News

ເດັກນ້ອຍມີຊີວິດທີ່ດີຂຶ້ນຍ້ອນຖືກພັດທະນາທັກສະການໃຊ້ຊີວິດຈາກໂຮງຮຽນ ເພດສຶກສາທີ່ຄົບຖ້ວນເປັນສິ່ງທີ່ນັກຮຽນຈຳເປັນຕ້ອງຮູ້

22 August 2020

ຕະຫຼອດໄລຍະການສິດສອນກວ່າ 20 ປີ ຂອງອາຈານ ວິນກຸກ ດວງຄຳມ່ວນ, ທ່ານໄດ້ພົບວ່າມີເດັກນັກຮຽນຍິງຫຼາຍຄົນຖືພາໂດຍບໍ່ໄດ້ຕັ້ງໃຈໃນໄວຮຽນ, ເຊິ່ງເຫັນວ່າບັນຫາດັ່ງກ່າວຄວນຮີບແກ້ໄຂ ໂດຍສະເພາະການໃຫ້ຂໍ້ມູນແກ່ໄວໜຸ່ມກ່ຽວກັບສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ບັນຫາທາງເພດ.

ສິ່ງທີ່ອາຈານ ວິນກຸກ ໄດ້ພົບເຫັນ ສະທ້ອນເຖິງຄວາມເປັນຈິງວ່າ ໄວໜຸ່ມໃນ ສປປ ລາວ ມີຄວາມສ່ຽງສູງທີ່ຈະປະສົບກັບບັນຫາດ້ານສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ຄວາມຮຸນແຮງທາງເພດ. ເຖິງວ່າໄດ້ມີການພັດທະນາປະເທດຢ່າງພົ້ນເດັ່ນທາງດ້ານເສດຖະກິດ ແລະ ສັງຄົມ, ແຕ່ ສປປ ລາວ ພັດມີອັດຕາການແຕ່ງງານກ່ອນໄວອັນຄວນທີ່ສູງ ແລະ ການຖືພາກ່ອນໄວອັນຄວນແມ່ນມີສູງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້. ນອກນັ້ນ, ເກືອບ 75 ເປີເຊັນຂອງແມ່ຍິງທີ່ຍັງບໍ່ທັນໄດ້ແຕ່ງດອງ ໃນເກນອາຍຸລະຫວ່າງ 15-19 ປີ ບໍ່ສາມາດເຂົ້າເຖິງການຄຸມກຳເນີດໄດ້ເຖິງແມ່ນວ່າພວກເຂົາຕ້ອງການກໍຕາມ.

ເຖິງຢ່າງໃດກໍ່ຕາມ, ອາຈານ ວິນກຸກ ບໍ່ເຄີຍຕຳໜິແມ່ຍິງ ແຕ່ທ່ານຄິດວ່າ ມັນບໍ່ຍຸຕິທຳທີ່ພວກເຂົາຈຳເປັນຕ້ອງທຸກທົນກັບຜົນທີ່ເກີດຂຶ້ນ ຍ້ອນຂາດຄວາມຮູ້ກ່ຽວກັບສຸຂະພາບຈະເລີນພັນ ແລະ ການມີເພດສຳພັນທີ່ປອດໄພ. ທ່ານເຊື່ອວ່າ ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ເປັນສາເຫດຫຼັກທີ່ເຮັດໃຫ້ເປັນແບບນັ້ນ ໂດຍກ່າວວ່າ: “ຜູ້ຊາຍຫຼາຍຄົນເຂົ້າໃຈວ່າແມ່ຍິງແມ່ນຊັບສົມບັດຂອງພວກເຂົາ ເຮັດໃຫ້ຂາດຄວາມເຄົາລົບຕໍ່ແມ່ຍິງ ແລະ ສົ່ງຜົນໃຫ້ເກີດຄວາມຮຸນແຮງທາງເພດຕາມມາ”. ທ່ານໄດ້ແນະນຳຕື່ມວ່າທັງເດັກຊາຍ ແລະ ເດັກຍິງ ແມ່ນມີຄວາມສະເໝີພາບກັນ ແລະ ຈຳເປັນຕ້ອງຮຽນຮູ້ກ່ຽວກັບບັນຫາຕ່າງໆທີ່ມີຄວາມຈຳເປັນຕໍ່ການຈະເລີນເຕີບໂຕຂອງເຂົາເຈົ້າ ລວມທັງຂໍ້ມູນກ່ຽວກັບເພດ ແລະ ການມີເພດສຳພັນ.

ໂດຍການສະໜັບສະໜູນຂອງອົງການ UNFPA, ກະຊວງສຶກສາທິການ ແລະ ກິລາ ໄດ້ປັບປຸງປຶ້ມຄູ່ມືການສິດສອນກ່ຽວກັບເພດສຶກສາ ໃຫ້ເປັນໄປຕາມເຕັກນິກການສອນເພດສຶກສາຂອງສາກົນ ແລະ ໄດ້ມີການເພີ່ມການນໍາໃຊ້ຄູ່ມືການສອນເພດສຶກສາ ເຂົ້າໃນສະຖາບັນສ້າງຄູຈຳນວນ 8 ແຫ່ງ ລວມທັງວິທະຍາໄລສ້າງຄູດັງຄຳຊ້າງທີ່ອາຈານ ວັນກຸກ ເຮັດວຽກຢູ່.

ປະຈຸບັນ, ຢູ່ວິທະຍາໄລຄູດົງຄຳຊ້າງ ມີຄູສອນເພດສຶກສາທຈຳນວນ 2 ຄົນ ໃນນັ້ນແມ່ນອາຈານວັນກຸກທີ່ສິດສອນລະດັບປະລິນຍາໂທ, ກຳລັງຖ່າຍທອດຄວາມຮູ້ຂອງຕົນກ່ຽວກັບເພດສຶກສາໃຫ້ແກ່ນັກຮຽນຄູທັງຊາຍ ແລະ ຍິງຈຳນວນກວ່າ 1,000 ຄົນ ໂດຍກວາມເອົາຫົວຂໍ້ກ່ຽວກັບຄວາມສຳພັນ, ທັກສະຊີວິດ, ເພດ, ສິດທິເດັກ, ສຸຂະພາບທາງເພດ ແລະ ຈະເລີນພັນ ແລະ ການນຳໃຊ້ເຕັກໂນໂລຍີຂໍ້ມູນຂ່າວສານໂທລະມະນາຄົມທີ່ປອດໄພ. ອາຈານ ວັນກຸກ ຫວັງວ່າ ຈະສາມາດສ້າງຄູທີ່ຄົບມາດຖານ ໂດຍສະເພາະຄູຝຶກຫັດໃຫ້ສາມາດສິດສອນເພດສຶກສາໄດ້.

ອາຈານ ວັນກຸກ ກ່າວຕື່ມວ່າ: “ໃນຖານະທີ່ເຮົາເປັນອາຈານ, ພວກເຮົາຕ້ອງກຽມພ້ອມທີ່ຈະຕອບບັນຫາກ່ຽວກັບສຸຂະພາບທາງເພດ ແລະ ຈະເລີນພັນ ເພື່ອຊ່ວຍເຫຼືອສັງຄົມ”. ທ່ານເຊື່ອວ່າໄວໜຸ່ມຈຳເປັນຕ້ອງເຂົ້າໃຈກ່ຽວກັບຮ່າງກາຍຂອງຕົນ ເພື່ອປ້ອງກັນການຖືພາໂດຍບໍ່ຕັ້ງໃຈ ແລະ ມີເພດສຳພັນທີ່ຖືກຕ້ອງ ເຊິ່ງຈະຊ່ວຍໃຫ້ພວກເຂົາສຳເລັດການສຶກສາຕາມກຳນົດ, ມີວຽກເຮັດງານທຳທີ່ດີ ແລະ ມີອະນາຄົດທີ່ສົດໃສ. ແຕ່ບາງຄັ້ງທ່ານກໍ່ຮູ້ສຶກຕຳ່ຄ້ອຍນ້ອຍໃຈ ໂດຍອະທິບາຍວ່າ: “ອາຈານຄົນອື່ນຫົວຂວັນຂ້ອຍ ຍ້ອນຂ້ອຍເວົ້າກ່ຽວກັບເລື່ອງສຸຂະພາບທາງເພດ ແລະ ແຈກຖົງຢາງອະນາໄມ. ພວກເຂົາຄິດວ່າ ຂ້ອຍສະໜັບສະໜູນໃຫ້ນັກຮຽນມີເພດສຳພັນກັນ”. ສິ່ງເຫຼົ່ານີ້ຍັງເປັນຂໍ້ສົງໃສໂດຍຄົນທົ່ວໄປ, ເພດສຶກສາບໍ່ໄດ້ເຮັດໃຫ້ຄົນມີສຳພັນທາງເພດກ່ອນໄວອັນຄວນ ຫຼື ພຶດຕິກຳສ່ຽງທາງເພດ, ແຕ່ໃນຄວາມເປັນຈິງໂຄງການດັ່ງກ່າວແມ່ນຫຼຸດຜ່ອນບັນຫາເຫຼົ່ານັ້ນ.

ເພື່ອໃຫ້ຮັບຮູ້ເຖິງຄວາມຈຳເປັນຂອງສຸຂະພາບທາງເພດ ແລະ ຈະເລີນພັນ ແລະ ບັນຫາຂອງໄວໜຸ່ມ, ລັດຖະບານລາວໄດ້ບັນຈຸການເຜີຍແຜ່ວຽກງານເພດສຶກສາເຂົ້າໃນໂຮງຮຽນ ເຊິ່ງເປັນສ່ວນໜຶ່ງໃນການພັດທະນາຊັບພະຍາກອນມະນຸດ. ກະຊວງສຶກສາທິການ ແລະ ກິລາ ໄດ້ວາງຍຸດທະສາດກ່ຽວກັບການກຳນົດໄວອາຍຸທີ່ເໝາະສົມໃນການຮຽນກ່ຽວກັບເພດສຶກສາໃນແຕ່ລະຂັ້ນ ນັບແຕ່ຊັ້ນປະຖົມ, ມັດທະຍົມ, ເຕັກນິກວິຊາຊີບ, ສະຖາບັນ ແລະ ວິທະຍາໄລສ້າງຄູ. ນາຍຄູຫຼາຍຮ້ອຍຄົນຖືກຝຶກຝົນ ແລະ ອຸປະກອນຊ່ວຍການສິດສອນເພດສຶກສາແມ່ນໄດ້ຖືກບັນຈຸເຂົ້າໃນລະບົບການສຶກ. ການສ້າງຄູສິດສອນເພດສຶກສາ 1 ຄົນໃຊ້ຈ່າຍງົບປະມານຈຳນວນ 362 ໂດລາ ເຊິ່ງຄູຄົນດັ່ງກ່າວສາມາດສິດສອນເດັກນ້ອຍຕໍ່ໄດ້ເຖິງ 116 ຄົນ.

ທ່ານ ນາງ Mariam A. Khan, ຜູ່ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວວ່າ “ເພດສຶກສາໄດ້ສ້າງໃຫ້ໄວໜຸ່ມມີຄວາມຮູ້ ແລະ ທັກສະທີ່ຈະຊ່ວຍພວກເຂົາຕັດສິນໃຈໃນຊີວິດ, ໂດຍສະເພາະເມື່ອພວກເຂົາມີຊີວິດທີ່ດີ ບໍ່ວ່າຈະເປັນດ້ານຈິດໃຈ ແລະ ຄວາມສຳພັນ. ການສ້າງຄູສິດສອນວິຊາດັ່ງກ່າວຈະເປັນການສຸມໃສ່ວຽກງານທີ່ສຳຄັນໃນການເພີ່ມຄວາມອາດສາມາດຂອງໄວໜຸ່ມໃນລາວ”

ອົງການ UNFPA ຍັງໄດ້ສະໜັບສະໜູນການພັດທະນາແນວຄິດລິເລີ່ມຂອງໄວໜຸ່ມໃນຫຼາຍໆໂຄງການເປັນຕົ້ນແມ່ນ ໂຄງການ “ຂ້ອຍ, ຮ່າງກາຍຂອງຂ້ອຍ, ອະນາຄົດຂອງຂ້ອຍ, ໂລກຂອງຂ້ອຍ” ທີ່ໄວໜຸ່ມໄດ້ຮັບຄວາມຮູ້ກ່ຽວກັບການຮັກສາສຸຂະພາບ ແລະ ຊ່ວຍເຫຼືອສັງຄົມໃນການຮັກສາສິ່ງແວດລ້ອມ. ປະຈຸບັນ, ອົງການ UNFPA ກຳລັງຮ່ວມມືກັບສູນຄົມມະນາຄົມ ແລະ ການສຶກສາ ເພື່ອສຸຂະພາບ ຂອງກະຊວງສຶກສາທິການ ແລະ ກິລາ, ໃນການເປີດນຳໃຊ້ແອັບໂທລະສັບຟຣີທີ່ມີຊື່ວ່າ “Noi-Yakhoo” ທີ່ໃຫ້ຂໍ້ມູນສຳຄັນໃຫ້ແກ່ເດັກຊາຍ ແລະ ເດັກຍິງ ເຊັ່ນບັນຫາ ຖາມ-ຕອບ ກ່ຽວກັບສຸຂະພາບທາງເພດ ແລະ ຈະເລີນພັນ ແລະ ການມີຊີວິດທີ່ດີ. ນອກນັ້ນ, ຍັງມີວິດິໂອທີ່ຈະອະທິບາຍ ແລະ ໃຫ້ຄວາມຮູ້ແກ່ໄວໜຸ່ມກ່ຽວກັບສຸຂະພາບທາງເພດ ແລະ ຈະເລີນພັນ ເຊັ່ນ: ຄວາມເຂົ້າໃຈກ່ຽວກັບຮ່າງກາຍ, ການຮູ້ຄຸນຄ່າຂອງການໃຫ້ກຽດເຊິ່ງກັນ ແລະ ກັນ, ແລະ ການອະທິບາຍຄວາມສຳພັນຮູບແບບຕ່າງໆ, ເຊິ່ງໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ແລະ ກຳລັງຈະເຜີຍແຜ່ອອກສູ່ສັງຄົມ ກໍ່ຄືໂທລະພາບນຳອີກ.

ການດຳເນີນວຽກງານທີ່ກ່າວມາຂ້າງເທິງນັ້ນແມ່ນແນໃສ່ປະກອບສ່ວນໃຫ້ແກ່ພັນທະຂອງລັດຖະບານລາວທີ່ມີຕໍ່ກອງປະຊຸມສຸດຍອດ Nairobi ຄັ້ງທີ 25 ກ່ຽວກັບປະຊາກອນ ແລະ ການພັດທະນາ, ແນໃສ່ສ້າງໂຄງການ “ນາງນ້ອຍ 2030” ທີ່ເປັນຕົວແທນໃນການສົ່ງເສີມສິດທິຂອງເດັກຍິງໃນ ສປປ ລາວ ເພື່ອລຶບລ້າງອັດຕາສ່ວນການຕາຍຂອງແມ່, ຫຼຸດຜ່ອນການແຕ່ງງານ ແລະ ການຖືພາກ່ອນໄວອັນຄວນ ພ້ອມທັງຊ່ວຍເຫຼືອສັງຄົມໃນການວາງແຜນຄອບຄົວ. ດັ່ງທີ່ລັດຖະບານລາວໄດ້ໃຫ້ຄຳໝັ້ນສັນຍາວ່າ: ໃນປີ 2030, ຄວາມຮູ້ກ່ຽວກັບເພດສຶກສາທີ່ຄົບຖ້ວນຈະຖືກເຊື່ອມສານເຂົ້າໃນຫຼັກສູດການສຶກສາທົ່ວປະເທດ ໂດຍຈະຈັດແບ່ງຕາມໄວອາຍຸທີ່ເໝາະສົມໃນແຕ່ລະຂັ້ນ ນັບແຕ່ຊັ້ນປະຖົມ, ມັດທະຍົມ, ເຕັກນິກວິຊາຊີບ ແລະ ສະຖາບັນການຮຽນຕ່າງໆ.

ສຳລັບຂໍ້ມູນເພີ່ມເຕີ laos.office@unfpa.org