You are here

ເພດສຶກສາ (CSE) ມີບົດບາດສຳຄັນໃນການກະກຽມເຍົາວະຊົນ ແລະ ໄວໜຸ່ມໃຫ້ມີຄວາມປອດໄພ, ມີຄວາມຫ້າວຫັນ, ເຂັ້ມແຂງ ແລະ ສາມາດບັນລຸເປົ້າໝາຍຂອງຊີວິດ, ສາມາດໃຊ້ຊີວິດຢ່າງປາສະຈາກພະຍາດທີ່ອັນຕະລາຍເຊັ່ນ: ໂລກເອດສ໌, ພະຍາດຕິດຕໍ່ທາງເພດສຳພັນ (ພຕພ), ການຖືພາແບບບໍ່ຕັ້ງໃຈ, ຄວາມຮຸນແຮງທາງເພດ (GBV), ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ, ນອກນີ້ ເພດສຶກສາຍັງມີບົດບາດໃນການເສືມສ້າງສາຍພົວພັນທີ່ດິີລະຫວ່າງໄວໜຸ່ມ ແລະ ເຍົາວະຊົນ ແລະ ຍັງເພີ້ມທັກສະໃຫ້ເຂົາເຈົ້າໃນການຕັດສຶນໃຈ. ເຖິງວ່າຈະມີຫຼັກຖານຊັດເຈນກ່ຽວກັບຂໍ້ດີຫຼາຍໆຢ່າງຂອງ ການຮຽນ-ການສອນເພດສຶກສາ (CSE) ທີ່ຖືເປັນຫຼັກສູດຄຸນນະພາບ, ຍັງມີຫຼາຍຄົນທີ່ຍັງເຂົ້າໃຈຜິດວ່າເພດສຶກສາເປັນດາບສອງຄົມ.

ມື້ນີ້ພວກເຮົາຈະພາທ່ານມາເບິ່ງ 6 ຂໍ້ຄວນຮູ້ກ່ຽວກັບເພດສຶກສາ (CSE) ທີ່ເຂົ້າໃຈງ່າຍກວ່າທີ່ທຸກຄົນຄິດ.

  1. CSE ບໍ່ໄດ້ເວົ້າແຕ່ກ່ຽວກັບການມີເພດສຳພັນ

ເມື່ອເວົ້າກ່ຽວກັບເພດສຶກສາ (CSE), ຄົນເຮົາມັກຈະຄິດຫາອາຈານໃນຫ້ອງຮຽນເວົ້າກ່ຽວກັບການຈະເລີນເຕີບໂຕ, ການປ່ຽນແປງຂອງຮ່າງກາຍ, ການມີເພດສຳພັນແບບປອດໄພ, ໆລໆ ແຕ່ຖ້າຫາກບໍ່ໄດ້ເວົ້າແຕ່ກ່ຽວກັບການມີເພດສຳພັນ, ເພດສຶກສາ (CSE) ເວົ້າເຖິງຫຍັງແດ່?

ອີງຕາມການຊີ້ນຳ ແລະ ແນວທາງຂອງອົງການສະຫະປະຊາຊາດ(UN), ເພດສຶກສາ (CSE) ແມ່ນຫຼັກສູດການຮຽນ-ການສອນ ດ້ານຄຸນລັກສະນະການຮຽນຮູ້ຈາກມັນສະຫມອງ, ຄວາມນຶກຄິດ, ຮ່າງກາຍ, ອາລົມ ແລະ ທາງສັງຄົມ. ຢູ່ປະເທດລາວ, ກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸມັດຮັບຮອງເອົາຄູ່ມືການຮຽນການ-ການສອນເພດສຶກສາທີ່ໃດ້ປັບປຸງໃໝ່ຕາມຄູ່ມືສາກົນວ່າດວ້ຍການຮຽນ-ການສອນເພດສຶກສາ ແລະ ເກາະກ່າຍກັບຫຼັກສູດແຫ່ງຊາດສໍາລັບຊັ້ນມັດທະຍົມຕອນຕົ້ນ, ຕອນປາຍ ແລະ ຂະແໜງອາຊີວະສຶກສາ. ຄູ່ມືນີ້ເພດສຶກສາທີ່ປັບປຸງໃໝ່ນີ້ໄດ້ກວມເອົາຫລາຍຫົວຂໍ້ເຊັ່ນ: ສາຍສຳພັນ, ຄຸນຄ່າ, ທັດສະນະຄະຕິ ແລະ ທັກສະ, ວັດທະນະທຳ-ສັງຄົມ, ສິດທິມະນຸດ (ລວມທັງບົດບາດຍິງຊາຍ) ພ້ອມທັງແນວຄວາມຄິດກ່ຽວກັບສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ສິດໃນການຈະເລີນພັນ, ການວາງແຜນຄອບຄົວ, ການນໍາໃຊ້ສື່ສັງຄົມອອນລາຍທີ່ປອດໄພ ແລະ ອື່ນ.

  1. CSE ບໍ່ໄດ້ສົ່ງເສີມໃຫ້ໄວໜຸ່ມມີເພດສຳພັນກ່ອນໄວອັນຄວນ

ເພດສຶກສາທີ່ດີ ແລະ ຄົບຖ້ວນຈະບໍ່ໄດ້ສົ່ງເສີມໃຫ້ໄວໜຸ່ມມີເພດສຳພັນກ່ອນໄວອັນຄວນ, ມັນຈະຊ່ວຍໃຫ້ພວກເຂົາຊະລໍການຢາກມີເພດສຳພັນຄັ້ງທຳອິດ, ແລະ ຫຼຸດຜ່ອນອັດຕາການຕິດເຊື້ອ HIV ຫຼືການຖືພາກ່ອນໄວອັນຄວນ. ມັນສ້າງທັກສະການສື່ສານ, ການເຈລະຈາ ແລະ ສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມໄດ້ຕັດສິນໃຈວ່າຈະມີເພດສຳພັນຕອນໃດ, ກັບໃຜ, ຫຼື ຮູ້ຈັກປະຕິເສດໃນຍາມທີ່ເຂົາບໍ່ຕ້ອງການ.

ມີບົດຄົ້ນຄວ້າພິສູດໃຫ້ເຫັນວ່າ ເຖິງແມ່ນວ່າຜູ້ທີ່ເຄີຍມີເພດສຳພັນແລ້ວ, ແຕ່ຫາກມີຄວາມຮູ້ດ້ານເພດສຶກສາ (CSE) ສາມາດຊ່ວຍຫຼຸດຜ່ອນພຶດຕິກຳທີ່ມີຄວາມສ່ຽງເຊັ່ນ: ການມີເພດສຳພັນເລື້ອຍໆ, ການປ່ຽນຄູ່ນອນ ແລະ ເພີ່ມການນຳໃຊ້ການຄຸມກຳເນີດທີ່ຈຳເປັນ.

  1. ມີຫຼາຍຢ່າງກ່ຽວກັບເພດສຶກສາ (CSE) ທີ່ບໍ່ສາມາດຫາໄດ້ໃນອິນເຕີເນັດ

ຄວາມຢາກຮູ້ຢາກເຫັນກ່ຽວກັບເລື່ອງເພດ ຖືເປັນເລື່ອງທຳມະຊາດ, ໂດຍສະເພາະຕອນທີ່ກຳລັງເປັນໄວໜຸ່ມ. ໄວ

ໜຸ່ມສ່ວນໃຫຍ່ນຳໃຊ້ສື່ທາງອອນລາຍ (ລວມທັງໂຊຊ້ຽວມີເດຍ) ເພາະວ່າພວກເຂົາສາມາດຊອກຫາຂໍ້ມູນໄດ້ໄວ, ສະດວກສະບາຍ ແລະ ປິດລັບ. ເຖິງຢ່າງໃດກໍຕາມ, ສື່ອອນລາຍບໍ່ສາມາດໃຫ້ຂໍ້ມູນທີ່ມີຄວາມເໝາະສົມດ້ານອາຍຸ, ຂາດຫຼັກຖານ ແລະ ຂໍ້ມູນອາດມີຄວາມລຳອຽງ. ໃນຄວາມເປັນຈິງ, ໄວໜຸ່ມບໍ່ສາມາດໄຈ້ແຍກອອກໄດ້ງ່າຍດາຍລະຫວ່າງຂໍ້ມູນທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງ. ສະນັ້ນໃນຄູ່ມືເພດສຶກສາສະບັບປັບປຸງໃໝ່ນີ້ ກະຊວງສຶກສາທິການ ແລະ ກິລາຈື່ງເຫັນຄວາມສໍາຄັນ ແລະ ໃຫ້ນັ້ນໃສ່ສິດສອນການນໍາໃຊ້ສື່ສັງຄົມອອນລາຍແບບປອດໄພ.

 

ຄອບຄົວແມ່ນແຫລ່ງຂໍ້ມູນທີ່ສຳຄັນ, ແຕ່ວ່າ ໂຮງຮຽນກໍມີບົດບາດທີ່ສຳຄັນໃນການສົ່ງຄວາມຮູ້ແບບນຳໃຊ້ຫຼັກການວິທະຍາສາດ ແລະ ບົດຮຽນທີ່ສຸມໃສ່ພັດທະນາທັກສະ. ມັນແມ່ນດີທີ່ສຸດຫາກຄວາມຮູ້ເຫຼົ່ານີ້ແມ່ນຜ່ານໂຮງຮຽນ ແລະ ຄູອາຈານທີ່ໄດ້ຮັບການເຝິກອົບຮົມຢ່າງຖືກຕ້ອງ, ແລະ ນັກຮຽນສາມາດຮຽນຮູ້ກັບໝູ່່ໄປພ້ອມກັນ.

  1. ນັກຮຽນຊັ້ນປະຖົມກໍຄວນຮູ້ກ່ຽວກັບເພດສຶກສາ (CSE)

ນັກຮຽນປະຖົມກໍ່ຄວນໄດ້ຮັບຂໍ້ມູນທີ່ເໝາະສົມກັບອາຍຸຂອງພວກເຂົາ. ຫຼັກສູດເພດສຶກສາ (CSE) ແມ່ນອີງໃສ່ຫຼັກເກນອາຍຸ - ແລະ ການພັດທະນາທີ່ເໝາະສົມ, ສະທ້ອນໃຫ້ເຫັນການຈັດກຸ່ມຂອງການຮຽນ-ການສອນ. ເພດສຶກສາ (CSE) ວາງພື້ນຖານໃຫ້ເດັກມີສຸຂະພາບທີ່ດີໂດຍໃຫ້ເດັກນ້ອຍມີສະພາບແວດລ້ອມທີ່ປອດໄພໃນການຮຽນຮູ້ແຕ່ລະພາກສ່ວນຂອງຮ່າງກາຍຢ່າງຖືກຕ້ອງ; ເຂົ້າໃຈຫຼັກການ ແລະ ຂໍ້ເທັດຈິງຂອງການຈະເລີນພັນຂອງມະນຸດ; ເຂົ້າໃຈຄວາມສຳພັນລະຫວ່າງຄອບຄົວ, ໝູ່ຄູ່ ແລະ ບຸກຄົນ; ຮຽນຮູ້ກ່ຽວກັບຄວາມປອດໄພ, ການປ້ອງກັນ ແລະ ການລາຍງານຄວາມຮຸນແຮງທາງເພດ ແລະ ອື່ນໆ.

 

ເພດສຶກສາ (CSE) ຍັງສອນໃຫ້ເດັກນ້ອຍສາມາດພັດທະນາຄວາມໝັ້ນໃຈໂດຍການຮຽນຮູ້ ແລະ ບໍລິຫານຮ່າງກາຍ ແລະ ອາລົມ (ເຊັ່ນ: ການຮັກສາໂຕເອງ, ຮັກສາຄວາມສະອາດ, ແລະ ກິລິຍາມາລະຍາດ), ການຮັບຮູ້ດ້ານສັງຄົມ (ເຊັ່ນ: ການເຫັນອົກເຫັນໃຈ), ທັກສະດ້ານຮັກສາສາຍສຳພັນ (ຕົວຢ່າງ: ສາຍສຳພັນທີ່ດີ, ການບໍລິຫານຈັດການຂໍ້ຂັດແຍ່ງ) ແລະ ການຕັດສິນໃຈແບບມີຄວາມຮັບຜິດຊອບ (ເຊັ່ນ: ເລືອກທາງເລືອກທີ່ສ້າງສັນ ແລະ ມີຈັນຍາບັນ). ຫົວຂໍ້ເຫຼົ່ານີ້ແມ່ນໄດ້ຖືກແນະນຳຕາມແຕ່ລະຂັ້ນຕອນໃຫ້ສອດຄ່ອງກັບອາຍຸ ແລະ ວິວັດທະນາການຂອງເດັກ.

 

  1. ເພດສຶກສາ (CSE) ແມ່ນເໝາະສົມກັບວັດທະນະທຳລາວ

 

ອັນທີ່ຈິງແລ້ວ, ເພດສຶກສາ (CSE) ນີ້ແມ່ນໄດ້ມີການປັບປຸງຫຼັກສູດໃຫ້ເຂົ້າກັບວັດທະນະທຳແບບທ້ອງຖິ່ນ, UNFPA ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອປັບຫຼັກສູດຂຶ້ນຈຳນວນຫຼາຍຄັ້ງ ໂດຍຮ່ວມກັບບັນດາຊ່ຽວຊານ ແລະ ຄູອາຈານ. ການກໍານົດຈຸດປະສົງຂອງການຮຽນຮູ້ຂອງນັກຮຽນ, ກິດຈະກໍາ ແລະ ເນື້ອໃນ ຂອງຄູມືເພດສຶກສາແມ່ນແທດເໝາະກັບເກນອາຍຸຂອງໄວໜຸ່ມ ແລະ ເຍົາວະຊົນ. ສວ່ນການນໍາໃຊ້ ຄໍາສັບ ແລະ ເນື້ອຫາ ແມ່ນສອດຄ່ອງກັບວັດທະນະທໍາຂອງຜູ້ຮຽນ.

  1. ເພດສຶກສາ (CSE) ບໍ່ແມ່ນສະເພາະເພດຍິງ ແລະ ຊາຍ

ການຮຽນ-ການສອນຫົວຂໍ້ເຫຼົ່ານີ້ ແມ່ນເພື່ອສົ່ງເສີມການບໍ່ຈຳແນກ ແລະ ການເຄົາລົບເຊິ່ງກັນ ແລະ ກັນ, ປ້ອງກັນການໃຊ້ຄວາມຮຸນແຮງ, ແລະ ຊຸກຍູ້ການຮຽນຮູ້, ສົ່ງເສີມການມີສຸຂະພາບທີ່ດີຂອງນັກຮຽນທຸກຄົນ - ໂດຍສະເພາະນັກຮຽນກຸ່ມທີ່ມີຄວາມຫຼາກຫຼາຍທາງເພດ (LGBT) - ໂດຍຮັບປະກັນວ່ານັກຮຽນທຸກຄົນໄດ້ຮັບການເຄົາລົບ, ຮັກສາກຽດ ແລະ ຢູ່ຮ່ວມກັນໂດຍບໍ່ມີການຈຳແນກ.

ຜົນການສຳຫຼວດຄັ້ງທຳອິດກ່ຽວກັບຄົນຫຼາຍຫຼາຍທາງເພດ (LGBT) ຢູ່ ສປປ ລາວ ໂດຍກຸ່ມ Proud To Be Us ໄດ້ສະແດງໃຫ້ເຫັນວ່າ ນັກຮຽນທີ່ມີຄວາມຫຼາຍຫຼາຍທາງເພດ ປະສົບກັບການຈຳແນກ, ຂົ່ມເຫັງ, ທຳຮ້າຍຮ່າງກາຍ ແລະ ຂົ່ມຂູ່ທາງເພດທາງເພດ ແລະ ອື່ນໆ. ນັກຮຽນກຸ່ມນີ້ມີອັດຕາໃນການເກີດຄວາມກົດດັນ, ວິຕົກກັງວົນ, ຖືພາແບບບໍ່ຕັ້ງໃຈ,  ແລະ ຢາກຄິດສັ້ນສູງກວ່າກຸ່ມອື່ນ. ປາກົດການຫຍໍ້ທໍ້ເຫຼົ່ານີ້ ສົ່ງຜົນໃຫ້ໄວໜຸ່ມອອກໂຮງຮຽນ ຫຼື ຂາດຮຽນແບບບໍ່ມີເຫດຜົນ.

ໃນປີ 2019 ນີ້່, ໂດຍການສະໜັບສະໜູນຈາກ UNFPA, ກະຊວງສຶກ ແລະ ກິລາໄດ້ຈັດການຝຶກອົບຮົມໃຫ້ຄູສອນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍຈໍານວນ 110 ຄົນ ທີ່ມາຈາກ 45 ໂຮງຮຽນ ຈາກ 5 ເມືອງ ທົ່ວແຂວງບໍ່ແກ້ວ ກ່ຽວກັບການນໍາໃຊ້ຄູ່ມືເພດສຶກສາທີ່ປັບປຸງໃໝ່ ເພື່ອນໍາໄປສອນສອດແຊກເຂົ້າໃນຫຼັກສູດແຫ່ງຊາດ 3 ວິຊາຫຼັກ ເຊັ່ນ: ວິຊາສຶກສາພົນລະເມືອງ, ວິຊາຊີວະສາດ ແລະ ວິຊາ ໄອຊີທີ (ICT). ຄາດວ່າໃນທ້າຍປີ 2019 ນີ້ນັກຮຽນຊັ້ນມັດທະຍົມຕອນຕົ້ນ, ຕອນປາຍ ແລະ ອາຊີວະ ຈໍານວນຫຼາຍກວ່າ 25,000 ຄົນ ຈະໄດ້ເຂົ້າຮວ່ມການຮຽນ-ການສອນເພດສຶກສາ. ຫຼັງຈາກນັ້ນຈື່ງຈະໃດ້ຂະຫາຍໄປແຂວງອື່ນໆ ໃນຕໍ່ໜ້າ.

ຍັງມີຄຳຖາມກ່ຽວກັບສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ, ການຖືພາແບບບໍ່ຕັ້ງໃຈ, ການນຳໃຊ້ຢາຄຸມກຳເນີດ, ພຕພ ແລະ ເອດສ໌ ອີກບໍ່? ທ່ານສາມາດຕິດຕໍ່ຫາສູນໄວໜຸ່ມນະຄອນຫຼວງວຽງຈັນ ພວກເຂົາມີບໍລິການໃຫ້ຄຳປຶກສາໂດຍບໍ່ເສຍຄ່າ, 1361 ສຳລັບເພດຍິງ ແລະ 137 ສຳລັບຊາຍ.

ຮຽນຮູ້ເພີ່ມເຕີມກ່ຽວກັບ CSE, ຕິດຕາມFacebook: UNFPA Laos ແລະ ເວັບໄຊທ໌: lao.unfpa.org

 

UNFPA ເຮັດວຽກເພື່ອຊ່ວຍໄວໜຸ່ມທຸກຄົນບັນລຸເປົ້າໝາຍ, ພວກເຮົາຍັງເຮັດວຽກເພື່ອຫຼຸດຜ່ອນການຕາຍຂອງແມ່, ຮັບປະກັນທຸກການຖືພາໂດຍສະຫມັກໃຈ ແລະ ບໍ່ແມ່ນດ້ວຍຄວາມບັງເອີນ ເຊັ່ນດຽວກັນກັບການແກ້ໄຂຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍ. #Noi2030 #ICPD25 #UNFPA50  

ຂຽນໂດຍ ທ່ານ ນາງ ໄກອຳພອນ ສິງຫາລາດ (UNFPA)

ຮຽບຮຽງໂດຍ: ທ່ານ ໂອລົດ ແສນອາສາ (UNFPA)