ນາງ ທອງໄມ ອາໃສຢູ່ໃນບ້ານທີ່ຕັ້ງຢູ່ເຂດຫ່າງໄກສອກຫຼີກໃນເຂດ ເມືອງເຊໂປນ, ແຂວງສະຫວັນນະເຂດ ກັບສາມີ ແລະ ລູກສາມຄົນ. ນາງໄດ້ອອກໂຮງຮຽນ ແລະ ແຕ່ງງານແຕ່ອາຍຸ 15 ປີ, ນາງ ເກີດລູກຄົນທໍາອິດເວລາລາວມີອາຍຸ 17 ປີ. ນາງ ທອງໄມ ມີອາການແຊກຊ້ອນທີ່ກ່ຽວຂ້ອງກັບການຖືພາຂອງລູກຜູ້ທີສອງໃນເມື່ອລາວມີອາຍຸໄດ້ 19 ປີ. ໃນປັດຈຸບັນນາງມີອຸປະສັກກ່ຽວກັບສຸຂະພາບ ແລະ ການບໍລິຫານຄອບຄົວຍ້ອນມີລາຍຮັບຈໍາກັດ ເພາະວ່າເປັນພຽງແຕ່ກໍາມະກອນໃຊ້ແຮງງານ. ເມື່ອລາວອາຍຸໄດ້ 23 ປີ ນາງທອງໄມ ເວົ້າວ່າຄວາມຝັນຂອງລາວ ກໍ່ຄືຕ້ອງການຢາກເປັນຄູສອນແຕ່ ບໍ່ໄດ້ຕາມຄວາມຝັນຍ້ອນແຕ່ງງານ ແລະ ຖືພາໄວ.
ສີ່ງເຫຼົ່ານີ້ແມ່ນຄວາມເປັນຈິງທີ່ເກີດຂື້ນທຸໆມື້ ກັບເດັກຍິງ ແລະ ແມ່ຍິງຫຼາຍຄົນຢູ່ ສ. ປ. ປ. ລາວ ທີ່ມີເດັກຍິງອາຍຸ 10 ຫາ 19 ປີ ຫຼາຍກວ່າ 700,000 ຄົນ, ສ່ວນໃຫຍ່ເດັກຍິງເຫຼົ່ານີ້ປະເຊີນກັບຄວາມບໍ່ຫມັ້ນຄົງ ຍ້ອນການດໍາລົງຊີວິດຢູ່ໃນເຂດຊົນນະບົດ, ເຊົນເຜົ່າ, ມີຄວາມທຸກຍາກ ແລະ ສະຖານະພາບທາງດ້ານໂພຊະນາການ. ນອກນີ້ ພວກເຂົາເຈົ້າຍັງປະເຊີນກັບສີ່ງທ້າທາຍໂດຍສະເພາະແມ່ນຂາດການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການສຸຂະພາບທາງເພດ ແລະ ການຈະເລີນພັນ, ມີໂອກາດທີ່ຈໍາກັດສໍາລັບການສ້າງຄວາມເຂັ້ມແຂງທາງເສດຖະກິດ ແລະ ທັກສະຊີວິດທີ່ຈໍາເປັນ. ເຮັດໃຫ່້ພວກເຂົາເຈົ້າມີຄວາມສ່ຽງໃນການປະເຊີນກັບຜົນກະທົບຈາກການແຕ່ງງານແຕ່ອາຍຸຍັງນ້ອຍ, ການຖືພາໄວ, ພະຍາດຕິດຕໍ່ທາງເພດສໍາພັນ, ຄວາມຮຸນແຮງ, ພາວະແຊກຊ້ອນເວລາຖືພາ ຫຼື ແມ້ກະທັ້ງການເສຍຊີວິດ.
ດັ່ງນັ້ນ ຢູ່ ສ. ປ. ປ. ລາວ ຈື່ງມີ:
- 1 ໃນ 2 ເດັກຍິງອາຍຸລະຫວ່າງ 15-19 ປີແມ່ນເປັນໂລກເລືອດຈາງ
- 4 ໃນ 10 ເດັກຍິງອາຍຸ 15-17 ບໍ່ໄດ້ເຂົ້າໂຮງຮຽນ
- 1 ໃນ 4 ເດັກຍິງອາຍຸ 15-19 ແມ່ນແຕ່ງງານແລ້ວ ຫຼື ຢູ່ນໍາກັນ
- 1 ໃນ 10 ເດັກຍິງອາຍຸ 15-19 ເກີດລູກຄົນທໍາອິດ
ລັດຖະບານ ສ. ປ. ປ. ລາວ ໄດ້ມີຄວາມສໍາເລັດຈໍານວນໜື່ງທີ່ພະຍາຍາມແກ້ໄຂຄວາມບໍ່ໝັ້ນຄົງຂອງເດັກຍິງ. ອົງການສະຫະປະຊາຊາດກອງທຶນປະຊາກອນ (UNFPA) ໄດ້ເຮັດວຽກຮວ່ມກັບລັດຖະບານຂອງ ສ. ປ. ປ. ລາວ ແລະ ຄູ່ຮ່ວມງານອື່ນໆ ເພື່ອສ້າງຄວາມເຂັ້ມແຂງຂອງເດັກຍິງໂດຍຜ່ານແຜນງານ ນາງນ້ອຍ ເຊີ່ງທີ່ໄດ້ເປີດຕົວໃນປີ 2016, ແຜນງານດັ່ງກ່າວແມ່ນມີຈຸດປະສົງເພື່ອເພີ້ມຂີດຄວາມສາມາດໃຫ້ແກ່ເດັກຍິງ ແລະ ເດັກຊາຍ ໂດຍການເພີ້ມການລົງທຶນ ແລະ ຕ້ອງມີແຜນງານແບບຮອບດ້ານ. UNFPA ມີຈຸດປະສົງສ້າງສະພາບແວດລ້ອມທີ່ເອື້ອອໍານວຍເພື່ອໃຫ້ເດັກຍິງທຸກຄົນຢູ່ລາວ ສາມາດຈະເລີນເຕີບໂຕ ແລະ ມີໂອກາດ, ສາມາດເຂົ້າເຖີງຂໍ້ມູນຂ່າວສານ ແລະ ການບໍລິການ ທີ່ພວກເຂົາເຈົ້າຕ້ອງການ ເພື່ອເຮັດໃຫ້ເຂົາເຈົ້າໄດ້ບັນລຸເປົ້າໝາຍຂອງເຂົາເຈົ້າ, ສາມາດການຕັດສິນໃຈດວ້ຍຕົນເອງ, ຫຼຸດຜ່ອນການແຕ່ງງານ ແລະ ຖືພາໄວ.
ການປະຕິບັດວຽກງານທີ່ແຕກຕ່າງກັນພາຍໃຕ້ແຜນງານ ນາງນ້ອຍ ແມ່ນເພື່ອສ້າງຄວາມເຂັ້ມແຂງໃນຮູບແບບລະບົບນິເວດໂດຍການສະໜັບສະໜູນ ສູນກາງຊາວໜຸ່ມປະຊົນ ປະຕິວັດລາວ ໃນການພັດທະນານະໂຍບາຍຊາວໜຸ່ມ ແລະ ເຍົາວະຊົນແຫ່ງຊາດ, ໃຫ້ການສະຫນອງການບໍລິການໄວໜຸ່ມແບບເປັນມິດໂດຍຜ່ານການຝຶກອົບຮົມຜູ້ໃຫ້ບໍລິການທາງດ້ານສຸຂະພາບ, ສະໜັບສະໜູນໃຫ້ມີການຮຽນການສອນເພດສຶກສາສໍາລັບນັກຮຽນໃນໂຮງຮຽນຊັ້ນປະຖົມ, ຊັ້ນມັດທະຍົມ ແລະ ໂຮງຮຽນວິຊາຊີບ, ມີການຝຶກອົບຮົມດ້ານທັກສະຊີວິດໃຫ້ແກ່ເດັກຍິງໂດຍຜ່ານກິດຈະກໍາເຕົ້າໂຮມກຸ່ມນາງນ້ອຍ, ການສ້າງສະຖານທີ່ປອດໄພສໍາລັບເດັກຍິງ ແລະ ແມ່ຍິງ, ເພີ້ມຄົ້ນຄ້ວາສໍາຫຼວດກ່ຽວກັບໄວໜຸ່ມ ແລະສ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໂດຍຜ່ານການຂະຫຍາຍຂອບເຂດການຮວ່ມມື.
ຄວາມຄືບຫນ້າກ່ຽວກັບແຜນງານນາງນ້ອຍແມ່ນໄດ້ຖືກຕິດຕາມກວດກາໂດຍຜ່ານ ກອບແຜນງານ ນາງນ້ອຍ 2030 ແລະ ມີ 5 ຕົວຊີ້ວັດທີ່ສໍາຄັນ ເປັນຕົ້ນແມ່ນ: ດ້ານໂພຊະນາການ, ສຸຂະພາບ, ການສຶກສາ, ເທົ່າທຽມກັນດ້ານບົດບາດຍິງຊາຍ ແລະ ການຈ້າງງານ ທີ່ສອດຄ່ອງກັບກອບແຜນງານເປົ້າຫມາຍການພັດທະນາທົ່ວໂລກແບບຍືນຍົງ, ການນໍາໃຊ້ຂໍ້ມູນທີ່ແຍກຕາມເກນອາຍຸຂອງໄວໜຸ່ມ ໂດຍການສໍາຫຼວດດັດສະນີໝາຍສັງຄົມ.
ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ແຜນງານ ນາງນ້ອຍໄດ້ຮັບການຮັບຮອງໂດຍກະຊວງທີ່ກ່ຽວຂ້ອງແລະ ບັນດາຄູ່ຮ່ວມພັດທະນາ. ຄູ່ມືການບໍລິການໄວໜຸ່ມແບບເປັນມິດໄດ້ຖືກພັດທະນາຂື້ນ ແລະ ໄດ້ຝຶກອົບຮົມໃຫ້ຜູ້ໃຫ້ບໍລິການກ່ຽວກັບສຸຂະພາບຈໍານວນ 188 ທ່ານ ທີ່ມາຈາກ ແຂວງຈາກສະຫວັນນະເຂດ, ບໍ່ແກ້ວ ແລະ ແຂວງ ບໍລິຄໍາໄຊ, ເຊີ່ງພວກເຂົາສາມາດໃຫ້ການບໍລິການໄວໜຸ່ມໄດ້ ຈໍານວນ3,246 ຄົນ. ຜູ້ໃຫ້ຄໍາແນະນໍາ ຈໍານວນ 20 ຄົນ ໃດ້ຝຶກອົບຮົມກ່ຽວກັບທັກສະຊີວິດໃຫ້ເດັກຍິງ ຈໍານວນ 200 ຄົນ ຢູ່ເມືອງເຊໂປນ ແຂວງ ສະຫວັນນະເຂດ ໂດຍຜ່ານກິດຈະກໍາກຸ່ມນາງນ້ອຍ ເຊີ່ງໄດ້ນັ້ນໃສ່ບັນດາຫົວຂໍ້າທີ່ສໍາຄັນ ເປັນຕົ້ນ ສຸຂະພາບ, ສັງຄົມ, ຄວາມຄິດ. ຄູ່ມືກ່ຽວກັບການຮຽນການສອນເພດສອກສາ ສໍາລັບນັກຮຽນຊັ້ນມັດທະຍົມ ແລະ ວິຊາຊີບໄດ້ຮັບການພັດທະນາຂື້ນ. ພ້ອມກັນນັ້ນ ການສ້າງຮ່າງນະໂຍບາຍຊາວໜຸ່ມ ແລະ ເຍົາວະຊົນແຫ່ງຊາດ, ນະໂຍບາຍສໍາລັບປະຊາກອນ ແລະ ການພັດທະນາແຫ່ງຊາດແມ່ນສໍາເລັດ. ມີການເພີ້ມການຄົ້ນຄວ້າວິໃຈບັນຫາໄວໜຸ່ມໂດຍຜ່ານການວິໃຈສະພາບເດັກຍິງ. ການຮ່ວມມືກັບບັນດາຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງແມ່ນຂະຫຍາຍກວ້າງອອກ.
ຈໍາເປັນຕ້ອງເພີ່ມການມີສວ່ນຮ່ວມຢ່າງຫ້າວຫັນ ແລະ ຮວ່ມມືຫຼາຍຝ່າຍຈາກທຸກຂະແໜງການທີ່ກ່ຽວຂ້ອງ ແລະ ທຸກພາກສ່ວນຂອງສັງຄົມເພື່ອຮັບປະກັນການເຂົ້າເຖີງເດັກຍິງ ແລະ ເດັກຊາຍໃນທົ່ວປະເທດ. ສະນັ້ນ ໃຫ້ພວກເຮົາທັງຫມົດເຂົ້າມາຮ່ວມກັນ ແລະ ຮ່ວມມືກັນເພື່ອເຮັດໃຫ້ເດັກຍິງມີຜົນປະໂຫຍດຢ່າງແທ້ຈິງ ເພື່ອຊຸມຊົນຂອງເຂົາເຈົ້າ ແລະ ປະເທດຊາດ.
ມັນເປັນຄວາມຄິດທີ່ມີການປະຕິວັດໃນເວລາທີ່ແຜນງານການຈັດຕັ້ງປະຕິບັດໝາກຜົນຂອງກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາປີ 1994 ຮັບຮູ້ສິດທິຂອງແມ່ຍິງໃນການຕັດສິນໃຈວ່າຈະແຕ່ງງານກັບໃຜ, ໃນເວລາໃດ ແລະ ຈະມີລູກຫລາຍປານໃດ ... ICPD ມີຜົນທີ່ສຸດຕໍ່ ພາກສ່ວນຊີວິດຂອງບຸກຄົນ ແລະ ຊີວິດຂອງຄູ່ຜົວເມຍ... ທ່ານຄິດບໍ່ວ່າມັນຄວນຈະເວົ້າກ່ຽວກັບບັນຫານີ້ເພີ່ມເຕີມ? ພວກເຮົາຢູ່ UNFPA ແລະ ຄູ່ຮ່ວມງານຂອງພວກເຮົາແມ່ນເຮັດເລື່ອງນີ້?
UNFPA ເຮັດວຽກເພື່ອຊ່ວຍທຸກໆຄົນທີ່ເປັນໄວໜຸ່ມເພື່ອໃຫ້ເຂົາເຈົ້າບັນລຸເປົ້າໝາຍຂອງເຂົາເຈົ້າ. ພວກເຮົາເຮັດສິ່ງນີ້ໂດຍການຫຼຸດຜ່ອນການຕາຍຂອງແມ່, ຮັບປະກັນທຸກການຖືພາເປັນໂດຍສະຫມັກໃຈ ແລະ ບໍ່ຖືພາດວ້ຍການບັງເອີນ ເຊັ່ນດຽວກັນກັບການແກ້ໄຂຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍ.
ແຫຼ່ງຂໍ້ມູນ: Tej Ram Jat, UNFPA ສ. ປ. ປ. ລາວ
* ປ່ຽນຊື່ເປັນປົກປັກຮັກສາຄວາມເປັນສ່ວນຕົວ.
ເຂົ້າຮ່ວມການສົນທະນາ !! ຂຽນກັບຄືນໄປບ່ອນເຟສບຸກຂອງພວກເຮົາ: UNFPA Laos
UNFPA ເຮັດວຽກເພື່ອຊ່ວຍທຸກໆຄົນທີ່ເປັນໄວໜຸ່ມເພື່ອໃຫ້ເຂົາເຈົ້າບັນລຸເປົ້າໝາຍຂອງເຂົາເຈົ້າ. ພວກເຮົາເຮັດສິ່ງນີ້ໂດຍການຫຼຸດຜ່ອນການຕາຍຂອງແມ່, ຮັບປະກັນທຸກການຖືພາເປັນໂດຍສະຫມັກໃຈ ແລະ ບໍ່ຖືພາດວ້ຍການບັງເອີນ ເຊັ່ນດຽວກັນກັບການແກ້ໄຂຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍ. #Noi 2030 #ICPD@25, #UNFPA@50