You are here

ໄວເປັນສາວ ບໍ່ຟ້າວເປັນແມ່: ຮ່ວມແຮງຮ່ວມໃຈຢຸດຕິການຖືພາໃນໄວໜຸ່ມ

ແລ່ນໃນງານວຽງຈັນມາຣາທອນ ເພື່ອປຸກລະດົມການຖືພາໃນໄວໜຸ່ມ

3 ມີນາ 2019, ນະຄອນຫຼວງ, ສປປ ລາວ - ນັກແລ່ນກວ່າ 4000 ຄົນ ແລະ ບັນດາອາສາສະຫມັກໄດ້ມາຮວມໂຕກັນແຕ່ 5 ໂມງເຊົ້າ ເພື່ອເຂົ້າຮ່ວມງານ ວຽງຈັນຮາຟມາຣາທອນ ທີ່ຈັດຂຶ້ນພາຍໃຕ້ກະຊວງສຶກສາທິການ ແລະ ກິລາ, ສະຫະພັນກິລາແລ່ນ - ລານ ແຫ່ງຊາດ ແລະ ບໍລິສັດ ອີເວັ້ນຟໍກູດ, ໄດ້ຮັບການສະໜັບສະໜຸນຈາກຫຼາຍໆພາກສ່ວນ ລວມທັງ ສະຫະປະຊາຊາດ ກອງທຶນປະຊາກອນ (UNFPA) ປະຈຳ ສປປ ລາວ.

UNFPA ສະໜັບສະໜຸນງານວຽງຈັນຮາຟມາຣາທອນ ຄັ້ງທີ 4 ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນແມ່ຍິງສາກົນ ທີ 8 ເດືອນ 3, ແລະ ເພື່ອປຸກລະດົມກ່ຽວກັບການຖືພາກ່ອນໄວອັນຄວນ ພາຍໃຕ້ຫົວຂໍ້: “ໄວເປັນສາວ ບໍ່ຟ້າວເປັນແມ່, ຮ່ວມແຮງຮ່ວມໃຈຢຸດຕິການຖືພາໃນໄວໜຸ່

 


 

ເປັນຫຍັງຈຶ່ງເລືອກ ມາຣາທອນ?

ການໃຊ້ຊີວິດແບບມີສຸຂະພາບທີ່ດີ ແມ່ນເວົ້າເຖິງຄວາມແຂງແຮງ, ໄວໜຸ່ມສາວສາມາດເຂົ້າເຖິງສະຖານທີ່ສາທາລະນະໄດ້ຢ່າງມີຄວາມປອດໄພ. ຜູ້ເຂົ້າຮ່ວມໄດ້ເຂົ້າຍ້ອນຫຼາຍໆເຫດຜົນບໍ່ວ່າຈະເປັນເພື່ອຄວາມມ່ວນຊື່ນ, ເພື່ອສຸຂະພາບ, ເພື່ອຄວາມສາມັກຄີ, ເພື່ອສິ່ງແວດລ້ອມ ແລະ ອື່ນໆ. ວຽງຈັນຮາຟມາຣາທອນ ເທື່ອທຳອິດ (2016) ໄດ້ມີປະມານ 1,000 ຄົນເຂົ້າຮ່ວມ, ແລະ ໄດ້ເພີ່ມຂຶ້ນໃນປີຕໍ່ໆມາ.

ນອກຈາກຜູ້ເຂົ້າຮ່ວມທີ່ຫຼາກຫຼາຍແລ້ວ, ແລ່ນມາຣາທອນບໍ່ຈຳແນກເພດ, ໄວ, ອາຊີບ ຫຼື ວັດທະນະທຳ. ເພື່ອບໍ່ປະຖິ້ມໃຜໄວ້ຂ້າງຫຼັງ ອີງຕາມເປົ້າໝາຍການພັດທະນາແບບຍືນຍົງ (SDGs), UNFPA ພະຍາຍາມເຂົ້າເຖິງກຸ່ມເປົ້າໝາຍທີ່ຫຼາກຫຼາຍ, ໂດຍສະເພາະແມ່ນກຸ່ມທີ່ຍັງບໍ່ຄຸ້ນເຄີຍກັບຫົວກ່ຽວກັບການຖືພາໃນໄວໜຸ່ມ ແລະ ຄວາມຮູ້ວ່າມັນສາມາດຈຳກັດໂອກາດຂອງແມ່ ແລະ ເດັກ.

 

 

ເປັນຫຍັງຈຶ່ງເລືອກ ການຖືພາໃນໄວໜຸ່ມ?

  • ສປປ ລາວ ເປັນປະເທດຫນຶ່ງທີ່ມີອັດຕາການຖືພາໃນໄວຫນຸ່ມສູງທີ່ສຸດໃນອາຊຽນ, ມີ 83 ການເກີດ ຕໍ່ໄວຫນຸ່ມຍິງ 1,000 ຄົນ ທີ່ມີອາຍຸ 15-19 ປີ.
  • ໄວຫນຸ່ມຍິງ 1 ໃນ 20 ຄົນ ບໍ່ເຄີຍເຂົ້າໂຮງຮຽນ, ເຊິ່ງເປັນຜົນໃຫ້ພວກເຂົາແຕ່ງງານໄວ.
  • 1 ໃນ 10 ໄດ້ເກີດລູກກ່ອນອາຍຸ 17 ປີ ພາໃຫ້ມີຄວາມສ່ຽງຕໍ່ສຸຂະພາບ ຂອງແມ່ ແລະ ເດັກເກີດໃຫມ່.
  • ເດັກຍິງ 1 ໃນ 5 ທີ່ມີອາຍຸ 15-19 ປີ ໄດ້ອອກໂຮງຮຽນ.

ສຳລັບໄວຫນຸ່ມຍິງ ແລະ ຊາຍ ແລ້ວແມ່ນຍັງມີຄວາມຫຍຸ້ງຍາກຫຼາຍໃນການເຂົ້າເຖິງຂໍ້ມູນທີ່ຖືກຕ້ອງ ແລະ ການບໍລິການທາງດ້ານສຸຂະພາບທາງເພດ ແລະ ຈະເລີນພັນທີ່ມີຄຸນະພາບ.

 

 

ເຮົາຈະສາມາດແກ້ໄຂບັນຫານີ້ໄດ້ແນວໃດ?

ການຮູ້ຈັກບັນຫາແມ່ນສິ່ງທຳອິດ, UNFPA ຄາດວ່າຈະເຂົ້າເຖິງຫຼາຍກວ່າ 4,000 ຄົນຜ່ານທາງສື່ຕ່າງໆ, ການສຳພາດວິທະຍຸ ແລະ ສື່ອອນລາຍທີ່ມີເກມ, ກິດຈະກຳ, ຖາມ-ຕອບ ກັບໄວໜຸ່ມກ່ຽວກັບຫົວຂໍ້ການຖືພາໃນໄວໜຸ່ມ.

ການເຂົ້າເຖິງຂໍ້ມູນ ແລະ ບໍລິການແມ່ນລຳດັບທີ່ສອງ, ງານວາງສະແດງໄດ້ຈັດຂຶ້ນວັນທີ 1-2 ມີນາ 2019, UNFPA ແລະ ສູນໄວໜຸ່ມ ນະຄອນຫຼວງວຽງຈັນ (VYC) ໄດ້ຕັ້ງບູ໊ດເພື່ອໃຫ້ຂໍ້ມູນ ແລະ ມີຄລີນິກເຄື່ອນທີ່ ແລະ ຍັງມີນາງນ້ອຍ, ໂຕກາຕູນທີ່ເປັນໂຕແທນຂອງໄວໜຸ່ມຍິງ ຢູ່ລາວມາຮ່ວມສ້າງກິດຈະກຳ, ເກມແກ່ຄົນທີ່ມາຮ່ວມງານ.

“ການຖືພາໃນໄວໜຸ່ມພາໃຫ້ເກີດວົງຈອນຄວາມທຸກຍາກຈາກລຸ້ນ ຕໍ່ລຸ້ນ ແລະ ກໍ່ໃຫ້ເກີດຜົນເສຍຫຼາຍໆຢ່າງ. ໄວໜຸ່ມຍິງແລະ ຊາຍມີຄວາມຈຳເປັນຕ້ອງໄດ້ຮູ້ກ່ຽວກັບສຸຂະພາບທາງເພດ ແລະ ການຈະເລີນພັນຂອງພວກເຂົາ ແລະ ລວມທັງຮູ້ສະຖານທີ່ໃຫ້ບໍລິການທີ່ໄດ້ຄຸນະພາບ. ໄວໜຸ່ມຍິງທຸກຄົນຄວນມີສິດໃນການໃຊ້ຊີວິດໄລຍະເປັນສາວ, ບໍ່ຟ້າວເປັນແມ່. ການຖືພາທຸກໆຄັ້ງຄວນເກີດຂຶ້ນດ້ວຍຄວາມຕັ້ງໃຈ ບໍ່ແມ່ນຍ້ອນອຸບັດເຫດ!  ກ່າວໂດຍ ທ່ານນາງ ມາຣຽມ ຄານ, ຜູ້ຕາງໜ້າອັງການ UNFPA ປະຈຳ ສປປ ລາວ.

 

 

ຂໍ້ມູນເພີ່ມເຕີມຕິດຕໍ່: ທ່ານນາງ ໄກອຳພອນ ສິງຫາລາດ

Tel: (021) 267 680 / E-mail: Singhalath@unfpa.org

Website: lao.unfpa.org  www.facebook.com/unfpalaos