You are here

ນະຄອນຫຼວງວຽງຈັນ, ວັນທີ 6 ທັນວາ ປີ 2020. ອົງການ UNFPA ໄດ້ໃຫ້ການສະໜັບສະໜູນ Zero Waste Laos ພ້ອມດ້ວຍຄູ່ຮ່ວມງານອື່ນໆໃນການຈັດງານ ຊາວໜຸ່ມເພື່ອການພັດທະນາແບບຍຶນຍົງ- Youths For SDGs ທີ່ມີຈຸດປະສົງເຕົ້າໂຮມບັນດາໄວໜຸ່ມທີ່ມີຄວາມຄິດສ້າງສັນ ແລະ ມີພອນສະຫວັນ ເພື່ອສົນທະນາກ່ຽວກັບບົດບາດຂອງພວກເຂົາໃນການສ້າງອະນາຄົດທີ່ດີຂຶ້ນເພື່ອຕົວພວກເຂົາເອງ ແລະ ເພື່ອໂລກໃບນີ້, ເພື່ອຄົ້ນຫາທາງເລືອກອື່ນໆໃນການຫຼຸດຜ່ອນມົນລະຜິດ, ສົ່ງເສີມການປະຕິບັດສີຂຽວ, ແລະ ເພີ່ມທະວີການພັດທະນາແບບຍືນຍົງ. 

 

ໄວໜຸ່ມຍິງ ແລະ ຊາຍແມ່ນມີບົດບາດສໍາຄັນໃນການສະໜັບສະໜູນ ລວມເຖິງໃນການບັນລຸວາລະ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs). ໃນ ສປປ ລາວ, ພາຍໃຕ້ອົງການ UNFPA ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ ແລະ ອະນາຄົດຂອງຂ້ອຍ ເຊິ່ງເປັນແຄມເປັນທີ່ໄວໜຸ່ມມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນການການອອກແບບອະນາຄົດ ຜ່ານການນໍາສະເໜີສຽງຂອງເຂົາເຈົ້າໃນການຈັດຕັ້ງປະຕິບັດນະໂຍບາຍ, ການຮັບຮູ້ ແລະ ການປ້ອງກັນຈາກ COVID-19, ສິດທິທາງເພດ ແລະ ສຸຈະພາບຈະເລີນພັນ, ຄວາມສະເໝີພາບທາງເພດ ແລະ ການແກ້ໄຂບັນຫາລະບົບນິເວດ ເພື່ອປົກປ້ອງໂລກທີ່ເຮົາອາໄສຢູ່ ແລະ ອະນາຄົດຂອງພວກເຂົາເອງ. ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວໄດ້ກ່າວວ່າ: ໂຄງການພັດທະນາເປົ້າໝາຍຫະສະວັດຂອງສະຫະປະຊາຊາດ17ຂໍ້ ສະເພາະລາວເພີ້ມ1ເປັນ18ຂໍ້,ການປະຕິບັດວຽກງານດັ່ງກ່າວລາວເຮົາແມ່ນເຮັດໄດ້ດີສົມຄວນສາມາດບັນລຸເປົ້າໝາຍໄດ້ຫລາຍຢ່າງໃນ5ປີຜ່ານມາແລະໄດ້ຮັບຄວາມຍ້ອງຍໍຈາກສະຫະປະຊາຊາດແລະເພື່ອນມິດສາກົນເປັນຢ່າງດີ.

 

ງານດັ່ງກ່າວໄກ້ຖືກຈັດຂຶ້ນໃນວັນທີ 5-6 ທັນວາທີ່ຜ່ານມາ ໂດຍການສະໜັບສະໜູນຈາກຫຼາຍກວ່າ 20 ອົງການຈັດຕັ້ງ ແລະ ອາສາສະໝັກກວ່າ 130 ຄົນ. ໂດຍປະກອບມີໄວໜຸ່ມຍິງ ແລະ ຊາຍເຂົ້າຮ່ວມກວ່າ 300 ຄົນ, ທີ່ໄດ້ຮ່ວມໃນກິດຈະກຳຕ່າງໆທີ່ຫຼາກຫຼາຍ ເພື່ອຮຽນຮູ້ກ່ຽວກັບສິດທິຂອງພວກເຂົາໃນການຕັດສິນໃຈເພື່ອອະນາຄົດຂອງພວກເຂົາເອງ ແລະ ຍັງໄດ້ເພີ່ມຄຸນຄ່າຂອງງານໂດຍການມີສ່ວນຮ່ວມຂອງພວກເຂົາກ່ຽວກັບການຟຶ້ນຟູຈາກ COVID-19, ລວມທັງວິທີການຕໍ່ໜ້າໃນຍຸດທະສາດໄລຍະຍາວເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ອະນາຄົດຂອງພວກເຂົາ. ງານດັ່ງກາວຍັງໄດ້ຮັບການສະໜັບສະໜູນຈາກສະຖານທູດອັງກິດ, ບໍລິສັດໄຟຟ້ານໍາເທີນ 2 ແລະ ໂຮງຮຽນນານາຊາດລາວອີກດ້ວຍ. ນອກນັ້ນ ກິດຈະກຳດັ່ງກ່າວນີ້ຍັງຖືເປັນໂອກາດອັນດີທີ່ ຫຼາກຫຼາຍ NGOs ແລະ ກຸ່ມອາສາສະໝັກ ໄດ້ສະແດງຜົນງານ ແລະ ຄວາມຄິດລິເລີ່ມທີ່ສ້າງສັນ ພ້ອມທັງມີຄວາມດຶງດູດແກ່ຜູ້ໃຫ້ທຶນ, ການລະດົມທຶນ ແລະ ການສ້າງຄູ່ຮ່ວມງານອື່ນໆນໍາອີກ. 

 

Zero Waste Laos ໄດ້ຖືກສ້າງຕັ້ງຂຶ້ນປະມານໜຶ່ງປີທີ່ຜ່ານມາ ໃນຖານະເປັນກຸ່ມອາສາສະໝັກດ້ານສິ່ງແວດລ້ອມ ໂດຍມີເປົ້າໝາຍເພື່ອປູກຈິດສໍານຶກ ແລະ ສົ່ງເສີມການມີສ່ວນຮ່ວມຂອງໄວໜຸ່ມໃນການແກ້ໄຂບັນຫາສິ່ງແວດລ້ອມ ໂດຍສະເພາແມ່ນບັນຫາຂີ້ເຫຍື້ອ. ນັບຕັ້ງແຕ່ການສ້າງຕັ້ງ ສະມາຊິກກໍໄດ້ມີການເພີ່ມຂຶ້ນຫຼາຍໃນທົ່ວປະເທດ

 

ອົງການ UNFPA ມີຄວາມມຸ່ງໝັ້ນໃນການຮັບຮູ້ເຖິງສັກກະຍະພາບທີ່ເຕັມສ່ວນຂອງໄວໜຸ່ມ, ພ້ອມກັບຄູ່ຮ່ວມງານອື່ນໆ. ພວກເຮົາສະໜອງພຶ້ນທີ່ໃຫ້ແກ່ໄວໜຸ່ມໃນການປາກເວົ້າ, ມີສ່ວນຮ່ວມ ແລະ ປະຕິບັດ. ຫາກເມື່ອໄວໜຸ່ມໄດ້ມີພຶ້ນທີ່, ໄດ້ຮັບໂອກາດທີ່ຈະໄດ້ຮຽນຮູ້ ແລະ ຖືກຊຸກຍູ້ໃຫ້ເຄື່ອນໄຫວປະຕິບັດນັ້ນ, ຊຸມຊົນ ແລະ ປະເທດກໍຈະສາມາດເພີ່ມທະວີການພັດທະນາແບບຍືນຍົງໄດ້. ກ່າວໂດຍທ່ານນາງ. ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA

 

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ເພັດມະນີ ວິຍາເດດ, ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org