງໜຸ່ມ ແລະ ເດັກຊາຍໜຸ່ມ (ອາຍຸ 10-19 ປີ). ປະຊາກອນໜຸ່ມແມ່ນມີພາລະບົດບາດສໍາຄັນໃນການພັດທະນາປະເທດຊາດ ແລະ ຍັງຈະເປັນກໍາລັງຂັບເຄື່ອນຂອງການພັດທະນາສັງຄົມ ແລະ ເສດຖະກິດໃນອານາຄົດ. ດັ່ງນັ້ນ, ຕ້ອງໄດ້ມີນະໂຍບາຍ ແລະ ບັນດາໂຄງການແຜນງານ ເພື່ອທະວີຄວາມສາມາດ ແລະ ສ້າງໂອກາດທີ່ເຫມາະສົມ ເພື່ອເຮັດໃຫ້ບັນລຸເປົ້າໝາຍຂອງເຂົາເຈົ້າ." ກ່າວໂດຍ ທ່ານ ອາລຸນໄຊ ສູນນະລາດ, ເລຂາທິການ ຊາວໜຸ່ມປະຊາຊົນ ປະຕິວັດລາວ.

ໃນເດືອນມິຖຸນາ ທີ່ຜ່ານມາ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ສົ່ງຮ່າງເອກະສານຮ່າງນະໂຍບາຍຊາວໜຸ່ມ ແລະ ເຍົາວະຊົນສະບັບທີ 2 ໃຫ້ກັບ ກັບບັນດາແຂວງ ແລະ ບັນດາກະຊວງເພື່ອມີຄໍາຄິດເຫັນ. ເຊີ່ງຮ່າງນະໂຍບາຍທີ່ໄດ້ນໍາສະເຫນີໃນມື້ນີ້ ແມ່ນຮວບຮວມເອົາຄໍາຄວາມຄິດເຫັນຂອງທຸກພາກສວ່ນ.

ສະບັບສຸດທ້າຍ ຂອງນະໂຍບາຍຊາວໜຸ່ມ ແລະ ເຍົາວະຊົນແຫ່ງຊາດຈະໄດ້ໃຫ້ທິດທາງດ້ານນະໂຍບາຍແກ່ບັນດາກະຊວງຕ່າງໆ ເພື່ອຮຽກຮ້ອງໃຫ້ມີການລົງທຶນທີ່ເຫມາະສົມສໍາລັບຊາວຫນຸ່ມໃນຂົງເຂດສຸຂະພາບ, ການສຶກສາ, ກິລາ ແລະ ການຈ້າງງານ ເພື່ອໃຫ້ຊາວຫນຸ່ມລາວສາມາດປະກອບສ່ວນເພື່ອການພັດທະນາປະເທດຊາດ. ນອກຈາກນີ້ຍັງຈະສຸມໃສ່ຂົງເຂດການຮວ່ມມື, ການໃຫ້ຊາວໜຸ່ມມີສ່ວນຮວ່ມ ແລະ ຍັງເປັນການສ້າງຄວາມສາມາດ, ທັກສະ, ການບໍລິຫານຄວາມຮູ້ ແລະ ການປູກຈິດສໍານຶກກ່ຽວກັບບັນຫາຕ່າງໆ ທີ່ມີຄວາມສໍາຄັນຕໍ່ຊາວໜຸ່ມ.

"ການມີນະໂຍບາຍຊາວໜຸ່ມ ແລະ ເຍົາວະຊົນທີ່ດີ ແລະ ມີການລົງທຶນທີ່ຖືກຕ້ອງຈະສາມາດຮັບຜົນປະໂຫຍດຢ່າງມະຫາສານຈາກປະຊາກອນຫນຸ່ມ. ການໃຫ້ໂອກາດໄວໜຸ່ມ ໂດຍສະເພາະແມ່ນ ໄວໜຸ່ມຍິງ ຫຼື ວ່າ "ນາງນ້ອຍ", ຈະສາມາດປະກອບສ່ວນເຂົ້າການພັດທະນາແບບຍືນຍົງ ແລະ ການຂະຫຍາຍຕົວທາງເສດຖະກິດ. ຈໍາເປັນທີ່ຕ້ອງມີການມີສ່ວນຮ່ວມຂອງໄວໜຸ່ມ ຈື່ງສາມາດປະກອບສ່ວນເຂົ້າການພັດທະນາເສດຖະກິດ-ສັງຄົມ ແລະ ທາງດ້ານການເມືອງ ເຊີ່ງເປັນວິທີການທີ່ເຮັດໃຫ້ປະເທດຫຼຸດພົ້ນອອກຈາກຄວາມທຸກຍາກ, ຮັບປະກັນສະຖຽນລະພາບ ແລະ ການສົ່ງເສີມສັງຄົມໃຫ້ມີຄວາມຜາສຸກ." ທ່ານນາງ Frederika Meijer ຜູ້ຕາງໜ້າ ອົງການ UNFPA ປະຈໍາ ສປປ ລາວ ໄດ້ກ່າວ.

ກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງ ນະໂຍບາຍຊາວໜຸ່ມ ແລະ ເຍົາວະຊົນ ແຫ່ງຊາດ ຄັ້ງນີ້ ໄດ້ມີຄວາມຄິດເຫັນເພີ່ມເຕີມ ຈາກຜູ້ເຂົ້າຮວ່ມ. ຫຼັງຈາກນັ້ນ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວຈະໄດ້ຮວບຮວມບັນດາຄໍາເຫັນ ເພື່ອມາປະກອບເປັນສະບັບສຸດທ້າຍ ແລ້ວນໍາສະເຫນີໃຫ້ຄະນະກໍາມະການຊີ້ແຫ່ງຊາດເພື່ອອະນຸມັດແລະ ສືບຕໍ່ນໍາສະເໜີໃຫ້ນາຍຍົກລັດຖະມົນຕີຮັບຮອງຢ່າງເປັນທາງການ.

  1. Population and Housing Census 2015: bit.ly/2MYsc6O

UNFPA ແມ່ນໜຶ່ງໃນອົງການ​​ຂອງ ສະຫະຊາຊາດທີ່ມີໜ້າທີ່ປະຕິບັດງານເພື່ອໃຫ້ ທຸກໆການຖືພາແມ່ນດ້ວຍຄວາມຕັ້ງໃຈ, ທຸກໆການເກີດມີຄວາມປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸເປົ້າໝາຍຕາມຄວາມສາມາດຂອງພວກເຂົາ. UNFPA ໃຫ້ການສະໜັບສະໜູນ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ແມ່ທີ່ເກີດລູກໃໝ່ໃຫ້ມີສຸຂະພາບອະນາໄມທີ່ດີໃນ 150 ປະເທດທົ່ວໂລກ, ນອກຈາກນັ້ນຍັງເຮັດວຽກເພື່ອຢຸດຢັ້ງການບັງຄັບການແຕ່ງງານໃນໄວໜຸ່ມ ແລະ ກໍໃຫ້ການສະໜັບສະໜູນ ການເກັບກຳຄົ້ນຄວ້າຂໍ້ມູນໃນການສຳລວດພົນລະເມືອງ.

Website: http://lao.unfpa.org

Facebook: https://www.facebook.com/UnfpaLaos

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:

UNFPA

ນາງ ໄກອຳພອນ(Kookai)

ໂທ: +85620 77776597

ອີເມວ: Singhalath@unfpa.org